jane - 2025-10-30T131045.893
'ທຣຳ' ພົບກັບ 'ສີ ຈິ້ນຜິງ' ແລ້ວແບບໜ້າຕໍ່ໜ້າໃນຮອບຫຼາຍກວ່າ 6 ປີ ແກ້ໄຂບັນຫາສົງຄາມການຄ້າ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 30 October, 2025

 

ໂລກຈັບຕາ ມະຫາອຳນາດແກ້ໄຂສົງຄາມການຄ້າ ‘ທຣຳ’ ພົບ ‘ສີ ຈິ້ນຜິງ’ ບັນຍາກາດອົບອຸ່ນຍິ້ມແຍ້ມແຈ່ມໃສສ່ອແສງຜ່ອນຄາຍຄວາມເຄັ່ງຕຶງ

ໂດນັລ ທຣຳ ຜູ້ນຳສະຫະລັດ ພົບປະຫາລືກັບສີ ຈິ້ນຜິງ ປະທານາທິບໍດີຈີນ ທີ່ສະໜາມບິນນານາຊາດກິມແຮ ນະຄອນປູຊານ ປະເທດເກົາຫຼີໃຕ້ ຫາລືນອກກອບການປະຊຸມເອເປັກ ໃນຊ່ວງເຊົ້າຂອງວັນທີ 30 ຕຸລາ ເວລາທ້ອງຖິ່ນ ຫຼັງຈາກພົບກັນແບບໜ້າຕໍ່ໜ້າ ຄັ້ງລ່າສຸດເມື່ອປະມານ 6 ປີກ່ອນ ຫຼືປີ 2019. ລ່າສຸດການຫາລືສຳເລັດລົງແລ້ວ ຫຼັງສົນທະນາກັນນານປະມານ 90 ນາທີ ຫຼືປະມານ 1 ຊົ່ວໂມງເຄິ່ງ. “ມັນຈະຕ້ອງເປັນການປະຊຸມທີ່ປະສົບຜົນສຳເລັດຢ່າງຫຼວງຫຼາຍ ຊະນິດທີ່ບໍ່ມີຂໍ້ສົງໄສເລີຍ” ທຣຳກ່າວ “ລາວ (ສີ ຈິ້ນຜິງ) ເປັນນັກເຈລະຈາຕໍ່ລອງທີ່ ຍາກທີ່ຈະຕໍ່ລອງ” ສີ ຈິ້ນຜິງ ກ່າວວ່າ ດີໃຈຫຼາຍທີ່ໄດ້ພົບທຣຳ”ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າຈະໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບປະເດັນສຳຄັນສຳລັບທັງສອງປະເທດ” ປະທານາທິບໍດີຈີນກ່າວ.”ເປັນເລື່ອງທຳມະດາທີ່ຊາດມະຫາອຳນາດທະເລາະກັນບ້າງ ທີມເຈລະຈາບັນລຸຄວາມເຫັນດີພື້ນຖານທີ່ແກ້ໄຂຄວາມກັງວົນຫຼັກໆຂອງກັນແລະກັນແລ້ວ ຂ້າພະເຈົ້າຍິນດີທີ່ຈະເຮັດວຽກຮ່ວມກັບປະທານາທິບໍດີທຣຳຕໍ່ໄປ ເພື່ອວາງພື້ນຖານທີ່ໝັ້ນຄົງໃນຄວາມສຳພັນຈີນ-ສະຫະລັດ” ສີ ຈິ້ນຜິງກ່າວໃນການຫາລືດ້ານການຄ້າກັບທຣຳ ທີ່ນະຄອນປູຊານ ເກົາຫຼີໃຕ້.”ຂ້າພະເຈົ້າເຊື່ອໝັ້ນສະເໝີວ່າການພັດທະນາຂອງຈີນສອດຄ່ອງກັບວິໄສທັດຂອງທ່ານ ທີ່ຈະເຮັດໃຫ້ອາເມຣິກາກັບຄືນມາຍິ່ງໃຫຍ່ອີກຄັ້ງ (Make America Great Again)” ສີ ຈິ້ນຜິງກ່າວ.

 

 

 

ປະເດັນທີ່ຄາດວ່າຈະມີການຫາລື

1. ພາສີເຟັນທານິລ ທີ່ສະຫະລັດເກັບກັບຈີນ 20%
2. ະຫຍາຍດີລຢຸດຍິງອອກໄປ ຈາກທີ່ຈະໝົດອາຍຸວັນທີ 10 ພະຈິກນີ້
3. ແຮ່ຫາຍາກ ທີ່ສະຫະລັດຕ້ອງການໃຫ້ຈີນຊະລໍມາດຕະການຄຸ້ມເຂັ້ມການສົ່ງອອກ
4. ໄຕ້ຫວັນ ຈີນຕ້ອງການໃຫ້ສະຫະລັດສະແດງຈຸດຢືນ ເລືອກໃຊ້ຖ້ອຍຄຳ “ຄັດຄ້ານ” ການເອກະລາດຂອງໄຕ້ຫວັນ
5. ສົງຄາມຢູເຄຣນ ທຣຳຕ້ອງການໃຫ້ສີ ຈິ້ນຜິງໃຊ້ຄວາມສຳພັນກັບຣັດເຊຍ ເພື່ອໂນ້ມນ້າວໃຫ້ ‘ປູຕິນ’ ຢຸດຍຸຕິສົງຄາມໃນຢູເຄຣນ

 

 

