
ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້.
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ ສະຫະລັດອາເມລິກາ ເຮັດໃຫ້ລິງບາງຈຳນວນຫຼຸດອອກມາ ແລະ ໄດ້ລົບໜີ.
ຕາມການລາຍງານລະບຸວ່າ: ລິງເຫຼົ່ານີ້ມາຈາກມະຫາວິທະຍາໄລ ທູເລນ ໃນເມືອງ ນິວເອລີນ ລັດລຸຍເຊຍນ່າ ເຊິ່ງຄາດວ່າລີງບາງໂຕໄດ້ຕິດເຊື້ອໄວຣັສຫຼາຍຊະນິດ ລວມເຖິງໄວຣັສຕັບອັກເສບ ແລະ ໂຄວິດ-19 ທີ່ອາດຈະກໍ່ໃຫ້ເກີດຄວາມສ່ຽງຕໍ່ສຸຂະພາບຂອງມະນຸດ ເຊິ່ງລິງເຫຼົ່ານີ້ມີນ້ຳໜັກຈຳນວນ 18 ກິໂລກຣາມ ມີຄວາມດຸຮ້າຍ ແລະ ຈຳເປັນຕ້ອງມີຜຸປະກອນປ້ອງກັນສ່ວນບຸກຄົນໃນການສຳພັດກັບພວກມັນ.
ປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງກຳລັງປະສານງານກັບໜ່ວຍງານທ້ອງຖິ່ນຢ່າງເລັ່ງດ່ວນ ແລະ ຈະຈັດສົ່ງທີມຜູ້ຊ່ຽວຊານດ້ານການດູແລສັດໄປຊ່ວຍເຫຼືອຕາມຄວາມຈຳເປັນ.
ທີ່ມາ : theguardian.com
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,524 | 21,801 |
THB | 665.41 | 676.72 |
EUR | 24,181 | 24,665 |
CNY | 2,954 | 3,013 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |














