jane - 2025-10-22T144514.440
ນາຍຍົກເຂົ້າຮ່ວມເປີດງານວາງສະແດງສິນຄ້າ ຂອງສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 22 October, 2025
ໝວດ: ຂ່າວ

 

ໃນຕອນແລງວັນທີ 21 ຕຸລານີ້ ທີ່ສູນການຄ້າລາວ-ໄອເຕັກ ໄດ້ຈັດພິທີເປີດງານວາງສະແດງສິນຄ້າ ALACE EXPO ຂອງສະມາຄົມ ສະຖາປະນິກ ແລະ ວິສະວະກອນໂຍທາລາວ (ສສວ) ປະຈໍາປີ 2025, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ວົງໄພ ບຸນມະນີ ປະທານສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ, ບັນດາຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນ ພ້ອມດ້ວຍສື່ມວນຊົນ ເຂົ້າຮ່ວມ.

 

 

​ ໃນໂອກາດນີ້, ທ່ານ ປະທານສະມາຄົມ ສະຖາປະນິກ ແລະ ວິສະວະກອນໂຍທາລາວ ກໍໄດ້ລາຍງານໃຫ້ຊາບວ່າ: ງານວາງສະແດງສິນຄ້າ ALACE EXPO ເປັນໜຶ່ງໃນ 4 ກິດຈະກໍາປະຈໍາປີ ຂອງ ສສວ ເຊິ່ງປະກອບມີ: ກອງປະຊຸມໃຫຍ່ ຄັ້ງທີ 5 ຂອງ ສສວ ແລະ ກອງປະຊຸມທາງວິຊາການ (ALACE Forum), ALACE AWARD ແລະ ງານວາງສະແດງ (ALACE EXPO) ນີ້ ຊຶ່ງເປັນງານວາງສະແດງທາງດ້ານການອອກແບບ ແລະ ກໍ່ສ້າງ, ເປັນການວາງສະແດງຜົນສໍາເລັດການ ເຄື່ອນໄຫວປະຈໍາປີ ໃນຂົງເຂດສະຖາປັດຕະຍະກຳ ແລະ ວິສະວະກຳໂຍທາຂອງ ສປປ ລາວ. ພ້ອມນີ້ກໍຍັງເປັນເວທີ ແລະ ພື້ນທີ່ສຳລັບການນຳສະເໜີ ແລະ ແລກປ່ຽນຄວາມຮູ້, ການສ້າງຕາໜ່າງເຄືອຂ່າຍ, ການນໍາສະເໜີນະວັດຕະກໍາ ແລະ ການຂັບເຄື່ອນໂອກາດຂອງການພັດທະນາໃໝ່ ໃນມິຕິຂອງທຸລະກິດ, ນະວັດຕະກຳ, ການຮ່ວມມື ເພື່ອສົ່ງເສີມວິຊາຊີບ ຂອງຂະແໜງການດັ່ງກ່າວໃຫ້ຕໍ່ເນື່ອງ.

 

 

ສຳລັບງານດັ່ງກ່າວ ດໍາເນີນເປັນເວລາ 7 ວັນ (20-26 ຕຸລາ 2025) ຊຶ່ງເປັນງານວາງສະແດງ ທີ່ຜູ້ຊົມຈະໄດ້ສຶກສາສໍາຫຼວດ ແລະ ຮຽນຮູ້ ວິວັດທະນາການຂອງສະຖາປັດຕະຍະກໍາ ແລະ ການກໍ່ສ້າງໃນ ສປປ ລາວ ເລີ່ມຕັ້ງແຕ່ພູມປັນຍາການອອກແບບກໍ່ສ້າງເຮືອນດັ້ງເດີມ ທີ່ມີຄຸນຄ່າທາງວັດທະນະ ທຳ ໄປຈົນເຖິງການພັດທະນາປັບປຸງອາຄານທີ່ຢູ່ອາໄສ ທີ່ມີຮູບຊົງ ແລະ ລັກສະນະຮ່ວມສະໄໝ ສາ ມາດຕອບສະໜອງຄວາມຕ້ອງການໃນການໃຊ້ຊີວິດທີ່ຫຼາກຫຼາຍຂອງສັງຄົມໄດ້ຢ່າງມີຄຸນນະພາບ.

 

