ໃນວັນທີ 02/10/2025 ປະຊາຊົນລາຍງານມາວ່າ ເສັ້ນທາງເວັນພູ9ຫລັກມື້ນີ້ ທຽວໄດ້ປົກກະຕິແລ້ວ ທາງຜູ້ຮັບຜິດຊອບໄດ້ລົງແກ້ໄຂໃຫ້ແລ້ວເດີ

ທຽວໄດ້ປົກກະຕິແລ້ວ ໃນວັນທີ 02/10/2025 ປະຊາຊົນລາຍງານມາວ່າ ເສັ້ນທາງເວັນພູ9ຫລັກມື້ນີ້ ໄປໄດ້ແລ້ວ. ຫຼັງຈາກມື້ວານ 01/10/2025 ຖືກນ້ຳຊຸຖ້ວມ. ຕອນນີ້ ທາງຜູ້ຮັບຜິດຊອບໄດ້ລົງແກ້ໄຂໃຫ້ແລ້ວ.
ຈັນທະບູລີ ມີຄວາມພ້ອມຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີປະຈໍາປີ 2025

ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນປະຈໍາປີ 2025 ຈະໄດ້ຈັດຂຶ້ນໃນລະ ຫວ່າງວັນທີ 4-8 ຕຸລາ 2025 ນີ້. ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະທານຄະນະກໍາມະການຈັດງານບຸນໄດ້ຖະແຫຼງຂ່າວການກະກຽມຄວາມພ້ອມຕໍ່ສື່ມວນຊົນໃນວັນທີ 2 ຕຸລານີ້ວ່າ: ປັດຈຸບັນເມືອງຈັນທະບູລີມີຄວາມພ້ອມຮອບດ້ານຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ ນວ. ການຈັດງານບຸນຄັ້ງນີ້, ເພື່ອຮັກສາຮີດຄອງປະເພນີອັນດີງາມຂອງຊາດ ປະກອບສ່ວນດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວ ນວ ເພື່ອຊຸກຍູ້ສົ່ງເສີມການຜະລິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນທົດແທນການນໍາເຂົ້າ ແລະ ສົ່ງເສີມການຄ້າ-ຂາຍເຮັດໃຫ້ເສດຖະກິດດີຂຶ້ນ. ພາຍໃນງານບຸນປະກອບມີກິດຈະກໍາ ທາງສາສະໜາ ແລະ ຮີດຄອງປະເພນີ: ວັນທີ 1 ຕຸລາ 2025 ເວລາ 7:00 ໂມງເຊົ້າມີພິທີຄອບໄຄ່ວສະຖານທີ່ສັກສິດ, ເລີ່ມເວລາ 3:00-4:00 ໂມງເຊົ້າຂອງວັນທີ 7 ຕຸລາ 2025 ມີພິທີສູດອອກພັນສາປະວໍລະນາ ເວລາ: 07:00 […]
ປະຊາຊົນສະເໜີຜົນກະທົບ ຈາກໂຄງການກໍ່ສ້າງທາງລົດເມດ່ວນ BRT ຢູ່ຖະໜົນເສດຖາທິລາດ ແລະ ສະເໜີໃຫ້ທາງໂຄງການພິຈາລະນາແກ້ໄຂ

ກະຊວງໂຍທາທິການ ແລະ ຂົນສົ່ງ ລາຍງານວ່າ: ວັນທີ 30 ກັນຍາ 2025 ຜ່ານມາ ໂດຍມີທ່ານ ລິດຕາ ຂັດຕິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ສີລິລາດທົງສິງ ທອງເພັງ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາ, ພ້ອມດ້ວຍຜູ້ຮັບຜິດຊອບຈັດຕັ້ງປະຕິບັດໂຄງການ ລວມເຖິງພະແນກການອ້ອມຂ້າງ ໄດ້ລົງຕິດຕາມການຮື້ຖອນ 2 ສະຖານີ ຢູ່ຖະໜົນເສດຖາທິລາດ ເຂດເມືອງຈັນທະບູລີ ນະຄອນຫລວງວຽງຈັນ. ການລົງຕິດຕາມຄັ້ງນີ້, ໄດ້ພົບປະກັບບັນດານາຍບ້ານ, ພໍ່ແມ່ປະຊາຊົນ ແລະ ຕາງໜ້າຈາກຫ້າງຮ້ານ ແລະ ຫົວໜ່ວຍຜູ້ປະກອບການຕ່າງໆ ທີ່ອາໄສລຽບຕາມເສັ້ນທາງຖະໜົນເສດຖາທິລາດ ພ້ອມເປີດໂອກາດໃຫ້ພໍ່ແມ່ປະຊາຊົນ ໄດ້ສະເໜີບັນຫາ ຫລື ຂໍ້ຫຍຸ້ງຍາກ ທີ່ໄດ້ພົບພໍ້ຈາກການກໍ່ສ້າງທາງລົດເມດ່ວນ BRT. ໂດຍລວມແມ່ນບັນດານາຍບ້ານ ແລະ ພໍ່ແມ່ປະຊາຊົນເຫັນດີທີ່ມີໂຄງການດັ່ງກ່າວເກີດຂຶ້ນຜ່ານບ້ານ-ເຮືອນຂອງຕົນເອງ ແລະ ພ້ອມທີ່ຈະໃຫ້ການຮ່ວມມືທຸກຢ່າງເພື່ອໃຫ້ໂຄງການກໍ່ສ້າງເສັ້ນທາງລົດເມດ່ວນ […]
ກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ II

ກະຊວງການເງິນ ຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສໍາຫຼັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ II ໃນວັນທີ 1 ຕຸລາ 2025 ທີ່ ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້: “ສົ່ງເສີມການນຳໃຊ້ປະໂຫຍດທາງດ້ານປະຊາກອນ ໂດຍສຸມໃສ່ວຽກງານການສຶກສາ, ການສ້າງວຽກເຮັດງານທໍາ, ການສ້າງຄວາມເຂັ້ມແຂງ ແລະ ການມີສ່ວນຮ່ວມ” ໂດຍການເປັນປະທານ ຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ທົບທວນການຈັດຕັ້ງປະຕິບັດ ກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD), ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາປີ 2019-2030 ແລະ ຜົນກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ I ໃນປີ 2023 ເພື່ອສຸມໃສ່ຈັດຕັ້ງປະຕິບັດທ້າຍສະໄໝຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ […]
ເກີດນໍ້າຖ້ວມສູງ (02/10/2025) ທີ່ວັດປ່າວັງຊ້າງ ບ້ານໂພນເງິນ ເມືອງໂພນໂຮງ ແຂວງວຽງຈັນ.

ນໍ້າຖ້ວມສູງໃນວັຍທີ (02/10/2025) ທີ່ວັດປ່າວັງຊ້າງ ບ້ານໂພນເງິນ ເມືອງໂພນໂຮງ ແຂວງວຽງຈັນ.
ຢຸດ “ກິນຢາດັກໄຂ້” ຄວາມເຊື່ອທີ່ຜິດໆ ບໍ່ຊ່ວຍປ້ອງກັນພະຍາດ ຍັງມີຄວາມສ່ຽງອັນຕະລາຍຫຼາຍກວ່າທີ່ຄິດ

