ບໍລິສັດຜະລິດໄຟຟ້າລາວຊີ້ແຈງວ່າ ນໍ້າງື່ມຍື່ງຂຶ້ນສູງຖ້ວມ ບໍ່ແມ່ນເກີດຈາກເຂື່ອນໄຟຟ້ານໍ້າງື່ມ1 ພຽງຢ່າງດຽວ ການປ່ອຍນໍ້າເປັນການບໍລິຫານນໍ້າ

  ວັນທີ 5 ຕຸລາ 2025 ຜ່ານມານີ້ ບໍລິສັດຜະລິດໄຟຟ້າລາວອອກຊີ້ແຈງ ຕໍ່ກໍລະນີຫາງສຽງສັງຄົມວ່າ: ໃນຊ່ວງມື້ຜ່ານມາ ມີການແຜ່ກະຈາຍຂໍ້ມູນ ທີ່ບໍ່ຖືກຕ້ອງ ໃນໂລກອອນລາຍ ຫຼາຍສໍານັກຂ່າວ ກ່ຽວກັບການລະບາຍນ້ຳຈາກເຂື່ອນໄຟຟ້ານ້ຳງື່ມ 1 (NG1 HPP) ວ່າເປັນສາເຫດເຮັດໃຫ້ເກີດນ້ຳຖ້ວມພື້ນທີ່ກະສິກຳ ແລະ ບ້ານເຮືອນຂອງປະຊາຊົນທ້າຍເຂື່ອນ. ແຕ່ໃນຄວາມເປັນຈິງ ການລະບາຍນ້ຳໃນຄັ້ງນີ້ເປັນມາດຕະການຈຳເປັນທາງວິຊາການ ເພື່ອປ້ອງກັນພາວະອັນຕະລາຍທີ່ອາດເກີດຂຶ້ນຕໍ່ໂຄງສ້າງເຂື່ອນ ແລະ ປະຊາຊົນໃນພື້ນທີ່ທ້າຍເຂື່ອນ.ນ້ຳທີ່ໄຫຼຜ່ານແມ່ນ້ຳງື່ມ ມາຈາກຫຼາຍແຫຼ່ງ ທີ່ເກີດຈາກ ພະຍຸຫຼາຍລູກ ຂໍ້ມູນທາງເທັກນິກຊີ້ໃຫ້ເຫັນວ່າ ນ້ຳທີ່ໄຫຼຜ່ານທ້າຍເຂື່ອນນ້ຳງື່ມ 1 ໃນສາຍນ້ຳງື່ມ ມີທັງມາຈາກ:   ເຂື່ອນໄຟຟ້ານ້ຳງື່ມ 1 (NG1 HPP)   ແລະ ເຂື່ອນໄຟຟ້ານ້ຳລິກ 1 (NL1 HPP)   ບາງສ່ວນຈາກສາຍນ້ຳທຳມະຊາດ   ດັ່ງນັ້ນ ບໍ່ແມ່ນແຕ່ເຂື່ອນນ້ຳງື່ມ 1 ເທົ່ານັ້ນທີ່ລະບາຍນ້ຳ ແຕ່ເປັນການຮ່ວມກັນຂອງຫຼາຍໂຄງການໃນລະບົບແມ່ນ້ຳນ້ຳງື່ມ. ເຫດຜົນທີ່ຈຳເປັນຕ້ອງລະບາຍນ້ຳໃນຊ່ວງນີ້ ອີງໃສ່ພະຍາກອນອາກາດ ມີພາຍຸ […]

ອຸຕຸເຕືອນ! ຈະມີຝົນຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ຢູ່ແຂວງຜົ້ງສາລີ, ຫົວພັນ, ຄໍາມ່ວນ, ຈໍາປາສັກ ແລະ ອັດຕະປື ກວມ 80%

