jane - 2025-10-27T101108.999
ນາຍຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 27 October, 2025
ໝວດ: ຂ່າວ

 

ຂປລ. ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ. ໃນໂອກາດນີ້, ບັນດາຜູ້ນໍາອາຊຽນ ໄດ້ຮ່ວມລົງນາມໃນຖະແຫລງການວ່າດ້ວຍການຮັບເອົາ ຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ ເປັນປະເທດທີ 11. ພາຍຫລັງການເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດ, ທ່ານ ນາຍຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແບບຄົບຄະນະ ແລະ ແບບວົງແຄບ ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

 

 

ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແບບຄົບຄະນະ, ບັນດາຜູ້ນໍາອາຊຽນ ໄດ້ປຶກສາຫາລື ກ່ຽວກັບການເສີມສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ຮັບຊາບການລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດ ບັນດາກິດຈະກໍາບຸລິມະສິດຂອງການປະທານອາຊຽນ ຂອງ ມາເລເຊຍ. ພ້ອມນີ້, ກອງປະຊຸມ ຍັງໄດ້ເນັ້ນຄວາມສໍາຄັນການເພີ່ມທະວີຮັດແໜ້ນການຮ່ວມມືຂອງບັນດາຂະແໜງການຂອງອາຊຽນ ເພື່ອໃຫ້ອາຊຽນມີຄວາມພ້ອມ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆໄດ້ຢ່າງມີປະສິດທິພາບ ແລະ ທັນການ. ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າການພົວພັນຮ່ວມມືລະຫວ່າງອາຊຽນ ກັບຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ. ໃນນີ້, ກອງປະຊຸມ ໄດ້ເນັ້ນຢໍ້າຄວາມສຳຄັນໃນການຮັດແໜ້ນບົດບາດການນໍາພາ ແລະ ຄວາມເປັນແກນກາງຂອງ ອາຊຽນ ໃນການພົວພັນຮ່ວມມືກັບພາຍນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນໍາພາ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ. ກອງປະຊຸມ ຍັງໄດ້ເຫັນດີຮັບຮອງເອົາບັນດາຖະແຫລງການ ແລະ ເອກະສານຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ເພື່ອເປັນພື້ນຖານໃຫ້ແກ່ການສືບຕໍ່ສ້າງອາຊຽນໃຫ້ເຂັ້ມແຂງ ແລະ ເພື່ອນໍາຜົນປະໂຫຍດອັນເປັນຮູບປະທໍາມາສູ່ປະຊາຊົນອາຊຽນ.

 

 

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແບບວົງແຄບ ໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະ ຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນກ່ຽວກັບ ມຽນມາ ແລະ ແລກປ່ຽນຄໍາຄິດຄຳເຫັນກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ໂດຍສະເພາະສິ່ງທ້າທາຍທັງແບບເກົ່າ ແລະ ໃໝ່ ເປັນຕົ້ນ ອາຊະກໍາຂ້າມຊາດເຊັ່ນ: ອາຊະຍາກໍາທາງໄຊເບີ ແລະ ການຫລອກລວງສໍ້ໂກງທາງອອນລາຍ, ການປ່ຽນແປງສະພາບດິນຟ້າອາກາດ, ຄວາມຂັດແຍ່ງໃນບາງພາກພື້ນຂອງໂລກ ແລະ ອື່ນໆ.

 

 

