jane - 2025-10-27T140836.461
ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບ ສະຫລອງ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທໍາມະຊາດ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 27 October, 2025

 

ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ຮ່ວມກັບເມືອງບົວລະພາ ແລະ ສະມາຄົມຂີ່ລົດຖີບພາຍໃນແຂວງ ຈັດກິດຈະກໍາຂີ່ລົດຖີບເພື່ອສຸຂະພາບ ແລະ ສະຫລອງຫີນໜາມໜໍ່ເຂົ້າເປັນມໍລະດົກໂລກ ທາງທໍາມະຊາດ ແຫ່ງທໍາອິດຂອງ ສປປ ລາວ ໃນວັນທີ 13 ກໍລະກົດ 2025 ແລະ ເປັນມໍລະດົກໂລກທາງທໍາມະຊາດຮ່ວມຊາຍແດນ ແຫ່ງທໍາອິດລະຫວ່າງອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ອຸທິຍານແຫ່ງຊາດ ຟອງ ຫຍ່າ ແກບາງ ສສ ຫວຽດນາມ ໃນວັນທີ 26 ຕຸລາ 2025 ທີ່ໂຮງຮຽນມັດທະຍົມຕອນຕົ້ນຕາຫລອງ ເມືອງບົວລະພາ ແລະ ສິ້ນສຸດຢູ່ບໍລິເວນຖໍ້ານໍ້າລອດເຊບັ້ງໄຟ (ບ້ານໜອງປິງ) ໃນໄລຍະທາງ 26 ກິໂລແມັດ ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ, ມີບັນດາຄະນະນໍາຂັ້ນແຂວງ, ເມືອງ, ສະມາຄົມຂີ່ລົດຖີບຂອງແຂວງ, ພາກສ່ວນບໍລິສັດ, ລັດວິສາຫະກິດ ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

Digital Marketing Agency in Laos - Emerging Digital Solutions

 

 

ທ່ານ ວັນໄຊ ພອງສະຫວັນ ໄດ້ກ່າວວ່າ: ການຈັດງານຄັ້ງນີ້ ເພື່ອເປັນການສະເຫລີມສະຫລອງຜົນສໍາເລັດຜົນງານຂອງພັກ ແລະ ລັດຖະບານ ກໍຄືຄະນະພັກ, ອົງການປົກຄອງແຂວງ, ເມືອງ, ຕະຫລອດຮອດພາກສ່ວນຕ່າງໆທີ່ໄດ້ໃຫ້ການສະໜັບສະໜູນ. ການຮັບເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກ ແມ່ນໄດ້ຜ່ານການສຶກສາຄົ້ນຄວ້າ, ເກັບກໍາຂໍ້ມູນມາໄດ້ຫລາຍປີເຊິ່ງນັບແຕ່ປີ 2012 ເປັນຕົ້ນມາ ຈົນຮອດປັດຈຸບັນແມ່ນເປັນປີທີ 13 ແຕ່ຍ້ອນຄວາມເອົາໃຈໃສ່ຂອງລັດຖະບານ, ຂອງອົງການປົກຄອງແຂວງ, ເມືອງ, ບ້ານ, ຕະຫລອດຮອດອົງການຈັດຕັ້ງສາກົນ ໂດຍສະເພາະ ອົງການຮ່ວມມືດ້ານການພັດທະນາແຫ່ງປະເທດ ສະຫະພັນ ເຢຍລະມັນ (GIZ) ພ້ອມນັ້ນຍັງໄດ້ຮັບການສະໜັບສະໜູນຢ່າງຈິງຈັງຈາກ ສສ ຫວຽດນາມ ຈຶ່ງເຮັດໃຫ້ອຸທິຍານແຫ່ງຊາດ ຫີນໜາມໜໍ່ແຫ່ງນີ້ ໄດ້ຮັບເຂົ້າເປັນມໍລະດົກໂລກແຫ່ງຢ່າງເປັນທາງການ, ຊຶ່ງເປັນຄວາມພາກພູມໃຈ ຂອງປະຊາຊົນບັນດາເຜົ່າແຂວງຄໍາມ່ວນ ກໍຄືປະຊາຊົນລາວໃນທົ່ວປະເທດ.

 

 

