
ອຢ ໄທອອກແຈ້ງເຕືອນ ຢາດົມສະໜຸນໄພກາຫົງໄທ ສູດ 2 ພົບສານປົນເປື້ອນ ບໍ່ຜ່ານມາດຕະຖານ. ຕອນນີ້, ທາງບໍລິສັດຢາດົມກາຫົງໄທ ອອກມາຊີ້ແຈງແລ້ວ ສຳລັບລັອດທີ່ມີບັນຫາ ພ້ອມຈະເລັ່ງຮຽກເກັບຄືນ ແລະ ທາງບໍລິສັດພ້ອມຍິນດີຮັບຜິດຊອບທຸກກໍລະນີ.
ອຢ ໄທອອກແຈ້ງເຕືອນ ຢາດົມສະໜຸນໄພກາຫົງໄທ ສູດ 2 ພົບສານປົນເປື້ອນ ບໍ່ຜ່ານມາດຕະຖານ.
ອົງການອາຫານ ແລະ ຢາ ຂອງໄທ ໄດ້ອອກປະກາດແຈ້ງຜົນການກວດສອບ ຜະລິດຕະພັນຢາດົມປະສົມສະໝຸນໄພ ຕາຫົງໄທ ສູດ 2, ໂດຍມີລາຍລະອຽດດັ່ງນີ້:
• ຜະລິດຕະພັນ: ຢາດົມປະສົມສະໝຸນໄພ ຕາຫົງໄທ ສູດ 2
• ລັອດການຜະລິດ: 00332
• ວັນທີຜະລິດ: 9/12/2024
• ວັນໝົດອາຍຸ: 8/12/2027
ຜົນການກວດສອບພົບວ່າ ຜະລິດຕະພັນດັ່ງກ່າວ ເປັນຜະລິດຕະພັນສະໝຸນໄພທີ່ຜິດມາດຕະຖານ. ໂດຍສະເພາະແມ່ນຜົນການທົດສອບ “ການປົນເປື້ອນຂອງເຊື້ອຈຸລິນຊີ” ເຊິ່ງບໍ່ເປັນໄປຕາມມາດຕະຖານທີ່ກຳນົດໄວ້ໃນປະກາດຂອງກະຊວງສາທາລະນະສຸກ ດັ່ງນັ້ນ, ອ.ຢ. ຈຶ່ງຂໍແຈ້ງເຕືອນມາຍັງປະຊາຊົນ ໃຫ້ມີຄວາມລະມັດລະວັງໃນການເລືອກຊື້ ຫຼື ນຳໃຊ້ຜະລິດຕະພັນດັ່ງກ່າວ.
ປັດຈຸບັນ ທາງບໍລິສັດຢາດົມກາຫົງໄທ ຊີ້ແຈງເພີ່ມ ລັອດທີ່ມີບັນຫາ ໝາຍເລກ 000332 ຜະລິດ 9/12/2024 ໝົດອາຍຸ 8/2/2027 ຈະຮຽກເກັບຄືນ ແລະ ທາງບໍລິສັດພ້ອມຍິນດີຮັບຜິດຊອບທຸກກໍລະນີ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,524 | 21,801 |
THB | 665.41 | 676.72 |
EUR | 24,181 | 24,665 |
CNY | 2,954 | 3,013 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |














