jane - 2025-10-28T093749.176
ທໍາລາຍສິນຄ້ານໍາເຂົ້າບໍ່ຖືກຕ້ອງ ແລະ ສິນຄ້າໝົດອາຍຸ 82 ລາຍການ ຢູ່ແຂວງບໍ່ແກ້ວມູນຄ່າ 60 ລ້ານກວ່າກີບ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 28 October, 2025

 

ພະແນກອຸດສະຫະກຳ ແລະ ການຄ້າ ແຂວງບໍ່ແກ້ວ ຈັດພິທີຈູດທໍາລາຍສິນຄ້າເຊື່ອມຄຸນ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງ 82 ລາຍການ ມີສິນຄ້າອຸປະໂພກ ແລະ ບໍລິໂພກ ລວມມູນຄ່າ 60 ກວ່າລ້ານກີບ, ທີ່ເຈົ້າໜ້າທີ່ການຄ້າຂັ້ນແຂວງ, ເມືອງຫ້ວຍຊາຍ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເຄື່ອນໄຫວກວດກາ ພາຍໃນຕະຫຼາດ, ຮ້ານມີນິມາດ, ຮ້ານສະດວກຊື້, ຮ້ານຊັບພະສິນຄ້າ, ຮ້ານຂາຍເຄື່ອງຍົກ ແລະ ຂາຍຍ່ອຍ ຈໍານວນ 100 ກວ່າຮ້ານ ແລະ ໄດ້ຢຶດສິນຄ້າເຊື່ອມຄຸນ, ໝົດອາຍຸ ຈໍານວນ 25 ຮ້ານ.

 

 

ທັງນີ້,ກໍເພື່ອຄຸ້ມຄອງ,ກວດກາຫົວໜ່ວຍທຸລະກິດ ໃຫ້ ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ, ຮັບປະກັນຜົນປະໂຫຍດ, ຄວາມປອດໄພ ຂອງຜູ້ຊົມໃຊ້ ທີ່ເກີດຈາກຜົນກະທົບທາງລົບ ຈາກການຊົມໃຊ້ສິນຄ້າທີ່ບໍ່ມີຄຸນນະພາບ; ເປັນການຊຸກຍູ້, ສົ່ງເສີມການຜະລິດພາຍໃນ, ການນໍາເຂົ້າ, ການຈໍາໜ່າຍສິນຄ້າ ແລະ ການບໍລິການໃຫ້ມີຄຸນນະພາບ, ໄດ້ມາດຕະຖານ, ຖືກຕ້ອງ ແລະ ສອດຄ່ອງກັບ ລະບຽບກົດໝາຍ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຍຸຕິທໍາ.

 

 

ພິທີຈູດທໍາລາຍສິນຄ້າເຊື່ອມຄຸນ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງໃນຄັ້ງນີ້, ໂດຍການເຂົ້າຮ່ວມເປັນກຽດມີ ທ່ານ ນາງ ສີອຳໄພ ໂສລະຖີ ຫົວ ໜ້າພະແນກອຸດສະຫະກຳ ແລະ ການຄ້າ ແຂວງບໍ່ແກ້ວ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການພາຍໃນພະແນກ ເຂົ້າຮ່ວມ.

 

(ຂ່າວ: ປກສ ແຂວງບໍ່ແກ້ວ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 28 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
660.04
671.26
european-union
EUR
24,263
24,748
china
CNY
2,950
3,009
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 28 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
43,570,000
44,100,000
43,060,000
44,209,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-28T162215.259
ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ
pele - 2025-10-28T160942.634
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI
jane - 2025-10-28T154933.398
ກຸ່ມບໍລິສັດ ສຽນເສີງ ສະໜັບສະໜູນ ທີມນັກກິລາເຕະບານ ນວ 500 ລ້ານກີບ
jane - 2025-10-28T153835.323
ເກີດເຫດໄຟໄໝ້ຮ້ານອາຫານ ພູຊິໂອ ຢູ່ນະຄອນປາກເຊ ແຂວງຈຳປາສັກ ເວລາປະມານ 13:25 ນາທີ ວັນທີ 28 ຕຸລາ 2025
pele - 2025-10-28T152759.618
Toyota ລາຍງານຍອດຂາຍທົ່ວໂລກເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ
jane - 2025-10-28T143718.380
ໃນຕອນເຊົ້າຂອງວັນທີ 28 ຕຸລາ 2025 ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດເຊັນປຶ້ມໄວ້ອາໄລ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫລວງ
pele - 2025-10-28T141559.671
ປະເທດຕຸລະກີແຜ່ນດິນໄຫວ
jane - 2025-10-28T133922.748
"5 ອາຫານ" ທີ່ບໍ່ຄວນແຊ່ຕູ້ເຢັນ ເພື່ອໃຫ້ທ່ານໄດ້ຮູ້ ແລະ ຫຼີກລ່ຽງ
pele - 2025-10-28T113904.088
ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ
jane - 2025-10-28T112148.117
ໃນວັນທີ 28/10/2025 ເກີດເຫດຄົນບໍ່ດີລັກຈູດກອງເຂົ້າປະຊາຊົນ ທີ່ບ້ານຫາດສາມຄອນ, ເມືອງທ່າໂທມ, ແຂວງໄຊສົມບູນ.
ຢ່າລື່ມກົດຕິດຕາມ