ພາບຄວາມເສຍຫາຍ ນໍ້າຖ້ວມບ້ານຫົວນາ ເມືອງຊຳໃຕ້ ແຂວງຫົວພັນ ວັນທີ 29/09/2025 ຈາກເຫດການນໍ້າໄຫຼຊຸ

ພາບຄວາມເສຍຫາຍ ນໍ້າຖ້ວມບ້ານຫົວນາ ເມືອງຊຳໃຕ້ ແຂວງຫົວພັນ ວັນທີ 29/09/2025 ຈາກເຫດການນໍ້າໄຫຼຊຸຄັ້ງນີ້ເຮັດໃຫ້ບ້ານເຮືອນຂອງປະຊາຊົນ, ລົດໃຫຍ່, ເສົາໄຟຟ້າ, ເຂົ້າໄດ້ຮັບຄວາມເສຍຫາຍ ແລະເຕັມໄປດ້ວຍເສດໄມ້ຈຳນວນຫຼາຍ, ຂໍໃຫ້ທຸກຄົນຜ່ານພົ້ນວິກິດການຄັ້ງນີ້ໂດຍໄວ.                

ອັດຕາເງິນເຟີ້ລາວ ຊະລໍຕົວ, ແຕ່ຄ່າ ຄອງຊີບຍັງສູງ ຈາກແຮງກົດດັນຂອງລາຄາ ໄຟຟ້າ-ນໍ້າມັນເຊື້ອໄຟ

  ອັດຕາເງິນເຟີ້ຂອງ ສປປ ລາວ ໄດ້ສືບຕໍ່ຊະລໍຕົວລົງຢ່າງໜ້າພໍໃຈ, ທ່າມກາງ ຄວາມທ້າທາຍທີ່ສຳຄັນຍັງຄົງມີຢູ່ ເນື່ອງຈາກລາຄາຂອງໝວດສິນຄ້າ ແລະ ບໍລິການທີ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນ, ໂດຍສະເພາະ ພະລັງງານ, ນ້ຳປະປາ, ແລະ ໝວດສຸຂະພາບ, ຍັງສືບຕໍ່ເພີ່ມຂຶ້ນໃນອັດຕາທີ່ສູງຢູ່.   ໂດຍ ຕາມການລາຍງານຂອງ ສູນສະຖິຕິແຫ່ງຊາດ, ໃນເດືອນກັນຍາ 2025, ອັດຕາເງິນເຟີ້ລວມຂອງປະເທດຢືນຢູ່ທີ່ 4.5%, ເຊິ່ງເປັນການເພີ່ມຂຶ້ນທີ່ຊ້າກວ່າເດືອນຜ່ານມາ, ຊີ້ໃຫ້ເຫັນເຖິງແນວໂນ້ມໃນທາງບວກ.   ຈຸດທີ່ສຳຄັນທີ່ສຸດແມ່ນຜົນສຳເລັດໃນການຄວບຄຸມອັດຕາເງິນເຟີ້ສະເລ່ຍໃນຮອບ 9 ເດືອນຕົ້ນປີ 2025 ເຊິ່ງບັນທຶກຢູ່ທີ່ 8.8%. ຕົວເລກນີ້ໄດ້ຫຼຸດລົງຢ່າງຮຸນແຮງເມື່ອທຽບກັບໄລຍະດຽວກັນຂອງປີ 2024 ທີ່ເຄີຍສູງເຖິງ 24.8%. ການຫຼຸດລົງເກືອບ 16 ສ່ວນຮ້ອຍສະແດງເຖິງຄວາມຄືບໜ້າທີ່ຍິ່ງໃຫຍ່ໃນການສ້າງສະຖຽນລະພາບທາງດ້ານລາຄາ.   ເຖິງແມ່ນວ່າຕົວເລກລວມຈະດີຂຶ້ນ, ລາຍລະອຽດສະແດງໃຫ້ເຫັນວ່າປະຊາຊົນຍັງປະເຊີນກັບຄ່າຄອງຊີບທີ່ສູງຂຶ້ນໃນໝວດສິນຄ້າຈຳເປັນເຊັ່ນ: ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນສູງທີ່ສຸດໃນເດືອນກັນຍາດ້ວຍ 18.2%, ໂດຍສະເພາະແມ່ນຄ່າບໍລິການຕ່າງໆ ແລະ ເຄື່ອງໃຊ້ປະຈຳວັນ.ທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ […]

ລັດຖະບານລາວຈະປັບປຸງລາຄາໄຟຟ້າເລີ່ມຕົ້ນເດືອນຕຸລານີ້ ເຊິ່ງຈະຍົກເລີກການໃຫ້ໄຟຟ້າຟຣີແກ່ຄອບຄົວທຸກຍາກ ແລະ ຄົວເຮືອນທີ່ໃຊ້ໄຟໜ້ອຍ.

  ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການໃນວັນທີ 23 ກັນຍາ ເພື່ອປັບປຸງອັດຕາຄ່າໄຟຟ້າໃໝ່ເລີ່ມແຕ່ເດືອນຕຸລາ 2025 ຈົນເຖິງເດືອນທັນວາ 2029. ແຈ້ງການດັ່ງກ່າວ ໄດ້ສັ່ງໃຫ້ ໄຟຟ້າລາວ (EDL) ຈັດຕັ້ງປະຕິບັດອັດຕາໃໝ່ ແລະ ປັບປຸງປະສິດທິພາບການດຳເນີນງານ ເພື່ອຮັບປະກັນຄວາມຍືນຍົງໃນໄລຍະຍາວຂອງບໍລິສັດ.   ໃນຕົ້ນປີນີ້, ກະຊວງພະລັງງານ ແລະ ບໍ່ແຮ່ (ໃນເມື່ອກ່ອນ) ໄດ້ປະກາດແຜນການປັບປຸງລາຄາໄຟຟ້າໃນໄລຍະປີ 2025–2029 ເພື່ອໃຫ້ສອດຄ່ອງກັບສະພາບການດຳເນີນທຸລະກິດຂອງ EDL, ໂດຍຄາດວ່າລາຄາຈະເພີ່ມຂຶ້ນເທື່ອລະກ້າວຕະຫຼອດໄລຍະດັ່ງກ່າວ.   ການປະກາດດັ່ງກ່າວໄດ້ສ້າງຄຳຖາມຢ່າງກວ້າງຂວາງ, ລວມທັງໃນກອງປະຊຸມສະພາແຫ່ງຊາດທີ່ຜ່ານມາ, ໂດຍມີການຮຽກຮ້ອງໃຫ້ລັດຖະບານພິຈາລະນາຄືນນະໂຍບາຍນີ້.   ນະໂຍບາຍໄຟຟ້າຟຣີໄດ້ນຳໃຊ້ໃຫ້ແກ່ຄົວເຮືອນທຸກຍາກທີ່ໃຊ້ໄຟຟ້າບໍ່ເກີນ 25 kWh ຕໍ່ເດືອນ. ພາຍໃຕ້ນະໂຍບາຍໃໝ່, ຄົວເຮືອນເຫຼົ່ານີ້ຈະຕ້ອງຈ່າຍ 521 ກີບ ຕໍ່ kWh. ອັດຕາໄຟຟ້າພື້ນຖານໃນປັດຈຸບັນ, ບໍ່ລວມນະໂຍບາຍຟຣີ, ແມ່ນ 696 ກີບ ຕໍ່ kWh, ອີງຕາມເວັບໄຊທ໌ຂອງ EDL.   […]

ກະຊວງໂຍທາທິການ ແລະ ຂົນສົ່ງ ວາງທິດທາງແຜນການ ຄາດໝາຍສູ້ຊົນ 5 ປີຕໍ່ໜ້າ ຈະສຸມໃສ່ຍົກລະດັບ ເສັ້ນທາງ ຄົມມະນາຄົມທາງບົກຢ່າງມີຈຸດສຸມ

  ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ວາງທິດທາງແຜນການ, ຄາດໝາຍສູ້ຊົນ, ວຽກງານຈຸດສຸມແຕ່ລະດ້ານ ແລະ ມາດຕະການຈັດຕັ້ງປະຕິບັດ ໃນ 5 ປີຕໍ່ໜ້າ(2026-2030) ໂດຍຈະສຸມໃສ່ຍົກລະດັບເສັ້ນທາງຄົມມະນາຄົມທາງບົກຢ່າງມີຈຸດສຸມ ເພື່ອເຊື່ອມຈອດພາກພື້ນຕາມບັນ ດາແລວທາງເສດຖະກິດ, ໄປພ້ອມກັບການພັດທະນາເສັ້ນທາງເຊື່ອມຈອດພາຍໃນ ຕິດພັນກັບການພັດ ທະນາຕົວເມືອງ ໃຫ້ສໍາເລັດ 11 ໂຄງການ. ພ້ອມທັງ, ຈະສຸມໃສ່ນໍາໃຊ້ທ່າແຮງ ຂອງທຸກພາກສ່ວນເສດ ຖະກິດ ໂດຍສະເພາະພາກເອກະຊົນ ໃນການຍົກລະດັບທາງຫລວງແຫ່ງຊາດສາຍຫລັກ ທີ່ມີການຂົນ ສົ່ງຫລາຍ, ມີທ່າແຮງໃຫ້ສາມາດຮັບນໍ້າໜັກໄດ້ໄດ້ 11 ໂຕນ/ເພົາ ຄາດຄະເນໃຫ້ໄດ້ 500 ກິໂລແມັດ, ສຸມໃສ່ວຽກງານຄຸ້ມຄອງນຳໜັກລົດບັນທຸກ, ຄຸ້ມຄອງດ້ານເຕັກນິກທາງດ່ວນ ແລະ ບັນດາວຽກງານຕ່າງໆທີ່ມີຄວາມຈໍາເປັນ.   ສະຫາຍ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຍທຂ ຄັ້ງທີ VI ເມື່ອບໍ່ດົນນີ້ວ່າ: ໃນລະຍະ 5 […]

ເຕືອນການສັນຈອນ ວັນທີ 29/09/2025 ເວລາປະມານ 7 ໂມງ, ນ້ຳຖ້ວມທາງ 28A ວິລະບູລີ – ເຊໂປນ ແຂວງສະຫວັນນະເຂດ.

ເຕືອນການສັນຈອນ ວັນທີ 29/09/2025 ເວລາປະມານ 7 ໂມງ, ນ້ຳຖ້ວມທາງ 28A ວິລະບູລີ – ເຊໂປນ ແຂວງສະຫວັນນະເຂດ. ສຳລັບລົດຈັກແມ່ນໄດ້ໃສ່ເຮືອເພື່ອຂ້າມໄປອີກຟາກໜຶ່ງ.    ຈຸດຫ້ວຍແຢງ ຖ້ວມສູງ 170cm.   ຈຸດຂົວບ້ານສົບມີ ຖ້ວມສູງ ປະມານ 250cm.            

