
ໃນຕອນບ່າຍວັນທີ 29 ຕຸລາ ນີ້, ທີ່ສຳນັກງານນາຍຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ໂຊໂກລິນ ວາລາດີມີຣ ປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ, ຣັດເຊຍ-ລາວ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ, ຣັດເຊຍ-ລາວ ຄົບຮອບ 65 ປີ ທີ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານນາຍຍົກລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນສະມາຄົມມິດຕະພາບ ຣັດເຊຍ-ລາວ ທີ່ມາເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ຫວັງຢ່າງຍິ່ງວ່າ ການພົວພັນຮ່ວມມື ລະຫວ່າງ ສະມາຄົມມິດຕະພາບ ລາວ-ຣັດເຊຍ ແລະ ຣັດເຊຍ-ລາວ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ຂອງສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ປະກອບສ່ວນ ນໍາເອົາຜົນປະໂຫຍດຕົວຈິງ ນັບມື້ຫຼາຍຂຶ້ນ; ບັນດາຜົນສຳເລັດ ທີ່ປະຊາຊົນຣັດເຊຍ ສາມາດຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕະຫຼອດໄລຍະຜ່ານມາ ເຮັດໃຫ້ຣັດເຊຍ ນັບມື້ມີຄວາມເຂັ້ມແຂງຫຼາຍດ້ານ, ບົດບາດ ແລະ ອິດທິພົນ ຂອງຣັດເຊຍ ນັບມື້ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ; ຜົນສຳເລັດການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ນັບແຕ່ສ້າງສາຍພົວພັນການທູດຮ່ວມກັນ ໃນວັນທີ 7 ຕຸລາ 1960 ເຮັດໃຫ້ວຽກງານດ້ານຕ່າງໆ ມີການຂະຫຍາຍຕົວຕໍ່ເນື່ອງ ແລະ ມີໝາກຜົນຕົວຈິງຢ່າງຈະແຈ້ງ ຊຶ່ງໄດ້ມີການແລກປ່ຽນຄະນະຜູ້ແທນໃນລະດັບຕ່າງໆ ຢ່າງເປັນປົກກະຕິ ທັງສາຍພັກ, ລັດ ແລະ ເອກະຊົນ ຂອງສອງປະເທດ ເປັນຕົ້ນ ການພົວພັນຮ່ວມມື ທາງດ້ານການເມືອງ, ການທະຫານ, ການສຶກສາ, ໂທລະຄົມມະນາຄົມ, ການບໍລິການ ແລະ ອື່ນໆ; ພ້ອມທັງ ສະເໜີສະມາຄົມມິດຕະພາບ ຣັດເຊຍ-ລາວ ຊ່ວຍຊຸກຍູ້ພາກສ່ວນກ່ຽວຂ້ອງຂອງຣັດເຊຍ ສືບຕໍ່ພົວພັນຮ່ວມມື ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ກັບພາກສ່ວນກ່ຽວຂ້ອງຂອງລາວ, ມີການໄປມາຫາສູ່ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນ. ໃນຕອນທ້າຍ, ຍັງໄດ້ຝາກຄວາມຢ້ຽມຢາມຖາມຂ່າວໄປຍັງທ່ານ ປະທານາທິບໍດີ ແລະ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສ.ຣັດເຊຍ ຕື່ມອີກ.
ໃນໂອກາດດຽວກັນ, ທ່ານ ປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ລວມທັງ ການສະໜັບສະໜູນຂອງລັດຖະບານ ແຫ່ງ ສປປ ລາວ ຕໍ່ ສະມາຄົມມິດຕະພາບ ລາວ-ຣັດເຊຍ ແລະ ຣັດເຊຍ-ລາວ ດ້ວຍດີຕະຫຼອດມາ. ນອກນັ້ນ ຍັງໄດ້ແຈ້ງໃຫ້ທ່ານ ນາຍົກລັດຖະມົນຕີ ຮັບຊາບ ກ່ຽວກັບ ຈຸດປະສົງ ແລະ ແຜນການເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ຕື່ມອີກ.
(ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 666.13 | 677.45 |
EUR | 24,187 | 24,671 |
CNY | 2,964 | 3,023 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