ການກິນຢາດັກໄຂ້ ຖືເປັນຄວາມເຊື່ອທີ່ສືບທອດກັນມາດົນນານໃນຫຼາຍຄອບຄົວ ໂດຍມັກຄິດວ່າຖ້າຖືກຝົນຕົກ ຫຼື ເລີ່ມຮູ້ສຶກບໍ່ສະບາຍ ຖ້າກິນຢາແກ້ໄຂ້ໄວ້ກ່ອນ ຈະຊ່ວຍປ້ອງກັນບໍ່ໃຫ້ເປັນໄຂ້ໃນພາຍຫຼັງ ແຕ່ແພດຢືນຢັນວ່າວິທີນີ້ບໍ່ຖືກຕ້ອງ ແລະ ອາດກໍ່ໃຫ້ເກີດຜົນເສຍຕໍ່ສຸຂະພາບຫຼາຍກວ່າທີ່ຄິດ ຢາພາຣາເຊຕາມອນ ກິນດັກໄຂ້ບໍ່ໄດ້ ຍັງສ່ຽງຕັບອັກເສບ ທ່ານໝໍພົດ ອິນທະລາພາພອນ ຫົວໜ້າງານພະຍາດຕິດເຊື້ອ ການກິນ ຢາພາຣາເຊຕາມອນ ຄວນໃຊ້ພຽງແຕ່ເມື່ອມີໄຂ້ຈິງເທົ່ານັ້ນ ການກິນດັກໄວ້ລ່ວງໜ້າ ທີ່ຮ່າງກາຍຍັງບໍ່ທັນເຈັບ ອາດເພີ່ມຄວາມສ່ຽງເກີດຜົນຂ້າງຄຽງ ເຊັ່ນ ທຳລາຍຕັບ ຫຼື ສ່ຽງຕັບອັກເສບໄດ້ ໂດຍສະເພາະຖ້າກິນເລື້ອຍໆ ຫຼື ເກີນຂະໜາດ ຢາຟ້າທະລາຍໂຈນ ບໍ່ແມ່ນຢາກິນດັກໄຂ້ ສຳລັບຄວາມເຊື່ອທີ່ວ່າການກິນ ຢາຟ້າທະລາຍໂຈນ ລ່ວງໜ້າຈະຊ່ວຍດັກໄຂ້ໄດ້ ຟ້າທະລາຍໂຈນມີໄວ້ເພື່ອຫຼຸດໄຂ້ ບັນເທົາອາການເຈັບຄໍ ແລະ ເມື່ອຍຕົວໃນກໍລະນີທີ່ມີອາການເປັນໄຂ້ຫວັດຈິງເທົ່ານັ້ນ ບໍ່ຈຳເປັນຕ້ອງກິນດັກໄວ້ກ່ອນ ຂໍ້ຄວນລະວັງໃນການໃຊ້ຢາຟ້າທະລາຍໂຈນ ຫ້າມກິນພ້ອມກັບພາຣາເຊຕາມອນ ຄວນຫ່າງກັນຢ່າງໜ້ອຍ 2-4 ຊົ່ວໂມງ ເພາະທັງສອງຊະນິດຖືກຂັບອອກທີ່ຕັບຄືກັນ ປະລິມານການໃຊ້ຂຶ້ນກັບຊະນິດຢາ ຕ້ອງອ່ານປ້າຍຢ່າງລະອຽດ ໂດຍທົ່ວໄປບໍ່ຄວນເກີນວັນລະ […]
ຫຼາຍພາກສ່ວນຍັງສືບຕໍ່ມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI

ໂອກາດຮ່ວມງານລ້ຽງສະເຫຼີມສະຫຼອງຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງຄໍາມ່ວນ ຄັ້ງ XI ຈັດຂຶ້ນໃນຕອນຄໍ່າຂອງວັນທີ 30 ກັນຍາຜ່ານມາ ທີ່ພັດຕະຄານນ້ອງຢະ, ບັນດາບໍລິສັດ, ຫ້າງຮ້ານຈາກຫຼາຍພາກສ່ວນ ໄດ້ ມອບເງິນອຸປະຖໍາກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI ຊຶ່ງປະກອບມີ: ບໍລິສັດ ພົງຊັບທະວີ ຈໍາກັດຜູ້ດຽວ 500 ລ້ານກີບ; ບໍລິສັດ ແອວເຄທີ ມາຍນິງ ຈໍາກັດ 300 ລ້ານກີບ, ບໍລິສັດ ຄໍາມ່ວນເຕັກໂນໂລຊີການກະສິກໍາ ຈໍາ ກັດຜູ້ດຽວ 200 ລ້ານກີບ; ກະຊວງຍຸຕິທໍາ 50 ລ້ານກີບ; ນະຄອນຫຼວງວຽງຈັນ 50 ລ້ານກີບ; ກະຊວງ ຍທຂ 50 ລ້ານກີບ ແລະ ກະຊວງກະສີກໍາ ແລະ ສິ່ງແວດລ້ອມ 10 ລ້ານກີບ. ມອບໂດຍ ບັນດາທ່ານລັດຖະມົນຕີ ແລະ ຜູ້ອໍານວຍການບໍລິສັດ […]
ຊົມເຊີຍເຈົ້າໜ້າທີ່ທຸກທ່ານ ວັນທີ 01/10/2025 ອ້າຍນ້ອງຊາວໜຸ່ມ ປກສ ແຂວງບໍລິຄຳໄຊ ຮ່ວມກັບ ກອງບັນຊາການ ທະຫານແຂວງ ແລະ ພາກສ່ວນອື່ນໆທົ່ວແຂວງ

ຊົມເຊີຍເຈົ້າໜ້າທີ່ທຸກທ່ານ ວັນທີ 01/10/2025 ພາບການຊ່ວຍເຫຼືອຂອງອ້າຍນ້ອງຊາວໜຸ່ມ ປກສ ແຂວງບໍລິຄຳໄຊ ຮ່ວມກັບ ກອງບັນຊາການ ທະຫານແຂວງ ແລະ ພາກສ່ວນອື່ນໆທົ່ວແຂວງ ທີ່ໄດ້ຊ່ວຍປະຊາຊົນ ບ້ານຊົມຊື່ນ ແລະ ບ້ານນ້ຳປາ ເມືອງບໍລິຄັນແຂວງບໍລິຄຳໄຊ ຂົນເຄື່ອງປະເພດຕ່າງໆໜີຈາກນ້ຳຖ້ວມໃນມື້ວານນີ້. ເຫດນ້ຳຖ້ວມດັ່ງກ່າວເກີດຈາກພາຍຸບົວລອຍທີ່ເຮັດໃຫ້ຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ. ພາບ: ປກສ ແຂວງບໍລິຄຳໄຊ
ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 02/10/2025

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 02/10/2025 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1392/ກຄພນ ລົງວັນທີ 01 ຕລ. 2025
ທະນາຄານ ADB ຫຼຸດການຄາດຄະເນການເຕີບໂຕຂອງກຸ່ມເສດຖະກິດທີ່ພວມພັດທະນາ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 30 ກັນຍາ ຜ່ານມາ, ທະນາຄານພັດທະນາອາຊີ ຫຼື ADB ໄດ້ເຜີຍແຜ່ ບົດລາຍງານວິໄສທັດການພັດທະນາອາຊີ 2025 ສະບັບເດືອນກັນຍາ. ເມື່ອທຽບໃສ່ບົດລາຍງານສະບັບທຳອິດທີ່ເຜີຍແຜ່ໃນເດືອນເມສາປີນີ້, ບົດລາຍງານສະບັບດັ່ງກ່າວໄດ້ປັບຫຼຸດການຄາດຄະເນການເຕີບໂຕດ້ານເສດຖະກິດຂອງກຸ່ມເສດຖະກິດທີ່ພວມພັດທະນາໃນອາຊີປາຊີຟິກ ປີ 2025 ລົງເຖິງ 4.8%, ຂະນະທີ່ການຄາດຄະເນການເຕີບໂຕດ້ານເສດຖະກິດໃນປີ 2026 ໄດ້ປັບຫຼຸດເຖິງ 4.5%. ບົດລາຍງານດັ່ງກ່າວລະບຸວ່າ: ປັດຈຸບັນ, ອັດຕາພາສີຂອງ ສະຫະລັດ ອາເມຣິກາ ໄດ້ຮັກສາຢູ່ໃນລະດັບສູງເປັນປະຫວັດສາດ, ຄວາມບໍ່ແນ່ນອນດ້ານການຄ້າພວມຢູ່ໃນລະດັບສູງແບບບໍ່ເຄີຍມີມາກ່ອນ, ຍ້ອນໄດ້ຮັບຜົນກະທົບດັ່ງກ່າວ, ຈັງຫວະການເຕີບໂຕດ້ານເສດຖະກິດຂອງອິນເດຍ ແລະ ເຂດຕາເວັນອອກສ່ຽງໃຕ້ໄດ້ຖືກປັບຫຼຸດລົງ.ວິໄສທັດການພັດທະນາອາຊີ ເປັນບົດລາຍງານເສດຖະກິດປະຈຳປີທີ່ເປັນສັນຍາລັກຂອງທະນາ ຄານ ADB ຊຶ່ງເປັນການຄາດຄະເນຕໍ່ການພັດທະນາເສດຖະກິດໃນເຂດອາຊີປາຊີຟິກ.