ບໍ່ແມ່ນພຽງແຕ່ SSD ເສຍ, ການອັບເດດໃໝ່ຂອງ Windows 11 ສົ່ງຜົນກະທົບຕໍ່ AutoCAD, NDI (OBS)

ຫລັງຈາກຂ່າວເດີມທີ່ການອັບເດດທີ່ມີບັນຫາໃນວັນອັງຄານຂອງອາທິດທີ່ຜ່ານມາສົ່ງຜົນໃຫ້ SSD ເສຍຫາຍ, ຈິງແລ້ວການອັບເດດຄັ້ງນັ້ນຍັງບໍ່ໄດ້ຈົບພຽງແຕ່ເລື່ອງດຽວ, ຍັງມີບັນຫາອື່ນໆອີກດ້ວຍ, ຊຶ່ງ Microsoft ໄດ້ຮັບຮູ້ທັງໝົດແລ້ວ. ບັນຫາກັບໂປຣແກຣມ AutoCAD ການອັບເດດ Windows 11 KB5063878 ມີລາຍງານວ່າເຮັດໃຫ້ພົບບັນຫາບໍ່ສາມາດເປີດໃຊ້ງານ AutoCAD ໄດ້, ນອກຈາກຈະເອີ້ນໃຊ້ງານໃນຖານະຜູ້ເບິ່ງແຍງລະບົບ (Run as administrator) ຊຶ່ງບລັອກ User Account ທີ່ບໍ່ໄດ້ຮັບສິດດັ່ງກ່າວ, ກະທົບຫລາຍໂຮງຮຽນແລະຫ້ອງແລັບບໍ່ສາມາດໃຊ້ງານ AutoCAD ໄດ້. ບັນຫານີ້ເຄີຍເກີດຂຶ້ນຄ້າຍຄືກັນໃນທີ່ຜ່ານມາທັງໃນ Windows 11 ແລະ Windows 10: Windows 11: KB5063875 ແລະ KB5064010 Windows 10: KB5063877 ແລະ KB5063709 Microsoft ໄດ້ຮັບທຮາບຫາບັນຫາຂ້າງເທິງແລ້ວ, ໂດຍມີຜົນຕັ້ງແຕ່ AutoCAD 2022 ຈົນເຖິງ 2026. ວິທີແກ້ໄຂຊົ່ວຄາວ: ຕ້ອງຖອນການຕິດຕັ້ງ Windows update […]
OpenAI ຢືນຢັນວ່າ GPT5 ສະຫຼາດຂຶ້ນຫຼາຍ ແຕ່ຍັງບໍ່ສາມາດເຮັດວຽກແທນ “ຄົນ” ໄດ້ໃນຫຼາຍໆດ້ານ

ການເຂົ້າມາຂອງປັນຍາປະດິດ ຫຼື AI ໄດ້ສ້າງຄວາມກັງວົນໃຫ້ກັບທຸກວົງການກ່ຽວກັບການທີ່ເທັກໂນໂລຍີນີ້ຈະເຂົ້າມາແທນທີ່ຄົນໃນການເຮັດວຽກ ເຊັ່ນ: ການນຳເອົາເຄື່ອງມືທີ່ນິຍົມຢ່າງ ChatGPT ມາຊ່ວຍໃນວຽກງານຫຼາກຫຼາຍແບບ ຈົນໃຫ້ຫຼາຍຄົນຄິດວ່າເຄື່ອງມືນີ້ສາມາດເຮັດວຽກແທນຄົນໄດ້ທັງໝົດ. ແຕ່ວ່າ ຝ່າຍພັດທະນາກັບຄິດໃນແບບອື່ນ ທີ່ອາດຈະເຮັດໃຫ້ຜູ້ອ່ານຫຼາຍຄົນເບົາໃຈໄປສັກໜ້ອຍ. ຈາກບົດລາຍງານຂອງສຳນັກຂ່າວ The Guardian ໄດ້ເປີດເຜີຍເຖິງຄວາມຄິດເຫັນຂອງ Sam Altman ຜູ້ບໍລິຫານ ແລະ ຜູ້ກໍ່ຕັ້ງບໍລິສັດ OpenAI ຊຶ່ງເປັນບໍລິສັດພັດທະນາຕົວແບບ AI ທີ່ມີຊື່ສຽງຢ່າງ GPT ແລະ ເຄື່ອງມືສຳລັບການສ້າງສື່ (Generative AI) ChatGPT ກ່ຽວກັບການພັດທະນາຫຼ້າສຸດຂອງຜະລິດຕະພັນ AI ເຫຼົ່ານີ້ວ່າ ເປັນການພັດທະນາແບບກ້າວກະໂດດ ທີ່ AI ສາມາດເຮັດວຽກໄດ້ຫຼາກຫຼາຍ ແລະ ເປັນກ້າວສຳຄັນທີ່ຈະນຳພາ GPT ໄປສູ່ການເປັນ AI ສຳລັບການໃຊ້ງານທົ່ວໄປ ຫຼື Artificial General Intelligence (AGI) ທີ່ສາມາດເຮັດວຽກຫຼາຍຢ່າງແທນຄົນໄດ້ດ້ວຍຕົນເອງ ພ້ອມກັບຄວາມໄວ ແລະ ປະສິດທິພາບສູງໃນການເຮັດວຽກ ຈົນເຖິງລະດັບທີ່ສາມາດເຮັດວຽກແທນມະນຸດໄດ້. ແຕ່ໃນຂະນະດຽວກັນ […]
Microsoft Excel ປ່ອຍຟັງຊັນ Copilot ໃຊ້ AI ຊ່ວຍເຕີມຂໍ້ມູນໃນເຊວ

ທີມພັດທະນາ Microsoft Excel ກຳລັງທົດສອບຟັງຊັນ Copilot, ຟັງຊັນ AI ໃໝ່ທີ່ຈະເຕີມຂໍ້ມູນໃນເຊວແບບອັດຕະໂນມັດ. ພຽງແຕ່ໃສ່ຄຳສັ່ງແລະລະບຸເຊວທີ່ຕ້ອງການອ້າງອີງເຖິງ, ຫຼັງຈາກນັ້ນ AI ຈະຈັດລຽງຂໍ້ມູນ, ສະຫຼຸບຜົນ, ເຮັດຕາຕະລາງ ແລະ ອື່ນໆອີກຫຼາຍຢ່າງດ້ວຍໂຕເອງ. ຕົວຢ່າງການໃຊ້ຟັງຊັນ Copilot ແມ່ນສົມມຸດວ່າມີເຊວໃນຄໍລັມທີ່ມີຂໍ້ມູນຜົນຕອບຮັບກ່ຽວກັບເຄື່ອງຊົງກາເຟ, ຜູ້ໃຊ້ຈະສາມາດນຳໃຊ້ຟັງຊັນ Copilot ໃນການເຕີມຂໍ້ມູນທີ່ອ້າງອີງຈາກຂໍ້ມູນດັ່ງກ່າວດ້ວຍ AI ໂດຍການໃສ່ຟັງຊັນ “=COPILOT(“Classify this feedback”, D4:D18),”. ເລກເຊວກໍ່ຕ້ອງກົງກັບໃນ Excel, ຫຼັງຈາກນັ້ນ AI ຈະເຕີມຂໍ້ມູນຕາມທີ່ຕ້ອງການແບບອັດຕະໂນມັດ. ຫາກເບິ່ງຕາມຮູບພາບຈະເຫັນໄດ້ວ່າຜູ້ໃຊ້ໄດ້ເຕີມຕົວຢ່າງຂໍ້ມູນກ່ຽວກັບລັກສະນະຂໍ້ຄວາມທີ່ເປັນຄວາມຄິດເຫັນໃນແງ່ບວກແລະລົບຂອງເຄື່ອງຊົງກາເຟໄວ້ແລ້ວ. Copilot ຈະເຕີມຂໍ້ມູນວ່າຂໍ້ມູນໃດເປັນເຊີງບວກຫຼືເຊີງລົບ, ໂດຍອ້າງອີງຂໍ້ມູນຈາກເຊວດ້ານຊ້າຍແລະຫົວຂໍ້ເຊວດ້ານເທິງ. Microsoft ຍັງໃຫ້ຕົວຢ່າງການນຳໃຊ້ Copilot ເພີ່ມເຕີມອີກດ້ວຍ ປະກອບມີ: =COPILOT(“Create a description for this product based on its specs”, B2:B8) ທີ່ AI […]
ພົບຮ້ານປອມໃນ TikTok ຫຼາຍກວ່າໝື່ນຮ້ານ ຖືກໃຊ້ເປັນເຄື່ອງມືໃນການປ່ອຍມາລແວເພື່ອລັກເງິນຄຣິບໂຕ

ໃນປັດຈຸບັນຊ່ອງທາງການຊື້ຂາຍອອນລາຍນັ້ນໄດ້ໄປໄກຫຼາຍກວ່າການຂາຍແບບສົ່ງຂໍ້ຄວາມສ່ວນຕົວຜ່ານຕົວກາງເໝືອນ Marketplace ໃນ Facebook ຫຼືວາງຂາຍໃຫ້ກົດຊື້ໂດຍກົງໃນແພລດຟອມເໝືອນ Shopee ຫຼັງຈາກທີ່ມີການເຂົ້າມາຂອງ TikTok ທີ່ຊ່ວຍໃຫ້ຜູ້ຂາຍວາງຍຸດທະສາດການຂາຍໄດ້ຫລາກຫລາຍຂຶ້ນ ແຕ່ດຽວນີ້ແຮັກເກີກໍ່ໄດ້ໃຊ້ກະແສນີ້ໃນການຫລອກລວງປ່ອຍມາລແວຜ່ານທາງຮ້ານຂາຍຂອງປອມແລ້ວເໝືອນກັນ. ຈາກລາຍງານໂດຍເວັບໄຊ The Hacker News ໄດ້ກ່າວເຖິງການຄົ້ນພົບແຄມເປນການແຜ່ກະຈາຍມາລແວ SparkKitty ດ້ວຍວິທີການ Phishing ຜ່ານທາງຮ້ານຄ້າປອມໃນເຄືອຂ່າຍສັງຄົມອອນລາຍຍອດນິຍົມ TikTok ຊຶ່ງມາລແວຕົວນີ້ມີປະສິດທິພາບໃນການລັກຂໍ້ມູນໃນໂທລະສັບມືຖືທັງທີ່ເຮັດວຽກໃນລະບົບ iOS ແລະ Android ໂດຍມາລແວຕົວນີ້ມີປະສິດທິພາບໃນການລັກຂໍ້ມູນໃນເຄື່ອງຂອງເຫຍື່ອທີ່ຫລາກຫລາຍ ລວມໄປເຖິງມີຄວາມສາມາດໃນການຖອດຂໍ້ຄວາມຈາກຮູບພາບດ້ວຍເທັກໂນໂລຢີ Optical Character Recognition ຫຼື OCR ຊຶ່ງຊ່ວຍໃຫ້ມາລແວເຮັດການຖອດຕົວອັກສອນທີ່ຢູ່ໃນຮູບພາບທີ່ບັນທຶກຢູ່ໃນ Gallery ຂອງເຄື່ອງ ໂດຍຈະສຸມໄປຍັງຂໍ້ມູນສຳຄັນກ່ຽວກັບເງິນຄຣິບໂຕເຄີເຣນຊີ ເຊັ່ນ ລະຫັດ Seed Phrase (ລະຫັດສຳຫຼັບກູ້ຂໍ້ມູນກະເປົ໋າເງິນຄຣິບໂຕເຄີເຣນຊີ) ເພື່ອຂະຫຍາຍການລັກເງິນຂອງເຫຍື່ອ. ສຳຫຼັບແຄມເປນດັ່ງກ່າວນີ້ມີຊື່ວ່າ FraudOnTok ຊຶ່ງຖືກຄົ້ນພົບຈາກທີມຄົ້ນຄວ້າແຫ່ງບໍລິສັດ CTM360 ບໍລິສັດຈາກປະເທດບາຮ໌ເຣນຜູ້ຊ່ຽວຊານດ້ານການຈັດການກັບໄພໄຊເບີ ໂດຍທາງທີມຄົ້ນຄວ້າໄດ້ອະທິບາຍເຖິງແຄມເປນນີ້ວ່າ ແຮັກເກີທີ່ຢູ່ເບື້ອງຫລັງແຄມເປນດັ່ງກ່າວນັ້ນໄດ້ມີການໃຊ້ຫລາຍຍຸດທະສາດເພື່ອຫລອກລວງໃຫ້ເຫຍື່ອເຂົ້າມາຕິດແລະດາວໂຫລດມາລແວໄປຕິດຕັ້ງໃນເຄື່ອງ ເຊັ່ນ ການໃຊ້ໂຄສະນາປອມໃນ Facebook ຜ່ານທາງເຄື່ອງມືເໝືອນ META Ads ແລະ […]
Apple ຍ້າຍຖານການຜະລິດ iPhone ໄປອິນເດຍຫຼາຍຂຶ້ນ ໂດຍສະເພາະ iPhone 17

ສຳນັກຂ່າວ Bloomberg ເປີດເຜີຍວ່າ Apple ຜະລິດ iPhone 17 ສຳລັບລູກຄ້າໃນສະຫະລັດອາເມລິກາ ຈາກໂຮງງານໃນອິນເດຍ ແທນທີ່ຈະເປັນໂຮງງານໃນຈີນ ແລະ ຖືວ່າເປັນຄັ້ງທຳອິດທີ່ iPhone ລຸ້ນໃໝ່ທັງໝົດຈະຖືກສົ່ງໂດຍກົງຈາກອິນເດຍ ຕັ້ງແຕ່ເລີ່ມວາງຈຳໜ່າຍ ນອກຈາກນີ້ Apple ຍັງຢູ່ລະຫວ່າງການພັດທະນາ iPhone ລຸ້ນທີ່ຈະສືບຕໍ່ຈາກ iPhone 16E ຊຶ່ງກໍຈະຜະລິດໃນໂຮງງານອິນເດຍເຊັ່ນດຽວກັນ ເວັບໄຊທ໌ The Verge ຊີ້ໃຫ້ເຫັນວ່າ Apple ຍ້າຍຖານການຜະລິດ iPhone ຈາກຈີນໄປຍັງອິນເດຍຫຼາຍຂຶ້ນເລື້ອຍໆ ເພື່ອຫຼຸດຜ່ອນການຟຶ່ງພາອາໄສສາຍການຜະລິດໃນຈີນ ໂດຍ Bloomberg ລະບຸວ່າ iPhone ທີ່ຜະລິດໃນອິນເດຍຈະໄດ້ຮັບການຍົກເວັ້ນພາສີນຳເຂົ້າໂດຍສະຫະລັດ ເຖິງແມ່ນວ່າສະຫະລັດຈະເກັບພາສີອິນເດຍ 50% ກໍຕາມ ຢ່າງໃດກໍຕາມ, ນັກວິເຄາະ Patrick Moorhead ເປີດເຜີຍວ່າ ຊິ້ນສ່ວນຍ່ອຍໆລົງໄປຂອງ iPhone ລຸ້ນໃໝ່ກໍຍັງຜະລິດຢູ່ໃນໂຮງງານທີ່ຈີນຢູ່ດີ ກ່ອນທີ່ຈະຖືກສົ່ງໄປປະກອບຂັ້ນສຸດທ້າຍໃນອິນເດຍ ຂ່າວຈາກ: The Verge
Kaspersky ຊີ້ພາຍໄພຄຸກຄາມ IT-OT ພຸ່ງສູງໃນເອເຊຍປາຊິຟິກ ຕະຫຼາດເຕີບໂຕ 62 ພັນລ້ານໂດລາປີ 2030

ແຄສເປີສກີ້ (Kaspersky) ນຳສະເໜີຄວາມເຂົ້າໃຈຫຼ້າສຸດຂອງວົງການຄວາມປອດໄພທາງໄຊເບີໃນເອເຊຍປາຊິຟິກ ໂດຍເນັ້ນຢ້ຳວ່າຍຸກທີ່ IT ແລະ OT ແຍກຈາກກັນໄດ້ນັ້ນໄດ້ຈົບລົງແລ້ວ ຄາດການມູນຄ່າຕະຫຼາດການປະສົມປະສານ IT-OT ໃນພູມິພາກນີ້ຢູ່ທີ່ກວ່າ 13 ພັນລ້ານໂດລາສະຫະລັດ ແລະພາຍໃນປີ 2030 ຄາດວ່າຈະທະຍານຂຶ້ນເຖິງ 62 ພັນລ້ານໂດລາ ເຕີບໂຕສະເລ່ຍປີລະເກືອບ 25% ທ່ານເອເດຣຽນ ເຮຍ ກຳມະການຜູ້ຈັດການ ພູມິພາກເອເຊຍປາຊິຟິກ ແຄສເປີສກີ້ ກ່າວວ່າດ້ວຍການເລັ່ງປະສົມປະສານ IT ແລະ OT ໃນອີກບໍ່ກີ່ປີຂ້າງໜ້ານີ້ ກົນລະຍຸດດ້ານຄວາມປອດໄພທາງໄຊເບີໃນພູມິພາກເອເຊຍປາຊິຟິກຈະຕ້ອງພັດທະນາຢ່າງຕໍ່ເນື່ອງ ໂດຍເຊື່ອມໂຍງທັງສອງໂດເມນເຂົ້າດ້ວຍກັນເພື່ອຮັກສາການດຳເນີນງານແລະຮັບຮອງຄວາມຢືດຢຸ່ນໃນໂລກທີ່ເຊື່ອມຕໍ່ກັນຫຼາຍຂຶ້ນ “ຈາກຂໍ້ມູນ Kaspersky Industrial Control Systems (ICS)-CERT ຫຼ້າສຸດຂອງພວກເຮົາລະບຸວ່າ ພູມິພາກຍ່ອຍທີ່ສຳຄັນຂອງເອເຊຍປາຊິຟິກທີ່ໃຊ້ຄອມພິວເຕີ ICS ກຳລັງປະເຊີນກັບການໂຈມຕີໄຊເບີຢ່າງຕໍ່ເນື່ອງ ລາຍງານລະດັບໂລກໄຕມາດທີ 1 ຂອງປີ 2025 ອັນດັບສັດສ່ວນເປີເຊັນຂອງຈຳນວນຄອມພິວເຕີ ICS ທີ່ຖືກບລອກວັດຖຸອັນຕະລາຍຂອງເອເຊຍຕາເວັນອອກສຽງໃຕ້ຢູ່ໃນອັນດັບທີ 2 ເອເຊຍກາງຢູ່ໃນອັນດັບທີ 3 ແລະເອເຊຍໃຕ້ຢູ່ໃນອັນດັບທີ 6” Kaspersky […]
Samsung ແລ່ນຕາມ iPhone ໃນສະຫະລັດ ກະຕຸ້ນກະແສມືຖືຫນ້າຈໍພັບໄດ້

ສົງຄາມສະມາດໂຟນກັບມາຮ້ອນແຮງອີກເທື່ອໜຶ່ງ ອີງຕາມຂໍ້ມູນຍອດຂາຍໄຕມາດທີ 2 ຫຼ້າສຸດຊີ້ໃຫ້ເຫັນວ່າ Samsung ກຳລັງແລ່ນຕາມແລະແຍ່ງເອົາສ່ວນແບ່ງຕະຫຼາດໃນສະຫະລັດຈາກ Apple ໂດຍແຮງຫນູນຫຼັກມາຈາກກະແສຄວາມນິຍົມຂອງສະມາດໂຟນຈໍພັບໄດ້ ທີ່ກາຍເປັນຈຸດຂາຍສຳຄັນໃນປີນີ້ ບົດລາຍງານຈາກ Canalys ລະບຸວ່າ ສ່ວນແບ່ງຕະຫຼາດຂອງ Samsung ໃນສະຫະລັດຂະຫຍາຍຂຶ້ນຈາກ 23% ມາຢູ່ທີ່ 31% ໃນຂະນະທີ່ Apple ຫຼຸດລົງຈາກ 56% ເຫຼືອ 49% ເຖິງແມ່ນວ່າຍັງຄອງອັນດັບໜຶ່ງຢູ່ ແຕ່ກໍ່ສະທ້ອນໃຫ້ເຫັນແຮງກົດດັນຄັ້ງໃໝ່ຕໍ່ກັບບໍລິສັດທີ່ເກືອບບໍ່ເຄີຍໂດນຄູ່ແຂ່ງສັ່ນຄອນໃນຮອບທົດສະວັດທີ່ຜ່ານມາ ໜຶ່ງໃນຕົວຊູໂລ່ງແມ່ນ Galaxy Z Fold 7 ແລະ Z Flip ທີ່ເພິ່ງເປີດໂຕເມື່ອເດືອນກໍລະກົດ ຊຶ່ງໄດ້ຮັບກະແສຕອບຮັບທີ່ດີທັງຈາກສື່ມວນຊົນແລະຜູ້ໃຊ້ງານ ໂດຍສະເພາະເນື້ອໃນລີວິວຄວາມທົນທານທີ່ຖືກແຊຣ໌ຢ່າງແຮງໃນໂຊຊຽນມີເດຍ ເຊັ່ນ ຄລິບທົດລອງພັບເຄື່ອງກວ່າ 200,000 ຄັ້ງ ຈົນມີຍອດເບິ່ງທະລຸ 15 ລ້ານຄັ້ງໃນ YouTube ນອກຈາກນີ້ Samsung ຍັງສ້າງຄວາມໄດ້ປຽບດ້ວຍການວາງສາຍຜະລິດຕະພັນທີ່ຄອບຄຸມທຸກລະດັບລາຄາ ແຕ່ແຕ່ລຸ້ນເລີ່ມຕົ້ນປະມານ 650 ໂດລາ (ປະມານ 14.3 ລ້ານກີບ) ຈົນເຖິງລຸ້ນທັອບລາຄາ […]
ແມນຢູ ເລີ່ມຕົ້ນລະດູການ ພຣີເມ່ຍລີກ ນັດທຳອິດ ເສຍຄາບ້ານໃຫ້ ອາຣເຊນໍລ 0-1

ຜົນບານເຕະພຣີເມ່ຍລີກ ແມນຢູ ເປີດລະດູການ ແພ້ອາເຊນອລ ທີ່ບ້ານ 0-1 ການແຂ່ງຂັນຟຸດບານພຣີເມ່ຍລີກ Super Sunday, Manchester United ເປີດສະໜາມ Old Trafford ພົບກັບ Arsenal ທີມອັນດັບສອງຂອງລະດູການກ່ອນ. ໃນເກມນີ້ ທັງສອງທີມມີການເພີ່ມນັກເຕະໜ້າໃໝ່ເຂົ້າມາຫຼາຍຄົນ. ແມນຢູສົ່ງ Matheus Cunha ແລະ Bryan Embowo ລົງສະໜາມເທື່ອທຳອິດ. ສ່ວນອາເຊນອລສົ່ງ Victor Yokeres ແລະ Martin Zubimendi ທີ່ຫາກໍ່ເຊັນສັນຍາເຂົ້າມາລົງເປັນຕົວຈິງ. ໃນເກມນີ້ມີປະຕູດຽວເກີດຂຶ້ນໃນນາທີທີ່ 13 ໂດຍອາເຊນອລນຳ 1-0 ຈາກລູກເຕະມຸມ ແລະ ເປັນ Ricardo Calafiori ທີ່ຂື້ນເອົາຫົວຕຳບານຫຼັງຈາກຜູ້ຮັກສາປະຕູແມນຢູເກັບບານບໍ່ໄດ້. ຈົບເກມ 90 ນາທີ, ອາເຊນອລບຸກມາຊະນະແມນຢູຢູ່ສະໜາມເຈົ້າບ້ານ 1-0 ເປີດລະດູການດ້ວຍ 3 ແຕ້ມຢ່າງສຳເລັດຜົນ.