ແຈ້ງເຕືອນໄພ ພາຍຸໝູນເຂດຮ້ອນ ບົວລອຍ (Bualoi) ປະຈໍາວັນທີ 29 ກັນຍາ 2025

ຍັງຄົງຢູ່ໃນຊ່ວງສະຖານະການທີ່ຫນ້າກັງວົນກັບພາຍຸໝູນເຂດຮ້ອນ ບົວລອຍ (Bualoi)   ໃນເວລາ 07 ໂມງ 00 ຂອງວັນທີ 29 ກັນຍາ 2025, ພາຍຸໝູນເຂດຮ້ອນ ບົວລອຍ (Bualoi) ຫົວທີ 20 ປະຈໍາປີ 2025 ໄດ້ອ່ອນກໍາລັງລົງກາຍເປັນພາຍຸດີເປຼ່ຊັນ, ກໍາລັງເຄື່ອນທີ່ໄປຕາມທາງທິດຕາເວັນຕົກ – ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ຄາດຄະເນວ່າຈະເຄື່ອນທີ່ຜ່ານ ແຂວງ ບໍລິຄຳໄຊ, ຊຽງຂວາງ, ໄຊສົມບູນ, ຫຼວງພະບາງ, ອຸດົມໄຊ, ບໍ່ແກ້ວ ແລະ ຫຼວງນ້ຳທາ.   ຫຼັງຈາກນັ້ນຈະອ່ອນກໍາລັງລົງຕາມລໍາດັບ ກາຍເປັນຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງປົກຄຸມຢູ່ພາກເໜືອຂອງປະເທດລາວ ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງເພີ່ມຂື້ນປົກຄຸມຢູ່ທຸກພາກຂອງປະເທດລາວ ແລະ ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ຕົກປານກາງ ແລະ ຈະມີຝົນຕົກໜັກ ຫາ ໜັກຫຼາຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ ໃນໄລຍະວັນທີ 28 ຫາ 30 […]

ຜົນກະທົບຈາກພະຍຸບົວລອຍ ປະເທດຫວຽດນາມ ເມືອງເວ້ ທີ່ ຮູບພາບ 28 ກັນຍາ 2025

ພະຍຸບົວລອຍ ເຄື່ອນຕົວເຂົ້າໃກ້ຝັ່ງຕອນກາງ-ເໜືອ ແຕ່ພະຍຸໝາຍເລກ 10 ບัວລອຍໄດ້ກໍ່ໃຫ້ເກີດພະຍຸລົມໝຸນ ເຮັດໃຫ້ຫລັງຄາເຮືອນ ແລະ ໂຮງຮຽນຫຼາຍກວ່າ 70 ຫຼັງໃນເມືອງເວ້ໄດ້ຮັບຜົນກະທົບສ້າງເສຍຫາຍ ລວມທັງຄວາມເສຍຫາຍອື່ນໆ ອີກຫຼາຍ                    

ສະຫຼຸບຜົນການແຂ່ງຂັນຊ່ວງເຮືອປະເພນີຈອມແຈ້ງ ປະຈໍາປີ 2025

  ບຸນຊ່ວງເຮືອປະເພນີຈອມແຈ້ງ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 27-28 ກັນຍາ 2025 ທີ່ທ່າວັດຈອມແຈ້ງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ​ມີການແຂ່ງຂັນສິລະປະເຊີ້ງງາມ-ເຊີ້ງມ່ວນ, ໂດຍມີ 8 ພາກສ່ວນເຂົ້າຮ່ວມແຂ່ງຂັນ; ຄຽງຄູ່ກັນນັ້ນກໍ່ໄດ້ຈັດການແຂ່ງຂັນເຮືອຊ່ວງປະເພດ 12 ສີພາຍ, ເຊິ່ງມີທັງໝົດ 12 ລໍາ ແລະ ພາກບ່າຍເປັນການແຂ່ງຂັນເຮືອຊ່ວງໃຫຍ່ປະເພດ 55 ສີພາຍ ປະກອບມີ 10 ລໍາ ທີ່ເຂົ້າຮ່ວມການແຂ່ງຂັນ.   ຜົນຂອງການແຂ່ງຂັນ ແລະ ລາຍລະອຽດຂອງລາງວັນແຕ່ລະປະເພດມີດັ່ງນີ້:   ຜົນການແຂ່ງຂັນປະເພດເຮືອໄຟ: – ອັນດັບທີ 1: ບ້ານ ຈອມເພັດໃຕ້, ໄດ້ຮັບເງິນລາງວັນ 8.000.000 ກີບ. – ອັນດັບທີ 2: ກຸ່ມທາດຂາວ, ໄດ້ຮັບເງິນລາງວັນ 6.000.000 ກີບ. – ອັນດັບທີ 3: ກຸ່ມສວນມອນ, ໄດ້ຮັບເງິນລາງວັນ […]

ຊາວພຸດຮ່ວມຖວາຍ ຜ້າປ່າສາມັກຄີ ແລະ ເທທອງຫລໍ່ພະ ຢູ່ວັດປ່ານາຄູນນ້ອຍ

  ຂປລ. ໃນວັນທີ 27 ກັນຍາ 2025 ນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມຖວາຍຜ້າປ່າສາມັກຄີ ໃນໂອກາດບຸນທັກຂີນານຸປາທານ ອຸທິດກຸສົນ 12 ປີ ການຈາກໄປຂອງພະອາຈານໃຫຍ່ ມະຫາ ຊາລີ ກັນຕະສີໂລ ຢູ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ນຳພາໂດຍພະອາຈານ ວັນຄໍາ ວົງສາສຸລິນ ຄະນະປະຈຳຫົວໜ້າກຳມາທິການປົກຄອງສົງ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ມີບັນດາພະສົງສາມະເນນ ຈາກວັດແຫ່ງຕ່າງໆ ພາຍໃນເມືອງນາຊາຍທອງ, ເຖົ້າແກ່ແນວໂຮມບ້ານນາຄູນນ້ອຍ ແລະ ອຳນາດການປົກຄອງເມືອງນາຊາຍ ເຂົ້າຮ່ວມ.   ການຖະຫວາຍຜ້າປ່າສາມັກຄີ ໃນຄັ້ງນີ້, ລວມປັດໄຈ ໄດ້ທັງໝົດ 600 ກວ່າລ້ານກີບ ເຊິ່ງປັດໄຈທີ່ໄດ້ຮັບ ຈະນຳໄປສົມທົບທຶນໃນການສ້າງເສັ້ນທາງ 80 ປີ ພະອາຈານໃຫຍ່ມະຫາ ຊາລີ ກັນຕະສີໂລ (ທາງເບຕົງເສີມເຫລັກ) ເຂົ້າຫາວັດປ່ານາຄູນນ້ອຍ ແລະ ນຳໄປສ້າງສາພັດທະນາວັດ ໃຫ້ສວຍງາມຂຶ້ນກວ່າເກົ່າ.   […]

ນາຍຍົກລັດຖະມົນຕີ ກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປ ສະມັດຊາໃຫຍ່ ສປຊ ສະໄໝທີ 80

  ຂປລ. ໃນ ວັນທີ 27 ກັນຍາ 2025, ທ່ານ ສອນໄຊ ສີພັນດອນ ນາຍຍົກລັດຖະມົນຕີ ແຫ່ງສປປ ລາວ ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະ ຫະປະຊາຊາດ (ສປຊ) ສະໄໝທີ 80 ແລະ ໄດ້ກ່າວຄໍາປາໄສຢ່າງເປັນທາງການ ໃນພາກອະພິປາຍທົ່ວໄປ ພາຍໃຕ້ຄໍາຂວັນ: “ຮ່ວມກັນເພື່ອອະນາຄົດທີ່ດີ: 80 ປີ ແລະ ໃນຕໍ່ໜ້າເພື່ອສັນຕິພາບ, ການພັດທະນາ ແລະ ສິດທິມະນຸດ ທີ່ ຫ້ອງການໃຫຍ່ ອົງການ ສປຊ, ນະຄອນນິວຢອກ, ສະຫະ ລັດ ອາເມລິກາ.   ໃນບົດປາໄສ, ທ່ານ ນາຍຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ວາລະຄົບຮອບ 80 ປີ ຂອງການສ້າງຕັ້ງອົງການສະຫະປະຊາຊາດ ຊຶ່ງຖືເປັນຂີດໝາຍສໍາຄັນດ້ານປະຫວັດສາດ ແລະ ຍັງເປັນໂອກາດອັນດີໃຫ້ແກ່ບັນດາປະເທດສະມາຊິກ ສະຫະປະຊາຊາດ ໄດ້ລະນຶກເຖິງຄວາມມຸ່ງມາດປາຖະໜາອັນແຮງກ້າຂອງ ວົງຄະນະຍາດສາກົນ ໃນການຊອກສະແຫວງຫາເສັ້ນທາງໃໝ່ […]