ກາເຟ ແລະ ຊາ ຄືໝາກຜົນທາງດ້ານກະສິກຳ ທີ່ເປັນຂີດໝາຍການພັດທະນາລາຍໄດ້ແບບຍືນຍົງ

  ວັນທີ 3 ຫາ 5 ຕຸລາ 2025 ຫຼວງພະບາງ ເມືອງມຸລະດົກໂລກໄດ້ເປັນເຈົ້າພາບຈັດງານບຸນກາເຟ ແລະ ຊາບ້ານເຮົາ ປີ 2025 ສະເຫຼີມສະຫຼອງກາເຟ ແລະ ຊາລາວ, ຄວາມຍືນຍົງ ແລະ ການຮ່ວມມື,ມີຫຼາຍກວ່າ 6,400 ຄົນ ໄດ້ເຂົ້າຮ່ວມ ເປົ້າໝາຍຊ່ວຍເຫຼືອປະຊາຊົນຫຼາຍກວ່າ 3,000 ຄົວເຮືອນ ໃນ ສປປ ລາວ ເພື່ອສ້າງລະບົບຕ່ອງໂສ້ມູນຄ່າກາເຟ ແລະ ຊາ ລວມເຖິງຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເນັ້ນໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໂດຍຜ່ານລະບົບຕ່ອງໂສ້ການສ້າງມູນຄ່າເພີ່ມຂອງຜະລິດຕະພັນກາເຟ ແລະຊາ ທີ່ມີຈັນຍາບັນ ແລະ ເປັນມິດກັບສິ່ງແວດລ້ອມໃນລາວ.   ງານນີ້ໄດ້ກາຍເປັນຈຸດນັດພົບລະຫວ່າງ ຊາວສວນ, ຜູ້ຜະລິດ, ຜູ້ຂົ້ວ, ຜູ້ປະກອບການ ແລະ ຜູ້ບໍລິໂພກ, ລວມໄປເຖິງອົງການພັດທະນາທີ່ມາຮວມຕົວກັນເພື່ອສະເຫຼີມສະຫຼອງກາເຟ ແລະ ຊາລາວ ທີ່ເປັນຕົວຂັບເຄື່ອນ ການພັດທະນາດ້ານກະສິກຳ ໂດຍແມ່ນກະຊວງກະສິກຳ ແລະ ສິ່ງແວດລ້ອມເປັນຜູ້ຈັດ,ແລະໄດ້ຮັບການສະໜັບສະໜູນຂອງ ໂຄງການ […]

ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ເດີນທາງເຖິງນະຄອນຫລວງວຽງຈັນ

  ຕອນເຊົ້າຂອງວັນທີ 16 ຕຸລາ 2025 ທ່ານ ອະນຸທິນ ຊານວີຣະກຸນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ, ນະຄອນ ຫລວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ພິທີຕ້ອນຮັບທີ່ສະໜາມບິນ ໂດຍການຕ້ອນຮັບ ທ່ານ ເຫລັກໄຫລ ສີວິໄລ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ທັງຝ່າຍລາວ ແລະ ຝ່າຍໄທ ໃຫ້ການຕ້ອນຮັບ.     ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງນີ້ ແມ່ນຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະ ພາບ ແລະ ເສີມຂະຫຍາຍການພົວພັນຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ […]

ເຫດການເກີດແຜ່ນດິນໄຫວຄັັ້ງວັນທີ 15 ຕຸລາ ຫາ ວັນທີ 16 ຕຸລາ 2025

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ລາຍງານເຫດການເກີດແຜ່ນດິນໄຫວ ຢູ່ບັນດາປະເທດໃກ້ຄຽງ ໃນຄັ້ງວັນທີ 15 ຕຸລາ 2025 ເວລາ  ຫາ ວັນທີ 16 ຕຸລາ 2025 , ເຫດການແຜ່ນດິນໄຫວເກີດຂຶ້ນລວມທັງໝົດ 4 ຄັັ້ງ ເຊິິ່ງເຫດການແຜ່ນດິນໄຫວທີິ່ເກີດຂຶ້ນຢູ່ປະເທດມຽນມາ ແລະ ປະເທດ ສສ ຫວຽດນາມ ໃນຄັ້ງນີ້ແມ່ນບໍ່ໄດ້ສົ່ງຜົນກະທົບຕໍ່ ສປປ ລາວ. ດັ່ງມີລະອຽດລຸ່ມນີ້:  

ລາຍງານສະພາບອາກາດປະຈໍາເຊົ້າວັນທີ 16 ຕຸລາ 2025

ພະຍາກອນອາກາດປະຈໍາເຊົ້າວັນທີ 16 ຕຸລາ 2025, ຄວາມກົດດັນຕ່ຳຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມ. ເຊິ່ງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.   ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຈະຕົກໃນລະດັບປານກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 55% ຂອງພາກ ອຸນຫະພູມໃນລະຫວ່າງ 18 – 27 ອົງສາ.   ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື […]

ກຸ່ມຜະລິດແນວພັນເຂົ້າລຸ້ນ3 ບ້ານຕຶງ ໄດ້ຮັບການພັດທະນາກຳລັງການຜະລິດເພີ້ມຂຶ້ນ

  ທ່ານ ຂັນຄຳ ເຂັມພາວັນ ຫົວໜ້າກຸ່ມຜະລິດແນວພັນເຂົ້າລຸ້ນ3 ບ້ານຕຶງ ເມືອງເຊບັ້ງໄຟ ແຂວງຄຳມ່ວນໄດ້ກ່າວວ່າ: ກຸ່ມຜະລິດແນວພັນເຂົ້າຢູ່ບ້ານຕຶງ ໄດ້ສ້າງຕັ້ງຂຶ້ນໃນວັນທີ 26/6/2012 ຕາມດໍາລັດ 2984/ລບ, ລວມມີຄະນະບໍລິຫານກຸ່ມ 11 ທ່ານ, ມີສະມາຊິກເຂົ້າຮ່ວມເບື້ອງຕົ້ນທັງໝົດ 22 ຄອບຄົວ, ມີເນື້ອທີ່ນາ 30.96 ຮຕ, ນາແຊງ 11.23 ຮຕ. ກຸ່ມພວກເຮົາໄດ້ຮັບທຶນສະໜັບສະໜູນ ດ້ານປັດໃຈການຜະລິດ ແລະ ອຸປະກອນກົນຈັກກະສິກຳ ຈຳນວນ 10 ກວ່າ ລາຍການ ເຊັ່ນ: ເຄື່ອງຂັດເມັດ, ເຄື່ອງອົບແຫ້ງ, ຈັກປັ່ນເຂົ້າ, ລົດດຳນາຢ່າງຕາມ ແລະ ອື່ນ…, ພ້ອມທັງໄດ້ຮັບການຝຶກອົບຮົມ ດ້ານເຕັກນິກການປູກເຂົ້າສິນຄ້າ, ການຜະລິດເຂົ້າແນວພັນ, ເຕັກນິກການບໍລິຫານກຸ່ມ, ຈາກໂຄງການ ຜະລິດກະສິກໍາເປັນສິນຄ້າ ຂອງລັດຖະບານ ໂດຍແມ່ນ ຂະແໜງກະສິກຳ ແລະ ປ່າໄມ້ ໄດ້ຊຸກຍູ້ – ສົ່ງເສີມນໍາພາຈັດຕັ້ງປະຕິບັດ ຊຶ່ງເຮັດໃຫ້ […]

ເຫດລົດໃຫຍ່ຕໍາກັນ ເສຍຫລັກປີ້ນລົງຫ້ວຍ ຄົນເຈັບປະຕິເສດບໍ່ຢາກໄປໂຮງໝໍ ວັນທີ 15 ຕຸລາ 2025 ເວລາ 12:31 ນາທີ

ວັນທີ 15 ຕຸລາ 2025 ເວລາ 12:31 ນາທີ ເກີດອຸປະຕິເຫດ ລົດໃຫຍ່ຕໍາກັນ ແລ້ວເສຍຫລັກປີ້ນລົງຫ້ວຍ ຢູ່ເສັ້ນທາງບ້ານດອນກາງ ນະຄອນຫລວງພະບາງ ແຂວງຫລວງພະບາງ. ບາດເຈັບ 1 ຄົນ, ເພດຊາຍ ສັນຊາດຈີນ. ໜ່ວຍກູ້ໄພໄດ້ ປະຖົມພະຍາບານເບື້ອງຕົ້ນ ຄົນເຈັບ ບໍ່ປະສົງໄປໂຮງໝໍ ສ່ວນສາເຫດເຈົ້າໜ້າທີ່ເລັ່ງດຳເນີນການເກັບກຳຂໍ້ມູນ.         Cr: ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຫລວງພະບາງ

ປະທານປະເທດ ແລະ ນາຍຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ

  ໃນວັນທີ 14 ຕຸລາ 2025​ ນີ້,​ ສະຫາຍ​ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,​ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 14-15 ຕຸລາ 2025 ນີ້.     ໂອກາດນີ້, ສະຫາຍ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຂອງສະຫາຍ ພົນເອກ ຟານ​ວັນຢາງ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່,​ ຄວາມສາມັກຄີແບບພິເສດ​ […]

ລາຍງານເຫດການແຜ່ນດິນໄຫວໃນຄັັ້ງວັນທີ 14 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 15 ຕຸລາ 2025

ຢູ່ບັນດາປະເທດໃກ້ຄຽງ, ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວລາຍງານເຫດການເກີດແຜ່ນດິນໄຫວ ຢູ່ບັນດາປະເທດໃກ້ຄຽງ ໃນຄັັ້ງວັນທີ 14 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 15 ຕຸລາ 2025 ເວລາ 7:00 ໂມງເຊົ້າ, ເຫດການແຜ່ນດິນໄຫວເກີດຂຶ້ນລວມທັງໝົດ 4 ຄັັ້ງ, ເຊິິ່ງເຫດການແຜ່ນດິນໄຫວທີິ່ເກີດຂຶ້ນຢູ່ປະເທດມຽນມາ ປະເທດໄທ ແລະ ປະເທດ ສສ ຫວຽດນາມ ໃນຄັັ້ງນີ້ແມ່ນບໍ່ໄດ້ສົ່ງຜົນກະທົບຕໍ່ ສປປ ລາວ. ດັ່ງມີລະອຽດລຸ່ມນີ້:      

ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງສີໂຄດຕະບອງ ແລະ ເມືອງຈັນທະບູລີ ໃຫ້ກຽມກັກເກັບນ້ຳໄວ້ໃຊ້ ວັນທີ 16 ຕຸລາ 2025ນີ້

ລັດວິສາຫະກິດ ນ້ຳປະປານະຄອນຫຼວງວຽງຈັນ ແຈ້ງການເຖິງບັນດາຜູ້ຊົມໃຊ້ນ້ຳປະປາ ໃຫ້ກະກຽມກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ຢູ່ຂອບເຂດພື້ນທີ່ ທີ່ຢູ່ໃກ້ຄຽງ ຂອງເມືອງສີໂຄດຕະບອງ ແລະ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ເມືອງ ສີໂຄດຕະບອງປະກອບມີ: ບ້ານ ນາຄຳ, ອຸບມຸງ, ໜອງປາໄນ, ວັດໄຕນ້ອຍທ່າ, ວັດໄຕນອ້ຍທົ່ງ, ໜອງສະໂນຄຳ, ວັດໄຕໃຫຍ່ທ່າ, ວັດໄຕໃຫຍ່ທົ່ງ, ອາກາດ, ເມືອງວາທ່າ, ເມືອງວາທົ່ງ, ສີໄຄທ່າ, ສີໄຄທົ່ງ, ຍາພະ, ສີບຸນເຮືອງທ່າ, ສີບຸນເຮືອງທົ່ງ, ສີຊົມຊື່ນ, ໂນນສະຫວ່າງ, ເກົ້າລ້ຽວ, ດ່ານຄຳ, ໂນນຂີ້ເຫຼັກ, ໂນນແກ້ວ, ໂພນສະຫວາດເໜືອ, ໂພນສົມບູນ, ຕາດທອງ, ໜອງດາ, ໃໝ່, ຫວ້ຍຫອ້ມ, ໂພສີ, ນາແຮ່, ວຽງສະຫວັນ, ທົ່ງປົ່ງ, ນາເລົ່າ, ໜອງໜ້ຽວ, ໜອງແຕ່ງໃຕ້, ໜອງແຕ່ງເໜືອ, ວຽງຄຳ, ຈຳປາ, ດົງນາໂຊກໃຕ້, ດົງນາໂຊກເໜືອ, ປາກທ້າງ, ດົງນາທອງ, […]

ພະຍາກອນອາກາດປະຈຳເຊົ້າວັນທີ 15 ຕຸລາ 2025

ພະຍາກອນອາກາດປະຈຳເຊົ້າວັນທີ 15 ຕຸລາ 2025, ຄວາມກົດດັນຕ່ຳຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມ. ເຊິ່ຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະຈະມີຝົນຕົກ ໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 15/10/2025 ຫາ ເວລາ 07 ໂມງ ຂອງວັນທີ 16/10/2025 ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຈະຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 18 – 30 ອົງສາ. ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳທາ, ບໍແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ […]