ກຽວໂຕ ຂຶ້ນພາສີໂຮງແຮມ ເພື່ອຫຼຸດຜ່ອນຄວາມແອອັດຂອງນັກທ່ອງທ່ຽວ

ຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ອຳນາດການປົກຄອງນະຄອນກຽວໂຕ ໄດ້ປະກາດການເພີ່ມອັດຕາພາສີໂຮງແຮມໃໝ່ ຊຶ່ງຈະມີຜົນສັກສິດໃນເດືອນມີນາປີ 2026, ເພື່ອແກ້ໄຂບັນຫານັກທ່ອງທ່ຽວແອອັດ.ອຳນາດການ ປົກຄອງນະຄອນກຽວໂຕ ໄດ້ເພີ່ມພາສີໂຮງແຮມຕໍ່ນັກທ່ອງທ່ຽວ, ໂດຍມີອັດຕາພາສີສູງສຸດເຖິງ 10,000 ເຢນ ເພື່ອຫວັງຫຼຸດຜ່ອນຈໍານວນນັກທ່ອງທ່ຽວຫຼາຍເກີນໄປ ຊຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງຊາວນະຄອນກຽວໂຕ.ການເກັບ ພາສີໂຮງແຮມສະບັບໃໝ່ນີ້ຈະມີຜົນບັງຄັບໃຊ້ໃນວັນທີ 1 ມີນາ 2026 ເປັນຕົ້ນໄປ. ໂດຍນັກທ່ອງທ່ຽວທີ່ພັກໃນໂຮງແຮມທີ່ມີລາຄາ 100,000 ເຢນຕໍ່ຄົນຕໍ່ຄືນ ຈະຖືກເກັບພາສີໂຮງແຮມ 10,000 ເຢນ ຫຼື 10% ຂອງລາຄາທີ່ພັກ.ສ່ວນນັກທ່ອງທ່ຽວທີ່ພັກຢູ່ໂຮງແຮມທີ່ມີລາຄາຕໍ່າກວ່າ 6,000 ເຢນ ຈະຖືກເກັບພາສີ 200 ເຢນຕໍ່ ຄົນຕໍ່ຄືນ ແລະ ໂຮງແຮມທີ່ມີລາຄາຕໍ່າກວ່າ 20,000 ເຢນ ຈະຖືກເກັບພາສີ 400 ເຢນ. ໂດຍອັດຕາພາສີໂຮງແຮມສະບັບໃໝ່ນີ້ແມ່ນມີລັກສະນະແບບຂັ້ນໄດ, ແຕ່ສຳລັບການເດີນທາງມາທັດສະນະສຶກສາຂອງນັກຮຽນ ແລະ ຜູ້ຕິດຕາມ ຈະໄດ້ຮັບ ການຍົກເວັ້ນ. ການເກັບພາສີໂຮງແຮມໃໝ່ຄັ້ງນີ້ໄດ້ຖືກອະນຸມັດໂດຍລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ການສື່ສານພາຍຫຼັງແຜນການດັ່ງກ່າວໄດ້ຖືກປັບປຸງ […]
ສະພາບອາກາດປະຈຳເຊົ້າວັນທີ 07 ຕຸລາ 2025

ປະຈຳເຊົ້າວັນທີ 07 ຕຸລາ 2025, ຄວາມກົດດັນອາກາດ່ຳຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ. ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງຈະມີກຳລັງແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຈະມີຝົນຕົກປານກາງ ຫາ ໜັກ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ. ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 07/10/2025 ຫາ ເວລາ 07 ໂມງ ຂອງວັນທີ 08/10/2025 ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງຫົວພັນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ. ອຸນຫະພູມໃນລະຫວ່າງ 18 – 29 ອົງສາ. ພາກເໜືອດ້ານຕາເວັນຕົກ […]
ຮອງນາຍຍົກລັດຖະມົນຕີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຊີ້ນຳກອງປະຊຸມ ປຶກສາຫາລືວຽກງານຄຸ້ມຄອງໄພພິບັດ

