ມາແລ້ວ Call of Duty: Black Ops 7 ເວີຊັ່ນລ່າສຸດໄດ້ເປີດຕົວພ້ອມໃຫ້ທ່ານໄດ້ຫຼິ້ນແນ່ນອນ

ກຽມພົບກັບພາກຕໍ່ທີ່ຫຼາຍຄົນລໍຖ້າ! Call of Duty: Black Ops 7 ໄດ້ຮັບການເປີດຕົວຢ່າງເປັນທາງການແລ້ວ ພ້ອມພາຜູ້ຫຼິ້ນດີ່ງສູ່ສະໝົນລົບໂລກອະນາຄົດໃນປີ 2035 ໃນເລື່ອງລາວທີ່ຖືກຂະໜານນາມວ່າ “ເຂັ້ມຂຸ້ນ ແລະ ປັ່ນປະສາດທີ່ສຸດ” ໃນປະຫວັດສາດຂອງຊີຣີ Black Ops ພາກນີ້ຖືເປັນການສືບຕໍ່ເລື່ອງລາວໂດຍກົງຈາກພາກກ່ອນໜ້າ ແຕ່ກະໂດດຂ້າມເວລາໄປໄກເຖິງ 40 ປີຫຼັງເຫດການໃນ Black Ops 6 ເມື່ອໂລກກຳລັງລົ່ມສລາຍຈາກຫາຍະນະຄັ້ງໃຫຍ່ David Mason ໄດ້ກັບມານຳທີມອີກຄັ້ງໃນພາລະກິດສຸດອັນຕະລາຍ ເພື່ອຕໍ່ກົດກັບສັດຕູຈອມບງການລຶກລັບທີ່ໃຊ້ອາວຸດທີ່ໜ້າສະພຶງກົວທີ່ສຸດ ນັ້ນຄື “ຄວາມກົວ” ເພື່ອຄວບຄຸມໂລກທັງໃບ ສິ່ງໃໝ່ທີ່ໜ້າຈັບຕາໝອງໃນ Call Of Duty : Black Ops 7 Co-op Campaign ຄັ້ງທຳອິດ: ບໍ່ຕ້ອງລຸຍດຽວອີກຕໍ່ໄປ! ຜູ້ຫຼິ້ນສາມາດຈັບມືກັບເພື່ອນເພື່ອຝ່າຟັນເນື້ອເລື່ອງສຸດເຂັ້ມຂຸ້ນໄປດ້ວຍກັນ ຫຼື ຈະເລືອກສຳຜັດປະສົບການແບບໂຊໂລ່ເໝືອນເດີມກໍໄດ້ Multiplayer ແຫ່ງໂລກອະນາຄົດ: ກຽມມັນສ໌ໄປກັບໂໝດມັນຕິເພລເຢີ ທີ່ມາພ້ອມແຜນທີ່ໃໝ່ໆ ແລະ ຄັງອາວຸດຍຸດໂທປະກອນສຸດລ້ຳຈາກປີ 2035 ການກັບມາຂອງ […]
ຜູ້ຜະລິດເຄື່ອງກິລາຊື່ດັງຈາກຍີ່ປຸ່ນ ເຊັນສັນຍາສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນສັນຍາ 3 ປີ ມູນຄ່າຫລາຍກວ່າ 3 ແສນໂດລາສະຫະລັດ

ຜູ້ຜະລິດເຄື່ອງກິລາຊື່ດັງຈາກຍີ່ປຸ່ນ ເຊັນສັນຍາສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນສັນຍາ 3 ປີ ມູນຄ່າຫລາຍກວ່າ 3 ແສນໂດລາສະຫະລັດ ————————————- ວັນທີ 9 ມິຖຸນາ 2025 ທີ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ, ກຸ່ມບໍລິສັດ ດົງລຶກ ຈາກປະເທດຫວຽດນາມ ໃນນາມຕົວແທນຈຳໜ່າຍ ຜະລິດເຄື່ອງກິລາຍີ່ຫໍ້ JOGARBOLA ຈາກປະເທດຍີ່ປຸ່ນ ໄດ້ເຊັນສັນຍາສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນສັນຍາ 3 ປີ (2025-2028) ມູນຄ່າຫລາຍກວ່າ 3 ແສນໂດລາສະຫະລັດ. ລົງນາມໂດຍ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ນາງ ເລວູຮົງງອກ ຜູ້ອໍານວຍການ ຝ່າຍການຕະຫຼາດ ກຸ່ມບໍລິສັດ ດົງລຶກ ໂດຍມີ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ […]
ບົດຫຼຸບຂອງພຣີເມຍລີກ ລະດູການ 2024/25 ລິເວີພູຄວ້າແຊັມ, ແມນຢູຫຼຸດຍຸໂຣບ, ເລສເຕີຕົກຊັ້ນ

ລິເວີພູ ຄວ້າແຊມບ໌ພຣີເມຍລີກ 2024/25 ແບບມ້ວນດຽວ – ແມນຢູຫຼຸດຖ້ວຍຍຸໂຣບ, ເລສເຕີຕົກຊັ້ນ ພັກລິເວີພູນໄດ້ສະແດງຄວາມເກັ່ງກ້າໃນລະດູການນີ້ ໂດຍການຄວ້າແຊມບ໌ແບບມ້ວນດຽວຈົບ ພາຍໃຕ້ການນຳຂອງໂຄ້ຊ ອາເນ່ ສລັອດ ທີ່ມາແທນ ເຢີເກັນ ຄລັອບ. ທີມ “ຫົງແດງ” ໄດ້ເປັນຈ່າຝູງເປັນເວລາ 177 ວັນ ນັບແຕ່ວັນທີ 2 ພະຈິກ 2024 ຈົນເຖິງການຮັບປະກັນແຊມບ໌ເມື່ອເຂົາເຈົ້າຊະນະ ທັອດແຕນຮາມ 5-1 ວັນທີ 27 ເມສາ. ລິເວີພູນສາມາດຮັບປະກັນແຊມບ໌ໄດ້ເມື່ອຍັງເຫຼືອແມດ 4 ເກມ, ໃນຂະນະທີ່ ອາເຊນແນນ ຕ້ອງພໍໃຈກັບການເປັນຮອງແຊມບ໌ເປັນປີທີ 3 ຕິດຕໍ່ກັນ. ສະຖານະການຄວາມໂໝ້ຍູໂຣບ: ແຊມເປີ້ຍນລີກ: ລິເວີພູນ, ອາເຊນແນນ, ແມນເຊສເຕີຊິຕີ້, ເຊລຊີ, ນິວຄາເຊີນຢູໄນເຕັດ, ທັອດແຕນຮາມ ຍູໂຣປາລີກ: ແອສຕັນວິນລ່າ, ຄິຣສຕານ ພາເລສ ຄອນເຟີເຣນສ໌ລີກ: ນັອດຕິງແຮມ ຟອເຣສ ທີມທີ່ຜິດຫວັງທີ່ສຸດແມ່ນ ແມນເຊສເຕີ […]
ປົດລັອກ 17 ປີ “ຊົນ ຮຶງ ມິນ” ເປີດໃຈ “ສະເປີສ” ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ

ລໍຖ້າມານານ “ຊົນ ຮຶງ ມິນ” ເປີດໃຈ “ສະເປີສ” ຄວ້າແຊມປິ້ນຢູໂຣປາລີກ ຫຼັງຊະນະແມນຢູ ປົດລັອກ 17 ປີ ວັນທີ 22 ພຶດສະພາ 2568 ຊົນ ຮຶງ ມິນ ກໍາປັ່ນທີມສະເປີສ ອັນດັບ 17 ພີມຽນລີກ ອັງກິດ ໃຫ້ສຳພາດຫຼັງເກມຢູໂຣປາລີກ 2024-25 ຮອບຊິງຊະນະເລີດ ເສືອນຊະນະ ແມນເຊສເຕີ ຢູໄນເຕັດ ທີມອັນດັບ 16 ຮ່ວມລີກ ຈາກປະຕູຊັຍຂອງ ເບຣນແນນ ຈອນສັນ ໃນນາທີທີ 42 ເຮັດໃຫ້ ສະເປີສ ຄວ້າແຊມປິ້ນຢູໂຣປາລີກໄປຄອງ ພ້ອມຕີບັດໄປຢູຟ່າ ແຊມປິ້ນລີກ ທາງລັດໄດ້ສຳເລັດ ປິດຈາກ 17 ປີທີ່ບໍ່ມີຖ້ວຍແຊມປິ້ນ ນັບຕັ້ງແຕ່ໄດ້ແຊມປິ້ນລີກຄັບ ລະດູການ 2007-08 ພາຍໃຕ້ກຸນເຊື່ອ ຮວນເດ ຣາມອສ ຂະນະທີ່ ຊົນ ຮຶງ […]
ທັບສາວງາມ ທີມຊາດລາວ ຝຶກຊ້ອມໃນໄລຍະ 2 ກຽມຄວາມພ້ອມເຂົ້າຮ່ວມ ການແຂ່ງຂັນບານເຕະ ຍິງຊີງແຊ້ມອາຊີ ຮອບຄັດເລືອກ 2026

ທັບສາວງາມ ທີມຊາດລາວ ພ້ອມຂຸ້ນຂ້ຽວຝຶກຊ້ອມໃນໄລຍະ 2 ກຽມຄວາມພ້ອມເຂົ້າຮ່ວມ ການແຂ່ງຂັນບານເຕະ ຍິງຊີງແຊ້ມອາຊີ ຮອບຄັດເລືອກ 2026 ………………………………………………………. ທີມຍິງ ທີມຊາດລາວຊຸດນີ້ ຄຸມທີມໂດຍ ທ່ານ ຈອງ ຊອງ ຊົນ (Jong Song-chon) ຄູຝຶກຊາວ ສ.ເກົາຫລີ ໄດ້ນຳພາລູກທີມຝຶກຊ້ອມໄລຍະທີ 2 ຢູ່ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16, ເພື່ອກຽມຄວາມພ້ອມເຂົ້າຮ່ວມ ການແຂ່ງຂັນບານເຕະ ຍິງຊີງແຊ້ມອາຊີ ຮອບຄັດເລືອກ 2026, ຊຶ່ງທີມຍິງ ທີມຊາດລາວ ຢູ່ ກຸ່ມ F ຮ່ວມກັບ ທີມຊາດອຸດເບກິສຖານ ເຈົ້າພາບ, ທີມຊາດເນປານ ແລະ ສີລັງກາ, ຈະແຂ່ງຂັນໃນລະຫວ່າງ ວັນທີ 23 ມິຖຸນາ ຫາ 5 ກໍລະກົດ 2025. ສຳລັບຕາຕະລາງການແຂ່ງຂັນ ທີມຊາດລາວ – ນັດທີ 1 […]
ຮ່ວມສົ່ງກຳລັງໃຈໃຫ້ ຫົງສາວະດີ ວົງໄຊ ນັກກິລາສະນຸກເກີ ມື 1 ທີມຊາດລາວ

ຮ່ວມສົ່ງກຳລັງໃຈໃຫ້ ຫົງສາວະດີ ວົງໄຊ ນັກກິລາພູລ ມື 1 ທີມຊາດລາວ ແລະ ເປັນ ໜຶ່ງດຽວຈາກປະເທດລາວ ຜ່ານການຄັດເລືອກໃຫ້ເຂົ້າໄປຫຼີ້ນໃນລາຍການລະດັບໂລກ Duya Legends Tour ເປັນທົວອາຊີບລະດັບໂລກຂອງຈີນ ມີນັກກິລາລະດັບໂລກເຂົ້າຮ່ວມແຂ່ງຂັນ 60 ປະເທດທົ່ວໂລກ ຊິງເງີນລາງວັນລວມ 10 ລ້ານຢວນ ຫຼືປະມານ 30 ຕື້ກວ່າກີບ ສຳລັບແຊ້ມ ຈະໄດ້ຮັບເງິນລາງວັນເຖິງ 5 ລ້ານຢວນ ຫຼື ປະມານ 15 ຕື້ກວ່າກີບ. ລາຍການນີ້ ແຂ່ງຂັນລະຫວ່າງວັນທີ 17-31 ພຶດສະພາ 2025 ເຊິ່ງ ຫົງສາວະດີ ຈະເດີນທາງໄປຮ່ວມແຂ່ງຂັນ ໃນວັນທີ 20 ພຶດສະພາ 2025. Photo: ສະຫະພັນກິລາບິນລ້ຽດ-ສະນຸກເກີແຫ່ງຊາດລາວ ຂໍ້ມູນຂ່າວ: ຂ່າວກິລາ Lao National TV
ຄອມພິວເຕີຊ້າ ມີສຽງເຕືອນແປກໆ ກວດສັນຍານເຕືອນກ່ອນຄອມຈະເພພັງ

ຄອມພິວເຕີເປັນເຄື່ອງມືສຳຄັນໃນຊີວິດປະຈຳວັນຂອງພວກເຮົາ ບໍ່ວ່າຈະໃຊ້ໃນການເຮັດວຽກ, ການຮຽນຮູ້, ຫຼື ຄວາມບັນເທີງ. ເຖິງຢ່າງໃດກໍຕາມ, ຄອມພິວເຕີຂອງພວກເຮົາມັກມີອາຍຸການໃຊ້ງານທີ່ຈຳກັດ. ການເຊື່ອມສະພາບຕາມການໃຊ້ງານເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ ແຕ່ຖ້າພວກເຮົາຮູ້ຈັກສັນຍານເຕືອນແລະວິທີການດູແລ, ພວກເຮົາຈະສາມາດຍືດອາຍຸການໃຊ້ງານແລະປ້ອງກັນບັນຫາທີ່ອາດເກີດຂຶ້ນໄດ້. ຄອມພິວເຕີເຊື່ອມສະພາບແມ່ນຫຍັງ? ຄອມພິວເຕີເຊື່ອມສະພາບໝາຍເຖິງການທີ່ສ່ວນປະກອບພາຍໃນຄອມພິວເຕີຫຼືເອີ້ນໄດ້ອີກແບບໜຶ່ງວ່າຮາດແວ, ເຊັ່ນ: ຮາດດິສ, ໜ່ວຍປະມວນຜົນ, ຫຼື ການ໌ດຈໍ ເລີ່ມເຮັດວຽກຜິດປົກກະຕິຈາກການໃຊ້ງານຢ່າງຕໍ່ເນື່ອງຫຼືອາຍຸການໃຊ້ງານທີ່ຍາວນານ, ເຊິ່ງເຮັດໃຫ້ອຸປະກອນເຫຼົ່ານີ້ບໍ່ສາມາດເຮັດວຽກໄດ້ຢ່າງມີປະສິດທິພາບເທົ່າເດີມ ແລະ ສົ່ງຜົນໃຫ້ເຄື່ອງຄອມພິວເຕີເຮັດວຽກຊ້າລົງ, ເກີດບັນຫາເຄື່ອງຄ້າງ, ຫຼື ຂໍ້ມູນສູນຫາຍໄດ້. ເປັນຫຍັງການກວດສອບສະພາບຄອມພິວເຕີຈຶ່ງສຳຄັນ? ເມື່ອຄອມພິວເຕີເຊື່ອມສະພາບ, ການແກ້ໄຂຫຼືສ້ອມແປງໃນຊ່ວງຕົ້ນໆ ຈະຊ່ວຍປ້ອງກັນຄວາມເສຍຫາຍທີ່ຫຼາຍຂຶ້ນແລະບັນຫາອື່ນໆ ທີ່ອາດຕາມມາໄດ້, ເຊັ່ນ: ປ້ອງກັນຂໍ້ມູນສູນຫາຍ: ການທີ່ອຸປະກອນພາຍໃນບາງຢ່າງເສຍ ເຊັ່ນ: ຮາດດິສ ອາດເຮັດໃຫ້ຂໍ້ມູນສຳຄັນຫາຍໄປ. ການສຳຮອງຂໍ້ມູນເປັນປະຈຳແລະກວດສອບຮາດແວເປັນສິ່ງສຳຄັນ. ຫຼຸດຄ່າໃຊ້ຈ່າຍ: ການສ້ອມແປງຫຼືປ່ຽນອຸປະກອນພຽງຊິ້ນດຽວຕັ້ງແຕ່ເລີ່ມມີບັນຫາ ຈະຊ່ວຍປະຢັດຄ່າໃຊ້ຈ່າຍໃນໄລຍະຍາວຫຼາຍກວ່າການປ່ຽນໃໝ່ທັງໝົດ. ປະສິດທິພາບການເຮັດວຽກ: ການໃຊ້ຄອມພິວເຕີທີ່ຮາດແວເຮັດວຽກເຕັມປະສິດທິພາບຈະຊ່ວຍເພີ່ມປະສິດທິພາບການເຮັດວຽກໂດຍລວມ, ບໍ່ເຮັດໃຫ້ເສຍເວລາໄປກັບບັນຫາການຄ້າງຫຼືເຮັດວຽກຊ້າ. ສັນຍານເຕືອນທີ່ຄວນລະວັງ ການຮູ້ທັນສັນຍານທີ່ບົ່ງບອກວ່າອຸປະກອນພາຍໃນເຄື່ອງຄອມພິວເຕີຂອງທ່ານອາດເລີ່ມເຊື່ອມສະພາບຈະຊ່ວຍໃຫ້ທ່ານສາມາດແກ້ໄຂບັນຫາໄດ້ຢ່າງວ່ອງໄວ. ຄອມພິວເຕີຊ້າລົງ: ຖ້າຄອມພິວເຕີຂອງທ່ານເຮັດວຽກຊ້າລົງກວ່າປົກກະຕິ, ເຊັ່ນ: ໃຊ້ເວລາເປີດໂປຣແກຣມຫຼືໄຟລ໌ດົນຜິດປົກກະຕິ, ອາດເກີດຈາກຮາດດິສຫຼືໜ່ວຍຄວາມຈຳທີ່ເລີ່ມເຊື່ອມສະພາບ. ຄ້າງຫຼືຣີສຕາດເອງ: ການທີ່ຄອມພິວເຕີຄ້າງເລື້ອຍໆ ຫຼື ຣີສຕາດເອງໂດຍບໍ່ຮູ້ສາເຫດ, ອາດມາຈາກໜ່ວຍປະມວນຜົນ (CPU) […]
Google One ບັນລຸ 150 ລ້ານສະມາຊິກ ສະທ້ອນໃຫ້ເຫັນວ່າຄົນເລີ່ມຈ່າຍເງິນເພື່ອ AI ເພີ່ມຂຶ້ນ

Google One ບັນລຸ 150 ລ້ານສະມາຊິກ ສະທ້ອນໃຫ້ເຫັນວ່າຄົນເລີ່ມຈ່າຍເງິນເພື່ອ AI ເພີ່ມຂຶ້ນ ຈຳນວນຜູ້ສະໝັກສະມາຊິກ Google One ໃໝ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະຫຼັງຈາກເປີດຕົວແພັກເກດ AI Premium ທ່າມກາງຂໍ້ມູນສຳຫຼວດທີ່ສະແດງວ່າຄົນສ່ວນໃຫຍ່ຍັງບໍ່ພ້ອມຈ່າຍເງິນເພີ່ມສຳລັບຄຸນສົມບັດ AI ເຖິງແມ່ນວ່າຜົນສຳຫຼວດຈາກ ZDNET/Aberdeen ຈະພົບວ່າມີພຽງແຕ່ 8% ຂອງຊາວອາເມຣິກັນທີ່ຍິນດີຈ່າຍເງິນເພີ່ມສຳລັບຄວາມສາມາດຂອງ AI, ແຕ່ຈຳນວນຜູ້ສະໝັກສະມາຊິກ Google One ກັບເພີ່ມຂຶ້ນຢ່າງກ້າວກະໂດດ. ຕາມລາຍງານຂອງ Reuters ລະບຸວ່າບໍລິການ Google One ເພິ່ງຜ່ານຈຸດ 150 ລ້ານສະມາຊິກ ເຊິ່ງເພີ່ມຂຶ້ນ 50% ຈາກເດືອນກຸມພາປີກາຍທີ່ມີສະມາຊິກ 100 ລ້ານຄົນ ຈຸດປ່ຽນແປງສຳຄັນເກີດຂຶ້ນເມື່ອ Google ເປີດຕົວແພັກເກດ AI Premium ລາຄາ 20 ໂດລາຕໍ່ເດືອນໃນເດືອນກຸມພາ 2024 ເຊິ່ງໃຫ້ສິດເຂົ້າເຖິງ Gemini Advanced ພ້ອມການນຳໃຊ້ Gemini ໃນຜະລິດຕະພັນຕ່າງໆຂອງ […]
