
ການແຂ່ງຂັນຕີຄີ ແມ່ນກິລາພື້ນເມືອງຊະນິດໜຶ່ງ ຊຶ່ງເປັນກິດຈະກຳທີ່ຈັດຂຶ້ນໃນຕອນບ່າຍມື້ສຸດທ້າຍຂອງງານບຸນນະມັດສະການພຣະທາດຫຼວງວຽງຈັນ ເພື່ອເຕົ້າໂຮມຄວາມສາມັກຄີລະຫວ່າງບ້ານຕໍ່ບ້ານ ແລະ ສ້າງຄວາມສາມັກຄີຮັກແພງລະຫວ່າງພະນັກງານລັດຖະບານ ກັບປະຊາຊົນ ພ້ອມຍັງເປັນກິດຈະກຳທີ່ສາມາດດຶງດູດຄວາມສົນໃຈຂອງມວນຊົນລາວ ແລະ ຕ່າງປະເທດເຂົ້າຊົມ ແລະ ເຊຍດັງຟົດສະນັ່ນທົ່ວສະໜາມຫຼວງ (ເດີ່ນທາດຫຼວງ).
ການແຂ່ງຂັນກິລາພື້ນເມືອງນີ້ຈາກເມື່ອກ່ອນຕ້ອງຕີໃຫ້ໄດ້ໄລຍະໄກທີ່ສຸດ ຈຶ່ງຈະເປັນຜູ້ຊະນະໄດ້ພັດທະນາເປັນການແຂ່ງຂັນແບບທີມ ກະຕິກາການແຂ່ງຂັນຈຶ່ງຖືກປັບປ່ຽນໄປເປັນການຕີລູກຄີໃຫ້ເຂົ້າປະຕູຂອງອີກຝ່າຍໜຶ່ງ ໂດຍມີອຸປະກອນທີ່ເຮັດຈາກພູມປັນຍາດັ່ງເດີມ ນັ້ນກໍຄື “ໄມ້ຕີ” ທີ່ເຮັດຈາກໄມ້ໄຜ່ທີ່ມີບໍລິເວນເຫງົ້າ ຫຼື ໂຄນຕົ້ນເດ່ອອກມາເປັນຮູບຊົງໂຄ້ງ (ບາງຄົນກໍໃຊ້ໄມ້ອື່ນແທນ), ສ່ວນ “ລູກຄີ” ແມ່ນໝາກບານນ້ອຍທີ່ເຮັດດ້ວຍແພ ຫຼື ປະຍຸກໃຊ້ວັດຖຸອື່ນເຮັດເປັນລູກຄີ, ປະຕູ ກໍມີລັກສະນະຄືປະຕູບານເຕະ ແຕ່ມີຂະໜາດນ້ອຍກວ່າ ໂດຍມີຜູ້ເຂົ້າແຂ່ງຂັນທີມລະ 11 ຄົນ ຫຼື ຫຼາຍກວ່ານັ້ນ.
ສຳລັບ ການແຂ່ງຂັນກິລາຕີຄີໃນງານບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈຳປີ 2025 ແມ່ນກົງກັບວັນທີ 5 ພະຈິກ 2025 ກໍຈະມີຂະບວນແຫ່ລູກຄີອອກຈາກກົມມະລຽນທາດເພື່ອທຳການແຂ່ງຂັນຕາມປະເພນີ. ບໍລິເວນໃຈກາງເດີ່ນພຣະທາດຫຼວງໃນເວລານີ້ໄດ້ຖືກນິມິດໃຫ້ກາຍເປັນເດີ່ນກິລາໂດຍມີນັກກິລາ 2 ທີມຈາກຝ່າຍລັດຖະບານ ແລະ ທີມຝ່າຍປະຊາຊົນເພື່ອທຳການແຂ່ງຂັນຕີຄີ.
ຜົນຂອງການແຂ່ງຂັນຕີຄີ ຍັງສາມາດທວາຍຊາຕາຂອງບ້ານເມືອງໄດ້ (ຕາມຄວາມເຊື່ອທີ່ເລົ່າສືບຕໍ່ກັນມາ); ຫາກປີໃດຝ່າຍລັດຖະບານຊະນະ ແມ່ນປີນັ້ນຝົນບໍ່ຕົກຕ້ອງຕາມລະດູ, ຜົນຜະລິດບໍ່ສູງ, ເຂົ້າໝາກ ປາແພງ, ມີໂຈນຂີ້ລັກ-ງັດແງະຫຼາຍ, ເກີດພະຍາດລະບາດ. ຖ້າປີໃດຝ່າຍປະຊາຊົນຊະນະ ປີນັ້ນຝົນຟ້າເປັນໃຈ ຜົນຜະລິດໄດ້ຫຼາຍ, ເຂົ້າປາອາຫານເຫຼືອຢູ່ເຫຼືອກິນ, ປະຊາຊົນຢູ່ເຢັນເປັນສຸກບ້ານເມືອງສະຫງົບສຸກປອດໄພ. ມວນຊົນສາມາດມາຮ່ວມຊົມຮ່ວມເຊຍນຳກັນວ່າ ການແຂ່ງຂັນຕີຄີປີນີ້ຝ່າຍໃດຈະເປັນຜູ້ຊະນະ ກໍສາມາດເຂົ້າມາຮ່ວມເຊຍນຳກັນໄດ້ ຊຶ່ງການແຂ່ງຂັນເລີ່ມແຕ່ເວລາ 13:00 ໂມງ ເປັນຕົ້ນໄປທີ່ເດີ່ນສະໜາມຫຼວງ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ  | ຊື້  | ຂາຍ  | 
|---|---|---|
USD  | 21,540  | 21,817  | 
THB  | 663.17  | 674.44  | 
EUR  | 23,974  | 24,454  | 
CNY  | 2,951  | 3,010  | 
ລາຄານ້ຳມັນ
ຊະນິດນ້ຳມັນ  | ລາຄາ  | 
|---|---|
![]()  | 28,780  | 
![]()  | 23,700  | 
![]()  | 19,620  | 
ລາຄາຄຳ
ປະເພດ  | ລາຄາຊື້  | ລາຄາຂາຍ  | 
|---|---|---|
![]()  | 42,690,000  | 43,220,000  | 
![]()  | 42,202,000  | 43,329,000  | 
								
								
															
								













