
ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ທ່ານ ຄາຣິມ ບາແດວີ ລັດຖະມົນຕີກະຊວງນ້ຳມັນ ແລະ ຊັບພະຍາກອນແຮ່ທາດຂອງເອຢິບ ໄດ້ລາຍງານການຄົ້ນພົບບໍ່ນ້ຳມັນ ແລະ ອາຍແກ໊ສຫຼາຍແຫ່ງໃນທະເລຊາຍຕາເວັນຕົກ ແລະ ເຂດສາມຫຼ່ຽມປາກແມ່ນ້ຳໄນ ໃນເດືອນຕຸລານີ້ ຊຶ່ງຄາດວ່າຈະເພີ່ມການຜະລິດນ້ຳມັນຫຼາຍກວ່າ 5,000 ບາເຣວຕໍ່ມື້ ແລະ ອາຍແກ໊ສ 42 ລ້ານແມັດກ້ອນຕໍ່ມື້.
ບົດລາຍງານຍັງໄດ້ລະບຸວ່າ: ການຄົ້ນພົບແຫຼ່ງອາຍແກ໊ສທຳມະຊາດ 2 ແຫ່ງ ບໍລິເວນນອກຊາຍຝັ່ງຂອງເຂດສາມຫຼ່ຽມປາກແມ່ນ້ຳໄນເຊິ່ງເປັນຄັ້ງທຳອິດໃນຮອບສອງປີ, ໂດຍ ບໍລິສັດ Harbour Energy ຂອງສະຫະລາຊະອານາຈັກ ແລະ ບໍລິສັດ Dana Gas ຂອງ ສະຫະລັດ ອາຣັບເອມີເຣດ, ໂດຍມີການຜະລິດລວມປະມານ 19 ລ້ານແມັດກ້ອນຕໍ່ມື້.
ກຸ່ມບໍລິສັດ Khaldha Petroleum, Akiba Petroleum, ແລະ Petrosanan, ລວມເຖິງບໍລິສັດ General Petroleum ຂອງລັດ, ໄດ້ຄົ້ນພົບບໍ່ນ້ຳມັນ ແລະ ອາຍແກ໊ສຫຼາຍແຫ່ງໃນທະເລຊາຍຕາເວັນຕົກ ຊຶ່ງຄາດວ່າຈະມີການຜະລິດທັງໝົດແບ່ງອອກເປັນ ນໍ້າມັນປະມານ 5,400 ບາເຣວຕໍ່ມື້ ແລະ ອາຍແກ໊ສ 23 ລ້ານແມັດກ້ອນຕໍ່ມື້.
ທ່ານ ບາແດວີ ກ່າວວ່າ: ການຄົ້ນພົບເຫຼົ່ານີ້ແມ່ນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອຫຼຸດຜ່ອນການນໍາເຂົ້ານໍ້າມັນ ແລະ ອາຍແກ໊ສ ໂດຍການສົ່ງເສີມການຜະລິດພາຍໃນປະເທດ ແລະ ການສຳຫຼວດແຫຼ່ງຜະລິດໃໝ່ໆທີ່ຈະຊ່ວຍຫຼຸດຜ່ອນການນຳເຂົ້າ.
ທັງນີ້, ນັບຕັ້ງແຕ່ເດືອນກໍລະກົດເປັນຕົ້ນມາ ເອຢິບໄດ້ຄົ້ນພົບບໍ່ນ້ຳມັນ ແລະ ອາຍແກ໊ສ 18 ແຫ່ງ ຊຶ່ງຜະລິດນ້ຳມັນແລ້ວ 13 ແຫ່ງ, ການຜະລິດທັງໝົດຕໍ່ມື້ແບ່ງອອກເປັນນໍ້າມັນດິບ ແລະ ນໍ້າມັນກັ່ນ 14,000 ບາເຣວຕໍ່ມື້ ແລະ ອາຍແກ໊ສ 44 ລ້ານແມັດກ້ອນ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 45,730,000 | 46,260,000 |
![]() | 45,163,000 | 46,369,000 |














