
ສະພາບອາກາດປະຈໍາເຊົ້າວັນທີ 23 ຕຸລາ 2025
ຕິດຕາມພາຍຸໝູນເຂດຮ້ອນເຟີງເຊິນ (FENGSHEN) ໄດ້ອ່ອນກໍາລັງລົງກາຍເປັນພາຍຸດີເປຊັນ, ກໍາລັງເຄື່ອນທີ່ຢູ່ໃກ້ແຄມຝັ່ງພາກກາງປະເທດຫວຽດນາມ, ຄາດວ່າໃນຕອນບ່າຍມື້ນີ້ຈະສືບຕໍ່ເຄື່ອນທີ່ເຂົ້ພາກກາງປະເທດຫວຽດນາມ, ຫລັງ ຈາກນັ້ນຈະສືບຕໍ່ອ່ອນກໍາລັງລົງຕື່ມອີກ ກາຍເປັນຍ່ອມຄວາມກົດດັນອາກາດຕໍ່າ. ເຊິ່ງຈະເຮັດໃຫ້ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ ພ້ອມຈະມີລົມພັດແຮງຢູ່ເກືອບທົ່ວໄປຢູ່ໃນແຕ່ລະພາກ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນ ບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນຢູ່ເຂດພາກກາງ ແລະ ພາກໃຕ້ ຈົ່ງມີສະຕິລະມັດ ລະວັງ ແລະ ກຽມພ້ອມຮັບມືຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Thursday, 23 October, 2025
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,537 | 21,814 |
![]() THB | 657.67 | 668.85 |
![]() EUR | 24,229 | 24,714 |
![]() CNY | 2,953 | 3,012 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ | ລາຄາ |
---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Thursday, 23 October, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 45,270,000 | 45,800,000 |
![]() | 44,715,000 | 45,909,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