
ຂປລ. ແຫລ່ງຂ່າວຈາກ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ປັດຈຸບັນ ການເກັບກ່ຽວເຂົ້ານາປີ (ນາຫວ່ານ ແລະ ນາດໍາ) ຂອງກະສິກອນແຂວງຄຳມ່ວນ ສໍາເລັດແລ້ວ 39.362 ເຮັກຕາ ເທົ່າກັບ 46,89% ໃນນີ້, ເຂົ້າເພື່ອເປັນສະບຽງອາຫານເກັບກ່ຽວແລ້ວ 24.946 ເຮັກຕາ ເທົ່າກັບ 45,84% ຂອງເນື້ອທີ່ເກັບກ່ຽວຕົວຈິງ, ເຂົ້າເພື່ອເປັນສິນຄ້າເກັບກ່ຽວໄດ້ 14.416 ເຮັກຕາ ເທົ່າກັບ 48,82% ຂອງເນື້ອທີ່ເກັບກ່ຽວຕົວຈິງ.
ອີງຕາມຂໍ້ມູນຈາກ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການປູກເຂົ້າ 92.791 ເຮັກຕາ, ຄາດຄະເນຜົນຜະລິດ 351.604 ໂຕນ ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61.189 ເຮັກຕາ, ຄາດຄະເນຜົນຜະລິດ 228.856 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 31.602 ເຮັກຕາ, ຄາດຄະເນຜົນຜະລິດ 122.748 ໂຕນ.
ຜ່ານການຈັດຕັ້ງປະຕິບັດເນື້ອທີ່ນາໄດ້ 91.637 ເຮັກຕາ ເທົ່າກັບ 98,75% ຂອງເນື້ອທີ່ແຜນການປີ, ເນື້ອທີ່ເສຍຫາຍຈາກນໍ້າຖ້ວມ 7.691 ເຮັກຕາ, ເນື້ອທີ່ຍັງເຫລືອ 83.946 ເຮັກຕາ ໃນນີ້, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ ປະຕິບັດໄດ້ຕົວຈິງ 60.638 ເຮັກຕາ, ເນື້ອທີ່ເສຍຫາຍ 6.220 ເຮັກຕາ, ເນື້ອທີ່ຍັງເຫລືອ 54.418 ເຮັກຕາ; ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າປະຕິບັດໄດ້ຕົວຈິງ 31.059 ເຮັກຕາ, ເນື້ອທີ່ເສຍຫາຍ 1.471 ເຮັກຕາ, ເນື້ອທີ່ຍັງເຫລືອ 29.528 ເຮັກຕາ.
ຂ່າວ-ພາບ: ແດງສະຫວັດ ແສນພານິດ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 663.17 | 674.44 |
EUR | 23,974 | 24,454 |
CNY | 2,951 | 3,010 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,690,000 | 43,220,000 |
![]() | 42,202,000 | 43,329,000 |














