ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.

ສະມາຄົມມິດຕະພາບລາວ – ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ (10/10/1945-10/10/2025) ໃນວັນທີ 9 ຕຸລານີ້ ທີ່ບ້ານນາຄວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ເປັນກຽດໃນພິທີ ໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ປະທານສະມາຄົມມິດຕະພາບລາວ – ສປປ ເກົາຫຼີ, ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ສະຫາຍ […]
ໂລກຍາກທີ່ຈະບັນລຸໄດ້ ເປົ້າໝາຍ ເພີ່ມພະລັງ ງານ ໄຟຟ້າທົດແທນ ທົບ 3 ເທົ່າໃນປີ 2030

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ອົງການ ພະລັງງານ ສາກົນ (IEA) ກ່າວເຕືອນ ລະດັບ ການພັດທະນາ ພະລັງງານ ທົດແທນທົ່ວໂລກ ພວມມີ ສັນຍານ ຊັກຊ້າລົງ, ເຮັດໃຫ້ໂລກ ຍາກທີ່ຈະບັນ ລຸໄດ້ ເປົ້າໝາຍ ເພີ່ມປະລິ ມານໄຟຟ້າທົດແທນຂຶ້ນທົບ 3 ເທົ່າ ໃນປີ 2030, ເຊິ່ງເປັນເປົ້າໝາຍໜຶ່ງ ທີ່ສຳຄັນໃນຄວາມມານະ ພະຍາຍາມ ຈຳກັດການປ່ຽນແປງ ຂອງດິນຟ້າ ອາກາດ. ຕາມບົດລາຍງານ ຫລ້າສຸດ, IEA ຄາດຄະເນວ່າ ກຳລັງແຮງ ພະລັງ ງານ ທົດແທນທົ່ວໂລກ ພຽງແຕ່ເພີ່ມຂຶ້ນ ປະມານ 4.600 GW ເທົ່ານັ້ນ, ເທົ່າກັບ 2,6 ເທົ່າ ເມື່ອທຽບໃສ່ ລະດັບຂອງປີ 2022, ຕ່ຳຫລາຍ ພໍສົມຄວນ ເມື່ອທຽບ […]
ມາຮູ້ຈັກກັບ 4 ພັນໄມ້ປະດັບໃນເຮືອນ ທີ່ຊ່ວຍໄລ່ຍຸງໄດ້ “ແຮງສຸດໆ” ທັງປອດໄພ ທັງສວຍງາມ ແລະ ຫອມສົດຊື່ນ

ຮູ້ຫຼືບໍ່ວ່າພັນໄມ້ບາງຊະນິດບໍ່ພຽງແຕ່ຊ່ວຍຕົກແຕ່ງເຮືອນໃຫ້ສວຍງາມເທົ່ານັ້ນ ແຕ່ຍັງມີຄຸນສົມບັດໃນການໄລ່ຍຸງ ແລະ ແມງໄມ້ໄດ້ຢ່າງເປັນທຳມະຊາດອີກດ້ວຍ ແຖມຍັງໃຫ້ກິ່ນຫອມສົດຊື່ນ ຊ່ວຍໃຫ້ບັນຍາກາດໃນເຮືອນໜ້າຢູ່ຍິ່ງຂຶ້ນ. ລອງມາເບິ່ງກັນວ່າມີພັນໄມ້ຊະນິດໃດແດ່ທີ່ທັງສວຍ ຫອມ ແລະ ໄລ່ຍຸງໄດ້ຢ່າງມີປະສິດທິພາບ. 1. ໂຣສແມຣີ່ (Rosemary) – ສະໝຸນໄພຫອມໄລ່ຍຸງຕົວຈິງ ໂຣສແມຣີ່ ເປັນໄມ້ພຸ່ມຂະໜາດນ້ອຍທີ່ປູກງ່າຍ ດູແລງ່າຍ ເໝາະສຳລັບວາງໃນກະຖັງບໍລິເວນລະບຽງ ຫ້ອງຮັບແຂກ ຫຼື ສວນຂະໜາດນ້ອຍ. ມີກິ່ນຫອມເປັນເອກະລັກຂອງໂຣສແມຣີ່ສາມາດຂັບໄລ່ຍຸງ ແລະ ແມງໄມ້ໄດ້ດີຫຼາຍ. ບາງຄົນປູກໂຣສແມຣີ່ຮອບແປງຜັກ ຫຼື ຂອບຮົ້ວເຮືອນເພື່ອຫຼຸດຈຳນວນຍຸງຕາມທຳມະຊາດ. ນອກຈາກນີ້ຍັງສາມາດນຳໃບໄປສະກັດເຮັດເປັນສະເປກັນຍຸງ ນ້ຳມັນຫອມລະເຫີຍ ຫຼື ໃຊ້ເປັນເຄື່ອງປຸງອາຫານ ແລະ ສ່ວນປະສົມໃນເຄື່ອງສຳອາງໄດ້ອີກດ້ວຍ. ເມື່ອສຳຜັດເບົາໆທີ່ໃບ ໂຣສແມຣີ່ຈະປ່ອຍກິ່ນຫອມສົດຊື່ນທີ່ມະນຸດຮູ້ສຶກຜ່ອນຄາຍ ແຕ່ຍຸງກັບບໍ່ມັກ ກາຍເປັນວິທີໄລ່ຍຸງແບບທຳມະຊາດທີ່ທັງປອດໄພ ແລະ ຫອມອົບອວນທົ່ວເຮືອນ. 2. ລາເວນເດີ (Lavender) – ຫອມຫວານຊວນຜ່ອນຄາຍ ແຕ່ຍຸງບໍ່ມັກ ລາເວນເດີ ຫຼື […]
ບໍລິຄຳໄຊ ມອບເງິນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ

ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ພິທີມອບ-ຮັບເງິນນະໂຍບາຍ ໃຫ້ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ປະຈຳປີ 2025 ຕາມດຳລັດ 272 /ລບ ຈັດຂຶ້ນໃນວັນທີ 9 ຕຸລາ 2025 ທີ່ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ຄຳສະຫວາດ ອູດທະຈັກ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີບັນດາຫ້ອງການ ຮສສ ເມືອງ, ຕາງໜ້າຜູ້ໄດ້ຮັບເງິນນະໂຍບາຍ ແລະ ພະແນກການອ້ອມຂ້າງເຂົ້າຮ່ວມ. ທ່ານ ອຸດອນ ຄໍາພຽນ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການມອບເງິນນະໂຍບາຍ, ການອະນຸມັດເງິນອຸດໜູນເສຍສະລະຊີວິດ ໃນງວດ II ປະຈໍາປີ 2025 ຕາມດຳລັດ 272 /ລບ […]
ໂຄງການສ້າງປະຕູໂຂງ ມຊ ແລະ ຄະນະກະເສດສາດມູນຄ່າ 560,000 ໂດລາ ຄາດວ່າຈະສຳເລັດກ່ອນວັນຊາດ

ພິທີວາງສີລາລືກໂຄງການກໍ່ສ້າງປະຕູໂຂງເຂົ້າ-ອອກ ມະຫາວິທະຍາໄລແຫ່ງຊາດ (ມຊ ວິທະຍາເຂດດົງໂດກ) ແລະ ປະຕູໂຂງທາງເຂົ້າຄະນະກະເສດສາດ (ວິທະຍາເຂດນາບົງ) ຈັດຂຶ້ນໃນວັນທີ 8 ຕຸລາຜ່ານມາ ທີ່ ມຊ ໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ ແລະ ທ່ານ ຢາງໂປ ປະທານບໍລິສັດ ເອເຊຍໂທບາໂຄ ອິນດັດຕຣີ ກຣຸບ ກຳຈັດ ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ. ໂອກາດນີ້, ທ່ານ ເດຊານຸລາດ ແສນດວງເດດ ກ່າວວ່າ: ໂຄງການກໍ່ສ້າງປະຕູໂຂງເຂົ້າ-ອອກ ມຊ ແລະ ປະຕູທາງເຂົ້າຄະນະກະເສດສາດ ເປັນໂຄງການຊ່ວຍເຫຼືອຈາກບໍລິສັດເອເຊຍໂທບາໂຄ ອິນດັດຕຣີ ກຣຸບ ຈໍາກັດ ລວມມູນຄ່າການກໍ່ສ້າງທັງໝົດ 560,000 ໂດລາ […]
ເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຮ່ວມມືສົ່ງເສີມພື້ນຖານໂຄງລ່າງດ້ານດີຈິຕອນ ໃຫ້ສອດຄ່ອງກັບປະຊາຄົມເສດຖະກິດອາຊຽນ

ເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ໄດ້ສົ່ງເສີມສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ສົ່ງເສີມການຮ່ວມມືດ້ານເສດຖະກິດດີຈິຕອນ ແລະ ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICTs) ໂດຍເນັ້ນໃສ່ການເສີມສ້າງ ແລະ ຊຸກຍູ້ ພື້ນຖານໂຄງລ່າງດ້ານດີຈິຕອນ ໃຫ້ສອດຄ່ອງກັບປະຊາຄົມເສດຖະກິດອາຊຽນ (AEC) Blueprint 2025. ໃນລະຫວ່າງວັນທີ 7-8 ຕຸລາ 2025 ຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນ, ສະຖາບັນການຕ່າງປະເທດ ໃນນາມຜູ້ປະສານງານເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ (NARTT) ໂດຍການເປັນເຈົ້າພາບຮ່ວມກັບ ມະຫາວິທະຍາໄລ MGIMO ຣັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ ຄັ້ງທີ 6 ພາຍໃຕ້ຫົວຂໍ້ “ASEAN-Russia Strategic Partnership for Sustainable Peace and Development”, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ, ນັກຄົ້ນຄວ້າ […]
ຮູບພາບພາຍຸງວງຊ້າງເກີດຂຶ້ນ ໃນປະເທດກຳປູເຈຍ ພາຍຸທີ່ສາມາດເຫັນໄດ້ຢ່າງຊັດເຈນ

