Windows 11 2025 ພ້ອມໃຫ້ Update ຢ່າງເປັນທາງການແລ້ວ

Microsoft ໄດ້ເປີດໂຕ Windows 11 25H2 ຫຼື Windows 11 2025 Update ຢ່າງເປັນທາງການ ພ້ອມໃຫ້ດາວໂຫລດແລ້ວ Microsoft ປະກາດຄວາມພ້ອມຂອງ Windows 11 25H2 ທີ່ຮູ້ຈັກໃນຊື່ Windows 11 2025 Update ສຳລັບຜູ້ໃຊ້ງານທົ່ວໄປ. ການອັບເດດຄັ້ງນີ້ເປັນການປັບປຸງເລັກນ້ອຍທີ່ໃຊ້ແພລດຟອມພື້ນຖານດຽວກັນກັບ Windows 11 24H2 ເຮັດໃຫ້ທັງສອງເວີຊັນຈະໄດ້ຮັບການອັບເດດແບບສະສົມ, ຟີເຈີໃໝ່ ແລະ ການແກ້ໄຂບັນຫາຄືກັນທຸກເດືອນ. ການຕິດຕັ້ງ Windows 11 25H2 ເທິງເວີຊັນ 24H2 ຈະໃຊ້ enablement packages (eKB) ທີ່ມີຂະໜາດພຽງບໍ່ເຖິງ 200KB ຊ່ວຍໃຫ້ອັບເດດໄດ້ດ້ວຍການຣີສະຕາດພຽງຄັ້ງດຽວ. Windows 11 25H2 ມາພ້ອມກັບການປັບປຸງທີ່ສຳຄັນດ້ານການກວດພົບຊ່ອງໂຫວ່ໃນລະບົບ build ແລະ runtime ລວມທັງຄວາມສາມາດດ້ານ AI-assisted secure coding […]

ເກົາຫຼີໃຕ້ຍົກເວັ້ນວີຊາກຸ່ມທ່ອງທ່ຽວຈີນເຂົ້າປະເທດ ຫວັງກະຕຸ້ນເສດຖະກິດ-ສ້າງສາຍພົວພັນເພື່ອນບ້ານ

ເກົາຫຼີໃຕ້ ໄດ້ເລີ່ມເປີດໃຫ້ນັກທ່ອງທ່ຽວຊາວຈີນແບບກຸ່ມ ເຂົ້າປະເທດໂດຍໄດ້ຮັບການຍົກເວັ້ນວີຊາ ນັບແຕ່ວັນຈັນທີ່ 29 ກ.ຍ. ເຊິ່ງເປັນມາດຕະການທີ່ລັດຖະບານເກົາຫຼີໃຕ້ຫວັງຈະນຳໃຊ້ເປັນມາດຕະການກະຕຸ້ນທາງເສດຖະກິດ ແລະ ຊ່ວຍເສີມສ້າງຄວາມສຳພັນກັບຈີນ ເຊິ່ງເປັນປະເທດເພື່ອນບ້ານ. ພາຍໃຕ້ໂຄງການນຳຮ່ອງນີ້ ເຊິ່ງມີກຳນົດຈະດຳເນີນການໄປຈົນເຖິງເດືອນມິຖຸນາຍປີໜ້າ, ກຸ່ມນັກທ່ອງທ່ຽວທີ່ມີຈຳນວນຕັ້ງແຕ່ 3 ຄົນຂຶ້ນໄປ ຈາກຈີນແຜ່ນດິນໃຫຍ່ ຈະສາມາດພຳນັກຢູ່ເກົາຫຼີໃຕ້ໄດ້ເປັນເວລາ 15 ວັນ ໂດຍບໍ່ຕ້ອງຍື່ນຂໍວີຊາ. ການຕັດສິນໃຈດັ່ງກ່າວມີຂຶ້ນກ່ອນຊ່ວງວັນຫຍຸດຍາວ ວັນຊາດຈີນ ລະຫວ່າງວັນທີ່ 1-8 ຕຸລາ, ເຊິ່ງເປັນຊ່ວງດຽວກັນກັບວັນຫຍຸດຍາວຂອງເກົາຫຼີໃຕ້, ເຮັດໃຫ້ຄາດການວ່າຈະມີນັກທ່ອງທ່ຽວເດີນທາງເພີ່ມຂຶ້ນຢ່າງຫຼວງຫຼາຍ. ພາກທຸລະກິດຂອງເກົາຫຼີໃຕ້ຕ່າງເລັ່ງຫາຜົນປະໂຫຍດຈາກຄວາມຕ້ອງການທີ່ເພີ່ມຂຶ້ນນີ້ ໂດຍບໍລິສັດຊິນລາ ດິວຕີ້ ຟຣີ ໄດ້ຈັດກຽມທົວເຮືອສຳລັບນັກທ່ອງທ່ຽວຊາວຈີນໂດຍສະເພາະ, ຂະນະທີ່ແອັບພລິເຄຊັນຈັດສົ່ງອາຫານຍອດນິຍົມຢ່າງ ແບດັນ ມິນຈົກ (Baedal Minjok) ກຳລັງເພີ່ມທາງເລືອກການຊຳລະເງິນດ້ວຍອາລີເພ (Alipay) ແລະ ວີແຊັດເພ (WeChat Pay) ເພື່ອອຳນວຍຄວາມສະດວກແກ່ນັກທ່ອງທ່ຽວຊາວຈີນ. ໂຄງການຍົກເວັ້ນວີຊານີ້ຖືກປະກາດຕັ້ງແຕ່ເດືອນມີນາ ແລະ ເກີດຂຶ້ນຫຼັງຈາກທີ່ຈີນໄດ້ຕັດສິນໃຈສະເໜີຍົກເວັ້ນວີຊາໃຫ້ແກ່ຊາວເກົາຫຼີໃຕ້ພຳນັກໄດ້ນານສູງສຸດ 30 ວັນ ເມື່ອເດືອນພະຈິກປີທີ່ແລ້ວ. ຄັ້ງສຸດທ້າຍທີ່ເກົາຫຼີໃຕ້ສະເໜີການຍົກເວັ້ນວີຊາລັກສະນະດຽວກັນນີ້ໃຫ້ແກ່ຊາວຈີນແຜ່ນດິນໃຫຍ່ແມ່ນລະຫວ່າງເດືອນທັນວາ 2017 ເຖິງເດືອນມີນາ 2018 ເຊິ່ງສອດຄ່ອງກັບການແຂ່ງຂັນກິລາໂອລິມປິກລະດູໜາວທີ່ເມືອງພຽງຊາງ. […]

ທຣຳປ໌ປະນາມເຫດການນອງເລືອດ ເສຍຊີວິດ 4 ຄົນທີ່ໂບດໃນລັດມິຊິແກນ ຢັ້ງຢືນທຸກຝ່າຍຕ້ອງຢຸດຕິຄວາມຮຸນແຮງຕໍ່ຊາວຄຣິສຕຽນ

ປະທານາທິບໍດີໂດນາລ ທຣຳປ໌ ແຫ່ງສະຫະລັດອາເມຣິກາ ປະນາມເຫດການຍິງໂບດມໍມອນໃນລັດມິຊິແກນ ວ່າເປັນການໂຈມຕີເປົ້າໝາຍຊາວຄຣິສຕຽນໂດຍກົງ. ເຫດການທີ່ໜ້າເສົ້າໃຈນີ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 4 ຄົນ ແລະບາດເຈັບອີກ 8 ຄົນ ພ້ອມກັບຮຽກຮ້ອງໃຫ້ຢຸດຕິ “ພະຍາດລະບາດແຫ່ງຄວາມຮຸນແຮງ” ທີ່ກຳລັງຖະໂຫມເຂົ້າໃສ່ສະຫະລັດອາເມຣິກາ. ວັນທີ 28 ກັນຍາ 2568 (2025) ເກີດເຫດການຍິງສັບປະຍົດຢູ່ໂບດ Latter Day Saints ທີ່ເມືອງແກຣນບລອງ ລັດມິຊິແກນ ລະຫວ່າງພິທີທາງສາສະໜາ. ຜູ້ກໍ່ເຫດຊາຍອາຍຸ 40 ປີ ຂັບລົດພຸ່ງຊົນປະຕູດ້ານໜ້າ ກ່ອນນຳໃຊ້ອາວຸດປືນໄລເຟິນຍິງໃສ່ຜູ້ເຂົ້າຮ່ວມພິທີ. ຫົວໜ້າຕຳຫຼວດທ້ອງຖິ່ນເປີດເຜີຍວ່າ ເຈົ້າໜ້າທີ່ເຂົ້າຕອບໂຕ້ແລະຍິງຜູ້ກໍ່ເຫດຢູ່ບ່ອນເກີດເຫດ. ຍັງມີລາຍງານວ່າເກີດເຫດໄຟໄໝ້ໂບດຂຶ້ນນຳ, ຄາດວ່າຜູ້ກໍ່ເຫດເປັນຜູ້ກໍ່ການເອງ. ພາບຈາກໂດຣນສະແດງໃຫ້ເຫັນຫຼັງຄາໂບດຖືກໄຟໄໝ້ເສຍຫາຍໜັກ. ເຈົ້າໜ້າທີ່ກຳລັງກວດກາພື້ນທີ່ ເພື່ອຄົ້ນຫາຜູ້ປະສົບເຫດເພີ່ມເຕີມ. ປະທານາທິບໍດີໂດນາລ ທຣຳປ໌ ແຫ່ງສະຫະລັດອາເມຣິກາ ປະນາມເຫດການຍິງໂບດມໍມອນນີ້ວ່າເປັນການໂຈມຕີເປົ້າໝາຍຊາວຄຣິສຕຽນໂດຍກົງ. ທ່ານກ່າວວ່າເຫດການຄັ້ງນີ້ເປັນສ່ວນໜຶ່ງຂອງ “ພະຍາດລະບາດແຫ່ງຄວາມຮຸນແຮງ” ທີ່ຕ້ອງຢຸດຕິລົງທັນທີ. ທັງນີ້ ເຫດການຍິງສັບປະຍົດຄັ້ງນີ້ເກີດຂຶ້ນພຽງບໍ່ກີ່ວັນ ຫຼັງຈາກທຣຳປ໌ຫາກໍໃຫ້ຄຳໝັ້ນສັນຍາວ່າຈະອອກຄຳສັ່ງຝ່າຍບໍລິຫານເພື່ອຈັດການກັບ “ເຄືອຂ່າຍກໍ່ການຮ້າຍຝ່າຍຊ້າຍຫົວຮຸນແຮງ” ພາຍໃນປະເທດ, ຫຼັງຈາກເກີດເຫດຍິງຖະຫຼົ່ມສະຖານທີ່ຂອງສຳນັກງານກວດຄົນເຂົ້າເມືອງແລະສຸນລະກາກອນທີ່ເມືອງດັນລັດ ແລະການລອບສັງຫານຊາລີ ເຄີກ ອິນຟລູເອນເຊີສາຍອະນຸລັກນິຍົມທີ່ມີຊື່ສຽງ ໃນລັດຢູທາຫ໌ເມື່ອຕົ້ນເດືອນທີ່ຜ່ານມາ.

ພະນັກງານຈາກສະຫະພັນກິລາບານເຕະແຫ່ງຊາດລາວ ສໍາເລັດການເຂົ້າຮ່ວມຝຶກງານໄລຍະ 3 ເດືອນ ທີ່ ສຳນັກງານໃຫຍ່ຂອງ FIFA ທີ່ເມືອງ ຊູລິກ (Zurich) ປະເທດ ສະວິດເຊີແລນ (Switzerland)

ທ່ານ ປາດຖະໜາ ຂັນຕິຍາວົງ, ພະນັກງານວິຊາການຂອງ ສະຫະພັນກິລາບານເຕະແຫ່ງຊາດລາວ (ສຕລ), ໄດ້ສໍາເລັດການຝຶກງານເປັນເວລາ 3 ເດືອນ ລະຫວ່າງເດືອນ ກໍລະກົດ – ກັນຍາ 2025 ທີ່ ສໍານັກງານໃຫຍ່ຂອງ ສະຫະພັນກິລາບານເຕະນາໆຊາດ (FIFA) ທີ່ ເມືອງ ຊູລິກ (Zurich) ປະເທດ ສະວິດເຊີແລນ (Switzerland). ໃນການເຂົ້າຮ່ວມຝຶກງານຄັ້ງນີ້ ທ່ານ ປາດຖະໜາ ໄດ້ເຂົ້າຝຶກກັບພະແນກ ການຄຸ້ມຄອງ ແລະ ປົກປ້ອງສິດທິເດັກ “Safeguarding ແລະ Child Protection” ທີ່ຮັບຜິດຊອບດ້ານການປົກປ້ອງ ແລະ ການຮັບປະກັນຄວາມປອດໄພສໍາລັບເດັກນ້ອຍ-ເຍົາວະຊົນ ໃນທຸກໂຄງການ, ການແຂ່ງຂັນ ແລະ ກິດຈະກຳການເຄື່ອນໄຫວທີ່ຈັດໂດຍ FIFA. ໂຄງການຝຶກງານດັ່ງກ່າວແມ່ນຈັດຂຶ້ນໂດຍ FIFA ພາຍໃຕ້ຊື່ໂຄງການ “FIFA Internship Programme for Member Associations” ທີ່ເປີດໂອກາດໃຫ້ບັນດາປະເທດສະມາຊິກຂອງ FIFA […]

Energizer ເປີດໂຕ EnergyBook Pro ໂນດບຸກທີ່ແບັດເຕີຣີ່ທົນທານ ໃຊ້ງານໄດ້ເຕັມ 1 ມື້ໂດຍບໍ່ຕ້ອງສາກ

Energizer ເປີດໂຕ EnergyBook Pro ສ້າງກະແສໃໝ່ໃນຕະຫຼາດຄອມພິວເຕີພົກພາ ທີ່ມາພ້ອມກັບຈຸດຂາຍແບັດເຕີຣີ່ທີ່ໃຊ້ງານໄດ້ດົນນານ ເຖິງແມ່ນວ່າຈະໃຊ້ເຕັມ 1 ມື້ກໍຍັງບໍ່ໝົດ ເພາະສາມາດໃຊ້ງານຕໍ່ເນື່ອງໄດ້ເຖິງ 28 ຊົ່ວໂມງ ຕໍ່ການສາກໜຶ່ງຄັ້ງ ແລະ ຢູ່ໃນໂໝດສະແຕນບາຍໄດ້ດົນສູງສຸດເຖິງ 7 ມື້ເຕັມ Energizer ເປີດໂຕ EnergyBook Pro ໂນດບຸກແບັດເຕີຣີ່ທົນທານ Energizer ກຽມເປີດໂຕໂນດບຸກ 3 ລຸ້ນຍ່ອຍ ໄດ້ແກ່: EnergyBook Pro 15 EnergyBook Pro XL 18 EnergyBook Pro Ultra (ລຸ້ນທັອບ) ໂດຍ EnergyBook Pro Ultra ຖືເປັນລຸ້ນເຮືອທຸງທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ ດ້ວຍຈໍໃຫຍ່ 18 ນິ້ວ ຄວາມລະອຽດ 1920×1200 ພິກເຊວ ແລະ ແບັດເຕີຣີ່ທີ່ມີຄວາມຈຸສູງເຖິງ 192 Wh ຊຶ່ງເປັນຕົວເລກທີ່ໃຫຍ່ກວ່າມາດຕະຖານໂນດບຸກທົ່ວໄປຫຼາຍເທົ່າ ສະເປັກຄ່າວໆ […]

WSJ ເປີດເຜີຍວ່າ Donald Trump ອາດຈະອອກຄຳສັ່ງອະນຸມັດການຊື້ກິດ TikTok ໃນສະຫະລັດອາເມລິກາພາຍໃນອາທິດນີ້

