jane - 2025-10-27T111841.625
ລາວ-ຈີນ ປຶກສາຫາລືຮ່ວມມື 5 ປະເດັນສໍາຄັນດ້ານກະສິກຳ, ປ່າໄມ້ ແລະ ການຫລຸດຜ່ອນຄວາມທຸກຍາກ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 27 October, 2025
ໝວດ: ຂ່າວ

 

ໃນວັນທີ 24 ຕຸລາ 2025 ຜ່ານມາ ຢູ່ທີ່ຫ້ອງປະຊຸມທັນສະໄໝ, ກະຊວງການເງິນ ໄດ້ມີກອງປະຊຸມທາງ ໄກ ການຈັບຄູ່ກຸ່ມກະສິກໍາ, ປ່າໄມ້ ແລະ ການຫຼຸດຜ່ອນຄວາມທຸກ ຍາກ ຂອງກອງປະຊຸມ ຄັ້ງທີ 15 ຄະນະປະສານ ງານພາກເໜືອລາວ-ແຂວງຢຸນນານ ທີ່ໄດ້ຈັດຂື້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ບຸນເດດ ສຸດທະວິ ໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ທ່ານ ຈ່ຽງ ຊິງມິງ ຮອງຫົວໜ້າພະແນກກະສິກຳ ແລະ ຊົນນະບົດ ແຂວງຢຸນນານ ສປ ຈີນ, ໂດຍ ມີຜູ້ຕາງໜ້າຈາກພາກສ່ວນ ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ.

 

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອລາຍງານຜົນຂອງ ການຈັດ ຕັ້ງປະຕິບັດວຽກ ງານການຮ່ວມມື ດ້ານກະສິກຳ, ປ່າໄມ້ ແລະ ຫຼຸດຜ່ອນຄວາມທຸກຍາກ ໃນລະຍະ 1 ປີ ຜ່ານມາຂອງທັງສອງຝ່າຍ, ພ້ອມທັງແລກປ່ຽນຄຳຄິດເຫັນ, ສະເໜີການປັບປຸງຂໍ້ຄົງຄ້າງ ແລະ ແຜນການຮ່ວມມືໃນຕໍ່ໜ້າ.

 

ຜ່ານການປຶກສາຫາລືແລກປ່ຽນຂອງຄະນະຜູ້ແທນທັງສອງຝ່າຍ ທັງສອງຝ່າຍໄດ້ຮັບຊາບຜົນຂອງ ການຈັດຕັ້ງປະຕິບັດວຽກງານຮ່ວມມືລະຫວ່າງສອງຝ່າຍ ແລະ ໄດ້ຕົກລົງເປັນເອກະພາບໃນບາງປະເດັນສໍາຄັນ ເຊັ່ນ:

1) ສືບຕໍ່ຊຸກຍູ້ສົ່ງເສີມບັນດາບໍລິສັດ ແລະ ສະຖາບັນຄົ້ນຄວ້າ ທີ່ມີທ່າແຮງທາງດ້ານເຕັກໂນໂລຊີ ແລະ ການລົງທຶນ ໃນການຜະລິດກາເຟ ແລະ ຢາສະໝຸນໄພຈີນ (ລວມທັງຜະລິດຕະພັນອາຫານ ແລະ ຢາ) ໂດຍການຂະ ຫຍາຍການຜະລິດລວມທັງການສ້າງຕັ້ງໂຮງງານປຸງແຕ່ງ ຈາກພາກໃຕ້ໄປສູ່ພາກເໜືອ.

2) ສົ່ງ​ເສີມ​ການ​ນຳ​ເຂົ້າ​ຜະລິດ​ຕະພັນ​ກະສິກຳ ແລະ ລ້ຽງສັດ ຂອງ ສປປ ລາວ ທີ່​ມີ​ຄຸນ​ນະພາ​ບສູງ​ເຂົ້າ​ສູ່​ຕະ ຫຼາດ​ ສປຈີນ ​ໂດຍ​ຜ່ານ​ແຂວງ​ຢຸນນານ ໂດຍການຍົກລະດັບວຽກງານ ກັກກັນພືດ, ປ້ອງກັນພະຍາດຂ້າມຜ່ານຊາຍ ແດນ.

3)ຄວບຄຸມການລັກລອບຄ້າຂາຍສັດປ່າ ແລະ ການຕັດໄມ້ທໍາລາຍປ່າເຂດຊາຍແດນ ແລະ ປ້ອງກັນໄຟ ລາມປ່າ.

