ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)

ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ເສັ້ນທາງເຊື່ອມຕໍ່ລະຫວ່າງ ແຂວງບໍລິຄຳໄຊ, ສປປ ລາວ ຫາ ຈັງຫວັດບຶງການ, ປະເທດໄທ ເຊິ່ງໃນປັດຈຸບັນແມ່ນກຳລັງກະກຽມຄວາມພ້ອມໃນການເປີດໃຫ້ບໍລິການຢ່າງເປັນທາງການໃນເດືອນທັນວາ ປີ 2025 ນີ້. ສໍາລັບເສັ້ນທາງຂອງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ນີ້ມີຄວາມຍາວປະມານ 16 ກິໂລແມັດ, ໂດຍມີມູນຄ່າການລົງທຶນ 3,772 ລ້ານບາດ, ໂດຍມີສ່ວນແບ່ງລະຫວ່າງສອງປະເທດຮ່ວມລົງທຶນກັນ ໃນການເປີດບໍລິການແມ່ນຈະດຳເນີນຕາມມາດຕະຖານດຽວກັນກັບຂົວມິດຕະພາບແຫ່ງອື່ນໆ ພ້ອມທັງເປັນການເປີດປະຕູເສດຖະກິດຢ່າງເຕັມຮູບແບບ
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້

ພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງ, ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ລາຍງານເຫດການເກີດແຜ່ນດິນໄຫວ ຢູ່ ບັນດາປະເທດໃກ້ຄຽງ ໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ເວລາ 7:00 ໂມງເຊົ້າ. ເຫດການແຜ່ນດິນໄຫວເກີດຂຶ້ນ ລວມທັງໝົດ 8 ຄັ້ງ, ເຊິ່ງເຫດການເກີດແຜ່ນດິນໄຫວ ຢູ່ພາຍໃນປະເທດ ສປປ ລາວ, ສປ ຈີນ, ມຽນມາ, ສສ ຫວຽດນາມ ໃນຄັ້ງນີ້ແມ່ນບໍ່ໄດ້ສົ່ງຜົນກະທົບໃນພື້ນທີ່ໃກ້ຄຽງ ອາດຈະມີຄວາມຮູ້ສຶກໄດ້ພຽງເລັກໜ້ອຍໃນບໍລິເວນໃກ້ພື້ນທີ່. ດັ່ງມີລາຍລະອຽດລຸ່ມນີ້:
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ

ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ຕຸລາ 2025, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການພົວພັນຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍ່ຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນ ຍົງລະຫວ່າງ ສອງຊາດ ລາວ ແລະ ໄທ ໃຫ້ພັດທະນາ ແລະ ຂະ ຫຍາຍຕົວຍິ່ງໆຂຶ້ນ. ແຈ້ງການ: ກະຊວງການຕ່າງປະເທດ
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ

ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ຄະນະບໍລິຫານງານສູນກາງພັກແຮງງານເກົາຫລີ ແລະ ໂດຍໄດ້ຮັບການມອບໝາຍຈາກ ສະຫາຍ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງ ພັກປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງ, ເລຂາທິ ການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະ ໄດ້ເດີນທາງໄປຮ່ວມພິທີສະເຫລີມສະຫລອງ ວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ (10/10/1945-10/10/2025) ທີ່ນະຄອນຫລວງພຽງຢາງ, ສປປ ເກົາຫລີ, ແຕ່ວັນທີ 09-11 ຕຸລາ 2025, ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກການນຳ ພັກ, ລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ອ້າຍນ້ອງ. ໃນໄລຍະການເຄື່ອນໄຫວຢູ່ […]
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025

ປະຈໍາເຊົ້າວັນທີ 13 ຕຸລາ 2025, ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນຍັງຮ້ອນຢູ່ທົົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 13/10/2025 ຫາ ເວລາ 07 ໂມງ ຂອງວັນທີ 14/10/2025 ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນເຢັນຢູ່ທົົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິານ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 30% ຂອງພາກ ອຸນຫະພູມໃນລະຫວ່າງ 16 -29 ອົງສາ. ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນຢູ່ທົົ່ວໄປໃນຕອນເຊົ້າ ສ່ວນຕອນບ່າຍອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື […]
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)

ຂປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງສາລະວັນ ຈັດພິທີໂຮມຊຸມນຸມມິດຕິງສະເຫລີມສະຫລອງວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 24 ປີ (12 ຕຸລາ 2001-12 ຕຸລາ 2025) ແລະ ພິທີຈູດທຳລາຍຢາເສບຕິດ ໃນວັນທີ 10 ຕຸລາ 2025 ທີ່ວິທະຍາໄລຄູສາລະວັນ ໂດຍມີທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີ ທ່ານ ພັອມແພງສີ ໄຊຍະເພັດ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງສາລະວັນ ພ້ອມດ້ວຍພະແນກການອ້ອມຂ້າງ, ອົງການທຽບເທົ່າ, ພະນັກງານ-ລັດຖະກອນ, 2 ປກສ-ປກຊ, ຄູອາຈານ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມ. ທ່ານ ພັນເອກ ຄຳໂກ້ ທົງຄຳຫານ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ລາຍງານວ່າ: ໄລຍະ 1 […]
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025

