5 ປີຕໍ່ໜ້າ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນສຶກສາ ຈາກລະບົບ 5+4+3 (ປ1-ປ5 ແລະ ມ1-ມ7) ມາເປັນ 6+3+3 (ປ1-ປ6 ແລະ ມ1-ມ6)

ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານ (ຮ່າງ) ບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ IX ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ກ່ຽວກັບທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກຈຸດສຸມຕົ້ນຕໍໃນການໍາພາຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ໄລຍະ 5 ປີຕໍ່ໜ້າ (2026-2030) ໃນວັນທີ 26 ກັນຍາ 2025 ຜ່ານມານີ້ພາຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ສະໄໝທີ X (2026-2030) ຄາດໝາຍສູ້ຊົນແຕ່ລະດ້ານ: – ຈະສືບຕໍ່ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ຫັນແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກໃນວຽກງານສຶກສາ, […]
ແຈ້ງການ ຫ້າມນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ອຸປະກອນສື່ສານຜ່ານດາວທຽມ ໃນຕຳແໜ່ງວົງໂຄຈອນ ລະດັບຕໍ່າ (LEO-Low Earth Orbit) ໂດຍບໍ່ໄດ້ຮັບອະນຸຍາດ

ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍຖືເປັນກຽດແຈ້ງມາຍັງ ບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດໃຫ້ບໍລິການໂທລະຄົມມະນາຄົມ ຢູ່ ສປປ ລາວ ທີ່ມີຈຸດປະສົງນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ອຸປະກອນສື່ສານຜ່ານດາວທຽມ ໃນຕຳແໜ່ງວົງໂຄຈອນ ລະດັບຕໍ່າ (LEO-Low Earth Orbit) ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ກຳນົດຢ່າງເຂັ້ມງວດ ດັ່ງມີເນື້ອໃນລາຍລະອຽດດັ່ງນີ້: ຕ້ອງໄດ້ຮັບອະນຸຍາດຈາກກົມຄື້ນຄວາມຖີ່ວິທະຍຸສື່ສານ ກະຊວງເຕັກໂນໂລຊີ ແລະ ການສື່ສານເສຍກ່ອນ.ຫ້າມບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດໃຫ້ບໍລິການໂທລະຄົມມະນາຄົມ ນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ອຸປະກອນສື່ສານຜ່ານດາວທຽມ ໃນຕຳແໜ່ງວົງໂຄຈອນລະດັບຕໍ່າ (LEO-Low Earth Orbit) ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ຢ່າງເດັດຂາດ ເພື່ອຮັບປະກັນໃຫ້ແກ່ວຽກງານປ້ອງກັນຊາດ-ປ້ອງກນຄວາມສະຫງົບ, ສາມາດຕິດຕາມກວດກາ ແລະ ມີຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມກໍລະນີ້ກວດກາພົບເຫັນ ມີການນຳເຂົ້າ, ຈຳໜ່າຍ […]
ຄະນະຊີ້ນໍາໂຄງການ BRT ລົງພື້ນທີ່ກວດກາການຮື້ຖອນ 2 ສະຖານີ ຕັ້ງຢູ່ກາງເສັ້ນທາງ ຢູ່ຖະໜົນເສດຖາທິລາດ

ພາຍຫຼັງທີ່ໂຄງການກໍ່ສ້າງທາງລົດເມດ່ວນ BRT ຢູ່ນະຄອນຫຼວງວຽງຈັນໄດ້ດຳເນີນການກໍ່ສ້າງ ແລະ ຄືບໜ້າຫຼາຍກວ່າ 80% ກໍ່ເກີດມີຫາງສຽງຈົ່ມວ່າຈາກສັງຄົມວ່າ: ໂຄງການດັ່ງກ່າວບາງຈຸດເຮັດໃຫ້ເກີດການສັນຈອນຕິດຄັດຫຼາຍຂຶ້ນ, ເພາະເສັ້ນທາງແຄບ ແຕ່ມີການສ້າງສະຖານີ ລົດເມ BRT ໃສ່ກາງທາງອີກ. ດັ່ງນັ້ນ, ໃນວັນທີ 26 ກັນຍາ 2025 ຜ່ານມາ ກະຊວງໂຍທາທິການ ແລະ ຂົນສົ່ງ ຈຶ່ງໄດ້ມີແຈ້ງການໃຫ້ຜູ້ຮັບຜູ້ຊອບໂຄງການ ເລັ່ງຮື້ຖອນ 2 ສະຖານີ ທີ່ຕັ້ງຢູ່ກາງເສັ້ນທາງ ຢູ່ຖະໜົນເສດຖາທິລາດ ແລະ ຮື້ຖອນຄູກັນຂອບທາງລົດເມ ຫຼື ເຄີບແບ່ງເລນສະເພາະຂອງ BRT ແຕ່ໄຟແດງຖະໜົນໄກສອນພົມວິຫານ ຫາ ເສັ້ນທາງ 450 ປີ ເຂົ້າມະຫາວິທະຍາໄລດົງໂດກ. ຫຼ້າສຸດໃນວັນທີ 30 ກັນຍາ 2025 ທ່ານ ລິດຕາ ຂັດຕິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງສ (ຍທຂ) ພ້ອມດ້ວຍຄະນະ, ທ່ານ ສີລິລາດທົງສິງ ທອງເພັງ […]
ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບຂອງພະຍຸບົວລອຍ ທີ່ບ້ານກໍໄຮ ເມືອງອະນຸວົງ

ຂປລ. ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ໃນວັນທີ 30 ກັນຍາ 2025, ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນໍາຂອງແຂວງ ແລະ ເມືອງອະນຸວົງ ເຄື່ອນໄຫວຕິດຕາມສະພາບຄວາມເສຍຫາຍຈາກຜົນກະທົບຂອງພະຍຸບົວລອຍ ທີ່ບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ທີ່ເຮັດໃຫ້ເຮືອນຊານຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ແລະ ມີຜູ້ເສຍຊີວິດ 3 ຄົນ. ຕາມການບອກເລົ່າຂອງປະຊາຊົນພາຍໃນບ້ານດັ່ງກ່າວ ໃຫ້ຮູ້ວ່າ: ໃນເວລາປະມານທ່ຽງຄືນ ຂອງວັນທີ 29 ກັນຍາ 2025 ໄດ້ມີຝົນຕົກໜັກ ເຮັດໃຫ້ມີນໍ້າໄຫລຊຸ ເອົາເຮືອນປະຊາຊົນ ຈໍານວນ 2 ຫລັງ ແລະ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ນອກນີ້, ຍັງມີເຮືອນຂອງປະຊາຊົນຈໍານວນໜຶ່ງ ທີ່ຢູ່ໃກ້ຄຽງເຂດດັ່ງກ່າວຖືກນໍ້າຖ້ວມ, ເສັ້ນທາງມີການເປ່ເພບໍ່ສາມາດສັນຈອນໄປ-ມາໄດ້, ແຕ່ປັດຈຸບັນ ໄດ້ມີ ກຳລັງ ປກຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ປະຈໍາຢູ່ຈຸດດັ່ງກ່າວ ເພື່ອເຝົ້າລະວັງ ແລະ ໃຫ້ການຊ່ວຍເຫລືອປະຊາຊົນໃນເວລາສຸກເສີນ, […]
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຄໍາມ່ວນ ຄັ້ງທີ XI ສໍາເລັດລົງຢ່າງຈົບງາມ

ຂປລ. ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI ໄດ້ສໍາເລັດລົງຢ່າງຈົບງາມ ໃນວັນທີ 30 ກັນຍາ 2025, ພາຍຫລັງດໍາເນີນມາເປັນເວລາ 2 ວັນ ຢູ່ສະໂມສອນຂອງແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຄໍາມ່ວນ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ພ້ອມດ້ວຍແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ. ໃນວະລະກອງປະຊຸມ ບັນດາຜູ້ແທນໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນ ແລະ ເປັນເອກະພາບສູງຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງແຂວງ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະພັກແຂວງ ສະໄໝທີ X ຢ່າງເລິກເຊິ່ງ ແລະ ແທດຕົວຈິງ; ຮັບຮອງເອົາທິດທາງ, ວຽກງານ ແລະ ຄາດໝາຍສູ້ຊົນໃນ 5 […]
ແຈ້ງເຕືອນວັນທີ 30 ກັນຍາ 2025 ເກີດຫີນພູເຈື່ອນທັບທາງ ຫົງສາ-ຫຼວງພະບາງ ບໍ່ສາມາດສັນຈອນໄປມາໄດ້ ຊົ່ວຄາວ

ງົດການສັນຈອນຊົ່ວຄາວທາງ ຫົງສາ-ຫຼວງພະບາງ ວັນທີ 30 ກັນຍາ 2025 ເກີດເຫດຫີນ-ດິນ ເຈື່ອນທັບຖົມເສັ້ນທາງຫົງສາ-ຫລວງພະບາງ ບໍ່ສາມາດສັນຈອນໄປມາໄດ້. ປັດຈຸບັນໜ່ວຍງານກ່ຽວຂ້ອງກຳລັງເຂົ້າກວດກາ ແລະ ແກ້ໄຂ ຄາດວ່າຈະໃຊ້ເວລາ 2-3 ມື້ ຈຶ່ງຈະສາມາດເຄຍເປີດເສັ້ນທາງໄດ້.
ການນຳເມືອງນອງ ຕິດຕາມຄວາມເສຍຫາຍ ຂອງເສັ້ນທາງ ທີ່ໄດ້ຮັບຜົນກະທົບຈາກຝົນຕົກໜັກ

ວັນທີ 30/09/2025 ເສັ້ນທາງແຕ່ບ້ານຕາຢົງ ຫາ ບ້ານປະແນະ ເມືອງນອງ ແຂວງສະຫວັນນະເຂດ ເກີດການເຊາະເຈື່ອນຈາກຝົນຕົກໜັກ ລົດໃຫຍ່ບໍ່ສາມາດສັນຈອນໄປມາໄດ້ຜູ້ທີ່ມີຈຸດປະສົງທີ່ຈະເດີນທາງໄປເຂດປະແນະຕາຢົງໃຫ້ມີຄວາມລະມັດລະວັງຂຶ້ນຕື່ມ ສ່ວນລົດໃຫຍ່ ຫຼືລົດບັນທຸກ ຫ້າມສັນຈອນຢ່າງເດັດຂາດ ຈົນກວ່າເສັ້ນທາງຈະໄດ້ຮັບການສ້ອມແປງຄືນໃໝ່. ຈຸດຂົວຫ້ວຍລະວໍ ເສັ້ນທາງໄປບ້ານ ຕັງອາໄລເໜືອ ເຊິ່ງຈຸດດັ່ງກ່າວແມ່ນຖືກຕັດຂາດ, ບໍ່ສາມາດທຽວໄດ້ເນື່ອງຈາກນ້ຳໄດ້ກັດເຊາະເອົາໜ້າທາງ ແລະ ທໍ່ລອດທາງຊຸໄປຕາມກະແສນ້ຳເຮັດໃຫ້ເສັ້ນທາງຖືກຕັດຂາດ ລະຫວ່າງບ້ານຕັງອາໄລ ເໜືອຈະເດີນທາງມາ ກຸ່ມບ້ານ ຕັງອາໄລ, ສາຍນ້ຳຫ້ວຍ, ຮ່ອງນ້ອຍໃຫຍ່ມີການຍື່ງໂຕຂຶ້ນ. ປະຊາຊົນທີ່ຢູ່ລຽບຕາມແຄມນ້ຳຕ້ອງມີສະຕິລະວັງຕົວ ແລະ ເຝົ້າລະວັງຕື່ມ, ສ່ວນຜົນເສຍຫາຍທາງຜົນຜະລິດຂອງປະຊາຊົນ ທາງຄະນະກຳມະການຕ້ານໄພພິບັດຂັ້ນເມືອງຈະແຈ້ງໃຫ້ຊາບຕື່ມພາຍຫຼັງ.
ເຫດການວຸ່ນວາຍເທິງຖ້ຽວບິນ VN72 ຈາກເມືອງມິລານໄປສະໜາມບິນໂນ່ຍໄບ (ນະຄອນຫຼວງຮາໂນ່ຍ)