ຂປລ. ໃນວັນທີ 6 ຕຸລາ 2025 ນີ້, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມ ເພື່ອປຶກສາຫາລືການແກ້ໄຂຜົນກະທົບໄພນ້ຳຖ້ວມ ທີ່ເກີດຂຶ້ນຈາກພະຍຸ ໃນປີ 2025 ເປັນຕົ້ນ ພະຍຸວຸທິບ, ວິພາ ແລະ ບົວລອຍ ແລະ ແຜນການກະກຽມຄວາມພ້ອມຮັບມືກັບລົມພະຍຸແມັດໂມ ທີ່ຈະພັດຜ່ານເຂົ້າມາ ສປປ ລາວ ໃນໄວໆນີ້ ໂດຍການເປັນປະທານຂອງ ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ພ້ອມດ້ວຍບັນດາທ່ານ ຮອງລັດຖະມົນຕີ, ຜູ້ຕາງໜ້າບັນດາກະຊວງ-ອົງການ ທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຄະນະກໍາມະການໄພພິບັດຂັ້ນສູນກາງເຂົ້າຮ່ວມ. ໃນໂອກາດນີ້, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຜົນການເກັບກຳຂໍ້ມູນຜົນກະທົບ ແລະ ຜົນເສຍຫາຍ ຈາກພະຍຸ ທີ່ເຂົ້າມາ […]
ຜົນກະທົບຈາກພາຍຸຝົນພັດເຂົ້າໃນຄືນ ວັນທີ 6 ຕຸລາ 2025 ທີ່ສະຖານທີ່ຈັດງານບຸນປະເພນີຊ່ວງເຮືອ ທີ່ເມືອງຫຼາ ແຂວງອຸດົມໄຊ

ຜົນກະທົບຈາກພາຍຸຝົນພັດເຂົ້າໃນຄືນ ວັນທີ 6 ຕຸລາ 2025 ທີ່ສະຖານທີ່ຈັດງານບຸນປະເພນີຊ່ວງເຮືອ ທີ່ເມືອງຫຼາ ແຂວງອຸດົມໄຊ ເຮັດໃຫ້ເຄື່ອງຂອງທີ່ກະກຽມງານ ໂຕະ ຕັ່ງ ເຕັ້ນ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ.
ປິດເສັ້ນທາງຊົ່ວຄາວ 01 – 20 ຕຸລາ 2025 ເຂດເຊື່ອມຕໍ່ບ້ານນາທົ່ມ ຫາ ບ້ານວຽງແກ້ວ ຈຸດລອດກ້ອງທາງລົດໄຟ ເພື່ອປັບປຸງເທເບຕົງ

ປິດເສັ້ນທາງຊົ່ວຄາວ 01 – 20 ຕຸລາ 2025 ເຂດເຊື່ອມຕໍ່ບ້ານນາທົ່ມ ຫາ ບ້ານວຽງແກ້ວ ຈຸດລອດກ້ອງທາງລົດໄຟ ເພື່ອປັບປຸງເທເບຕົງ ເຊື່ອມຕໍ່ລະຫວ່າງບ້ານນາທົ່ມ ຫາ ບ້ານວຽງແກ້ວ ຂໍໃຫ້ທຸກທ່ານນຳໃຊ້ເສັ້ນທາງດັ່ງກ່າວດ້ວຍຄວາມລະມັດລະວັງ ມີທາງເວັ້ນໄດ້ທັງສອງເບື້ອງ.
ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ເປີດເສັ້ນທາງນໍາເຂົ້ານໍ້າມັນເຊື້ອໄຟ ເສັ້ນທາງໃໝ່ຢ່າງເປັນທາງການ ຜ່ານທ່າເຮືອເຂດເສດຖະກິດພິເສດຫງີເຊີນ ແຂວງແທັງຮວ່າ ສສ ຫວຽດນາມ ເພື່ອຈໍາໜ່າຍສູ່ພື້ນທີ່ພາກເໜືອຂອງ ສປປ ລາວ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ຕຸລາ 2025 ທີ່ສາງນໍ້າມັນນາທອງ ເມືອງຊໍາເໜືອ ແຂວງຫົວພັນ ໂດຍມີທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ, ທ່ານ ບຸນຍົກ ບຸດສະວົງ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ມີພະແນກການ, ຫ້ອງການ, ຄະນະກໍາມະການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟຂັ້ນແຂວງ ແລະ ພະນັກງານລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນການນໍາເຂົ້າຂອງລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຄັ້ງນີ້ ແມ່ນໄດ້ນໍາເຂົ້ານໍ້າມັນກາຊວນມາດຕະຖານຄຸນນະພາບ ຢູໂຣ 5 ຈໍານວນ 2.600 ກວ່າໂຕນ ຫລື ປະມານ 3,2 ລ້ານລິດ. ນໍ້າມັນດັ່ງກ່າວຖືກຂົນສົ່ງຜ່ານທາງເຮືອກໍາປັ່ນ ມາຂຶ້ນທີ່ທ່າເຮືອຫງີເຊີນ ແລະ ບັນຈຸຊົ່ວຄາວທີ່ສາງນໍ້າມັນແອັງຟາດ ແຂວງແທັງຮວ່າ ເປັນການຊົ່ວຄາວ. […]
ແຂວງສະຫວັນນະເຂດເປີດເສຍພາສີລົດໃຫຍ່ແລ້ວ