ຂ່າວຕ່າງປະເທດລາຍງານ ໃນວັນສຸກທີ 10 ຕຸລາ 2025, ເວລາ 8:43 ໂມງເຊົ້າ ລາຍລະອຽດ:ຂະໜາດ 7.6 ແມັກນິຈູດ, ຄວາມເລິກ 58 ກິໂລແມັດທີ່ເມືອງມານາຍ, ແຂວງດາເວົາໂອເລຍນທາລ໌, ຟີລິບປິນສະຖານະການລ່າສຸດ ຜູ້ເສຍຊີວິດມີຜູ້ເສຍຊີວິດ 2 ຄົນ (ຂໍ້ມູນເບື້ອງຕົ້ນ) ເກີດໄຟຟ້າດັບໄຟຟ້າດັບໃນເຂດແຜ່ນດິນໄຫວເປັນວົງກວ້າງກ ມີແຈ້ງການເຕືອນສຶນາມິ ເວລາ 13:30 ໂມງ ໄດ້ຍົກເລີກການເຕືອນສຶນາມິແລ້ວ. ເກີດແຜ່ນດິນໄຫວຕາມມາ (Aftershock) ເວລາ 14:00 ໂມງ ມີແຜ່ນດິນໄຫວຕາມມາແລ້ວ 200 ຄັ້ງ. ຄວາມເສຍຫາຍ ເຮືອນ ແລະ ອາຄານຈຳນວນຫຼາຍເສຍຫາຍຍັງບໍ່ສາມາດລະບຸຈຳນວນທີ່ແນ່ນອນໄດ້ກຳລັງຢູ່ໃນລະຫວ່າງການກວດສອບ ພາບຄວາມເສຍຫາຍເບື້ອງຕົ້ນ […]
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025

ຄວາມກົດດັນສູງຂອງອາກາດເຢັນ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ. ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າຢູ່ແຂວງພາກເໜືອ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ ພ້ອມລົມພັດແຮງເປັນບາງໂອກາດ.
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ

ຂ່າວແຂວງຜົ້ງສາລີ ລາຍງານວັນທີ 10 ຕຸລາ 2025 ນີ້ວ່າ: ວັນທີ 6-8 ຕຸລາ 2025 ທີ່ຜ່ານມາ ຄະນະພັກ-ຄະນະບັນຊາ ກອງຮ້ອຍທະຫານຊາຍແດນ 111 ໄດ້ຈັດຕັ້ງກໍາລັງອ້າຍ-ນ້ອງທະຫານຈໍານວນ 15 ສະຫາຍ ຊ່ວຍເຫລືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທໍາມະຊາດ ນໍ້າຖ້ວມຢູ່ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ. ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫລາຍວັນ ເຮັດໃຫ້ນໍ້າໄດ້ຖ້ວມເຂົ້ານາ ແລະ ເຂົ້າທີ່ກອງໄວ້ ປະມານ 2 ເຮັກຕາ. ດັ່ງນັ້ນ, ກໍາລັງອ້າຍ-ນ້ອງທະຫານຈຶ່ງໄດ້ພາກັນຊ່ວຍຂົນເຂົ້າ ແລະ ຍ້າຍກອງເຂົ້າໄດ້ສຳເລັດຕາມຄາດໝາຍທີ່ວາງໄວ້.
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ

ຂປລ. ເມື່ອບໍ່ດົນມານີ້, ຄະນະກໍາມະການໂອແລມປິກແຫ່ງຊາດລາວ (ຄອລ) ຈັດພິທີມອບ-ຮັບໜ້າທີີ່ປະ ທານຄະນະກໍາມະການໂອແລມປິກແຫ່ງຊາດລາວ ລະຫວ່າງ ທ່ານ ພຸດ ສິມມາລາວົງ ປະທານຄະນະກໍາມະການໂອແລມປີກແຫ່ງຊາດລາວ (ຜູ້ເກົ່າ) ແລະ ທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ຜູ້ໃໝ່), ມີບັນດາອະດີດການນຳ ຄອລ, ຮອງປະທານ, ຄະນະກຳມະການ ຄອລ, ມີປະທານ-ຮອງສະຫະພັນກິລາແຫ່ງຊາດຕ່າງໆ, ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ. ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການ ຄອລ ໄດ້ລາຍງານໃຫ້ຮູ້ວ່າ: ຄະນະກໍາມະການໂອແລມປີກແຫ່ງຊາດລາວ ເປັນອົງການຈັດຕັ້ງທາງສັງຄົມກ່ຽວກັບກິລາ-ກາຍຍະກໍາ ຊຶ່ງເປັນຕົວແທນໃຫ້ ສປປ ລາວ ໃນການເຂົ້າຮ່ວມຂະບວນການເຄື່ອນໄຫວກິລາໂອແລມປີກ, ອະນຸພາກພື້ນ ແລະ ສາກົນ, ມີພາລະບົດບາດພັດທະ ນາກິລາ-ກາຍຍະກໍາ ນໍາເອົາຊື່ສຽງກຽດສັກສີ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນໃນເວທິສາກົນຕາມສິດ ແລະ ໜ້າທີ່ […]