ຫຼ້າສຸດມີການເຜີຍແຜ່ຂໍ້ມູນໃນໂລກອອນລາຍ ກ່ຽວກັບເຫດການວຸ່ນວາຍເທິງຖ້ຽວບິນ VN72 ຈາກເມືອງມິລານໄປສະໜາມບິນໂນ່ຍໄບ (ນະຄອນຫຼວງຮາໂນ່ຍ) ເຫດການເກີດຂຶ້ນເມື່ອຜູ້ໂດຍສານຄົນຈີນຜູ້ໜຶ່ງພະຍາຍາມຈູດໄຟໃນຫ້ອງໂດຍສານ ໂດຍການຫັກ ທຸບໂທລະສັບມືຖືຈົນເຮັດໃຫ້ແບັດເຕີຣີ່ຕິດໄຟ ເຮັດໃຫ້ເກີດຄວາມວຸ້ນວາຍເທິງເຮືອບິນໂຊກດີທີ່ເຈົ້າໜ້າທີ່ຮັກສາຄວາມປອດໄພສາມາດເຂົ້າຄວບຄຸມສະຖານະການໄດ້ຢ່າງໄວວາ ແລະ ມີລາຍງານວ່າ ຊາຍຄົນດັ່ງກ່າວຖືກປະຕິເສດການເຂົ້າເມືອງເມື່ອເດີນທາງໄປຮອດອິຕາລີ ເຮັດໃຫ້ຕ້ອງເດີນທາງກັບຄືນມາຫວຽດນາມດ້ວຍຖ້ຽວບິນນີ້ ຈຶ່ງອາດຈະເປັນສາເຫດຂອງການກໍ່ເຫດດັ່ງກ່າວ. ຂ່າວຫວຽດນາມ 29.9.2025
ຫລວງພະບາງ ເມືອງມໍລະດົກ ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ການປະຕິບັດແຜນຍຸດທະສາດ ຂອງອົງຄະນະພັກ ແຂວງຫລວງພະບາງ ທີ່ຖືເອົາການທ່ອງທ່ຽວເປັນທ່າແຮງໜຶ່ງ ໃນການພັດທະນາເສດຖະກິດ-ສັງຄົມ ໃນ 5 ປີຜ່ານມາ ອົງການປົກຄອງແຂວງ ໄດ້ຕັ້ງໜ້າປັບປຸງ ແລະ ພັດທະນາການທ່ອງທ່ຽວ ເປັນຕົ້ນ ໄດ້ສ້າງແຜນຍຸດທະສາດສຳລັບປີ 2020-2024 ມີ 30 ແຜນງານ, ມີ 113 ໂຄງການ ແລະ ຈັດຕັ້ງປະຕິບັດສໍາເລັດ 102 ໂຄງການ ເທົ່າກັບ 90,27%. ນອກນີ້, ຍັງມີການພັດທະນາພື້ນຖານໂຄງລ່າງຂະໜາດນ້ອຍ ເພື່ອເຂົ້າເຖິງສະຖານທີ່ທ່ອງທ່ຽວ, ປັບປຸງສິ່ງອຳນວຍຄວາມສະດວກ ເພື່ອເປັນບ່ອນອີງ ໃຫ້ແກ່ການພັດທະນາການທ່ອງທ່ຽວ ສູ່ຄວາມຍືນຍົງ, ມີຄຸນະພາບ, ໄດ້ມາດຕະຖານ, ການປັບປຸງ-ພັດທະນາ ໄດ້ປະຕິບັດຕາມມາດຕະຖານການທ່ອງທ່ຽວແຫ່ງຊາດ, ອາຊຽນ ແລະ ສາກົນ. ສະຫາຍ ນາງ ສຸດາພອນ ຄົມທະວົງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ […]
ດວງປະຈຳວັນທີ 30 ກັນຍາ 2025

ຄົນເກີດວັນອາທິດ ການງານ ມີໂອກາດສຳເລັດຕາມຄວາມປາດຖະໜາໃນເລື່ອງການງານແບບເກີນຄາດ ການເງິນ ລາຍຮັບເຂົ້າມາຫາທ່ານຢ່າງບໍ່ຂາດສາຍ ຄົນເກີດວັນຈັນ ການງານ ເມື່ອຍແທ້ໆ!! ແຕ່ຜົນໄດ້ຮັບກໍຄຸ້ມຄ່າຫຼາຍ ການເງິນ ລາບລື່ນດີເພາະມີເງິນໄຫຼເຂົ້າກະເປົ໋າຕະຫຼອດ ຄົນເກີດວັນອັງຄານ ການງານ ຈະກ້າວໜ້າຫຼາຍ ຍິ່ງພະຍາຍາມເຮັດວຽກ ຍິ່ງສຳເລັດ ການເງິນ ດວງມີແນວໂນ້ມຫາລາຍຮັບໄດ້ຫຼາຍເກີນຄາດ ຄົນເກີດວັນພຸດ ການງານ ຕ້ອງຮັບຜິດຊອບວຽກຄົນດຽວແຕ່ສຸດທ້າຍຈະສຳເລັດ ການເງິນ ໝົດເງິນໄປກັບຄ່າໃຊ້ຈ່າຍທີ່ຫຼີກລ້ຽງບໍ່ໄດ້ ຄົນເກີດວັນພະຫັດ ການງານ ຫວັງສິ່ງໃດກ່ຽວກັບເລື່ອງງານຢູ່ຈະສຳເລັດຕາມປາດຖະໜາທຸກຢ່າງ ການເງິນ ດີຈະມີໂອກາດຮັບຊັບສິນແບບຕິດຕໍ່ກັນ ຄົນເກີດວັນສຸກ ການງານ ຊ່ວງນີ້ຈະມີເລື່ອງໃຫ້ຕ້ອງສູ້ຊົນແຕ່ສຸດທ້າຍຈະຜ່ານໄປໄດ້ ການເງິນ ຢູ່ໃນເກນດີ ເຮັດໃຫ້ມີລາຍຮັບເຂົ້າມາເລື້ອຍໆ ຄົນເກີດວັນເສົາ ການງານ ມີແນວໂນ້ມເມື່ອຍ ບວກກັບ ເຄັ່ງຕຶງຈົນຕ້ອງຮ້ອງຫາຢາແກ້ປວດ ການເງິນ ມີລາຍຮັບເຂົ້າກະເປົ໋າຢ່າງຕໍ່ເນື່ອງໃນຊ່ວງນີ້