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ພາຍຸໝູນເຂດຮ້ອນ ແມດໂມ (Matmo) ປະຈໍາວັນທີ 6 ຕຸລາ 2025 ພາຍຸ ໄດ້ເຄື່ອນຂຶ້ນຝັ່ງທາງພາກເໜືອຂອງ ປະເທດຫວຽດນາມແລ້ວ. ຈາກນັ້ນ, ຈະອ່ອນກໍາລັງລົງກາຍເປັນພາຍຸດີເປຼຊັນ ແລະ ຈະອ່ອນກໍາລັງລົງຕາມລໍາດັບກາຍເປັນຍ່ອມຄວາມ ກົດດັນອາກາດຕໍ່າ. ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ຍັງຈະມີກຳລັງແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ຈະເຮັດໃຫ້ເກີດມີຝົນຕົກ, ຟ້າຮ້ອງ-ຟ້າເຫລື້ອມ ໃນລະດັບຄ່ອຍໃນແຕ່ລະພາກ ແລະ ຈະມີຝົນຕົກປານກາງ ຫາ ໜັກ ພ້ອມ ລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ໃນໄລຍະວັນທີ 6 ຫາ 7 ຕຸລາ 2025.   ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກ ລວມທັງນະຄອນຫລວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມີ ຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ອາດຈະເຮັດໃຫ້ເກີດມີດິນເຈື່ອນ, ນໍ້າປ່າໄຫລຊຸແຮງ, ນໍ້າຖ້ວມຍື່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນ ອາກາດຈາກກົມອຸຕຸນິຍົມ […]

ປະກາດຕາມຫາຍາດພີ່ນ້ອງເຈົ້າຂອງລົດ ເກີດອຸປະຕິເຫດເຂດບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ

ປະກາດຕາມຫາພີ່ນ້ອງເຈົ້າຂອງລົດ ລົດເກັງ ວີອອດ ສີຂາວ ປ້າຍທະບຽນ ຮຈ 9997 ນະຄອນຫລວງວຽງຈັນ. ໜ່ວຍກູໄພ 1623 ຈຸດດົງໂດກ ລາຍງານວ່າ: ຜູ້ເສຍຊີວິດ ຈາກອຸປະຕິເຫດ ລົດບັນທຸກຕຳທ້າຍ ຢູ່ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຕິດຢູ່ໃນລົດ ເພດຊາຍ ຍັງບໍ່ມີຂໍ້ມູນ.  ຕິດຕໍ່ພົວພັນໜ່ວຍກູ້ໄພ 1623 ຫລື ເບີ 020 57529547.        

