ປະກາດ! ຂ່າວດີສໍາຫຼັບນ້ອງໆສີ່ຂາສັກວັກຊີນປ້ອງກັນພະຍາດໃຫ້ໝາ ແລະ ແມວ (ຟຣີ) ວັນທີ 11-12 ພະຈິກ 2025 ທີ່ໂຮງໝໍປິ່ນປົວສັດຄະນະກະເສດສາດ ມຊ

  ຄະນະກະເສດສາດຮ່ວມກັບອາສາສະໝັກສັດຕະວະແພດບໍ່ມີພົມແດນ ສ.ເກົາຫຼີ ໄດ້ຈັດກິດຈະກໍາສັກວັກຊິນປ້ອງກັນພະຍາດໃຫ້ແກ່ນ້ອງໝາ ແລະ ແມວ (ຟຣີ). ໃນກິດຈະກໍາດັ່ງກ່າວປະກອບມີ: – ການກວດສຸຂະພາບສັດຈາກຄະນະຊ່ຽວຊານສັດຕະວະແພດລາວ-ເກົາຫຼີ – ວັກຊິນປ້ອງກັນພະຍາດວໍ້(3ເດືອນຂື້ນໄປ) – ວັກຊິນລວມ(ເດືອນ​ເຄີ່ງຂື້ນໄປ)​ – ຂ້າກາຝາກພາຍນອກ ແລະ ຂ້າແມ່ທ້ອງ (2-3ອາທິດຂື້ນໄປ) ກິດຈະກໍາຈັດຂື້ນທີ່ ໂຮງໝໍປິ່ນປົວສັດຄະນະກະເສດສາດ,ມຊ ວັນທີ 11-12 ພະຈິກ 2025 ແຜນທີ່: Google map: https://maps.app.goo.gl/HJN1bwWbn3TbKiuR7 Tel: 02028246977

ໃນວັນທີ 06/11/2025 ເວລາ 00:50 ນາທີ ເກີດເຫດລົດໃຫ່ຍຕຳເສົາໄຟ ທີ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ຈາກການລາຍງານຂອງໜ່ວຍກູ້ໄພຊ່ວຍເຫຼືອຜູ້ດ້ອຍໂອກາດ1627 ໃຫ້ຮູ້ວ່າ: ໃນວັນທີ 06/11/2025 ເວລາ 00:50 ນາທີໄດ້ຮັບແຈ້ງເຫດຈາກປະຊາຊົນວ່າ: ມີລົດໃຫ່ຍຕຳເສົາໄຟ ທີ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ເມື່ອໜ່ວຍກູ້ໄພໄປຮອດພົບເຫັນຜູ້ບາດເຈັບ 1 ຄົນ ເປັນເພດຊາຍ ຊື່ ທ້າວ ເພັດ, ອາຍຸ 33ປີ, ບ້ານດົງຈອງ, ເມືອງໄຊເສດທາ, ນະຄອນຫຼວງວຽງຈັນ, ອາການເບື້ອງຕົ້ນແໜ້ນໜ້າເອີກ ແລະ ປາກແຕກ. ດັ່ງນັ້ນ, ທາງໜ່ວຍກູ້ໄພ ຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງ ໂຮງໝໍມິດຕະພາບ 150 ຕຽງ ຢ່າງປອດໄພ.         ໜ່ວຍກູ້ໄພຊ່ວຍເຫຼືອຜູ້ດ້ອຍໂອກາດ1627

ລາຍງານສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍ ກວ່າ 2.5 ໄມຄຣອນ (PM 2.5) ່ ປະຈຳວັນທີ 06 ພະຈິກ 2025 ແຕ່ລະຈຸດມີດັ່ງລຸ່ມນີ້:

ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍ ກວ່າ 2.5 ໄມຄຣອນ (PM 2.5) ່ ປະຈຳວັນທີ 06 ພະຈິກ 2025, ຜົນການວັດແທກຝຸ່ນລະອອງຂະໜາດນ້ອຍກວ່າ 2.5 ໄມຄຣອນ (PM 2.5) ຈາກຂໍ້ມູນຂອງການວັດແທກຝຸ່ນລະອອງ PM 2.5 ຂອງ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ກະຊວງກະສິກຳ ແລະ ສິີ່ງແວດລ້ອມ ໃນການຈັດລະດັບຄຸນນະພາບອາກາດ ທີ່ມີຜົນກະທົບຕໍ່ສຸຂະພາບຢູ່ແຕ່ລະຈຸດມີດັ່ງລຸ່ມນີ້:      

ລາຍງານສະພາບອາກາດປະຈໍາວັນທີ  06 ພະຈິກ 2025

ປະຈຳເຊົ້າວັນທີ 06 ພະຈິກ 2025, ຄວາມກົດດັນສູງຂອງອາກາດເຢັນໄດ້ອ່ອອນກໍາລັງລົງປົກຄຸມຢູ່ພາກເໜືອ ແລະ ພາກກາງຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ຍັງຈະມີຝົນຕົກໃນລະດັບຄ່ອຍ ແລະ ຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນແຂວງພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດຕື່ມອີກ. ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 25% ຂອງພາກ ອຸນຫະພູມໃນລະຫວ່າງ 13–20 ອົງສາ. ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດຢູ່ເກືອບທົ່ວໄປ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ ອຸນຫະພູມໃນລະຫວ່າງ 18–29 […]

ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025

  ງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນບຸນປາງໃຫຍ່ທີ່ສຳຄັນ ເຊິ່ງເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວພຸດ, ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ໄດ້ມາຮ່ວມກັນເຮັດບຸນສິນກິນທານ, ນອກຈາກມີກິດຈະກໍາທາງສາສະໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ໄດ້ສຶບທອດກັນມາເປັນເວລາຫຼາຍຮ້ອຍປີ ຊຶ່ງແມ່ນມໍລະດົກທາງວັດທະນະທໍາ ອັນລໍ້າຄ່າຂອງຊາດລາວນັັ້ນກໍຄື: ການຕີຄີ ຊຶ່ງແມ່ນສັນຍາລັກຄວາມສາມັກຄີ ຖືວ່າເປັນກິດຈະກໍາທີ່ສະແດງເຖິງຄວາມປອງດອງ, ຄວາມຜູກພັນ ແລະ ຄວາມເປັນເອກະພາບຂອງຄົນໃນຊາດ ແລະ ຍັງເປັນການທວາຍຊາຕາຕາມຄວາມເຊື່ອ, ຜົນການແຂ່ງຂັນແມ່ນໃຊ້ເພື່ອພະຍາກອນຄວາມອຸດົມສົມບູນ ແລະ ຄວາມເປັນໄປຂອງບ້ານເມືອງໃນປີຕໍ່ໄປອີກດ້ວຍ.     ການແຂ່ງຂັນກິລາຕີຄີ ໄດ້ຈັດໃຫ້ມີໃນມື້ເພັງ 15 ຄໍ່າ ພາຍຫຼັງໃສ່ບາດແລ້ວ. ສຳລັບປີນີ້ ການແຂ່ງຂັນກິລາຕີຄີໃນງານບຸນນະມັດສະການພະທາດຫຼວງວຽງຈັນ ແມ່ນຈັດຂຶ້ນໃນວັນທີ 5 ພະຈິກ 2025 ເວລາ 13:00 ໂມງ ທີ່ເດີ່ນພະທາດຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍການນໍາພັກ-ລັດ, ແຂກຖືກເຊີນ ແລະ ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. ສໍາລັບນັກກິລາຕີຄີທີມພະນັກງານ […]

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025

  ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025 ທີ່ສໍານັກງານນາຍົກລັດຖະມົນຕີ ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍຍົກລັດຖະມົນຕີ, ມີບັນດາ ຮອງນາຍຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ການນໍານະຄອນຫວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການສະຫລຸບວຽກງານ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2025. ທົ່ວປະເທດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 59.858 ຕື້ກີບ ເທົ່າກັບ 88% ຂອງແຜນປີ, ການປະຕິບັດແຜນລາຍຈ່າຍໄດ້ 47.631 ຕື້ກີບ ເທົ່າກັບ 67% ຂອງແຜນປີ; ການຄວບຄຸມອັດເງິນເຟີ້ ຫລຸດລົງຈາກ 4,5% ໃນເດືອນກັນຍາ ເປັນ 4% ໃນເດືອນຕຸລາ;ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ […]

ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ

ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງບໍລິສັດ UPS ທີ່ບິນໃນເສັ້ນທາງ 2976 ໄດ້ເກີດອຸປະຕິເຫດ ເວລາປະມານ 17:15 ໂມງ ວັນທີ 4 ພະຈິກ 2025 ຕາມເວລາທ້ອງຖິ່ນ. ເຊິ່ງຕົກໃກ້ສະໜາມບິນ Louisville Muhammad Ali International Airport ໃນລັດເຄນຕັກກີ ສະຫະລັດອາເມລິກາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 7 ຄົນ ແລະ ບາດເຈັບຢູ່ພື້ນດິນອີກຢ່າງນ້ອຍ 11 ຄົນ ຄາດວ່າຈໍານວນຜູ້ເສຍຊີວິດອາດເພີ່ມຂຶ້ນ. ເຫດການດັ່ງກ່າວເຮັດໃຫ້ອາຄານກໍ່ສ້າງ ແລະ ລົດໃຫຍ່ ແລະ ລົດບັນທຸກຈຳນວນຫລາຍຖືກໄຟໄໝ້ ຍັງປະເມີນມູນຄ່າຄວາມເສຍຫາຍໄດ້            

ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025

ສະພາບອາກາດປະຈໍາເຊົ້າວັນທີ 05 ພະຈິກ 2025, ຄວາມກົດດັນສູງຂອງອາກາດເຢັນໄດ້ອ່ອນກໍາລັງລົງປົກຄຸມຢູູ່ພາກເໜືອ ແລະ ພາກກາງຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົົ້າ ພ້ອມມີໝອກບາງປົກຫຸ້ມຢູູ່ທົົ່ວໄປ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູູ່ໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງຢູູ່ບາງທ້ອງຖິ່ນແຂວງພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ. ພາກເໜືອດ້ານຕາເວັນອອກ (ແຂວງຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູູ່ທົົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 20% ຂອງພາກ ອຸນຫະພູມໃນລະຫວ່າງ 12–23 ອົງສາ. ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົົ້າ ແລະ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດຢູູ່ເກືອບທົົ່ວໄປ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົົ່າກັບ […]