jane - 2025-10-27T113957.405
ອົງການອາຫານໂລກມອບເງິນໃຫ້ຜູ້ໄດ້ຮັບຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ 3,699,000,000 ກີບ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 27 October, 2025

 

ໃນວັນທີ 27 ຕຸລາ 2025ນີ້ ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ, ທ່ານ ລາລິດດາ ໂຊຣາ ຊ່ຽວຊານຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ຊ່ວຍເຫຼືອບັນເທົາທຸກສຸກເສີນ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ, ເຊິ່ງທ່ານ ລາລິດດາ ໂຊຣາ ໄດ້ລາຍງານການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ເພື່ອມອບເງິນຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ. ແຂວງຊຽງຂວາງ ມີຜູ້ໄດ້ຮັບຜົນກະທົບ 7,398 ຄົນ, ມອບເງິນຊ່ວຍເຫຼືອຜູ້ໜຶ່ງ 500,000 ກີບ ລວມທົ່ວແຂວງ 3,699,000,000 ກີບ, ເຊິ່ງທ່ານໄດ້ຂໍວິ່ງວອນໃຫ້ທຸກຄົນຜ່ານພົ້ນວິກິດນີ້ໄປດ້ວຍດີ ແລະ ກັບຄືນເຂົ້າສູ່ສະພາບປົກກະຕິໂດຍໄວ. ເສຍໃຈນຳຄອບຄົວຜູ້ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້.

Digital Marketing Agency in Laos - Emerging Digital Solutions

 

ໂອກາດນີ້, ທ່ານຮອງເຈົ້າແຂວງໆຊຽງຂວາງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ອົງການອາຫານໂລກໄດ້ໃຫ້ການຊ່ວຍເຫຼືອຕະຫຼອດມາ, ປະຊາຊົນແມ່ນດຳລົງຊີວິດມີຄວາມຫຍຸ້ງຍາກຫຼາຍຍ້ອນໄດ້ຮັບຜົນກະທົບຈາກໄພພິບັດ ເຊິ່ງບັນດາທ່ານກໍໄດ້ຮູ້ ແລະ ໄດ້ເຫັນແລ້ວຖ້າອົງການຕ້ອງການຂໍ້ມູນແຂວງພ້ອມແລ້ວຈະສະໜອງໃຫ້. ການເຂົ້າຊ່ວຍເຫຼືອແຂວງ ແລະ ເມືອງໄດ້ເຂົ້າຊ່ວຍເຫຼືອສຸກເສີນ ແລະ ຍາວນານແຕ່ກະບໍ່ພຽງພໍກັບຄວາມຕ້ອງການ. ເຊິ່ງມີນັກທຸລະກິດ, ຜູ້ປະກອບການອົງການຕ່າງປະເທດໄດ້ເຂົ້າຊ່ວຍເຫຼືອຕື່ມອີກ. ໂອກາດນີ້, ທ່ານຮອງເຈົ້າແຂວງໄດ້ມອບໃບຍ້ອງຍໍໃຫ້ອົງການອາຫານໂລກທີ່ໄດ້ຊ່ວຍເຫຼືອຜູ້ປະສົບໄພແບ່ງເບົາຄວາມທຸກຍາກຂອງປະຊາຊົນຊາວຊຽງຂວາງ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຍິ່ງ.

 

(ຂ່າວ: ບຸນມີແສງທຸມມີ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 27 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.24
669.43
european-union
EUR
24,151
24,633
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 27 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
44,520,000
45,050,000
43,985,000
45,159,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-27T154503.393
ນາຍຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47
site cover1 - 2025-10-27T152943.350
Casio ເປີດຕົວ ‘Moflin’ ສັດລ້ຽງ AI ຂົນຟູ! ຕອບສະນອງທາງອາລົມດ້ວຍ Emotional AI
jane - 2025-10-27T152608.380
ລາຄາຄຳໂລກໄດ້ຫຼຸດລົງມາເຖິງ 4,082 ໂດລາສະຫະລັດ ຈາກແຮງກົດດັນຂອງການເຈລະຈາທາງການຄ້າລະຫວ່າງສະຫະລັດ ແລະ ຈີນ ພ້ອມກັບຄ່າເງິນໂດລາທີ່ເພີ່ມຄວາມແຂງແຮງຂຶ້ນ.
pele - 2025-10-27T145144.828
ປກສ ແຂວງອຸດົມໄຊ ຈູດທໍາລາຍ ປືນລ່າເນື້ອ 2.345 ກະບອກ ແລະ ຕາປະທັບທີ່ໃຊ້ການບໍ່ໄດ້ ຈຳນວນ 759 ໜ່ວຍ
site cover1 - 2025-10-27T142320.634
ເປີດເຜີຍສະເປັກເຊັນເຊີຮູບພາບ Sony LYT-910: ຂະໜາດເກືອບ 1 ນິ້ວ, ຄວາມລະອຽດ 200 ລ້ານພິກເຊວ,
jane - 2025-10-27T140836.461
ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບ ສະຫລອງ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທໍາມະຊາດ
pele - 2025-10-27T140403.670
ຄໍາມ່ວນ ຕັ້ງເປົ້າ 47 ຫຼຽນຄໍາ ໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane - 2025-10-27T131902.185
ນາຍຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ
jane - 2025-10-27T113957.405
ອົງການອາຫານໂລກມອບເງິນໃຫ້ຜູ້ໄດ້ຮັບຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ 3,699,000,000 ກີບ
jane - 2025-10-27T111841.625
ລາວ-ຈີນ ປຶກສາຫາລືຮ່ວມມື 5 ປະເດັນສໍາຄັນດ້ານກະສິກຳ, ປ່າໄມ້ ແລະ ການຫລຸດຜ່ອນຄວາມທຸກຍາກ
ຢ່າລື່ມກົດຕິດຕາມ