
ລາຄາທອງຄຳອາດພຸ່ງເຖິງ 5,000 ໂດລາຕໍ່ອອນສ໌ພາຍໃນປີ 2026
ສຳນັກຂ່າວບລູມເບີກລາຍງານວ່າ ມີການຄາດຄະເນວ່າ “ລາຄາທອງຄຳແທ່ງ” ອາດຈະພຸ່ງສູງຂຶ້ນໃກ້ລະດັບ 5,000 ໂດລາຕໍ່ອອນສ໌ ພາຍໃນວັນທີ 5 ຕຸລາ 2569 ເຊິ່ງເປັນວັນປະຊຸມສະມາຄົມຕະຫຼາດທອງຄຳແທ່ງແຫ່ງລອນດອນ (LBMA) ໃນປີຕໍ່ໄປ ໂດຍຜົນສຳຫຼວດຈາກແບບສອບຖາມ 106 ສະບັບ ຊີ້ວ່າ “ລາຄາທອງຄຳ” ທີ່ຄາດຄະເນສະເລ່ຍຢູ່ທີ່ 4,980.30 ໂດລາຕໍ່ອອນສ໌ ເຊິ່ງເພີ່ມຂຶ້ນປະມານ 27% ຈາກລະດັບລາຄາປັດຈຸບັນ ເນື່ອງຈາກມີສັນຍານບົ່ງຊີ້ເຖິງຄວາມຕ້ອງການທີ່ຕໍ່ເນື່ອງ ທັງຈາກທະນາຄານກາງ ແລະ ກຸ່ມນັກລົງທຶນ.
ລາຄາປັດຈຸບັນຫຼຸດລົງມາຢູ່ 3,900 ໂດລາ
ລາຄາທອງຄຳໄດ້ປັບຕົວຫຼຸດລົງມາຢູ່ທີ່ປະມານ 3,900 ໂດລາຕໍ່ອອນສ໌ ຫຼັງຈາກທີ່ຫາກໍ່ທຳສະຖິຕິສູງສຸດເປັນປະຫວັດການເມື່ອອາທິດທີ່ແລ້ວ. ການຫຼຸດລົງຄັ້ງນີ້ເກີດຈາກນັກລົງທຶນບາງສ່ວນຂາຍທຳກຳໄລ ຫຼັງຈາກທີ່ລາຄາປັບຕົວສູງຂຶ້ນຢ່າງຕໍ່ເນື່ອງຫຼາຍເດືອນ.
ຢ່າງໃດກໍ່ຕາມ ເຖິງແມ່ນວ່າຈະມີການຂາຍທຳກຳໄລໃນໄລຍະສັ້ນ ແຕ່ລາຄາທອງຄຳໂດຍລວມໃນປີນີ້ກໍຍັງຄົງປັບຕົວຂຶ້ນສູງເຖິງປະມານ 50%.
ຈັບຕາແຮງຊື້ ‘ທະນາຄານກາງເກົາຫຼີໃຕ້’
ໜຶ່ງໃນແນວໂນ້ມສຳຄັນແມ່ນ ທະນາຄານກາງຂອງເກົາຫຼີໃຕ້ (BOK) ຍັງສົ່ງສັນຍານວ່າອາດຈະເພີ່ມປະລິມານສຳຮອງທອງຄຳເປັນຄັ້ງທຳອິດໃນຮອບຫຼາຍກວ່າ 10 ປີ ເຊິ່ງຖືເປັນການເຂົ້າຮ່ວມກະແສການຊື້ຂອງທະນາຄານກາງທີ່ອາດຊ່ວຍຊູລະດັບໃຫ້ຕະຫຼາດປັບຕົວຂຶ້ນ.
“ທະນາຄານກາງເກົາຫຼີໃຕ້ມີແຜນທີ່ຈະພິຈາລະນາການຊື້ທອງຄຳເພີ່ມເຕີມຈາກການຄາດຄະເນໄລຍະກາງເຖິງໄລຍະຍາວ” ຈຸງ ຮິງຊຸນ ຜູ້ອຳນວຍການຝ່າຍການລົງທຶນສຳຮອງຂອງທະນາຄານກາງເກົາຫຼີໃຕ້ ກ່າວໃນງານ LBMA. ທະນາຄານໄດ້ເພີ່ມສັດສ່ວນການຖືຄອງທອງຄຳຄັ້ງສຸດທ້າຍໃນປີ 2556.
ສະຖານະການນີ້ ເນັ້ນຢ້ຳວ່າທະນາຄານກາງມີບົດບາດຫຼາຍຂຶ້ນໃນຕະຫຼາດທອງຄຳໂລກ ຈາກການເຂົ້າຊື້ທອງຄຳຂອງຄັງສຳຮອງຂອງຈີນໄປຈົນເຖິງໂປແລນ ໄດ້ກາຍເປັນປັດໃຈສຳຄັນທີ່ຜັກດັນລາຄາທອງຄຳໃນຊ່ວງ 2 ປີທີ່ຜ່ານມາ ປະກອບກັບກະແສການລົງທຶນຂອງນັກລົງທຶນລາຍຍ່ອຍ ແລະ ກອງທຶນຕ່າງໆ.
ເປັນຫ່ວງ ‘ທອງຄຳ’ ປັບຖານລຶກເຖິງ 3,500 ໂດລາຕໍ່ອອນສ໌
ເຖິງແມ່ນວ່າມຸມມອງໄລຍະຍາວຈະຍັງຄົງເປັນບວກ ແຕ່ກໍມີນັກວິເຄາະບາງລາຍທີ່ເຕືອນໃຫ້ລະວັງການ “ປັບຖານລາຄາ” ທີ່ເລິກກວ່ານີ້ໃນຕະຫຼາດທອງຄຳ.
ຈອນ ຣີດ ນັກວິເຄາະຈາກສະພາທອງຄຳໂລກ (WGC) ເວົ້າວ່າຄວາມຕ້ອງການຊື້ຈາກທະນາຄານກາງບໍ່ໄດ້ແຂງແຮງເໝືອນເກົ່າ ແລະ ມອງວ່າຖ້າລາຄາຫຼຸດລົງໄປເຖິງ 3,500 ໂດລາຕໍ່ອອນສ໌ ຕາມທີ່ມີການເວົ້າຄຸຍກັນໃນທີ່ປະຊຸມ LBMA ນັ້ນ ຈະເປັນຜົນດີຕໍ່ຕະຫຼາດໃນພາບລວມ ເພາະວ່າຈະຊ່ວຍໃຫ້ລາຄາທອງຄຳກັບຄືນມາຢູ່ໃນລະດັບທີ່ສົມເຫດສົມຜົນ ແລະ ຍືນຍົງຫຼາຍຂຶ້ນໃນໄລຍະຍາວ ເຊິ່ງບົ່ງຊີ້ວ່າ ຣີດເຫັນວ່າລາຄາປັດຈຸບັນສູງເກີນໄປ.
ສິນຄ້າໂພຄະພັນ(Commodities) ເພີ່ມຂຶ້ນ ນອກຈາກທອງຄຳແລ້ວ ແນວໂນ້ມຂາຂຶ້ນໃນວົງກວ້າງຍັງຂະຫຍາຍໄປເຖິງກຸ່ມສິນຄ້າໂພຄະພັນອື່ນໆດ້ວຍ ເຊັ່ນ: ມີການຄາດຄະເນວ່າລາຄາເງິນຈະແຕະ 59.10 ໂດລາຕໍ່ອອນສ໌ພາຍໃນໜຶ່ງປີ ເຊິ່ງສູງກວ່າລະດັບປັດຈຸບັນປະມານ 27%. ສ່ວນແພລທິນຳ ແລະ ແພລລາດຽມ ຄາດຄະເນວ່າລາຄາຈະມີການປັບຕົວເພີ່ມຂຶ້ນໃນລະດັບຕົວເລກສອງຫຼັກເຊັ່ນກັນ.
ອ້າງອີງຈາກສຳນັກຂ່າວ: Bloomberg
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,524 | 21,801 |
THB | 665.41 | 676.72 |
EUR | 24,181 | 24,665 |
CNY | 2,954 | 3,013 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |