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ໃຫ້ການສະຫນັບສະຫນູນດ້ານໂທລະຄົມ ໃຫ້ກັບ ສະຫະພັນບານເຕະແຫ່ງຊາດລາວ ໄລຍະເວລາ 3 ປີ 2025-2028

ວັນທີ 14 ສິງຫາ 2025 ຢູ່ທີ່ ສຳນັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ໄດ້ມີພິທີເຊັນສັນຍາການສະຫນັບສະຫນູນດ້ານໂທລະຄົມ ລະຫວ່າງ ສະຫະພັບານເຕະແຫ່ງຊາດລາວ ແລະ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດ, ຄະນະບໍລິຫານງານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ພະນັກງານທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ. ໃນພິທີທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ກໍ່ໄດ້ປະກອບຄຳຄິດຄຳເຫັນໂດຍເພິ່ນໄດ້ກ່າວວ່າ ຖືເປັນວາລະໂອກາດອັນດີ ທີີ່ ສຕລ ແລະ LTC ໄດ້ເພີ່ມທະວີການຮ່ວມມືກັນທັງສອງຝ່າຍ ຊຶ່ງໄດ້ ສະແດງ ໃຫ້ເຫັນເຖິງຄວາມມຸ້ງໝັັ້ນປາດຖະໜາທີີ່ຈະພັດທະນາກິລາບານເຕະໃນ ສປປ ລາວ, ດ້ວຍການສືບຕໍໍ່ເຊັນສັນຍາສະໜັບ […]
NVIDIA ປະກາດເປີດຕົວ RTX PRO 6000 Blackwell Server Edition GPU

NVIDIA ປະກາດເປີດຕົວ RTX PRO 6000 Blackwell Server Edition GPU ພ້ອມຈຳໜ່າຍຜ່ານຄູ່ຮ່ວມງານຫຼາຍລາຍ ເຊັ່ນ: Cisco, Dell, HPE, Lenovo ແລະ Supermicro NVIDIA ໄດ້ເປີດເຜີຍໃນງານ SIGGRAPH ວ່າ RTX PRO 6000 Blackwell Server Edition GPU ຈະຖືກນຳມາຈຳໜ່າຍຜ່ານຄູ່ຮ່ວມງານຜູ້ຜະລິດເຊີບເວີສຳລັບອົງການຈັດຕັ້ງຫຼາຍລາຍ ເຊັ່ນ: Cisco, Dell, HPE, Lenovo ແລະ Supermicro ຊຶ່ງເປັນການນຳສະຖາປະນິກ Blackwell ມາໃຊ້ໃນລະບົບ rack-mounted 2U. ລະບົບໃໝ່ນີ້ໃຫ້ປະສິດທິພາບສູງກວ່າລະບົບ CPU-only ເຖິງ 45 ເທົ່າ ພ້ອມປະສິດທິພາບການໃຊ້ພະລັງງານທີ່ດີຂຶ້ນ 18 ເທົ່າ ເຮັດໃຫ້ຕົ້ນທຶນຕ່ຳລົງ. ເຊີບເວີເຫຼົ່ານີ້ອອກແບບມາເພື່ອຮອງຮັບ workload ຫຼາກຫຼາຍປະເພດ ຕັ້ງແຕ່ agentic […]