3 ກອງທັບຊ້ອມກອບກູ້ໄພພິບັດກອງທັບກຳປູເຈຍ-ລາວ-ຫວຽດນາມຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກ

  ພາກສ່ວນເພື່ອໃຫ້ຂັ້ນເທິງສັງເກດການຄັ້ງທີ 2 ໃນວັນທີ 13 ຕຸລາ ຜ່ານມາ ທີ່ສະໜາມຝຶກຊ້ອມອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງ ທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບປະຈໍາປີ 2025, ທ່ານ ພັນເອກ ຟ້າມ ວັນຢູ້ງ ຮອງຫົວໜ້າເສນາທິການທະຫານເຂດ 4, ຫົວໜ້າຄະນະຊີ້ນໍາກອບກູ້ໄພພິບັດຮ່ວມ 3 ກອງທັບຝ່າຍຫວຽດນາມ, ທ່ານ ພັນເອກ ລົງ ກິມທຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ, ຫົວໜ້າຄະນະຊີ້ນໍາຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບຝ່າຍກໍາປູເຈຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ 3 ກອງທັບເຂົ້າຮ່ວມ.     ທ່ານ ພົນຕີ ສາຍໃຈ ກົມມະສິດ ກ່າວວ່າ: ການຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກພາກສ່ວນໃນຄັ້ງນີ້ ແມ່ນເຮັດໄດ້ດີກວ່າຄັ້ງທີ່ຜ່ານມາ, ການອອກຄໍາສັ່ງມີລັກສະນະຊັດເຈນ, ເດັດຂາດ, ການເຄື່ອນໄຫວແຕ່ລະຈັງຫວະຂອງແຕ່ລະໜ່ວຍງານມີລັກສະນະຕໍ່ເນື່ອງ ແລະ […]

ສິ່ງທີ່ຄວນຮູ້ໃຊ້ໄດ້ຈິງໃນຊ່ວງທີ່ຝົນຕົກ ແລະ ພາຍຸເຂົ້າແບບນີ້ ມາເບິ່ງວິທີລອດຊີວິດເມື່ອເກີດພະຍຸຝົນຟ້າຄະນອງ ມີຟ້າຜ່າ

  1. ສິ່ງທີ່ຕ້ອງເຮັດທັນທີເມື່ອໄດ້ຍິນສຽງຟ້າຮ້ອງ ຫາບ່ອນຫລົບທີ່ປອດໄພທີ່ສຸດ: ແມ່ນການເຂົ້າໄປໃນອາຄານຂະໜາດໃຫຍ່ທີ່ໝັ້ນຄົງ, ມີການຕິດຕັ້ງສາຍລໍ້ຟ້າ, ຫຼື ເຂົ້າໄປໃນລົດໃຫຍ່ແລ້ວທີ່ປິດປະຕູ ແລະ ປ່ອງຢ້ຽມໃຫ້ແໜ້ນ (ໂຄງລົດຈະເຮັດໜ້າທີ່ເປັນກົງຟາຣາເດທີ່ຊ່ວຍນຳກະແສໄຟຟ້າລົງດິນ) ຫຼີກລ້ຽງນ້ຳ ແລະ ວັດຖຸນຳໄຟຟ້າ: ຢູ່ຫ່າງຈາກແຫຼ່ງນ້ຳ (ສະລະນ້ຳ, ທະເລ, ແມ່ນ້ຳ), ອຸປະກອນໄຟຟ້າ, ໂທລະສັບບ້ານ, ທໍ່ນ້ຳ, ຫຼື ວັດຖຸທີ່ເປັນໂລຫະທຸກຊະນິດ ງົດໃຊ້ໂທລະສັບມືຖື: ປິດ ແລະ ງົດໃຊ້ອຸປະກອນສື່ສານ. ໂທລະສັບມືຖືບໍ່ໄດ້ດຶງດູດຟ້າຜ່າ, ແຕ່ຄື້ນສັນຍານອາດເພີ່ມຄວາມສ່ຽງໄດ້ເລັກນ້ອຍ. ທີ່ສຳຄັນຄືອາດເຮັດໃຫ້ທ່ານພາດການສັງເກດສະພາບແວດລ້ອມຮອບຕົວ 2. ເມື່ອຕ້ອງຢູ່ໃນທີ່ໂລ່ງແຈ້ງ (ແລະບໍ່ມີບ່ອນລົບ) ຫາກບໍ່ສາມາດຫາອາຄານເພື່ອຫລົບໄດ້ທັນ, ໃຫ້ປະຕິບັດຕາມຄຳແນະນຳເຫຼົ່ານີ້ທັນທີ: ຫ້າມຢູ່ໃຕ້ຕົ້ນໄມ້ສູງຕົ້ນດຽວ: ຕົ້ນໄມ້ສູງໃຫຍ່ໃນທີ່ໂລ່ງແມ່ນຈຸດທີ່ຟ້າຜ່າລົງໄດ້ງ່າຍທີ່ສຸດ, ແລະກະແສໄຟຟ້າສາມາດແຕກຂະເເຫນງເຮັດອັນຕະລາຍທ່ານໄດ້ ຫ້າມນອນເເນບກັບພື້ນ: ການນອນເເນບຈະເພີ່ມພື້ນທີ່ສຳຜັດກັບພື້ນດິນ, ເຊິ່ງກະແສໄຟຟ້າທີ່ວິ່ງຕາມພື້ນ (Ground Current) ເປັນສາເຫດຫຼັກຂອງການບາດເຈັບ ແລະ ເສຍຊີວິດຈາກຟ້າຜ່າ ເຮັດທ່າໝອບໂຕ: ຍໍ່ຕົວລົງໃຫ້ຕ່ຳທີ່ສຸດ, ເອົາເທົ້າ(ຕີນ)ທັງສອງຂ້າງເຂົ້າຫາກັນ, ແລະ ເອົາຫົວຊຸກຢູ່ລະຫວ່າງຫົວເຂົ່າ. ຢ່າໃຊ້ມືແປະຕິດກັບພື້ນ. ການຊິດເທົ້າຊ່ວຍຫຼຸດໂອກາດທີ່ກະແສໄຟຟ້າຈະແລ່ນຜ່ານຮ່າງກາຍ (ເຂົ້າຂາຂ້າງໜຶ່ງ ອອກຂາອີກຂ້າງໜຶ່ງ) […]

