ປກສ ເມືອງໄຊຍະບູລີ ຢຶດ ແລະ ທຳລາຍໃບກະທ່ອມ ພ້ອມຫົວເຊື້ອ ແລະ ຢາສູບໄຟຟ້າ

ພະແນກຕໍາຫລວດ ປກສ ເມືອງໄຊຍະບູລີ ຕອນບ່າຍຂອງວັນທີ່ 17 ກັນຍາ 2025 ນີ້, ພະແນກຕໍາຫລວດ ກອງບັນຊາການ ປກສ ເມືອງໄຊຍະບູລີ ໄດ້ທໍາລາຍໃບກະທ່ອມ, ນໍ້າຫົວເຊື້ອ ແລະ ຢາສູບໄຝຟ້າ ທີ່ເຈົ້າໜ້າທີ່ດໍາເນີດການສືບສວນ – ສອບສວນສີ້ນສຸດ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພັທ ແສງຈັນ ສີສົມບັດ ຮອງກອງບັນຊາການ ປກສ ເມືອງໄຊຍະບູລີ, ມີຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ. ການທໍາລາຍໃບກະທ່ອມ, ນໍ້າຫົວເຊື້ອ ແລະ ຢາສູບໄຝຟ້າໃນຄັງນີ້ ແມ່ນເປັນຂອງກາງທີ່ຍຶດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ດໍາເນີນການສືບສ່ວນ – ສອບສວນສີ້ນສຸດແລ້ວ ຈື່ງໄດ້ນໍາມາທໍາລາຍຖີ້ມ, ໃນນັ້ນໃບກະທ່ອມທີ່ນໍາມາທໍາລາຍໃນຄັ້ງນີ້ແມ່ນມີຈໍານວນ 17,5 ກິໂລ, ນໍ້າຫົວເຊື້ອ 80 ກວດ ແລະ ຢາສູບໄຝຟ້າຈໍານວນ 09 ອັນ. ຂ່າວ: […]
ເທດສະການຍ່າງປ່າ-ລ່ອງເຮືອ ຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ຈະຈັດຂຶ້ນໃນຕົ້ນເດືອນຕຸລານີ້

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ເທສະການຍ່າງປ່າຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ແລະ ລອງເຮືອຕາມສາຍນໍ້າຫ້າ ແຂວງຫລວງນ້ຳທາ ຈະໄດ້ຈັດຂຶ້ນໃນວັນທີ 1-3 ຕຸລາ 2025 ທີ່ຈະມາເຖິງນີ້ ໂດຍຈະໃຊ້ເວລາ 2 ມື້ 1 ຄືນ ພ້ອມທັງມີຫລາຍກິດຈະກຳ ແລະ ຮຽນຮູ້ວິຖີຊີວິດ ວັດທະນະທຳອັນດີງາມ ຂອງປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດຢູ່ເຂດປ່າສະຫງວນແຫ່ງຊາດນໍ້າຫ້າ. ທ່ານ ສີສຸພັນ ທໍາປັນຍາ ຫົວໜ້າພະແນກ ວັດທະນະທໍາ ແລະ ການທ່ອງທ່ຽວແຂວງຫລວງນ້ຳທາ ທັງເປັນຫົວໜ້າ ຄະນະຮັບຜິດຊອບຈັດເທສະການຍ່າງປ່າ-ລອງເຮືອ” ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ການຈັດເທສະການຍ່າງປ່າ-ລອງເຮືອຄັ້ງນີ້ ເປັນຄັ້ງທຳອິດ ແລະ ເປັນຄັ້ງປະຫວັດສາດຂອງແຂວງຫລວງນໍ້າທາ ໂດຍໄດ້ຮັບການຄົ້ນຄວ້າເຫັນດີຂອງຄະນະພັກແຂວງ, ທັງນີ້ກໍເພື່ອເປັນການໂຄສະນາການທ່ອງທ່ຽວທໍາມະຊາດ ແລະ ວັດທະນະທຳ ຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ແລະ ເປັນການສົ່ງເສີມກິດຈະກຳຍ່າງປ່າ, ລ່ອງເຮືອ ແລະ ຮຽນຮູ້ວິຖີຊີວິດ ວັດທະນະທຳ ອັນດີງາມ ຂອງປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດຢູ່ເຂດ […]
ທ່ານໃດຜ່ານເຂດນີ້ແດ່ພີ່ນ້ອງ..? ວົງວຽນນ້ອຍເສັ້ນທາງສາມແຍກ ບ້ານວັດຊຽງດາ

ເຂດບ.ຊຽງດາ ມ.ໄຊເສດຖາ ນະຄອນຫຼວງວຽງຈັນ, ແບບນີ້ສ່ຽງເກີດອຸບັດເຫດແທ້ໆ! ປະຊາຊົນສ່ອງເເສງມາວ່າ ກາງທາງສາມແຍກ ບ້ານ ຊຽງດາ (ວົງວຽນນ້ອຍ) ເສັ້ນທາງສາມແຍກ ໜ້າວັດຊຽງດາ ທາງການແກ້ໄຂດ່ວນ!
ອົງການກອຍກາ (KOICA) ປະຈຳລາວໄດ້ມອບ ອຸປະກອນການແພດໃຫ້ແກ່ໂຮງໝໍແຂວງຫລວງພະບາງ

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ອົງການກອຍກາ (KOICA) ປະຈຳລາວ ໄດ້ນຳເອົາເຄື່ອງເອໂກ ມອບໃຫ້ໂຮງໝໍແຂວງຫລວງພະບາງ ໃນວັນທີ 18 ກັນຍາ 2025 ທີ່ແຂວງຫລວງພະບາງ ຕາງໜ້າມອບໂດຍທ່ານ ນາງ ແຊຢອງຮີ ຮອງຫົວໜ້າຫ້ອງການ ອົງການກອຍກາ ປະຈຳລາວ ແລະ ຕາງໜ້າໂດຍທ່ານ ພູວະນາ ອານຸລັກຄຳ ຜູ້ອຳນວຍການໂຮງໝໍແຂວງ ພ້ອມດ້ວຍພະນັກງານແພດ ແລະອາສາສະໝັກປະເທດເກົາຫລີ ປະຈຳໂຮງໝໍແຂວງຫລວງພະບາງ ເຂົ້າຮ່ວມ. ທ່ານ ພູວະນາ ອານຸລັກຄຳ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ອົງການກອຍກາ ທີ່ໄດ້ໃຫ້ການຊ່ວຍເຫລືອໂຮງໝໍແຂວງຫລວງພະບາງ ຕະຫລອດ 10 ກວ່າປີຜ່ານມາ ເປັນໂຄງການຮ່ວມມືທີ່ດີ ແລະ ມີປະໂຫຍດຫລາຍ ໃຫ້ແກ່ການພັດທະນາ ການບໍລິການສຸຂະພາບພາຍໃນໂຮງໝໍ, ນັບແຕ່ປີ 2008 ຈົນເຖິງປັດຈຸບັນ ໂຮງໝໍແຂວງຫລວງພະບາງ ໄດ້ຮັບອາສາສະໝັກ ກອຍກາ ຈຳນວນ 8 ຄົນ ໃນນີ້ ເຕັກນິກລັງສີ […]
ເກີດເຫດໄຟໄໝ້ທີ່ເຂດຢວນຫລົງ ເມື່ອເວລາປະມານ 15:00 ນາທີ ຂອງວັນທີ 17 ກັນຍາ 2025

ຮ່ອງກົງ ນ້ອງໝາ 20 ໂຕ ແມວ 4 ໂຕກັບດາວ ຫຼັງໄຟໄໝ້ສູນເພາະພັນສັດ ເກີດເຫດໄຟໄໝ້ທີ່ເຂດຢວນຫຫລົງ ເມື່ອເວລາປະມານ 15:00 ນ. ຂອງວັນທີ 17 ກັນຍາ ເຈົ້າໜ້າທີ່ດັບເພີງໄປທີ່ເກີດເຫດ ແລະ ດັບໄຟພ້ອມເຂົ້າຊ່ວຍເຫຼືອສັດ ຈາກລາຍງານ ມີໝາ 20 ໂຕ ແລະ ແມວ 4 ໂຕດັບສະຫລົດ ສ່ວນໝາອີກ 34 ໂຕລອດຊີວິດ. ທາງຕຳຫລວດລະບຸວ່າ ຈາກການສອບສວນເບື້ອງຕົ້ນ ສັນນິດຖານວ່າໄຟໄໝ້ນ່າຈະເກີດຈາກໄຟຟ້າລັດວົງຈອນ ຄາດວ່າ ເກີດຈາກເຄື່ອງປັບອາກາດເຮັດ ວຽກຜິດປົກກະຕິ
ຊ໊ອກ! ພົບສົບເດັກສາວລຸ່້ນໃນກະໂປງລົດ Tesla ຂອງນັກຮ້ອງດັງ D4vd ຫຼື David Burke ເຈົ້າຂອງເພງຮິດເຊັ່ນ “Here with me”

ເຊື່ອວ່າຫຼາຍຄົນຍັງຄົງຈື່ກ່ຽວກັບຂ່າວການພົບເຫັນສົບຂອງຜູ້ຍິງຄົນໜຶ່ງຢູ່ໃນລົດ Tesla ຂອງແຣັບເປີທີ່ມີຊື່ສຽງ D4vd ຫຼື David Burke ອາຍຸ 20 ປີ ເຈົ້າຂອງເພງຮິດຕ່າງໆ ເຊັ່ນ “Here with me”, “Romantic Homicide” ທີ່ຈອດ ຢູ່ລານຈອດລົດແຖວ Hollywood Hills ເຊິ່ງເປັນບ່ອນເກັບລົດທີ່ຖືກຈອດຖິ້ມໄວ້ດົນໆ ຫຼື ລົດທີ່ເຈົ້າຂອງປະຖິ້ມໄວ້ ໃນວັນທີ 8 ກັນຍາທີ່ຜ່ານມາ ຕອນແລ້ວເລື່ອງມັນກໍ່ສັບສົນພໍເບິ່ງແລ້ວ ເພາະວ່າລົດຄັນດັ່ງກ່າວຈົດທະບຽນຢູ່ລັດເທັກຊັສ ແຕ່ກັບມາຈອດຖິ້ມໄວ້ຂ້າງທາງແຖວ Hollywood Hills ເປັນເວລາເກືອບເດືອນກ່ອນຖືກລາກມາເກັບໄວ້ຢູ່ບ່ອນດັ່ງກ່າວ. ທີ່ສຳຄັນກໍ່ຄື ທາງນັກຮ້ອງມີຊື່ສຽງເອງກໍ່ບໍ່ໄດ້ໄປແຈ້ງຄວາມກັບຕຳຫຼວດໄວ້ວ່າລົດເສຍ ຫຼື ຖືກໂຈນລັກໄປແຕ່ຢ່າງໃດ ແລະ ຍັງຄົງອອກທົວຄອນເສີດຕໍ່ໄປ. ຫຼ້າສຸດໄດ້ມີການເປີດເຜີຍຊື່ຂອງຜູ້ເສຍຊີວິດອອກມາແລ້ວ ແລະ ກໍ່ຍິ່ງເຮັດໃຫ້ເລື່ອງມັນຊວນງົງ ແລະ ສັບສົນກັນຂຶ້ນໄປອີກ. ໂດຍສົບຂອງຍິງສາວຄົນດັ່ງກ່າວກໍ່ຄື “ເຊເລສເຕ ລິວາສ” (Celeste Rivas) ອາຍຸພຽງ 15 ປີເທົ່ານັ້ນ. […]
ພະຍາກອນອາກາດປະຈໍາເຊົ້າວັນທີ 19 ກັນຍາ 2025

ປະຈໍາເຊົ້າວັນທີ 19 ກັນຍາ 2025, ຮ່ອງຄວາມກົດດັນອາກາດຕ່ຳ ຫລື ຮ່ອງຝົນຍັງຈະສືບຕໍ່ພາດຜ່ານຢູ່ເຂດພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງພັດປົກຄຸມເປັນ ສ່ວນໃຫຍ່, ຊຶ່ງຈະເຮັດ ໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ. ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 19/09/2025 ຫາ ເວລາ 07 ໂມງ ຂອງວັນທີ 20/09/2025 ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 17 – 29 ອົງສາ. ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ […]
ປະສົບການຈາກສະໜາມຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ຂປລ. ໃນສະໜາມຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ພາຍໃຕ້ຄໍາຂວັນ: “ຄຽງບ່າ ຄຽງໄຫລ່ ຕໍ່ສູ້ເພືື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ມີສຽງປືນດັງກ້ອງສະໜາມ, ຂີ້ຝຸ່ນຄຸ້ມກະຈາຍໄປທົ່ວບໍລິເວນສະໜາມຫັດແອບ ເຊິ່ງເປັນການຍົກລະດັບຍຸດທະວິທີ, ແລກປ່ຽນຄວາມຮູ້ ຄວາມສາ ມາດ ສ້າງສາຍສຳພັນທີດີ ລະຫວ່າງສອງຊາດ ລາວ-ຣັດເຊຍ. ສໍາລັບ ພະນັກງານ-ນັກຮົບ ແມ່ນເປັນໂອກາດຄັ້ງສໍາຄັນໃນການຝຶກຊ້ອມ ເຊິ່ງໄດ້ສອນໃຫ້ຮູ້ຈັກກັບເຕັກນິກການຕໍ່ສູ້ ແລະ ຍຸດທະວິທີ ທີ່ທັນສະໄໝ, ການໃຊ້ຊີວິດຢູ່ໃນສະໜາມຝຶກທີ່ເຕັມໄປດ້ວຍສິ່ງທ້າທາຍ, ຄວາມຍາກລຳບາກ, ຄວາມກົດດັນ ທີ່ໄດ້ສ້າງຄວາມແຂງແກ່ນ ແລະ ຄວາມອົດທົນ ນັ້ນ, ແມ່ນການຮຽນຮູ້ທີ່ມາຈາກປະສົບການຕົວຈິງ ເຊິ່ງເປັນບົດຮຽນອັນລໍ້າຄ່າຫລາຍກວ່າທຸກບົດຮຽນໃນຫ້ອງຮຽນ. ສະຫາຍ ພັນເອກ ພັນສອນ ຄໍາຜິວ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາອະນຸກຳມະການເນື້ອໃນການຊ້ອມຮົບຮ່ວມ ລາວ-ຮັດເຊຍ “ລາ ໂຣສ-2025” ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ກອງທັບປະຊາຊົນລາວ ໃນວັນທີ 17 ກັນຍາ 2025 ນີ້ວ່າ: […]
ພ້ອມແລ້ວບໍ່ກັບເປີດໂປຣແກຣມພຣີເມຍລີກ ນັດທີ່ 5 ລິເວີພູ-ແມນຢູ ມີຄິວດວນແມັດໃຫຍ່

ໂປຣແກຣມພຣີເມຍລີກ ລະດູການ 2025-2026 ຈະລົງແຂ່ງຂັນໃນແມັດ 5 ໂດຍເຕະກັນຄົບທັງໝົດ 10 ຄູ່ ລະຫວ່າງວັນທີ່ 20-21 ກັນຍາ ໂດຍເກມແມັດໃຫຍ່ມີ 3 ຄູ່: ຄູ່ທຳອິດວັນເສົາ: ລິເວີພູ (ແຊັມເກົ່າ ແລະ ຈ່າຝູງ) ຈະເປີດແອນຟິວ ຮັບການມາຂອງ ເອເວີຕັນ ອາເຊັນນອນ (ຮອງຈ່າຝູງ) ຈະພົບກັບ ແມນຊິດຕີ້ (ທີ່ຫາກໍມີພຽງ 4 ແຕ້ມ) ເຈີເສິກໜັກເປີດໂອນ ແທຣບຟອດ ກັບການມາຂອງ ເຊວຊີ ຂ່າວອື່ນໆ: “ອາເນີ ” Arne ” Slot ” ອອກມາປ້ອງການ “ວຽດ” Wirtz ” ນັກເຕະຄົນໃໝ່ລິເວີພູ ຫຼັງຖືກວິຈານຜົນງານ 4 ນັດ […]
ການພົບປະການນຳຂັ້ນສູງ ລາວ-ຈີນ ໄດ້ເພີ່ມ ກຳລັງແຮງເຂົ້າໃນການສ້າງ ຄູ່ຮ່ວມຊາຕາກໍາລາວ-ຈີນ

ຂປລ. ຈີນ ແລະ ລາວ ແມ່ນປະເທດບ້ານໃກ້ເຮືອນຄຽງສັງຄົມນິຍົມ ທີ່ສະໜິດສະແໜ້ນ ແລະ ນໍາໜ້າໃນການສ້າງປະຊາຄົມຮ່ວມຊະຕາກຳມວນມະນຸດ ການພົບປະລະຫວ່າງ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປຈີນ ແລະ ສະຫາຍ ຕິ່ງເຊສຽງ ຮອງນາຍົກລັດຖະມົນຕີ ສປ ຈີນ ກັບ ສະຫາຍ ທອງລຸນ ສີສຸລິດ ໃນໂອກາກຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ໃນລະຫວ່າງວັນທີ 3-6 ກັນຍາຜ່ານມາ, ຜູ້ນຳສູງສຸດຂອງສອງພັກ, ສອງລັດ ໄດ້ແລກປ່ຽນຄວາມຄິດຄວາມເຫັນນຳກັນຢ່າງເລິກເຊິ່ງ ກ່ຽວກັບການລົງເລິກການກໍ່ສ້າງ ຄູ່ຮ່ວມຊາຕາກໍາຈີນ-ລາວໃນຍຸກໃໝ່. ໃນວັນທີ 16 ກັນຍາ 2025 ນີ້, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ໄດ້ຖະແຫລງຂ່າວຜົນສຳເລັດ […]