ອີງຕາມແຈ້ງການຂອງກົມພາສີປະຈຳແຂວງສະຫວັນນະເຂດ ລົງເມື່ອວັນທີ 3 ຕຸລາ 2025 ກ່ຽວກັບ ໃຫ້ນໍາເອົາພາຫານະທີ່ນໍາເຂົ້າແບບບໍ່ຖືກຕ້ອງ ແລະ ນຳໃຊ້ບໍ່ຖືກເປົ້າໝາຍ ທີ່ມີໃນຄອບຄອງ ແລະ ຍັງບໍ່ທັນໄດ້ເສຍພາສີຖືກຕ້ອງຕາມລະບຽບກົດໝາຍ ເຂົ້າມາແຈ້ງຕໍ່ເຈົ້າໜ້າທີ່ພາສີ ພາສີປະຈຳແຂວງສະຫວັນນະເຂດ ຂໍແຈ້ງເຖິງ: ບຸກຄົນ, ນິຕິບຸກຄົນ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ ປະຊາຊົນ ໃນ 14 ຕົວເມືອງ, 01 ນະຄອນ ແຂວງສະຫວັນນະເຂດ ໃຫ້ນໍາເອົາພາຫານະທີ່ນໍາເຂົ້າແບບບໍ່ຖືກຕ້ອງ ແລະ ນຳ ໃຊ້ບໍ່ຖືກເປົ້າໝາຍ ທີ່ມີໃນຄອບຄອງ ແລະ ຍັງບໍ່ທັນໄດ້ເສຍພາສີຖືກຕ້ອງຕາມລະບຽບກົດໝາຍ ເຂົ້າມາແຈ້ງຕໍ່ເຈົ້າໜ້າທີ່ ພາສີ, ຄະນະກຳມະການແກ້ໄຂພາຫານະນຳເຂົ້າບໍ່ຖືກຕ້ອງຂັ້ນແຂວງ. ເລີ່ມແຕ່ວັນທີ 06 ຕຸລາ 2025 ຈົນເຖິງ 30 ພະຈິກ 2025 ສະຖານທີ່: ຫ້ອງການພາສີປະຈາແຂວງສະຫວັນນະເຂດ. ດັ່ງນັ້ນ ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ. […]
OPEC ຄາດຄວາມຕ້ອງການນໍ້າມັນທົ່ວໂລກຈະເພີ່ມຂຶ້ນເປັນ 378 ລ້ານບາເຣນຕໍ່ມື້ໃນປີ 2050