ສຳນັກຂ່າວ Wall Street Journal ລາຍງານວ່າປະທານາທິບໍດີສະຫະລັດອາເມລິກາ ໂດນາລ ທຣຳ (Donald Trump) ອາດຈະອະນຸມັດຂໍ້ຕົກລົງການຊື້ກິດ TikTok ພາຍໃນອາທິດນີ້ ຜ່ານການອອກຄຳສັ່ງປະທານາທິບໍດີ (Executive Order) ກ່ອນໜ້ານີ້ ທຣຳເຄີຍອອກມາກ່າວວ່າສະຫະລັດແລະຈີນມີຄວາມກ້າວໜ້າໃນການເຮັດຂໍ້ຕົກລົງທີ່ຈະບັງຄັບໃຫ້ຊັບສິນຂອງ TikTok ໃນສະຫະລັດຕ້ອງປ່ຽນມືຄວາມເປັນເຈົ້າຂອງຈາກ ByteDance ໄປຫາເຈົ້າຂອງທຸລະກິດໃນສະຫະລັດ ຂໍ້ຕົກລົງນີ້ຍັງກຳນົດໃຫ້ອັລກໍລິທຶມຂອງ TikTok ທີ່ໃຫ້ບໍລິການໃນສະຫະລັດຈະຕ້ອງປອດໄພແລະເຮັດວຽກໄດ້ດີ ໂດຍບໍ່ຢູ່ພາຍໃຕ້ການຄວບຄຸມຂອງ ByteDance ດ້ວຍ ສຳລັບຜູ້ທີ່ຈະເຂົ້າຊື້ກິດການ TikTok ໃນສະຫະລັດນັ້ນ ທຣຳກ່າວວ່າ ລາກລານ ເມີດອກ (Lachlan Murdoch) ມະຫາເສດຖີທຸລະກິດສື່ມວນຊົນ ລວມເຖິງ ແລຣີ ເອລລິສັນ (Larry Ellison) ແລະ ໄມເຄິລ ເດລ (Michael Dell) ສອງຜູ້ນຳວົງການທຸລະກິດຈະເຂົ້າມາກ່ຽວຂ້ອງໃນຂໍ້ສະເໜີການຊື້ກິດ TikTok ດ້ວຍ ເມື່ອການຊື້ຂາຍສຳເລັດລຸລ່ວງ ຜູ້ຖືຊັບສິນສ່ວນໃຫຍ່ຂອງ TikTok ໃນສະຫະລັດຈະຕ້ອງເປັນນັກລົງທຶນຊາວອາເມລິກັນ ໂດຍນັກລົງທຶນທີ່ລວມຕົວສະເໜີເຂົ້າຊື້ຫຸ້ນ TikTok […]

ຍອດຜູ້ເສຍຊີວິດຈາກການປະທ້ວງເພີ່ມຂຶ້ນເປັນ 51 ສົບ ກະກຽມຕັ້ງອະດີດປະທານສານສູງສຸດເປັນນາຍົກລັດຖະມົນຕີຮັກສາການ

ຄວາມຮຸນແຮງຈາກການປະທ້ວງຕ້ານການສໍ້ລາດບັງຫຼວງໃນເນປານເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍ 51 ສົບ ໃນຂະນະທີ່ສະຖານະການເລີ່ມສະຫງົບລົງຫຼັງຈາກນາຍົກລັດຖະມົນຕີລາອອກ ແລະມີຄວາມເປັນໄປໄດ້ສູງທີ່ຈະມີການແຕ່ງຕັ້ງອະດີດປະທານສານສູງສຸດຜູ້ຍິງເຂົ້າດຳລົງຕຳແໜ່ງນາຍົກລັດຖະມົນຕີຮັກສາການ. ດ້ານເຈົ້າໜ້າທີ່ຕຳຫຼວດເນປານເປີດເຜີຍຍອດຜູ້ເສຍຊີວິດຫຼ້າສຸດ ຈາກເຫດການຄວາມວຸ້ນວາຍທີ່ນຳໄປສູ່ການໂຄ່ນລ້ົມລັດຖະບານ ໂດຍມີຜູ້ເສຍຊີວິດຢ່າງຫນ້ອຍ 51 ຄົນ ລວມທັງຜູ້ປະທ້ວງ 21 ຄົນ ແລະຕຳຫຼວດ 3 ນາຍ. ເຫດການນີ້ເລີ່ມຕົ້ນຂຶ້ນຈາກຄຳສັ່ງຫ້າມໃຊ້ໂຊເຊຍລ໌ມີເດຍຂອງລັດຖະບານ ປະກອບກັບຄວາມບໍ່ພໍໃຈຂອງປະຊາຊົນຕໍ່ບັນຫາການສໍ້ລາດບັງຫຼວງ ແລະການບໍລິຫານປະເທດທີ່ບໍ່ມີປະສິດທິຜົນ ໂດຍຜູ້ປະທ້ວງໄດ້ຈຸດໄຟເຜົາລັດສະພາ ສົ່ງຜົນໃຫ້ທ່ານ ເຄ.ພີ. ຊາມາ ໂອລິ ນາຍົກລັດຖະມົນຕີຕ້ອງລາອອກ ແລະກອງທັບຕ້ອງເຂົ້າຄວບຄຸມສະຖານະການໃນນະຄອນຫຼວງກາດມັນດຸ. ສະຖານະການຫຼ້າສຸດ ນັກໂທດກວ່າ 12,533 ຄົນ ຍັງຄົງຫຼົບໜີຢູ່ ໂດຍບາງສ່ວນພະຍາຍາມຂ້າມຊາຍແດນໄປຍັງອິນເດຍ ແລະຖືກຈັບກຸມ ສ່ວນກອງທັບເນປານສາມາດຍຶດປືນທີ່ຖືກປຸ້ນໄປໄດ້ຫຼາຍກວ່າ 100 ກະບອກ. ແຫຼ່ງຂ່າວເປີດເຜີຍກັບສຳນັກຂ່າວຣອຍເຕີຣ໌ວ່າ ທ່ານຍິງ ສຸຊິລາ ຄາກີ ອະດີດປະທານສານສູງສຸດເນປານ ມີແນວໂນ້ມສູງທີ່ຈະໄດ້ຮັບການແຕ່ງຕັ້ງໃຫ້ເປັນນາຍົກລັດຖະມົນຕີຮັກສາການ ເນື່ອງຈາກເປັນທີ່ຍອມຮັບຈາກກຸ່ມຜູ້ປະທ້ວງ “Gen Z” ຊຶ່ງເປັນພະລັງຫຼັກໃນການປະທ້ວງຄັ້ງນີ້. ຄາດວ່າການແຕ່ງຕັ້ງທ່ານຍິງຄາກີ ມີແນວໂນ້ມທີ່ຈະເກີດຂຶ້ນຢ່າງເປັນທາງການຫຼັງຈາກການປະຊຸມທີ່ບ້ານພັກປະທານາທິບໍດີ ຣາມ ຈັນທຣາ ພູເດລ ຊຶ່ງກຳໜົດໄວ້ເວລາ 09:00 ນ. ຕາມເວລາທ້ອງຖິ່ນ […]

ປກສ ຈະສົ່ງ 18 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ກຳນົດເອົາ 18 ປະເພດກິລາ ເຂົ້າຮ່ວມໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025. ທ່ານ ພັທ ພອນທິບ ພັນທະວົງ ຫົວໜ້າກອງກິລາ-ກາຍະກຳ ໄດ້ກ່າວໃນກອງປະຊຸມປຶກສາຫາລື ເລືອກເຟັ້ນປະເພດກິລາຂອງກະຊວງ ປກສ ເພື່ອເຂົ້າຮ່ວມງານກິລາ ຄັ້ງນີ້ ເມື່ອບໍ່ດົນມານີ້ວ່າ, 18 ປະເພດກິລາ ປະກອບມີ: ກິລາບານເຕະ, ຟຸດຊໍ, ມວຍສາກົນ, ມວຍລາວ, ມວຍປໍ້າ, ປັນຈະສີລັດ, ວູຊູ, ຍິງປືນ, ບານສົ່ງ, ລອຍນໍ້າ, ກະຕໍ້, ແລ່ນ-ລານ, ເທຄວັນໂດ, ເປຕັງ, ກັອບ, ຄາຣາເຕໂດ, ທະນູ ແລະ ໝາກຂ່າງ. ສໍາລັບ ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອຄົ້ນຄວ້າປຶກສາຫາລື ເລືອກເຟັ້ນນັກກິລາ, […]

ກະຊວງການເງິນ ເຂັ້ມງວດ ປະເມີນຜົນງານຜູ້ບໍລິຫານ ເພີ່ມປະສິດທິພາບ ວິສາຫະກິດ ລັດລົງທຶນ

ກະຊວງການເງິນໄດ້ເພີ່ມຄວາມເຂັ້ມງວດໃນການກວດກາ ປະເມີນຜົນງານ ຂອງບັນດາວິສາຫະກິດທີ່ລັດລົງທຶນ, ໂດຍໄດ້ອອກຂໍ້ຕົກລົງສະບັບໃໝ່ທີ່ເຊື່ອມໂຍງຄວາມໝັ້ນຄົງໃນໜ້າທີ່ການງານ, ເງິນໂບນັດ ແລະ ການປົດຕຳແໜ່ງຂອງຜູ້ບໍລິຫານລະດັບສູງຝ່າຍລັດ ໂດຍອີງໃສ່ຜົນງານ ເປັນຫຼັກເພື່ອເພີ່ມປະສິດທິພາບໃນການບໍລິຫານງານຂອງພວກເຂົາ. ການດຳເນີນງານຄັ້ງນີ້ມີຂຶ້ນພາຍຫຼັງຄວາມເປັນຫ່ວງທີ່ຖືກຍົກຂຶ້ນມາໂດຍປະຊາຊົນ ແລະ ສະມາຊິກສະພາແຫ່ງຊາດກ່ຽວກັບປະສິດທິພາບຂອງຜູ້ບໍລິຫານລະດັບສູງໃນລັດວິສາຫະກິດທີ່ສຳຄັນ, ເຊິ່ງຫຼາຍແຫ່ງມັກຈະດຳເນີນທຸລະກິດແບບຂາດທຶນ. ພາຍໃຕ້ຂໍ້ຕົກລົງດັ່ງກ່າວທີ່ອອກມາເມື່ອບໍ່ດົນມານີ້, ຜູ້ບໍລິຫານທີ່ບໍ່ສາມາດເຮັດວຽກໄດ້ຕາມເປົ້າໝາຍ ຫຼື ປະຕິເສດທີ່ຈະເຂົ້າຮ່ວມຂະບວນການປະເມີນຜົນຈະຖືກຕັດເງິນໂບນັດ, ສ່ຽງຕໍ່ການໂຍກຍ້າຍ, ແລະ ຖ້າຫາກບັນຫາຍັງຄົງຢູ່, ຈະຖືກປົດອອກຈາກຕຳແໜ່ງ ແລະ ຖືກຫ້າມບໍ່ໃຫ້ດຳລົງຕຳແໜ່ງບໍລິຫານລະດັບສູງເປັນເວລາ 3 ປີ. ການປະຕິຮູບເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານໃນການເພີ່ມປະສິດທິພາບ, ຄວາມໂປ່ງໃສ, ແລະ ຄວາມຮັບຜິດຊອບຂອງລັດວິສາຫະກິດ. ການປະຕິຮູບດັ່ງກ່າວຖືກເບິ່ງວ່າເປັນສິ່ງສຳຄັນຕໍ່ການເພີ່ມຄວາມເຂັ້ມແຂງໃນການດຳເນີນງານຂອງວິສາຫະກິດ ເຊັ່ນ: ໄຟຟ້າລາວ, ການບິນລາວ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ແລະ ທະນາຄານນະໂຍບາຍ, ເຊິ່ງເປັນກໍາລັງສໍາຄັນໃນເສດຖະກິດຂອງປະເທດ. ເປັນຄັ້ງທໍາອິດ, ການປະເມີນຜົນປະຈໍາປີແບບມີໂຄງສ້າງຈະຖືກນໍາໃຊ້ກັບຜູ້ບໍລິຫານທຸກຄົນທີ່ຖືກແຕ່ງຕັ້ງໂດຍກະຊວງການເງິນ, ລວມທັງຄະນະກໍາມະການບໍລິຫານ ແລະ ຄະນະກໍາມະການຄຸ້ມຄອງ. ການປະເມີນຜົນຈະພິຈາລະນາໃນຂົງເຂດສໍາຄັນ ເຊັ່ນ: ຄວາມຮັບຜິດຊອບສ່ວນຕົວ, ຄວາມຮັບຜິດຊອບດ້ານການເມືອງ ແລະ ຄວາມສາມາດ, ທັກສະການນໍາພາ ແລະ ການຄຸ້ມຄອງ ແລະ ຜົນງານທາງທຸລະກິດ. ຜູ້ບໍລິຫານຕ້ອງປະຕິບັດການປະເມີນຕົນເອງຜ່ານລະບົບການຄຸ້ມຄອງລັດວິສາຫະກິດຂອງກົມລັດວິສາຫະກິດ ແລະ […]

Microsoft ກຽມປ່ຽນມາໃຊ້ AI ຈາກ Anthropic ແທນ OpenAI ຫຼັງພົບວ່າ Claude ເກັ່ງກວ່າ GPT-5

Microsoft ບໍລິສັດຜະລິດແລະພັດທະນາຊອບແວຂະໜາດໃຫຍ່ຂອງໂລກ ກຽມເຈລະຈາການຊື້ລິຂະສິດເພື່ອນຳໃຊ້ໂມເດວ AI ຂອງ Anthropic ໂດຍລະບຸວ່າ Claude Sonnet 4 ໂດດເດັ່ນກວ່າ ກຸ່ມທີ່ Microsoft ຈະຊື້ແມ່ນໂມເດວສຳລັບຄຸນສົມບັດໃໝ່ໃນຊຸດແອັບ Office 365 ເຊັ່ນ Word, Excel, Outlook ແລະ PowerPoint ເຊິ່ງນັບເປັນການເຄື່ອນໄຫວທີ່ສຳຄັນຂອງ Microsoft ໃນການພະຍາຍາມກະຈາຍຄວາມສ່ຽງແລະຫຼຸດການພິ່ງພາ OpenAI ພຽງລາຍດຽວ ຫຼັງປະກາດຄວາມຮ່ວມມືໄປເມື່ອປີ 2015 ແລະໄດ້ຮ່ວມງານກັນມາຢ່າງຍາວນານກວ່າ 10 ປີ ຊ່ວງຫຼັງຫຼາຍຄົນທີ່ຕິດຕາມຂ່າວວົງການ IT ອາດຈະຈັບສັງເກດຄວາມສຳພັນຂອງ Microsoft ແລະ OpenAI ໄດ້ວ່າມີຮອຍແຕກມາເປັນໄລຍະ ແລະເລີ່ມຄຸກລຸ່ນໜັກຂື້ນເມື່ອ Microsoft ເລີ່ມພັດທະນາໂມເດວ MAI ຂອງຕົວເອງຂື້ນມາທົດແທນ ໃນຊ່ວງປາຍເດືອນສິງຫາທີ່ຜ່ານມາ ແຕ່ກໍ່ມີຂ່າວວ່າ MAI ຊ້າເກີນແຜນ ເຮັດໃຫ້ທາງອອກໄປຕົກຢູ່ທີ່ການຊື້ໂມເດວຂອງ Anthropic ມາໃຊ້ແທນ ເຊິ່ງເລື່ອງນີ້ກໍ່ບໍ່ແມ່ນອັນໃໝ່ເພາະ Microsoft ເຄີຍຮ່ວມງານກັບ Anthropic […]