jane - 2025-11-03T144242.859
ນໍ້າຖ້ວມຢູ່ເມືອງສະໜາມໄຊ ເສຍຫາຍ ປະມານ 16 ຕື້ກີບ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 3 November, 2025

 

ຂປລ. ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ທ່ານ ກົງໃຈ ສີດາວົງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງອັດຕະປື ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ກວດກາໄພພິບັດ ຫລັງນ້ຳຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ວັນທີ 31 ຕຸລາ 2025 ຜ່ານມາ ໂດຍມີຄະນະນຳຂັ້ນເມືອງ ແລະ ອໍານາດການປົກຄອງບ້ານເຂົ້າຮ່ວມ ທັງນີ້ກໍເພື່ອໃຫ້ຄວາມຊ່ວຍເຫລືອ ປະຊາຊົນຢ່າງທົ່ວເຖິງ ທີ່ໄດ້ຮັບຜົນກະທົບນ້ຳຖ້ວມ ພື້ນທີ່ກະສິກຳ ແລະ ເພື່ອວາງແຜນຟື້ນຟູຊີວິດຄວາມເປັນຢູ່ຂອງປະຊາຊົນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

 

 

ທ່ານ ລືໄຊ ວຽງພະຈັນ ປະທານຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນເມືອງສະໜາມໄຊ ໄດ້ລາຍງານສະພາບໄພພິບັດນໍ້າຖ້ວມ ຢູ່ເມືອງສະໜາມໄຊ ວ່າ: ໃນໄລຍະ ວັນທີ 28 ຫາ 30 ຕຸລາ 2025 ໄດ້ເກີດມີຝົນຕົກໜັກຕິດຕໍ່ກັນຫລາຍມື້ ເຮັດໃຫ້ນ້ຳອັ່ງຖ້ວມສົ່ງຜົນກະທົບຕໍ່ຜົນຜະລິດກະສິກຳ ໂດຍສະເຂົ້ານາປີຂອງພໍ່ແມ່ປະຊາຊົນກຳລັງເກັບກ່ຽວຜົນຜະລິດ, ລວມມີ 21 ບ້ານ ທັງໝົດ 883 ຄອບຄົວ, ໃນເນື້ອທີ່ 675 ເຮັກຕາ ໃນນັ້ນ, ລຸ່ມເຂດປຸຍ-ອຸດົມສຸກ ມີ 11 ບ້ານ ຈໍານວນຄອບຄົວທີ່ຖືກຜົນກະທົບມີ 321 ຄອບຄົວ, ມີເນື້ອທີ່ຖືກນໍ້າຖ້ວມທັງໝົດ 163 ເຮັກຕາ, ເຂດເທສະບານເມືອງ ມີ 3 ບ້ານ ຈໍານວນຄອບຄົວທີ່ຖືກຜົນກະທົບມີ 91 ຄອບຄົວ, ມີເນື້ອທີ່ຖືກຖ້ວມ 53 ເຮັກຕາ, ເຂດຫາດຊາຍສູງ-ສົ້ມປ່ອຍ ມີ 7 ບ້ານ ຈໍານວນຄອບຄົວທີ່ຖືກຜົນກະທົບມີ 471 ຄອບຄົວ, ມີເນື້ອທີ່ຖືກຖ້ວມ 459 ເຮັກຕາ ລວມມູນຄ່າເສຍຫາຍປະມານ 16 ຕື້ກີບ.

 

 

ໂອກາດດັ່ງກ່າວ, ຄະນະນໍາຂັ້ນແຂວງ ແລະ ເມືອງ ໄດ້ລົງກວດກາພື້ນທີ່ຕົວຈິງ ພົບວ່າ ຫລັງນໍ້າຫລຸດລົງ ບາງຄອບຄົວ ຍັງພົບບັນຫາ ໂດຍສະເພາະ ຄວາມເສຍຫາຍຕໍ່ບ້ານເຮືອນ, ພື້ນທີ່ກະສິກຳ, ຖະໜົນຫົນທາງພາຍໃນບ້ານຖືກນໍ້າເຊາະເຈື່ອນ. ຕໍ່ບັນຫາດັ່ງກ່າວທາງພາກສ່ວນທີ່ກ່ຽວຂ້ອງ ຍັງໄດ້ໃຫ້ຄຳແນະນຳ ແກ່ກະສິກອນທີ່ໄດ້ຮັບຜົນກະທົບ ແລະ ພ້ອມທີ່ຈະຊ່ວຍກັນຟື້ນຟູຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຂ່າວ-ພາບ: ສິດຕິພອນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 3 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,537
21,814
thailand (1)
THB
665.24
676.55
european-union
EUR
24,028
24,509
china
CNY
2,954
3,013
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 3 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,870,000
43,400,000
42,378,000
43,509,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 - 2025-11-03T153511.061
ມຽນມ່າ-ຣັດເຊຍ ລົງນາມຂໍ້ຕົກລົງຍົກເວັ້ນວີຊ່າ ຮ່ວມມືດ້ານການເລືອກຕັ້ງ, ພະລັງງານນິວເຄຼຍ ແລະການສົ່ງແຮງງານ
jane - 2025-11-03T144242.859
ນໍ້າຖ້ວມຢູ່ເມືອງສະໜາມໄຊ ເສຍຫາຍ ປະມານ 16 ຕື້ກີບ
jane - 2025-11-03T140714.641
ດວງປະຈຳວັນທີ 03 ພະຈິກ 2025
pele - 2025-11-03T131335.317
ອັດຕະປື ສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 24 ປີ
pele - 2025-11-03T103832.659
ໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບ ຢູ່ເມືອງຄົງເຊໂດນ ສໍາເລັດ 60%
site cover1 - 2025-11-03T100643.852
Carbon Capture ເທັກໂນໂລຊີກ้ູໂລກ ຊ່ວຍໂລກໄດ້ຈິງບໍ? ເທັກໂນໂລຊີກັກເກັບ CO₂ ໜຶ່ງໃນທາງລອດຂອງໂລກ
jane - 2025-11-03T100424.710
ເຝົ້າລະວັງພາຍຸໂຊນຮ້ອນ "ຄັລແມກີ (KALMAEGI)"ທີ່ຈະເຄື່ອນຕົວເຂົ້າໃກ້ຝັ່ງປະເທດຫວຽດນາມໃນຊ່ວງ 6-8 ພະຈິກນີ້ພະຍຸອາດຈະກະທົບລາວໂດຍກົງໃນພາກກາງ-ໃຕ້ ແລະ ອາດຈະເຮັດໃຫ້ມີຝົນຕົກໜັກຢູ່ໃຕ້ຂອງ ສປປ ລາວ
pele - 2025-11-03T095435.439
ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໜັບສະໜູນດ້ານດີຈີຕອນໃຫ້ວຽກງານມະນຸດສະທຳ
jane - 2025-11-03T091432.485
ລາຍງານສະພາບອາກາດປະຈໍາວັນທີ 03 ພະຈິກ 2025
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
ຢ່າລື່ມກົດຕິດຕາມ