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ຄາດວ່າຄວາມຕ້ອງການນ້ຳມັນທົ່ວໂລກຈະເພີ່ມຂຶ້ນຈາກ 308 ລ້ານບາເຣນຕໍ່ມື້ເປັນ 378 ລ້ານບາເຣນຕໍ່ມື້ໃນປີ 2050 ຊຶ່ງເປັນອັດຕາການເຕີບໂຕ 23%. ທ່ານ ເບຣູຊ ໄບຄາລິຊາເດ ຫົວໜ້າພະແນກສຶກສານ້ໍາມັນຂອງອົງການດັ່ງກ່າວ ຊຶ່ງນໍາສະເໜີບົດລາຍງານທ່າອ່ຽງຕະຫຼາດນ້ໍາມັນທົ່ວໂລກໃນງານສັບປະດາພະລັງງານຂອງກາຊັກສະຖານ ປີ 2025 ແລະກອງປະຊຸມ KAZENERGY ຄັ້ງທີ 16 ທີ່ນະຄອນຫຼວງອັສຕານາ ຂອງກາຊັກສະຖານ ວ່າ: ຄວາມຕ້ອງການນ້ໍາມັນເພີ່ມຂຶ້ນຕາມການເຕີບໂຕຂອງປະຊາກອນໂລກ ທີ່ຈະເພີ່ມຂຶ້ນຈາກ 8.72 ຕື້ຄົນ ເປັນ 9.7 ຕື້ຄົນ. ທ່ານ ໄບຄາລິຊາເດ ກ່າວວ່າ: ປະຊາກອນຫຼາຍກວ່າ 1.2 ຕື້ຄົນ ຈະອາໄສຢູ່ຕາມຕົວເມືອງໃນປີ 2050, ໃນຂະນະທີ່ຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ ຈະເລັ່ງການເຕີບໂຕຂອງບັນດາສະມາຊິກອົງການຮ່ວມມືເສດຖະກິດ ແລະ ການພັດທະນາ (OECD). ໂດຍຄວາມກ້າວໜ້າຢ່າງຕໍ່ເນື່ອງໃນຂະແໜງທຸລະກິດນ້ໍາມັນຈະເພີ່ມປະສິດທິພາບ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍ, ແຕ່ຈະບໍ່ມີຄວາມກ້າວໜ້າທາງເຕັກໂນໂລຊີທີ່ສໍາຄັນເກີດຂຶ້ນ. ບົດລາຍງານລະບຸຕື່ມວ່າ: […]
ກຽມສຶກສາສຳຫລວດ-ອອກແບບ ບູລະນະຮັກສາ ແລະ ສ້ອມແປງ ກາສີ-ເມືອງນານ ແລະ ເກັບເງິນຄ່າບໍລິການຜ່ານທາງ

ອີງຕາມແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫລວດ-ອອກແບບ ໂຄງການບູລະນະຮັກສາ ແລະ ສ້ອມແປງທາງເລກທີ 22 ເລີ່ມແຕ່ ສາມແຍກທາງ 13 ເໜືອ ບ້ານວຽງແກ້ວ ເມືອງກາສີ ແຂວງວຽງຈັນ ຫາ ທາງແຍກ ບ້ານປົ່ງດົງ ເມືອງນານ ແຂວງຫລວງພະບາງ ໄລຍະທາງ 68,5 ກິໂລແມັດ, ໃນຮູບແບບປະສົມປະສານແບບມອບເໝົາທີ່ອີງຕາມຜົນໄດ້ຮັບຂອງວຽກ ແລະ ເກັບເງິນຄ່າບໍລິການຜ່ານທາງຕາມເສັ້ນທາງສາທາລະນະ ຈັດຂຶ້ນໃນວັນທີ 03 ຕຸລາ 2025 ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ລະຫວ່າງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫລວງພະບາງ ກັບ ບໍລິສັດ ພັດທະນາສາມຫລຽມເສດຖະກິດຄົບວົງຈອນ ຈຳກັດຜູ້ດຽວ ຕາງໜ້າລົງນາມໂດຍວຽງຈັນ ໂດຍ ທ່ານ ຄຳມອນ ສີສອນສັກ ຫົວໜ້າພະແນກໂຍທາທິການ […]
ຍິນດີນໍາເດີ້ ບັອບບີ້ ຍຸພະລັດ ໜຸ່ມລາວຄວ້າລາງວັນພິເສດ ຊຸດປະຈຳຊາດດີເດັ່ນ ໃນເວທີປະກວດ Mister Global 2025 ທີ່ປະເທດໄທ.

ໃນຄໍ່າຄືນຂອງວັນທີ 5 ຕຸລາທີ່ຜ່ານມາ, ບັອບບີ້ ຍຸພະລັດ ຕົວແທນໜຸ່ມລາວ ຄວ້າລາງວັນພິເສດ ຊຸດປະຈຳຊາດດີເດັ່ນ ໃນເວທີປະກວດ Mister Global 2025 ທີ່ປະເທດໄທ, ເຊິ່ງຊຸດດັ່ງກ່າວແມ່ນຊຸດຕົ້ນມະນີໂຄດ ແຫ່ງຄອນພະເພັງ ແຂວງຈຳປາສັກ. ນອກຈາກນີ້, ໜຸ່ມບັອບບີ້ ຍັງສາມາດເຂົ້າຮອບ ທັອບ 10 ໃນເວທີນີ້ອີກດ້ວຍ.