ໃນຕອນບ່າຍວັນດຽວກັນ, ທ່ານ ນາຍຍົກລັດຖະມົນຕີ ແລະ ຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 28 ຊຶ່ງກອງປະຊຸມ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ໃນໄລຍະຜ່ານມາ ທີ່ກວມເອົາສາມເສົາຄໍ້າປະຊາຄົມອາຊຽນ, ພ້ອມທັງກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ແນໃສ່ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ຍີ່ປຸ່ນ ໃຫ້ກ້າວເຂົ້າສູ່ລວງເລິກ. ພ້ອມນີ້, ສອງຝ່າຍໄດ້ເຫັນດີຮັດແໜ້ນການຮ່ວມມື ໃນຂົງເຂດທີ່ທັງສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ການເຊື່ອມຈອດ, ພະລັງງານສະອາດ ແລະ ພະລັງງານທົດແທນ, ການຮັບມືກັບໄພພິບັດທາງທໍາມະຊາດ, ການຫັນເປັນດີຈິຕອນ, ນະວັດຕະກໍາ ແລະ ປັນຍາປະດິດ. ພິເສດ, ກອງປະຊຸມຍັງໄດ້ຮັບຮອງເອົາຖະແຫລງການຮ່ວມຂອງກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 28 ວ່າດ້ວຍການສົ່ງເສີມ ແລະການຈັດຕັ້ງປະຕິບັດແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ.

 

 

ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 22 ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງການພົວພັນຮ່ວມມືອາຊຽນ-ອິນເດຍ ຕະຫລອດໄລຍະ 1 ປີທີ່ຜ່ານມາ ໂດຍສະເພາະຜົນສໍາເລັດຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາ ເພື່ອສະເຫລີມສະຫລອງປີທ່ອງທ່ຽວອາຊຽນ-ອິນເດຍ. ກອງປະຊຸມຍັງໄດ້ເຫັນດີສືບຕໍ່ເພີ່ມທະວີ ການເຊື່ອມຈອດທາງດ້ານພື້ນຖານໂຄງລ່າງ ແນໃສ່ສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ໂດຍຊຸກຍູ້ໃຫ້ອິນເດຍ ເລັ່ງລັດໂຄງການກໍ່ສ້າງທາງດ່ວນ 3 ຝ່າຍ: ອິນເດຍ-ມຽນມາ-ໄທ ແລະ ເຊື່ອມຕໍ່ມາຍັງ ສປປ ລາວ-ກໍາປູເຈຍ-ຫວຽດນາມ ໃຫ້ສໍາເລັດໂດຍໄວ.

 

 

ພ້ອມນີ້, ອາຊຽນ ຍັງໄດ້ຊຸກຍູ້ໃຫ້ອິນເດຍສືບຕໍ່ຮ່ວມມືກັບອາຊຽນໃນຂົງເຂດຕ່າງໆ ເປັນຕົ້ນ ພະລັງງານທົດແທນ, ການຜະລິດກະສິກໍາທີ່ຍືນຍົງ, ຄວາມໝັ້ນຄົງທາງໄຊເບີ, ເຕັກໂນໂລຊີ ແລະ ນະວັດຕະກໍາ. ກອງປະຊຸມໄດ້ຮັບຮອງເອົາຖະແຫລງ ການຮ່ວມຂອງຜູ້ນໍາອາຊຽນ-ອິນເດຍ ວ່າດ້ວຍການທ່ອງທ່ຽວແບບຍືນຍົງ ແລະ ໄດ້ປະກາດການກໍານົດເອົາປີ 2026 ເປັນປີແຫ່ງການຮ່ວມມືທາງທະເລອາຊຽນ-ອິນເດຍ.

 

ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ຄັ້ງທີ 13 ໄດ້ທົບທວນຄືນ ແລະ ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ ອາຊຽນ ແລະ ສ ອາເມລິ ກາ ມີຮ່ວມກັນ. ກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມໝາຍໝັ້ນຂອງ ສ ອາເມລິກາ ໃນການສະໜັບສະໜູນຄວາມເປັນແກນກາງຂອງອາຊຽນ ແລະ ການເຂົ້າຮ່ວມຢ່າງຫ້າວຫັນໃນບັນດາກົນໄກ ອາຊຽນ ນໍາພາ ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ.