ພາຍໃນງານ ມີຈຳນວນ ຫ້າງຮ້ານວາງສະແດງສິນຄ້າ ລວມທັງໝົດ 130 ຫ້າງຮ້ານ, 80 ກວ່າ ບໍລິສັດ ແລະ 9 ຄູ່ຮ່ວມມື ຂອງ ສສວ ທີ່ນໍາເອົາຜະລິດຕະພັນ, ວັດສະດຸກໍ່ສ້າງທີ່ຫຼາກຫຼາຍ ມາຈາກທັງພາຍໃນ ແລະ ຕ່າງປະເທດ, ຫ້າງຮ້ານຂອງບັນດາບໍລິສັດອອກແບບທີ່ປຶກສາ ແລະ ກໍ່ສ້າງ ແລະ ຫ້າງຮ້ານຂອງສະມາຊິກ ສສວ, ຄຽງຄູ່ກັນ ຍັງມີຫ້າງຮ້ານ ຂອງ ສສວ, ຄູ່ຮ່ວມມື ຂອງ ສສວ ລວມຈຳນວນ 20 ຫ້າງຮ້ານ ເຊິ່ງປະກອບດ້ວຍ ຫ້າງຮ້ານຂອງອົງການຈັດຕັ້ງສາກົນ,ຫ້າງຮ້ານວາງສະແດງຜົນງານຂອງພາກລັດ ແລະ ຫ້າງຮ້ານວາງສະແດງຂອງພາກສ່ວນການສຶກສາຈໍານວນໜຶ່ງ,ມີກິດຈະກຳຫຼາກຫຼາຍທີ່ທາງ ສສວ ແລະ ຜູ້ປະກອບການຮ່ວມມືກັນຈັດຂຶ້ນ ເປັນຕົ້ນແມ່ນ: ການອອກຫ້າງຮ້ານວາງສະແດງສິນຄ້າ ແລະ ຜະລິດຕະພັນຂອງບັນດາບໍລິສັດທີ່ກ່ຽວຂ້ອງກັບຂະແໜງການ; ກິດຈະກໍາເສວະນາ ແລກປ່ຽນຄວາມຮູ້, ALACE AWARD-ກິດຈະກໍາການປະກວດ ແລະ ໃຫ້ລາງວັນຜົນງານການອອກແບບດີເດັ່ນປະຈໍາປີ ຂອງ ສສວ; ນິທັດສະການ ແລະ ກິດຈະກໍາ WORKSHOPປິ່ນອ້ອມພາຍໃນງານ ຕະຫຼອດ 7 ວັນ.

 

 

​ ໃນໂອກາດດຽວກັນ, ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ກ່າວມີຄຳເຫັນວ່າ: ວຽກງານສະຖາປັດຕະຍະກຳ ແລະ ວິສະວະກຳກໍ່ສ້າງ ມີຄວາມສໍາຄັນຫຼາຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນຕໍ່ຂະແໜງການກໍ່ສ້າງ ເຊິ່ງບໍ່ສາມາດຂາດໄດ້. ງານວາງສະແດງປະຈຳປີ 2025 ຂອງ ສສວ ຖືໄດ້ວ່າເປັນເຫດການສໍາຄັນໜຶ່ງ ສໍາລັບ ສະຖາ ປະນິກ ແລະ ວິສະວະກອນໂຍທາ, ນັກສຶກສາ, ນັກທຸລະກິດ, ຜູ້ຜະລິດ ແລະ ຜູ້ຈຳໜ່າຍສິນຄ້າ ກ່ຽວກັບການກໍ່ສ້າງ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນ ເຊິ່ງງານວາງສະແດງດັ່ງກ່າວນີ້ ໄດ້ຈັດວາງ ສະແດງຜົນງານຂອງ ສສວ ເອງ, ບັນດາພາກສ່ວນຕ່າງໆຈາກກະຊວງ ຍທຂ, ອົງການຈັດຕັ້ງສາກົນ ແລະ ຫ້າງຮ້ານຕ່າງໆ ທັງເປັນຂອງລາວ ແລະ ຕ່າງປະເທດ.

 

ນອກນີ້, ກໍຍັງມີກິດຈະກຳຕ່າງໆໃນແຕ່ລະວັນ ໂດຍສະເພາະ ແມ່ນການຈັດເວທີສົນທະນາແລກປ່ຽນຄວາມຮູ້ທາງດ້ານວິຊາການກ່ຽວກັບວຽກ ງານສະຖາປະນິກ ແລະ ວິສະວະກຳໂຍທາ ເພື່ອໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມງານ ໄດ້ຮຽນຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານດັ່ງກ່າວ. ໃນຕອນທ້າຍ ທ່ານຍັງໄດ້ກ່າວຕື່ມວ່າ ການຈັດງານວາງສະແດງໃນຄັ້ງນີ້ ຈະເປັນຂີດໝາຍອັນສໍາຄັນ ທີ່ຊ່ວຍນໍາເອົາຄວາມຮູ້ດ້ານສະຖາປະນິກ ແລະ ວິສະວະກຳໂຍທາ ມາເຜີຍແຜ່ໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ ແລະ ສາມາດນໍາເອົາໄປຕໍ່ຍອດປັບປຸງໃຫ້ເຂົ້າກັບການ ດໍາລົງຊີວິດ ຢ່າງແທດເໝາະຂອງໃຜລາວ.

​ ໃນຕອນທ້າຍພິທີ ທ່ານນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດຂຶ້ນຕັດແຖບຜ້າ ເພື່ອເປີດພິທີ ຢ່າງເປັນທາງການ ພ້ອມທັງໄດ້ຢ້ຽມຊົມບັນດາຫ້າງຮ້ານ ທີ່ນຳສິນຄ້າມາວາງສະແດງ ໃນງານຕື່ມອີກ.

​​​(ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
pele - 2025-10-24T104749.867
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ
pele - 2025-10-24T091435.209
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ
ຢ່າລື່ມກົດຕິດຕາມ