ຮອງເຈົ້າແຂວງບໍລິຄຳໄຊ ລົງຕິດຕາມສະພາບນໍ້າຖ້ວມຢູ່ 2 ເມືອງ

  ຂປລ. ແຫລ່ງ່ຂາວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໃນວັນທີ 1 ຕຸລາ 2025, ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງໆບໍລິຄໍາໄຊ ພ້ອມດ້ວຍຄະນະ ລົງຕິດຕາມເບິ່ງສະພາບນໍ້າຖ້ວາມ ຢູ່ເມືອງບໍລິຄັນ ແລະ ເມືອງປາກຊັນ ເນື່ອງຈາກໄດ້ຮັບຜົນກະທົບຈາກພະຍຸບົວລອຍ ໄດ້ເຮັດໃຫ້ເກີດມີຝົນຕົກຕິດຕໍ່ກັນຫລາຍວັນ, ເຊິ່ງໄດ້ສົ່ງຜົນກະທົບເຮັດໃຫ້ລະດັບນໍ້າ ຢູ່ເຂື່ອນໄຟຟ້ານໍ້າງຽບ 1 ເພີ່ມຂຶ້ນເກີນຂອບເຂດກຳນົດໄວ້, ຈຶ່ງປ່ອຍນໍ້າອອກແບບສຸກເສີນ, ເຮັດໃຫ້ນໍ້າງຽບລົ້ນຕາຝັ່ງ, ໄຫລເຂົ້າຖ້ວມບ້ານເຮືອນປະຊາຊົນ ເຂດລຸ່ມເຂື່ອນ ທີ່ຕັ້ງຢູ່ລຽບຕາມແຄມນໍ້າງຽບ ໃນຄໍ່າຄືນຂອງວັນທີ 30 ຕຸລາ 2025, ນໍ້າໄດ້ໄຫລເຂົ້າຖ້ວມບ້ານຫາດຢືນ, ບ້ານທ່າເຮືອ, ບ້ານຊົມຊື່ນ, ບ້ານນໍ້າປາ ເມືອງບໍລິຄັນ ແລະ ບ້ານທົ່ງນ້ອຍ ຄຸ້ມສອງຄອນນໍ້າງຽບ ເມືອງປາກຊັນ ຢ່າງກະທັນຫັນແບບບໍ່ທັນໄດ້ຕັ້ງໂຕ ເຮັດໃຫ້ທີ່ຢູ່ອາໄສ, ເນື້ອທີ່ນາ, ສວນ, ສັດລ້ຽງຂອງພໍ່ແມ່ປະຊາຊົນເສຍຫາຍຢ່າງຫລວງຫລາຍ. ສໍາລັບຢູ່ບ້ານຫາດຢືນ ຈໍານວນຫລັງຄາເຮືອນ 90 ຫລັງຄາ, ບ້ານທ່າເຮືອ 56 ຫລັງຄາເຮືອນ, ບ້ານຊົມຊື່ນມີທັງໝົດ […]

ແຈ້ງເຕືອນພາຍຸລູກໃຫມ່ ພາຍຸແມດໂມ (Matmo) ຈະມີຝົນຕົກ ລົມແຮງ ຢູ່ທົ່ວທຸກພາກຂອງປະເທດລາວ ໃນລະຫວ່າງວັນທີ 03 – 07 ຕຸລາ 2025 ນີ້

ໃນເວລາ 07 ໂມງ 00 ຂອງວັນທີ 03 ຕຸລາ 2025, ພາຍຸໝູນເຂດຮ້ອນ ແມດໂມ (Matmo) ຫົວທີ 21 ປະຈໍາປີ 2025 ມີຈຸດສູນກາງຢູ່ເສັ້ນຂະໜານທີ່ 16.1 ອົງສາເໜືອ ແລະ ເສັ້ນແວງທີ່ 112.9 ອົງສາຕາເວັນອອກ, ກໍາລັງເຄື່ອນທີ່ໄປຕາມທາງທິດຕາເວັນຕົກ – ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ, ຈະເຄື່ອນທີ່ຜ່ານເກາະລູຊອນ ຂອງປະເທດຟີລິປິນ ແລະ ຈະເຄື່ອນທີ ມາທາງທະເລຈີນໃຕ້ຕອນເໜືອ ໃນວັນທີ 3 ຫາ 4 ຕຸລາ 2025, ຈາກນັ້ນຄາດວ່າ ວັນທີ 05 ຫາ 06 ຕຸລາ 2025ຈະເຄື່ອນຂື້ນຝັ່ງ ສສ ຫຽວດນາມ ແລະ ອ່ອນກໍາລັງລົງກາຍເປັນພາຍຸດີເປຼ່ຊັນ.   ຫຼັງຈາກນັ້ນສືບຕໍ່ອ່ອນກໍາລັງລົງກາຍນຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງປົກຄຸມຢູ່ພາກເໜືອຂອງປະເທດລາວ. ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງເພີ່ມຂື້ນປົກຄຸມຢູ່ທຸກພາກຂອງປະເທດລາວ ແລະ ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ […]

ປະທານປະເທດ ທ່ານ ທອງລຸນ ສີສຸລິດ ຈະເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີເຫນືອ

  ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິ ວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ (ສປປ ເກົາຫຼີ) ໃນລະຫວ່າງວັນທີ 7-8 ຕຸລາ 2025, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫ່ຍພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫຼີ. ການຢ້ຽມຢາມ ສປປ ເກົາຫຼີ ຄັ້ງນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ ເເລະ […]

ດວງປະຈຳ ວັນທີ 03 ຕຸລາ 2025

  ຄົນເກີດວັນອາທິດ ເປັນວັນທີ່ບໍ່ຢາກເຮັດຫຍັງເລີຍ ວຽກງານບໍ່ຄ່ອຍດີ ຄວາມດີບໍ່ປະກົດ ເງິນຄຳມີກິນມີໃຊ້ໄປແບບສະບາຍໆ ຄວາມຮັກເມື່ອຍທີ່ຈະຕ້ອງເດົາໃຈ   ຄົນເກີດວັນຈັນ ລະວັງການເສຍໃຫຍ່ເພື່ອໄດ້ນ້ອຍ ຫຼື ເສຍຫຼາຍເພື່ອໄດ້ເລັກນ້ອຍ ສ່ວນວຽກງານແມ່ນເຮັດເຫລືອເຟືອ ຈະເສຍຂອງໂດຍບໍ່ຈຳເປັນ ເງິນຄຳມີແນວໂນ້ມຮັບເງິນກ້ອນໃຫຍ່ເກີນຄາດ ຄວາມຮັກອອກຕົວແຮງ ລະວັງເບກແຕກ   ຄົນເກີດວັນອັງຄານ ລົງສຸດຂຶ້ນສຸດໃນວັນດຽວກັນ ວຽກເຮັດມີທັງສົມຫວັງແລະຜິດຫວັງ ແລ້ວແຕ່ມຸມມອງເປົ້າໝາຍ ເງິນຄຳໄດ້ຫຼາຍຈ່າຍຫຼາຍສະເໝີ ຄວາມຮັກໄດ້ຢ່າງເສຍຢ່າງ   ຄົນເກີດວັນພຸດ ມີໂອກາດດີກວ່າຄົນອື່ນຫຼາຍເທົ່າຕົວ ວຽກວັນນີ້ຍັງບໍ່ທັນເຮັດກໍສຳເລັດໄປເຄິ່ງໜຶ່ງແລ້ວ ເປັນການບອກວ່າ ໂຊກດີທາງການເງິນຫຼາຍພຽງແຕ່ເລີ່ມເຮັດຫຍັງຫນ້ອຍໜຶ່ງ ຫຼື ພຽງແຕ່ລົງມືເຮັດວຽກເລັກນ້ອຍ ກໍໄດ້ເງິນມາເຕັມກະເປົາແລ້ວ ຄວາມຮັກສົມໃຈປາຖະໜາເສຍທີ   ຄົນເກີດວັນພະຫັດ ເຮັດຫຍັງບໍ່ຫວັງຜົນຈະໄດ້ຜົນດີທີ່ສຸດ ວຽກຕົວເອງບໍ່ຄ່ອຍເຮັດ ແຕ່ມັກຊ່ວຍເຫຼືອເລື່ອງຂອງຄົນອື່ນ ເງິນຄຳເບິ່ງຄືບໍ່ມີ ແຕ່ແປ້ບດຽວກໍມີຈົນໄດ້ ຄວາມຮັກມີໂອກາດເຜື່ອໃຈໄປກັບຄົນອື່ນ   ຄົນເກີດວັນສຸກ ວັນນີ້ທ່ານຈະສຸດຫ້າວຫັນກັບທຸກສິ່ງ ວຽກເຮັດບໍ່ຢຸດ ຍິ່ງສຳເລັດຍິ່ງເຮັດຫລາຍຂຶ້ນໄປອີກ ເງິນຄຳຈ່າຍໄປກ່ອນເພື່ອອະນາຄົດ ຄວາມຮັກຖ້າກ້າຂໍຢາກໄດ້ຫຍັງໃຫ້ໝົດ   ຄົນເກີດວັນເສົາ ຢາກລົງມືເຮັດແຕ່ຍັງບໍ່ເຖິງເວລາ ວຽກທີ່ຖ້າຍັງບໍ່ແນ່ໃຈຢ່າຟ້າວສົ່ງງານໄປ ເງິນຄຳຈະໄດ້ຈົກອອກມາໃຊ້ຫລາຍຕ້ອງມີສະຕິສອງເທົ່າ ຄວາມຮັກເກີດຄວາມງຽບບໍ່ເວົ້າບໍ່ຈັກຄຳ […]

ກ້ອນປືນໃຫຍ່ໜ້າດິນ ຕັ້ງໜ້າຫັດແອບສວນສະໜາມ ສະຫຼອງວັນຊາດຄົບຮອບ 2 ທັນວາ ຄົບຮອບ 50 ປີ

  ກອງພັນໃຫຍ່ 605 ເປັນກົມກອງໜຶ່ງ ໄດ້ຮັບມອບໝາຍໜ້າທີ່ ເປັນກ້ອນປືນໃຫຍ່ໜ້າດິນ ເຂົ້າຮ່ວມເດີນຂະບວນສວນສະໜາມຂອງກຳລັງປ້ອງກັນຊາດສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ວັນທີ 2 ທັນວາ ຄົບຮອບ 50 ປີ, ພາຍຫຼັງໄດ້ຮັບຄຳສັ່ງຈາກກະຊວງປ້ອງກັນປະເທດ ກໍຄືກົມປືນໃຫຍ່ໜ້າດິນ ດັ່ງນັ້ນ ກົມກອງຈິ່ງຈັດຕັ້ງກຳລັງສຸມໃສ່ການຫັດແອບສວນສະໜາມຢ່າງຕັ້ງໜ້າ ແລະ ເປັນຂະບວນຟົດຟື້ນຕໍ່ເນື່ອງ ເພື່ອຮັບປະກັນໃຫ້ມີຄວາມເປັນເອກະພາບທາງດ້ານຈັງຫວະ, ບາດກ້າວ ການເຄື່ອນເໜັງ ແລະ ມີຄວາມເຂັ້ມແຂງທາງດ້ານພາລະກຳລັງ.     ສະຫາຍ ພັນໂທ ວົງເດືອນ ແກ້ວມະນີ ຫົວໜ້າການທະຫານ ກອງພັນໃຫຍ່ 605 ຄະນະຮັບຜິດຊອບຊີ້ນຳກ້ອນສວນສະໜາມປືນໃຫຍ່ໜ້າດິນ ໄດ້ໃຫ້ສຳພາດຕໍ່ນັກຂ່າວກອງທັບວ່າ: ກ້ອນປືນໃຫຍ່ໜ້າດິນ ມີຈຳນວນພົນເຂົ້າຮ່ວມຫັດແອບສວນສະໜາມຕົວຈິງ 122 ສະຫາຍ, ສຳຮອງ 13 ສະຫາຍ, ພາກສ່ວນຮັບໃຊ້ຮັບປະກັນ 13 ສະຫາຍ, ຄູຝຶກ 5 ສະຫາຍ, ຄະນະຊີ້ນຳລວມ 2 ສະຫາຍ, ລວມທັງຫມົດ […]

ນາຍຍົກລັດຖະມົນຕີໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ທີ່ ວໍຊິງຕັນ ສະຫະລັດ ອາເມຣິກາ

  ໃນໂອກາດທີ່ ພະນະທ່ານນາຍຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ນະຄອນຫຼວງວໍຊິງຕັນ ດີ.ຊີ ສະຫະລັດ ອາເມຣິກາ ລະຫວ່າງວັນທີ 27-30 ກັນຍາ 2025, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ນະຄອນຫຼວງວໍຊິງຕັນ ດີ.ຊີ ໄດ້ຈັດງານພົບປະພີ່ນ້ອງຄົນເຊື້ອຊາດລາວຂຶ້ນໃນຕອນແລງຂອງວັນທີ 28 ກັນຍາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂດຍມີ ທ່ານລັດຖະມົນຕີກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີ ແລະ ຄະນະຕິດຕາມ, ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານສະຖານທູດ ແລະ ພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ ສະຫະລັດ ອາເມລຣິກາ ແລະ ການາດາ ປະມານ 250 ທ່ານເຂົ້າຮ່ວມ.     ໃນພິທີ, ທ່ານ ພູໂຂງ ສີສຸລາດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ […]