4)ສົ່ງເສີມ​​ການ​ກໍ່ສ້າງ​ ສູນຄົ້ນຄ້ວາ​ວິໄຈ​ຢາງພາລາ ແລະ ພືດກະສິກໍາ ​ຮ່ວມມື ລາວ-ຈີນ (ຢຸນນານ) ຂອງ ສປປ​ ລາວ.

5)ເພີ່ມທະວີການຮ່ວມມື ແລະ ແລກປ່ຽນກ່ຽວກັບວຽກງານການພັດທະນາຊົນນະບົດ ແລະ ຫລຸດຜ່ອນ ຄວາມທຸກຍາກ.

ຜົນຂອງກອງປະຊຸມດັ່ງກ່າວ ຈະໄດ້ລາຍງານໃນກອງປະຊຸມຄະນະປະສານງານພາກ​ເໜືອ​ລາວ-ແຂວງຢູນ​ນານ ລະຫວ່າງການນໍາຂັ້ນສູງຂອງ ສປປ ລາວ ແລະ ແຂວງຢຸນນານ ທີ່ຄາດວ່າຈະໄດ້ຈັດຂື້ນໃນຕົ້ນເດືອນພະຈິກນີ້. ພ້ອມກັນນັ້ນ, ທັງສອງຝ່າຍຍັງໄດ້ສ້າງບົດບັນທຶກກອງປະຊຸມ ເພື່ອເປັນບ່ອນອີງໃຫ້ແກ່ຄະນະປະສານງານທັງ ສອງຝ່າຍ ໃນການສືບຕໍ່ຈັດຕັ້ງປະຕິບັດວຽກງານຮ່ວມມືດ້ານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ.

 

 

 

 

ພາບ-ຂ່າວ ໂດຍ: ເຂັມມະໄລ ສົນດາວັນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 27 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.24
669.43
european-union
EUR
24,151
24,633
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 27 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
44,520,000
45,050,000
43,985,000
45,159,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-27T163249.743
ຂ່າວຕ່າງປະເທດລາຍງານເກີດຫຍັງຂຶ້ນໃນທະເລຈີນໃຕ້? ເຮລິຄອບເຕີຕົກ ເຄື່ອງບິນຮົບສະຫະລັດຕົກ
pele - 2025-10-27T161248.319
ຍີ່ປຸ່ນ ສົ່ງຍານອະວະການຂົນສົ່ງລຸ້ນໃໝ່ຂຶ້ນສູ່ວົງໂຄຈອນ
jane - 2025-10-27T154503.393
ນາຍຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47
site cover1 - 2025-10-27T152943.350
Casio ເປີດຕົວ ‘Moflin’ ສັດລ້ຽງ AI ຂົນຟູ! ຕອບສະນອງທາງອາລົມດ້ວຍ Emotional AI
jane - 2025-10-27T152608.380
ລາຄາຄຳໂລກໄດ້ຫຼຸດລົງມາເຖິງ 4,082 ໂດລາສະຫະລັດ ຈາກແຮງກົດດັນຂອງການເຈລະຈາທາງການຄ້າລະຫວ່າງສະຫະລັດ ແລະ ຈີນ ພ້ອມກັບຄ່າເງິນໂດລາທີ່ເພີ່ມຄວາມແຂງແຮງຂຶ້ນ.
pele - 2025-10-27T145144.828
ປກສ ແຂວງອຸດົມໄຊ ຈູດທໍາລາຍ ປືນລ່າເນື້ອ 2.345 ກະບອກ ແລະ ຕາປະທັບທີ່ໃຊ້ການບໍ່ໄດ້ ຈຳນວນ 759 ໜ່ວຍ
site cover1 - 2025-10-27T142320.634
ເປີດເຜີຍສະເປັກເຊັນເຊີຮູບພາບ Sony LYT-910: ຂະໜາດເກືອບ 1 ນິ້ວ, ຄວາມລະອຽດ 200 ລ້ານພິກເຊວ,
jane - 2025-10-27T140836.461
ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບ ສະຫລອງ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທໍາມະຊາດ
pele - 2025-10-27T140403.670
ຄໍາມ່ວນ ຕັ້ງເປົ້າ 47 ຫຼຽນຄໍາ ໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane - 2025-10-27T131902.185
ນາຍຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ
ຢ່າລື່ມກົດຕິດຕາມ