ຄຣິສຕັນ ພາເລັສ ປະທະ ແມນຊິຕີ້ 1-0: ພາເລັສ ເອົາຊະນະ ເຮືອໃບ ຄອງແຊມ FA Cup ເປັນຄັ້ງທຳອິດ

ຄຣິສຕັນ ພາເລັສ ປະທະ ແມນຊິຕີ້ 1-0: ພາເລັສ ເອົາຊະນະ ເຮືອໃບ ຄອງແຊມ FA Cup ເປັນຄັ້ງທຳອິດ ຄຣິສຕັນ ພາເລັສ ປະທະ ແມນຊິຕີ້: ຜົນບານ 1-0 | ການແຂ່ງຂັນຟຸດບອນ FA Cup 2024/25 ຕຳແໜ່ງແຊມໄດ້ຕົກເປັນຂອງ “ປາສາດເຮືອນແກ້ວ” ຄຣິສຕັນ ພາເລັສ ຊຶ່ງໄດ້ເອົາຊະນະ ແມນຯ ຊິຕີ້ 1-0 ຈາກປະຕູໄຊໂດຍ ເອເບເລຊີ່ ເອເຊ່ ໃນນາທີທີ 16 ຊຶ່ງໃນເກມນີ້, ທີມເຮືອໃບສີຟ້າມີໂອກາດຕີເສມົ, ແຕ່ ໂອມາ ມາມູຊ ຍິງຈຸດໂທດໄປຕິດເຊັບ ດີນ ເຮນເດີສັນ ຊຶ່ງສະແດງຟອມສຸດແໜ້ນຕະຫຼອດທັງເກມ ເຮັດໃຫ້ ພາເລັສ ໄດ້ສະເຫຼີມສະຫຼອງແຊມ FA Cup ເປັນຄັ້ງທຳອິດໃນປະຫວັດສາດສະໂມສອນ. ການແຂ່ງຂັນຟຸດບອນ FA Cup 2024/25 […]
ຜົນການແຂ່ງຂັນບານເຕະ ອາເຊນໍ 1-0 ນິວຄາສເຊິລ ອາເຊນໍຮັບປະກັນຕຳແໜ່ງຮອງແຊ້ມຄວ້າສີດລຸຍ UCL

ຜົນການແຂ່ງຂັນບານເຕະ ອາເຊນອລ 1-0 ນິວຄາສເຊິລ | ຣາຢາເຊັບ-ໄຣຊ໌ຍິງປະຕູຊັຍ! ອາເຊນອລຮັບປະກັນຕຳແໜ່ງຮອງແຊ້ມ ແລະ ຄວ້າຕັ໋ວລຸຍ UCL ຜົນການແຂ່ງຂັນພຣີເມຍລີກອັງກິດ ຄືນວັນອາທິດທີ 18 ພຶດສະພາ 2025, ອາເຊນອລ ແກ້ແຄ້ນດ້ວຍການເອົາຊະນະ ນິວຄາສເຊິລ ໃນລະດູການນີ້ໂດຍ ເດແຄລນ ໄຣຊ໌ ຍິງປະຕູຊັຍພາທີມຊະນະ 1-0 ພ້ອມຮັບປະກັນຕຳແໜ່ງຮອງຈ່າຝູງ ແລະ ຄວ້າຕັ໋ວໄປແຂ່ງຂັນ UCL ແນ່ນອນແລ້ວຫຼັງຈາກມີຄະແນນຫ່າງຈາກອັນດັບ 3 “ສາລິກາດົງ” 5 ຄະແນນ ໂດຍ “ເດອະ ແມັກພາຍສ໌” ມີ 66 ແຕ້ມເທົ່າກັບ ເຊລຊີ ແລະ ແອສຕັນ ວິລລ່າ ຕ້ອງລຸ້ນຊີ້ຊາຕາໄປຫາເວທີແຊມປຽນສ໌ ລີກ ໃນເກມປິດລະດູການວັນອາທິດໜ້າ. ໃນການແຂ່ງຂັນຟຸດບອລພຣີເມຍລີກອັງກິດ ນັດຮອງສຸດທ້າຍຂອງລະດູການ, ເຈົ້າບ້ານ ອາເຊນອລ ຮອງຈ່າຝູງເປີດສະໜາມ ເອມິເຣດສ໌ ສະເຕດຽມ ຮັບມືກັບ ນິວຄາສເຊິລ ອັນດັບ […]