ໄພງຽບພາວະຢຸດຫາຍໃຈຂະນະນອນຫລັບ ອາການ ແລະ ສັນຍານເຕືອນທີ່ຜູ້ໃຫຍ່ຄວນຕ້ອງຮູ້ ວິທີສັງເກດ ແລະ ຮັບມື

  ພາວະຢຸດຫາຍໃຈຂະນະນອນ ຫຼື Sleep Apnea ເປັນພາວະຄວາມຜິດປົກກະຕິຂອງການນອນທີ່ຮ້າຍແຮງ ແລະ ພົບໄດ້ເລື້ອຍ ໂດຍຜູ້ປ່ວຍຈະຢຸດຫາຍໃຈຊົ່ວຄາວຊ້ຳໆ ລະຫວ່າງນອນຫຼັບ ສົ່ງຜົນໃຫ້ຮ່າງກາຍໄດ້ຮັບອົກຊີເຈນບໍ່ພຽງພໍ ແລະ ຄຸນນະພາບການນອນຫຼຸດລົງ ການຢຸດຫາຍໃຈນີ້ເກີດຈາກທາງເດີນຫາຍໃຈສ່ວນເທິງຖືກປິດກັ້ນບາງສ່ວນຫຼືທັງໝົດ ສະໝອງຈຶ່ງຕ້ອງສົ່ງສັນຍານໃຫ້ຕື່ນເພື່ອກັບມາຫາຍໃຈ ເຖິງແມ່ນວ່າຜູ້ປ່ວຍອາດຈຳບໍ່ໄດ້ ແຕ່ຜົນກະທົບຕໍ່ຮ່າງກາຍ ແລະ ສະໝອງມີຫຼາຍ   ອາການຂອງພາວະຢຸດຫາຍໃຈຂະນະນອນສາມາດແບ່ງໄດ້ເປັນສອງກຸ່ມຫຼັກ ໄດ້ແກ່ ອາການທີ່ເກີດຂຶ້ນໃນລະຫວ່າງນອນ ແລະ ອາການເວລາກາງວັນ ຂະນະນອນຫຼັບ ຜູ້ປ່ວຍມັກກົນສຽງດັງ ແລະ ຜິດປົກກະຕິ ຢຸດຫາຍໃຈເປັນຊ່ວງໆ ພ້ອມອາການຫາຍໃຈຮືດ ສະດຸ້ງຕື່ນ ຫຼື ສະມັກ ບາງຄົນອາດກະສັບກະສ່າຍ ຫຼື ເຫື່ອອອກຫຼາຍຜິດປົກກະຕິ ສ່ວນອາການໃນເວລາກາງເວັນ ໄດ້ແກ່ ງ່ວງນອນຫຼາຍຈົນຜິດປົກກະຕິ ເຖິງແມ່ນພັກຜ່ອນພຽງພໍ ປວດຫົວຕອນເຊົ້າ ສະມາທິສັ້ນ ຂີ້ລືມ ອາລົມແປປວນ ບໍ່ຄົງທີ່ ຕື່ນແລ້ວບໍ່ສົດຊື່ນ ຄໍແຫ້ງ ເຈັບຄໍຕອນເຊົ້າ ແລະ ອາດມີຄວາມຕ້ອງການທາງເພດຫຼຸດລົງ ຫຼື ຖ່າຍປັດສະວະບໍ່ດຖີ່ໃນຕອນກາງຄືນ ພາວະນີ້ຖ້າບໍ່ໄດ້ຮັບການກວດວິນິດໄສ ແລະ […]