
ໃນຕອນເຊົ້າຂອງວັນທີ 05 ພະຈິກ 2025 ນີ້, ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ນໍາເອົາຄຳຖະແຫຼງຂອງອົງການໄອຍະການສະບັບເລກທີ່ 208/ອຍກ.ຂ ລົງວັນທີ 29 ຕຸລາ 2025 ແລະ ຄໍາຖະແຫຼງເລກທີ 210/ອຍກ.ຂ ລົງວັນທີ 29 ຕຸລາ 2025 ຂຶ້ນພິຈາລະນາ ແລະ ລົງໂທດຕັດອິດສະຫຼະພາບ 02 ຈໍາເລີຍ ຊື່: ທ້າວ ສົມຈິດ ອາຍຸ 34 ປີ ປະຊາຊົນ ຢູ່ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ (ຈຳເລີຍ 1) ຖືກກັກຕົວໃນທີ 27 ກໍລະກົດ 2025 ຂໍ້ຫາ: ມີຢາເສບຕິດໄວ້ໃນຄອບຄອງເພື່ອເສບ ຈຳນວນ 23 ເມັດ, ນ້ຳໜັກ 2 ກຣາມ ສະຖານທີກັກຂັງ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ, ຜ່ານການດຳເນີນການສືບສວນ-ສອບສວນຂອງເຈົ້າໜ້າທີ ທ້າວ ສົມຈິດ ( ຈຳເລີຍ ) ໄດ້ຮັບສາລະພາບວ່າ: ຂອງກາງຢາເສບຕິດຈຳນວນ 23 ເມັດ, ນ້ຳໜັກ 2 ກຣາມ ແມ່ນຂອງຜູ້ກ່ຽວແທ້.
ຜ່ານການສັງລວມກ່ຽວກັບຂໍ້ມູນຫຼັກຖານຢ່າງລະອຽດທີຖ້ວນ ສານໄດ້ພິຈາລະນາລົງໂທດຕັດອິດສະຫຼະພາບທ້າວສົມຈິດ ( ຈຳເລີຍ ) ຈຳຄຸກ 02 ປີ, ປັບໃໝ 10.000.000 ກີບ ແລະ ຕັດສິນ ນາງ ມີວາງ (ຈໍາເລີຍ2), ອາຍຸ 63 ປີ, ປະຊາຊົນ ຢູ່ບ້ານກິວສັງວັນ ເມືອງແບງ ແຂວງອຸດົມໄຊ ຖືກກັກຕົວໃນວັນທີ 19 ສິງຫາ 2025 ສະຖານທີ່ກັກຂັງ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ, ຖືກສານຕັດອິດສະຫຼະພາບ ຈໍາຄຸກ 5 ປີ, ປັບໃໝ 10.000.000 ກີບ, ຖານມີການພົວພັນຊື້-ຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 76 ເມັດ, ນໍ້າໜັກ 7,5 ກຣາມ.
ຜ່ານການຮິບໂຮມຫຼັກຖານ ບວກກັບຄຳຮັບສາລະພາບຂອງຈຳເລີຍ ວ່າຢາເສບຕິດປະເພດຢາບ້າ ຈຳນວນ 76 ເມັດ ທີເຈົ້າໜ້າທີກວດກາພົບເຫັນໃນຄັ້ງວັນທີ 19 ສິງຫາ 2025 ແມ່ນຂອງຜູ້ກ່ຽວແທ້, ສານໄດ້ພິຈາລະນາລົງໂທດຕັດອິດສະຫຼະພາບ ນາງມີວາງ ( ຈຳເລີຍ2 ) ໃຫ້ຈຳຄຸກ 05 ປີ ແລະ ປັບໃໝ 10.000.000 ກີບ ພ້ອມຮິບຢາບ້າຂອງສອງຈຳເລີຍມາທຳລາຍຖິ້ມ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














