
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ຜ່ານມາ, ກອງທັບມຽນມາປະຕິບັດການຈູ່ໂຈມຖານສະແກມເມີ ຢູ່ເຄເຄພາກ ໃນເມືອງມຽວດີ ປະເທດມຽນມາ ສາມາດຢຶດອຸປະກອນດາວທຽມອິນເຕີເນັດສະຕາລິ້ງ (Starlink) ຈຳນວນ 30 ຊຸດ ແລະ ຄວບຄຸມແຮງງານໄດ້ຫຼາຍກວ່າ 2,000 ຄົນຈາກຫຼາຍສັນຊາດ.
ສຳລັບອຸປະກອນດາວທຽມອິນເຕີເນັດສະຕາລິ້ງ (Starlink) ຍັງບໍ່ມີໃບອະນຸຍາດດຳເນີນການໃນປະເທດມຽນມາ ເຊິ່ງປະລິມານໃນການຮັບສົ່ງຂໍ້ມູນຂ່າວສານຍັງບໍ່ພຽງພໍທີ່ຈະຕິດຢູ່ໃນລາຍຊື່ຜູ້ໃຫ້ບໍລິການອິນເຕີເນັດຂອງປະເທດ ກ່ອນຈະມີການປາບປາມຄັ້ງຍິ່ງໃຫຍ່ໃນເດືອນກຸມພາ 2025 ທີ່ຜ່ານມາ, ແຕ່ດາວທຽມອິນເຕີເນັດສະຕາລິ້ງ (Starlink) ຕິດອັນດັບການມໃຊ້ງານສູງສຸດໃນໄລຍະ 10 ເດືອນໃນຕົ້ນປີ 2025 ຜ່ານມາ.
ຕາມຂໍ້ມູນຂອງໜ່ວຍງານຈົດທະບຽນອິນເຕີເນັດໃນພາກພື້ນອາຊີ APNIC ທາງດ້ານສຳນັກງານຕ້ານຢາເສບຕິດ ແລະ ອາດຊະຍາກຳແຫ່ງສະຫະປະຊາຊາດ (UNODC) ລະບຸວ່າ: ການສໍ້ໂກງທາງອອນລາຍ ຫຼື ສະແກມເມີ ໃນອາຊີຕາເວັນອອກສຽງໃຕ້ ສ້າງຄວາມເສຍຫາຍຫຼານເຖິງ 37,000 ລ້ານໂດລາສະຫະລັດ ໃນປິ 2023.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 45,730,000 | 46,260,000 |
![]() | 45,163,000 | 46,369,000 |