ພ້ອມນີ້, ທ່ານ ວັນໄຊ ພອງສະຫວັນ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ, ອົງການປົກຄອງທຸກຂັ້ນນັບທັງຂັ້ນແຂວງ, ເມືອງ, ຕະຫລອດເຖິງອໍານາດການປົກຄອງບ້ານ ຈົ່ງໄດ້ເອົາໃຈໃສ່ສຶກສາອົບຮົມປະຊາຊົນໃຫ້ມີຄວາມຮັບຮູ້-ເຂົ້າໃຈເຖິງຄວາມສໍາຄັນ ແລະ ຜົນປະໂຫຍດຂອງອຸທິຍານແຫ່ງຊາດນີ້ ໂດຍສະເພາະ ໃນການເອົາໃຈໃສ່ຮ່ວມມືປົກປັກຮັກສາ ສິ່ງແວດລ້ອມ, ຊີວະນາໆພັນ ທີ່ຢູ່ໃນອຸທິຍານແຫ່ງນີ້ ເປັນຕົ້ນ ປະຊາຊົນທີ່ອາໄສຢູ່ເຂດອ້ອມຮອບອຸທິຍານ ທັງນີ້ກໍເພື່ອເຮັດໃຫ້ອຸທິຍານແຫ່ງນີ້ ໄດ້ມີຄວາມຫລາກຫລາຍທາງດ້ານຊີວະນາໆພັນ, ພ້ອມກັນເລັ່ງລັດພັດທະນາເຂດດັ່ງກ່າວ ໃຫ້ກາຍເປັນເສັ້ນທາງດ້ານການທ່ອງທ່ຽວສາກົນ ເພື່ອດຶງດູດເອົາການທ່ອງທ່ຽວ, ນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ກໍຄືທຸກມູມໂລກໃຫ້ເຂົ້າມາທ່ຽວນັບມື້ຫລາຍຂຶ້ນ. ແຕ່ເຖິງຢ່າງໃດກໍຕາມທາງລັດຖະບານ ໄດ້ຊີ້ນໍາແຂວງເອົາໃຈໃສ່ພັດທະນາເຂດດັ່ງກ່າວ ໃຫ້ກາຍເປັນແຫລ່ງທ່ອງທ່ຽວສາກົນ ແລະ ເປັນແຫລ່ງທ່ອງທ່ຽວທີ່ມີຄວາມຍືນຍົງ ເພື່ອປົກປັກຮັກສາໄວ້ໃຫ້ລູກຫລານ. ຖ້າຫາກພວກເຮົາມີການພັດທະນາ ແລະ ມີການປົກປັກຮັກສາທີ່ດີ ແຫລ່ງທ່ອງທ່ຽວນີ້ຈະເປັນແຫລ່ງທ່ອງທ່ອງທ່ຽວທີ່ສໍາຄັນ ໃນການສ້າງລາຍຮັບໃຫ້ແກ່ແຂວງ ກໍຄືລັດຖະບານ. ໃນກິດຈະກໍາຄັ້ງນີ້, ທ່ານເຈົ້າແຂວງຄໍາມ່ວນ ຍັງໄດ້ມອບເງິນສະໜັບສະໜູນໃຫ້ເມືອງບົວລະພາ 100 ລ້ານກີບ ຕາງໜ້າຮັບໂດຍທ່ານ ພັອ ຄໍາສິງ ນົນທະສອນ ເຈົ້າເມືອງໆບົວລະພາ.

 

ຂ່າວ-ພາບ: ແດງສະຫວັດ ແສນພານິດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 27 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.24
669.43
european-union
EUR
24,151
24,633
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 27 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
44,520,000
45,050,000
43,985,000
45,159,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-27T163249.743
ຂ່າວຕ່າງປະເທດລາຍງານເກີດຫຍັງຂຶ້ນໃນທະເລຈີນໃຕ້? ເຮລິຄອບເຕີຕົກ ເຄື່ອງບິນຮົບສະຫະລັດຕົກ
pele - 2025-10-27T161248.319
ຍີ່ປຸ່ນ ສົ່ງຍານອະວະການຂົນສົ່ງລຸ້ນໃໝ່ຂຶ້ນສູ່ວົງໂຄຈອນ
jane - 2025-10-27T154503.393
ນາຍຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47
site cover1 - 2025-10-27T152943.350
Casio ເປີດຕົວ ‘Moflin’ ສັດລ້ຽງ AI ຂົນຟູ! ຕອບສະນອງທາງອາລົມດ້ວຍ Emotional AI
jane - 2025-10-27T152608.380
ລາຄາຄຳໂລກໄດ້ຫຼຸດລົງມາເຖິງ 4,082 ໂດລາສະຫະລັດ ຈາກແຮງກົດດັນຂອງການເຈລະຈາທາງການຄ້າລະຫວ່າງສະຫະລັດ ແລະ ຈີນ ພ້ອມກັບຄ່າເງິນໂດລາທີ່ເພີ່ມຄວາມແຂງແຮງຂຶ້ນ.
pele - 2025-10-27T145144.828
ປກສ ແຂວງອຸດົມໄຊ ຈູດທໍາລາຍ ປືນລ່າເນື້ອ 2.345 ກະບອກ ແລະ ຕາປະທັບທີ່ໃຊ້ການບໍ່ໄດ້ ຈຳນວນ 759 ໜ່ວຍ
site cover1 - 2025-10-27T142320.634
ເປີດເຜີຍສະເປັກເຊັນເຊີຮູບພາບ Sony LYT-910: ຂະໜາດເກືອບ 1 ນິ້ວ, ຄວາມລະອຽດ 200 ລ້ານພິກເຊວ,
jane - 2025-10-27T140836.461
ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບ ສະຫລອງ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທໍາມະຊາດ
pele - 2025-10-27T140403.670
ຄໍາມ່ວນ ຕັ້ງເປົ້າ 47 ຫຼຽນຄໍາ ໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane - 2025-10-27T131902.185
ນາຍຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ
ຢ່າລື່ມກົດຕິດຕາມ