 

ພ້ອມນີ້, ກອງປະຊຸມໄດ້ຊຸກຍູ້ການຮັດແໜ້ນການຮ່ວມມື ໃນຂົງເຂດສໍາຄັນ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ ການຄ້າ ແລະ ການລົງທຶນ, ສາທາລະນະສຸກ, ຄວາມໝັ້ນຄົງ, ນະວັດຕະກໍາ, ປັນຍາປະດິດ, ການພັດທະນາຊັບພະຍາກອນ ແລະ ອື່ນໆ. ໃນໂອກາດນີ້, ກອງປະຊຸມສຸດຍອດອາ ຊຽນ-ສະຫະລັດ ໄດ້ຮັບຮອງເອົາຖະແຫລງການວິໄສທັດຮ່ວມຜູ້ນໍາ ອາຊຽນ-ສ ອາເມລິກາ ວ່າດ້ວຍການສົ່ງເສີມອາຊຽນ ແລະ ອາເມລິກາທີ່ເຂັ້ມແຂງ, ປອດໄພ ແລະ ສົມບູນພູນສຸກຍິ່ງຂຶ້ນ.

 

ນອກຈາກນັ້ນ, ກໍໄດ້ມີການຈັດບາງກິດຈະກໍາປິ່ນອ້ອມ ໃນໄລຍະກອງປະຊຸມສຸດຍອດເຊັ່ນ: ກອງປະຊຸມບັນດາຜູ້ນໍາອາຊີ ເພື່ອຫລຸດຜ່ອນການປ່ອຍອາຍພິດໃຫ້ເຫລືອສູນ ຫລື ອາແຊັກ (AZEC) ຄັ້ງທີ 3 ແລະ ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອາຊຽນ ແລະ ສະຫະພັນບານເຕະໂລກ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 27 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.24
669.43
european-union
EUR
24,151
24,633
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 27 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
44,520,000
45,050,000
43,985,000
45,159,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-27T163249.743
ຂ່າວຕ່າງປະເທດລາຍງານເກີດຫຍັງຂຶ້ນໃນທະເລຈີນໃຕ້? ເຮລິຄອບເຕີຕົກ ເຄື່ອງບິນຮົບສະຫະລັດຕົກ
pele - 2025-10-27T161248.319
ຍີ່ປຸ່ນ ສົ່ງຍານອະວະການຂົນສົ່ງລຸ້ນໃໝ່ຂຶ້ນສູ່ວົງໂຄຈອນ
jane - 2025-10-27T154503.393
ນາຍຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47
site cover1 - 2025-10-27T152943.350
Casio ເປີດຕົວ ‘Moflin’ ສັດລ້ຽງ AI ຂົນຟູ! ຕອບສະນອງທາງອາລົມດ້ວຍ Emotional AI
jane - 2025-10-27T152608.380
ລາຄາຄຳໂລກໄດ້ຫຼຸດລົງມາເຖິງ 4,082 ໂດລາສະຫະລັດ ຈາກແຮງກົດດັນຂອງການເຈລະຈາທາງການຄ້າລະຫວ່າງສະຫະລັດ ແລະ ຈີນ ພ້ອມກັບຄ່າເງິນໂດລາທີ່ເພີ່ມຄວາມແຂງແຮງຂຶ້ນ.
pele - 2025-10-27T145144.828
ປກສ ແຂວງອຸດົມໄຊ ຈູດທໍາລາຍ ປືນລ່າເນື້ອ 2.345 ກະບອກ ແລະ ຕາປະທັບທີ່ໃຊ້ການບໍ່ໄດ້ ຈຳນວນ 759 ໜ່ວຍ
site cover1 - 2025-10-27T142320.634
ເປີດເຜີຍສະເປັກເຊັນເຊີຮູບພາບ Sony LYT-910: ຂະໜາດເກືອບ 1 ນິ້ວ, ຄວາມລະອຽດ 200 ລ້ານພິກເຊວ,
jane - 2025-10-27T140836.461
ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບ ສະຫລອງ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທໍາມະຊາດ
pele - 2025-10-27T140403.670
ຄໍາມ່ວນ ຕັ້ງເປົ້າ 47 ຫຼຽນຄໍາ ໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane - 2025-10-27T131902.185
ນາຍຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ
ຢ່າລື່ມກົດຕິດຕາມ