ເພີ່ມທະວີປຸກຈິດສຳນຶກ ຊາວໜຸ່ມ-ເຍົາວະຊົນ ເຫັນໄດ້ ເຖິງພິດໄພ-ຜົນຮ້າຍຂອງສິ່ງເສບຕິດ ດ້ວຍຫລາຍຮູບການ

  ຂປລ. ໃນໂອກາດວັນແຫ່ງຊາດ ຕ້ານຢາເສບຕິດຄົບຮອບ 24 ປີ (12/11/2001-12/11/2025) ທ່ານ ພົອ ວິໄລ ຫລ້າຄໍາຟອງ ຮອງນາຍຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ເນັ້ນໜັກໃຫ້ເພີ່ມທະ ວີຄວາມເອົາໃຈໃສ່ຕໍ່ວຽກງານໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ໃນທົ່ວສັງຄົມໃຫ້ກວ້າງຂວາງດ້ວຍຫລາຍຮູບການເພື່ອສ້າງຈິດສຳນຶກໃຫ້ປະຊາຊົນລາວບັນດາເຜົ່າ ໂດຍສະເພາະໄວໜຸ່ມ-ຊາວໜຸ່ມ, ເຍົາວະຊົນເຫັນໄດ້ເຖິງຜິດໄພ, ຜົນຮ້າຍຂອງສິ່ງເສບຕິດ, ຮັບຮູ້, ເຂົ້າໃຈລະບຽບກົດໝາຍກ່ຽວກັບຢາເສບຕິດ, ປຸກລະດົມຂົນຂວາຍໃຫ້ເຂົາ ເຈົ້າເຂົ້າໃຈ, ຕື່ນຕົວ, ສະໝັກໃຈ ແລະ ມີສ່ວນຮ່ວມໃນວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ຫລາຍຂຶ້ນໃນທຸກພາກສ່ວນຂອງສັງຄົມ.   ນອກຈາກນີ້, ຍັງໃຫ້ຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດເປັນພັນທະ, ເປັນໜ້າທີ່ຂອງທຸກພາກສ່ວນ, ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ພ້ອມທັງ, ກໍານົດເອົາວຽກງານດັ່ງກ່າວ, ເຂົ້າເປັນວຽກຈຸດສຸມໜຶ່ງທີ່ຕິດພັນກັບ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ດ້ວຍການສືບຕໍ່ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະສືບຕໍ່ຮອດທ້າຍປີ 2025 ທັງຈັດຕັ້ງ, ສະຫລຸບ, ຕີລາຄາປະເມີນຜົນຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ເພື່ອຟື້ນຟູຕໍ່ຜູ້ຖືກເຄາະຮ້າຍ, ວຽກງານບຳບັດປິ່ນ […]

ແຂວງວຽງຈັນມີແຈ້ງການ ໃຫ້ໂຈະບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານຄາຣາໂອເກະ ວັນທີ 14-17 ຕຸລາ 2025

ແຂວງວຽງຈັນ ໃຫ້ໂຈະບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານຄາຣາໂອເກະ ລະຫວ່າງ ວັນທີ 14-17 ຕຸລາ 2025 ໃນໄລຍະດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ VII . ຕາມເເຈ້ງການດັ່ງລຸ່ມນີ້:  

ລາຍງານເຫດການເກີດແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງປະຈໍາວັນທີ 13 -14 ຕຸລາ 2025

ເຫດການເກີດແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງ ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ປະຈໍາວັນທີ 13 ຕຸລາ 2025 ເວລາ 7:00 ໂມງເຊົົ້າ ຫາ ວັນທີ 14 ຕຸລາ 2025 ເວລາ 7:00 ໂມງເຊົົ້າ, ເຫດການແຜ່ນດິນໄຫວເກີດຂຶ້ນລວມທັງໝົດ 13 ຄັ້ງ, ເຊິິ່ງເຫດການແຜ່ນດິນໄຫວທີິິ່ເກີດຂຶ້ນຢູູ່ປະເທດມຽນມາ, ໄທ ແລະ ປະເທດ ສສ ຫວຽດນາມ ໃນຄັ້ງນີແມ່ນບໍ່ໄດ້ສົ່ງຜົນກະທົບຕໍ່ ສປປ ລາວ. ດັ່ງມີລາຍລະອຽດລຸ່ມນີ້:  

ສະແດງທົດລອງ ຄັ້ງທີ 2 ການເດີນຂະບວນສວນສະໜາມ ສະຫຼອງວັນຊາດຄົບຮອບ 50 ປີ.

  ວັນທີ 13 ຕຸລາ 2025 ຢູ່ທີ່ວິທະຍາຄານນາຍທະຫານບົກກົມມະດຳ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ຈັດຕັ້ງສະແດງປະສານທົດລອງ ຄັ້ງທີ 2 ການເດີນຂະບວນສວນສະໜາມ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກ ການກະກຽມຈັດຕັ້ງງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຊີ້ນໍາການເດີນສວນສະໜາມ, ມີບັນດາຄະນະຊິ້ນຳ, ຄະນະນຳຊີ້ນຳແຕ່ລະກ້ອນກໍາລັງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.           ພາບ-ຂ່າວ: ວິທະຍຸກອງທັບ

ສະພາບອາກາດປະຈໍາເຊົ້າວັນທີ 14 ຕຸລາ 2025

ສະພາບອາກາດປະຈໍາເຊົ້າວັນທີ 14 ຕຸລາ 2025, ຄວາມກົດດັນຕ່ຳຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງອ່ອນ ສົມທົບກັບລົມຕາເວັນອອກພັດປົກຄຸມ. ເຊິ່ງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 14/10/2025 ຫາ ເວລາ 07 ໂມງ ຂອງວັນທີ 15/10/2025 ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຈະຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 17 – 28 ອົງສາ. ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ […]

ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50).

  ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ບາລິວ ລາຮາດາເລຍ ລັດຖະມົນຕີ​ກະຊວງ​ພະລັງງານ ​ແລະ ຊັບພະຍາກອນ​ບໍ່​ແຮ່ ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50). ທ່ານ ບາຣລິລ ຢືນຢັນ​ວ່າ: ປັດຈຸ​ບັນ, ລັດຖະບານ​ອິນ​ໂດ​ເນ​ເຊຍ​ກຳລັງທົດລອງການນໍາໃຊ້ນໍ້າມັນເຊື້ອໄຟ B-50 ​ໄລຍະ​ທີ 4 ເຊິ່ງເປັນ​ໄລຍະ​ສຸດ​ທ້າຍ​ ແລະ ຄາດ​ວ່າ​ຈະ​ສຳ​ເລັດ​ພາຍ​ໃນ 6-8 ​ເດືອນ. ໂດຍມີການທົດລອງກັບເຄື່ອງຈັກເຮືອ, ລົດໄຟ, ເຄື່ອງຈັກໜັກ ແລະ ອຸປະກອນອື່ນໆ. ​ທັງນີ້, ໂຄງການ​ນ້ຳມັນ​ເຊື້ອ​ໄຟ B-50 ເຊິ່ງເປັນການ​ປະສົມ​ນ້ຳມັນ​ກາ​ຊວນ​ທຳ​ມະ​ດາ 50% ກັບ​ນ້ຳມັນ​ປາມ​ດິບ 50% ​ຖືເປັນ​ສ່ວນ​ໜຶ່ງ​ຂອງ​ຍຸດ​ທະ​ສາດ​ໄລຍະ​ຍາວ​ຂອງ​ອິນ​ໂດ​ເນ​ເຊຍ ​ເພື່ອ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ ​ແລະ ຫຼຸດຜ່ອນ​ການ​ເພິ່ງ​ພາ​ອາ​ໄສ​ນ້ຳມັນ​ເຊື້ອ​ໄຟ. ນອກຈາກນັ້ນ, ໂຄງການນ້ຳມັນເຊື້ອໄຟ B-50 ແມ່ນສອດຄ່ອງກັບປະລິມານການນຳໃຊ້ນໍ້າມັນເຊື້ອໄຟ B-40 ໃນປັດຈຸບັນ ຊຶ່ງມີການໃຊ້ບັນລຸ 10 ລ້ານກິໂລລິດ, ກວມເອົາ 64.7% ຂອງເປົ້າໝາຍປີ […]

ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ.

ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ. ຊ່ວງນີ້ສະພາບອາກາດຂ້ອນຂ້າງຈະບໍ່ຄົງທີ່ໃຫ້ປະຊາຊົນທີ່ອອກໄປໃຊ້ຊີວິດຂ້າງນອກໃຫ້ລະມັດລະວັງ ບໍ່ວ່າຈະເປັນຝົນຈາກພາຍຸ ຫລື ອາກາດທີ່ຮ້ອນຂຶ້ນຕາມອຸນຫະພູບທີ່ມີຄວາມຮ້ອນສູງ ໃຫ້ກຽມພ້ອມຮັບມືກັບຄວາມປ່ຽນແປງນີ້ . ສາມາດອ່ານແຈ້ງການອຸນຫະພູມແຕ່ລະພາກດ້ານລຸ່ມ:          

ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!

  ອາທິດນີ້ໃຜຈະດວງຈັດອັນດັບ 12 ລາສີ ດວງດີປະຈຳວັນທີ່ 13–19 ຕຸລາ ປີ 2025  ເປີດເຜີຍຊັດລາສີໃດມີເກນຮັບໂຊກ ວຽກປັງ ຄວາມຮັກປັງ ການເງິນສົດໃສ ພ້ອມພະລັງດີໜູນນຳຊີວິດໃຫ້ກ້າວໜ້າ ອັນດັບທີ່ 1 ລາສີມັງກອນ, ລາສີກໍລະກົດ, ລາສີທະນູ ດາວຍ້າຍດວງປ່ຽນຄືໄດ້ເລີ່ມຕົ້ນຊີວິດໃໝ່ ກັບຄືນມາ ໂດດເດັ່ນໄດ້ອີກຄັ້ງ ວຽກດີເງິນດີ ມີຊ່ອງທາງໃຫ້ເຫັນໂອກາດໃໝ່ ເຕີບໂຕກ້າວໜ້າແບບເຕີບໂຕໄວຫຼາຍ ອັນດັບທີ່ 2 ລາສີເມກ, ລາສີພຶດສົກ, ລາສີສິງ ຊ່ວງນີ້ກໍຈະໂຊກດີບໍ່ໜ້ອຍ ມີເງິນເພີ່ມລາຍໄດ້ເພີ່ມຈາກຊ່ອງທາງພິເສດ ລວມທັງເປັນລູກຮັກເທວະດາມີໂຊກລາບເຂົ້າມາຕະຫຼອດ ວາງແຜນຈັດການເລື່ອງການເງິນໃຫ້ດີແລ້ວທ່ານຈະໝັ້ນຄົງຂຶ້ນ ອັນດັບທີ່ 3 ລາສີມີນາ, ລາສີຕຸນ ເປັນຊ່ວງປາກນຳໂຊກໂນ້ມນ້າວຄົນອື່ນໄດ້ ທ່ານຈະຫາເງິນຫາວຽກໄດ້ຈາກການເຈລະຈາຈາກຄຳເວົ້າ ສິ່ງທີ່ຕິດຕໍ່ລໍຖ້າຈະໄດ້ຮັບການຕອບຮັບທີ່ດີ ແຕ່ໃຫ້ລະວັງເລື່ອງຂອງສຸຂະພາບໜ້ອຍໃນຊ່ວງນີ້ ອັນດັບທີ່ 4 ລາສີກຸມ, ລາສີພິຈິກ ຄືຊ່ວງນີ້ຈະຂາດໆ ເກີນໆ ພໍໄດ້ຢ່າງໜຶ່ງກໍມີເລື່ອງໃຫ້ເສຍຢ່າງໜຶ່ງ ຮັບຫລາຍກໍຈ່າຍງ່າຍ ໃຊ້ຊີວິດດ້ວຍຄວາມລະມັດລະວັງ ລະວັງຂອງຫາຍ ຫຼື ຜິດພາດມີບັນຫາຄ້າງຄາເຮັດໃຫ້ເສຍເງິນຊ້ຳໆ ອັນດັບທີ່ […]