ຝາກເຕືອນໄພ ເຕືອນສະຕິທຸກໆຄົນໂຈນລັກໝໍ້ໄຟລົດ

ຕອນເຊົ້າຂອງວັນທີ 23 ເມສາ 2023 ເວລາປະມານ 3-4 ໂມງເຊົ້າ ໃກ້ຈະແຈ້ງ, ມີໂຈນ 2 ຄົນ ມາລັກເອົາໝໍ້ໄຟລົດໃຫຍ່ 2 ຄັນທີ່ຈອດຢູ່ໜ້າເຮືອນ, ຢູ່ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຊັບສິນທີ່ເສຍຫາຍແມ່ນໝໍ້ໄຟລົດໃຫຍ່ ຊຶ່ງທາງສະມາຊິກສາມາດຈັບພາບໄດ້ເຫັນໜ້າຊັດເຈນ ພ້ອມກັບເລກທະບຽນລົດຈັກທີ່ຂັບມາກໍ່ເຫດ ຈຶ່ງຢາກຂໍຄວາມຊ່ວຍເຫຼືອທາງເຈົ້າໜ້າທີຕິດຕາມແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ແລະ ຝາກເຕືອນໝູ່ຄູ່ທຸກຄົນມີສະຕິລະມັດລະວັງນຳກັນ
ທະຫານແຂວງວຽງຈັນລະດົມກຳລັງເຂົ້າ ມອດໄຟໄໝ້ລາມປ່າຢູ່ເມືອງແກ້ວອຸດົມ

ຈາກສະພາບໄຟໄໜ້ລາມປ່າຢູ່ ບ້ານຂ້າມຊ້າງ ແລະ ບ້ານແຈ້ງສະຫວ່າງ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ເກີດຂຶ້ນຢ່າງຮຸນແຮງຂະຫຍາຍເປັນວົງກວ້າງໃນລະຫວ່າງວັນທີ 20-21 ເມສາ 2023 ນີ້, ກອງບັນຊາການທະຫານແຂວງວຽງຈັນ ໄດ້ນຳໃຊ້ກຳລັງກອງພັນ 432, ກອງຮ້ອຍ 201 ກອງຮ້ອຍ 203, ອົງການປົກຄອງບ້ານ 2 ບ້ານ, ກອງບັນຊາການທະຫານເມືອງແກ້ວອຸດົມ, ກໍາລັງ ປກສ ເມືອງ, ພໍ່ແມ່ປະຊາຊົນ, ພາກສ່ວນຕ່າງໆ ຈຳນວນພົນ 200 ກ່ວາສະຫາຍ ເຂົ້າມອດໄຟໄໝ້ລາມປ່າ ໂດຍໃຊ້ກຳລັງພົນ, ພາຫະນະທາງບົກ ແລະ ອາກາດ ໂດຍໄດ້ປະສານສົມທົບກອງບັນຊາການທະຫານອາກາດ ແລະ ກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ນຳໃຊ້ຍົນເຮລີຄອບເຕີ ME 17 ບິນເວີ່ນສຳຫລວດເບິ່ງຈຸດໄຟໄໝ້ ເພື່ອຈະໄດ້ນຳເອົາກຳລັງເຂົ້າໄປມອດ, ເຊິ່ງໄດ້ແບ່ງອອກເປັນ 2 ຈຸດ, ຈຸດທີ 1 ແມ່ນບ້ານແຈ້ງສະຫວ່າງ ລຽບຕາມສັນເຂື່ອນໄຟຟ້ານໍ້າງື່ມ1, ຈຸດທີ 2 ແມ່ນ ບ້ານຂ້າມຊ້າງ […]