ທັງສອງຝ່າຍຈັດທີມເຈລະຈາຢ່າງເຕັມທີ່ ຝ່າຍລະ 7 ຄົນ ລວມຜູ້ນຳ. ໂດຍຄະນະເຈລະຈາສະຫະລັດ ລວມມີ ສກັອດ ເບສເຊັນ ລັດຖະມົນຕີການເງິນສະຫະລັດ, ມາໂກ ຣູບິໂອ ລັດຖະມົນຕີການຕ່າງປະເທດ, ໂຮເວີດ ລຸດນິກ ລັດຖະມົນຕີການພານິດ, ຈາມີສັນ ເກຣຍ ຜູ້ແທນດ້ານການຄ້າ. ຄະນະເຈລະຈາຈີນລວມມີ ເຫີ ລີ່ເຟິງ ຮອງນາຍົກລັດຖະມົນຕີຈີນ, ຫວັງ ຢີ່ ລັດຖະມົນຕີການຕ່າງປະເທດຈີນ ຊຶ່ງເປັນມືຂວາດ້ານການຕ່າງປະເທດຂອງສີ ຈິ້ນຜິງ.

ເຫດຜົນໃນການເລືອກນະຄອນປູຊານ ທີ່ຊຸມຊົນໂລກລວມທັງຄົນໄທຄຸ້ນຫູເປັນຢ່າງດີ ເນື່ອງມາຈາກເຫດຜົນດ້ານຄວາມປອດໄພ. ໂດຍເມື່ອສຳເລັດການປະຊຸມ ຜູ້ນຳສະຫະລັດກັບປະເທດທັນທີ ຂະນະທີ່ສີ ຈິ້ນຜິງ ຫາກໍ່ເດີນທາງມາຮອດເພື່ອປະຊຸມເອເປັກ ມີກຳນົດກັບຈີນວັນເສົາ້ນີ້ (1 ພະຈິກ 2025). ທັງສອງຝ່າຍຈຶ່ງນັດຫາລືກັນທີ່ຫ້ອງຮັບຮອງຂອງສະໜາມບິນ.

ການເຈລະຈາລະຫວ່າງສອງຜູ້ນຳ ເກີດຂຶ້ນຕໍ່ຈາກທີ່ເບສເຊັນ ແລະຮອງນາຍົກລັດຖະມົນຕີເຫີ ລົງນາມໃນກອບການເຮັດວຽກວ່າດ້ວຍຂໍ້ຕົກລົງການຄ້າ ທີ່ສະຫະລັດຍົກເລີກການຂົ່ມຂູ່ເກັບພາສີອີກ 100% ແລະຈີນປ່ຽນມາຊື້ຖົ່ວເຫຼືອງຈາກສະຫະລັດຄັ້ງທຳອິດໃນໄລຍະນີ້ ຫຼັງຈາກຢຸດຊື້ເນື່ອງຈາກຄວາມເຄັ່ງຕຶງ.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 30 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
666.13
677.45
european-union
EUR
24,187
24,671
china
CNY
2,964
3,023
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
pele - 2025-10-30T160813.940
ພະຍາດໄອໄກ່ ສາມາດປ້ອງກັນໄດ້ດ້ວຍວັກຊິນ
pele - 2025-10-30T153437.852
ພົນລະເມືອງ ອີຢູ ຫລາຍກວ່າ 50% ສະໜັບສະໜູນການເປີດກວ້າງກຸ່ມ
site cover1 - 2025-10-30T152648.845
ຄວາມສ່ຽງທີ່ບໍ່ຄວນມອງຂ້າມ ເມື່ອການກົດອະນຸຍາດແອັບພລິເຄຊັນກາຍເປັນຊ່ອງໂຫວ່ຄວາມປອດໄພ
jane - 2025-10-30T143338.230
ແຂວງເຊກອງ ຈູດທຳລາຍຢາເສບຕິດ ໃນໂອກາດສະຫຼອງວັນຕ້ານຢາເສບຕິດ ແຫ່ງຊາດ
site cover1 - 2025-10-30T134609.985
Nvidia ລົງທຶນ 3.2 ໝື່ນລ້ານ ຊື້ຫຸ້ນ Nokia ຮ່ວມກັນພັດທະນາເທັກໂນໂລຊີ AI ແລະ 6G
jane - 2025-10-30T132842.383
ກຳນົດໂມງປິດ-ເປີດ ໃຫ້ສັນຈອນຜ່ານ ພູເກົ້າຫລັກ ກາສີ-ເມືອງນານ ເລີ່ມແຕ່ວັນທີ 30 ຕຸລາ 2025 ເປັນຕົ້ນໄປດັ່ງນີ້:
jane - 2025-10-30T131045.893
'ທຣຳ' ພົບກັບ 'ສີ ຈິ້ນຜິງ' ແລ້ວແບບໜ້າຕໍ່ໜ້າໃນຮອບຫຼາຍກວ່າ 6 ປີ ແກ້ໄຂບັນຫາສົງຄາມການຄ້າ
site cover1 - 2025-10-30T114208.655
ການຄົ້ນຄວ້າຊີ້ໃຫ້ເຫັນ! ຜູ້ຊາຍ "ສະໝອງຫົດ" ໄວກວ່າແມ່ຍິງ ແຕ່ແມ່ຍິງກໍ່ຍັງມີຄວາມສ່ຽງ "ສະໝອງເສື່ອມ" ຫຼາຍກວ່າ 2 ເທົ່າ
ຢ່າລື່ມກົດຕິດຕາມ