ພະຍຸທີ່ສາມາດເຫັນໄດ້ຢ່າງຊັດເຈນ ແລະ ມີຮູບຮ່າງຄ້າຍງວງຊ້າງ ຫຼືທີ່ຊາວບ້ານເອີ້ນວ່າ “ខ្យល់កួច” (ລົມກູດ) ຫຼື ລົມໝຸນ ໄດ້ພັດຖະຫຼົ່ມເຮືອນລອຍນ້ຳຂອງປະຊາຊົນ ເທິງແມ່ນ້ຳໂຕນເລສາບ ພາຍໃນເວລາສັ້ນໆ ສົ່ງຜົນໃຫ້ເຮືອນເສຍຫາຍເກືອບ 20 ຫຼັງ. ເຫດການດັ່ງກ່າວເກີດຂຶ້ນໃນເວລາປະມານ 1 ໂມງກາງຄືນ ຂອງວັນທີ 7 ຕຸລາ ຢູ່ບ້ານເປຣັກຕານ ຕຳບົນເກາະຊີວົງ ເມືອງແອັກພະນົມ. ຢ່າງໃດກໍຕາມ ເຫດການນີ້ບໍ່ມີລາຍງານວ່າມີຜູ້ບາດເຈັບ ຫຼື ເສຍຊີວິດແຕ່ຢ່າງໃດ.
ເລຂາທິການໃຫຍ່ ພັກ ສປປ ລາວ ສືບຕໍ່ຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫລີ

ຂປລ. ໃນວັນທີ 8 ຕຸລາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫລີ ເປັນມື້ທີ 2 ໂດຍໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ເຂົ້າວາງກະຕ່າດອກໄມ້ ຢູ່ວັງພະອາທິດ ກຶມສຸສານ ເພື່ອໄວ້ອາໄລ ແລະ ຈາລຶກເຖິງຄຸນງາມຄວາມດີ ຂອງ ສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ ໃນພາລະກິດນໍາພາປະຊາຊົນເກົາຫລີ ຕໍ່ສູ້ກູ້ຊາດ, ສ້າງສາ ແລະ ພັດທະນາປະເທດຊາດ ສປປ ເກົາຫລີ ໃຫ້ເຂັ້້ມແຂງ ແລະ […]
ແຈ້ງປັບລາຄານ້ຳມັນລົງ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 09/10/2025

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 09/10/2025 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1443/ກຄພນ ລົງວັນທີ 08 ຕລ. 2025 ແອັດຊັງພິເສດ -570 ກີບ ແອັດຊັງທຳມະດາ -500 ກີບ ກາຊວນ -380 ກີບ
ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ລົງເຄື່ອນໄຫວຕິດຕາມເຂື່ອນໄຟຟ້ານ້ຳລີກ 1-2 ແລະ ນ້ຳງື່ມ 1.

ໃນຕອນເຊົ້າຂອງວັນທີ 05 ຕຸລາ 2025, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະຈາກກົມພະລັງງານ, ຜູ້ຕາງໜ້າຫ້ອງການເມືອງເຟືອງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ຫ້ອງການແຮງງານ ແລະ ສະຫວັດດິການສັງຄົມ, ຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ, ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ໄດ້ລົງຕິດຕາມລະດັບນ້ຳໃນເຂື່ອນໄຟຟ້ານໍ້າລີກ 1-2 ແລະ ເຂື່ອນໄຟຟ້າ ນໍ້າງື່ມ 1. ພາຍຫຼັງຮັບຟັງການລາຍງານການບໍລິຫານ ແລະ ຈັດການນໍ້າ, ທ່ານ ລັດຖະມົນຕີ, ໄດ້ໃຫ້ທິດຊີ້ນໍາຕໍ່ຄະນະຜູ້ບໍລິຫານ ແລະ ພະນັກງານ, ກຳມະກອນຂອງບໍລິສັດໄຟຟ້ານໍ້າລີກ 1-2 ແລະ ນໍ້າງື່ມ 1 ໃຫ້ເອົາໃຈໃສ່ວາງແຜນການບໍລິຫານ-ຈັດການນໍ້າ ທີ່ມີລະບົບຄົບຊຸດນັ້ນ, ໃຫ້ເພີ່ມທະວີເອົາໃຈໃສ່ບາງບັນຫາກ່ອນການລະບາຍນໍ້າອອກ ເພື່ອຮັບປະກັນບໍ່ໃຫ້ເກີດຜົນກະທົບ ແລະ ການສູນເສຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ […]