ການໂຈມຕີແບບ DDoS ແມ່ນຫຍັງ? ແລະ ເປັນຫຍັງ SMEs ຕ້ອງລະວັງ

ໃນໂລກທຸລະກິດຍຸກດິຈິຕອນທີ່ທຸກລະບົບຕ່າງເຊື່ອມໂຍງກັນຜ່ານອິນເຕີເນັດ, ຄວາມຕໍ່ເນື່ອງໃນການໃຫ້ບໍລິການທາງອອນລາຍຖືເປັນເລື່ອງທີ່ມີຄວາມສຳຄັນຫຼາຍ. ການຢຸດຊະງັກຂອງລະບົບພຽງແຕ່ຊົ່ວຄູ່, ອາດໝາຍເຖິງໂອກາດທີ່ສູນເສຍໄປທັງດ້ານລາຍໄດ້, ຄວາມໜ້າເຊື່ອຖື, ແລະ ຄວາມພໍໃຈຂອງລູກຄ້າ. ໜຶ່ງໃນໄພງຽບທີ່ສາມາດເຮັດໃຫ້ລະບົບລົ່ມໂດຍບໍ່ຕ້ອງມີການແຮັກຂໍ້ມູນຫຼືເຈາະລະບົບໃດໆ ຄືການໂຈມຕີແບບ DDoS (Distributed Denial of Service). DDoS ຫຼື Distributed Denial of Service ແມ່ນຫຍັງ? DDoS ເປັນການໂຈມຕີທີ່ອາໄສການສົ່ງຄຳຂໍເຂົ້າໄປຍັງເວັບໄຊຫຼືເຊີເວີຈຳນວນຫຼາຍໃນເວລາດຽວກັນ, ໂດຍໃຊ້ເຄື່ອງຄອມພິວເຕີຈຳນວນຫຼາຍທີ່ຖືກຄວບຄຸມຈາກລະຍະໄກ, ຫຼື ທີ່ເອີ້ນວ່າ “Botnet”. ຈຸດມຸ່ງໝາຍຂອງການໂຈມຕີນີ້ບໍ່ແມ່ນເພື່ອການຂະໂມຍຂໍ້ມູນ, ແຕ່ເພື່ອເຮັດໃຫ້ລະບົບບໍ່ສາມາດໃຫ້ບໍລິການໄດ້ຕາມປົກກະຕິ, ໂດຍທີ່ຜູ້ໃຊ້ງານຈິງຈະບໍ່ສາມາດເຂົ້າເຖິງເວັບໄຊຫຼືແອັບພລິເຄຊັນໄດ້, ເນື່ອງຈາກລະບົບຕ້ອງຮັບພາລະໜັກເກີນກວ່າທີ່ຈະຮອງຮັບໄດ້. “Botnet” (ມາຈາກຄຳວ່າ robot + network) ໝາຍເຖິງກຸ່ມອຸປະກອນທີ່ຖືກຄວບຄຸມຈາກລະຍະໄກແລະເຮັດໃຫ້ຕິດມັນແວ, ເຊິ່ງອຸປະກອນສາມາດເປັນຫຍັງກໍໄດ້ທີ່ເຊື່ອມຕໍ່ກັບອິນເຕີເນັດໄດ້, ເຊັ່ນ: ຄອມພິວເຕີ, ເວັບແຄມ, ເຣົາເຕີ, ຫຼື ອຸປະກອນ IoT ອື່ນໆ. **Zombies ຄື Botnet ຫຼື ກຸ່ມອຸປະກອນທີ່ຖືກຄວບຄຸມຈາກລະຍະໄກແລະຖືກເຮັດໃຫ້ຕິດມັນແວ. ຈຸດປະສົງຂອງການໂຈມຕີດ້ວຍ DDoS ຜູ້ບໍ່ຫວັງດີເລືອກໃຊ້ການໂຈມຕີແບບ DDoS […]

ການດູແລເຊີບເວີໃຫ້ໃຊ້ງານໄດ້ປະສິດທິພາບ

ສໍາລັບທຸລະກິດທີ່ມີເຊີບເວີເປັນຫົວໃຈຫລັກຂອງການດໍາເນີນງານ, ການດູແລຮັກສາເຊີບເວີໃຫ້ຢູ່ໃນສະພາບດີເປັນສິ່ງທີ່ຈໍາເປັນ ເພື່ອໃຫ້ລະບົບເຮັດວຽກໄດ້ຢ່າງມີປະສິດທິພາບ ແລະ ຫລຸດຄວາມສ່ຽງຈາກບັນຫາອື່ນໆທີ່ອາດເກີດຂຶ້ນ. ໃນມື້ນີ້ພວກເຮົາຈະມາແນະນໍາວິທີການດູແລເຊີບເວີແບບງ່າຍໆ ທີ່ທຸລະກິດ SMEs ສາມາດເຮັດໄດ້. 1. ອັບເດດລະບົບປະຕິບັດການ ແລະ ຊອຟແວຢ່າງສະໝໍ່າສະເໝີ ການໃຊ້ລະບົບປະຕິບັດການຫຼືຊອຟແວທີ່ລ້າສະໄໝ ອາດເຮັດໃຫ້ເຊີບເວີສ່ຽງຕໍ່ຊ່ອງໂຫວ່ດ້ານຄວາມປອດໄພ ແລະ ເຮັດໃຫ້ມີປະສິດທິພາບຫລຸດລົງ. ວິທີການດູແລ ຕັ້ງຄ່າ Automatic Update ເພື່ອໃຫ້ອັບເດດອັດຕະໂນມັດ (ໃນກໍລະນີທີ່ລະບົບມີການຮອງຮັບ) ຄອຍກວດສອບ Patch ຄວາມປອດໄພ ຈາກເວັບໄຊຂອງຜູ້ໃຫ້ບໍລິການ ເຊັ່ນ Microsoft, Linux, ຫຼື ອື່ນໆ ອັບເດດໄດເວີ ແລະ ເຟີມແວຂອງຮາດແວ 2. ສໍາຮອງຂໍ້ມູນ (Backup) ເປັນປະຈໍາ ຂໍ້ມູນຄືສິ່ງທີ່ສໍາຄັນທີ່ສຸດຂອງທຸລະກິດ ຫາກເກີດຄວາມຜິດພາດ ເຊັ່ນ ໄຟລ໌ເສຍຫາຍ, ໄວຣັສໂຈມຕີ ຫຼື ຮາດແວພັງ, ການມີສໍາຮອງຂໍ້ມູນຊ່ວຍໃຫ້ສາມາດກູ້ຄືນລະບົບໄດ້ຢ່າງວ່ອງໄວ. ວິທີການດູແລ ໃຊ້ຫຼັກການ 3-2-1 Backup Rule 3 ສໍາເນົາຂອງຂໍ້ມູນ (Primary […]

Drive C ແລະ Drive D: ເປັນຫຍັງຕ້ອງເກັບຂໍ້ມູນແຍກກັນ?

ຄອມພິວເຕີທີ່ພວກເຮົາໃຊ້ທຸກມື້ນີ້ ມັກມີພື້ນທີ່ເກັບຂໍ້ມູນທີ່ເອີ້ນວ່າ Drive C ແລະ Drive D, ເຊິ່ງເບິ່ງຄືວ່າສາມາດໃຊ້ງານໄດ້ຄ້າຍຄືກັນ. ຫຼາຍຄົນຈຶ່ງສົງໄສວ່າ ໄດຣຟ໌ທັງສອງນີ້ມີຄວາມແຕກຕ່າງກັນແນວໃດ, ແຕ່ລະໄດຣຟ໌ມີໜ້າທີ່ສະເພາະຫຍັງ, ແລະ ຖ້າສາມາດເກັບຂໍ້ມູນປະເພດດຽວກັນໄດ້ ເປັນຫຍັງຈຶ່ງຕ້ອງແຍກອອກຈາກກັນ. Drive C ແມ່ນຫຍັງ? Drive C ຄື ໄດຣຟ໌ຫຼັກ (Primary Drive) ຂອງລະບົບຄອມພິວເຕີ ໜ້າທີ່ຫຼັກ: ເກັບລະບົບປະຕິບັດການ (OS) ເຊັ່ນ Windows, IOS ເປັນຕົ້ນ ເກັບໄຟລ໌ໂປຣແກຣມທີ່ຕິດຕັ້ງໃນເຄື່ອງ ໃຊ້ເປັນພື້ນທີ່ເຮັດວຽກສຳລັບໂປຣແກຣມຕ່າງໆ ແລະ ໄຟລ໌ຊົ່ວຄາວ (Temporary Files) ຂໍ້ຄວນລະວັງ: ບໍ່ຄວນເກັບໄຟລ໌ທີ່ບໍ່ຈຳເປັນໃນໄດຣຟ໌ນີ້ຫຼາຍເກີນໄປ ເພາະພື້ນທີ່ທີ່ຫຼຸດລົງອາດເຮັດໃຫ້ລະບົບເຮັດວຽກຊ້າລົງ Drive D ແມ່ນຫຍັງ? Drive D ມັກຖືກໃຊ້ເປັນ ໄດຣຟ໌ເສີມ (Secondary Drive) ໜ້າທີ່ຫຼັກ: ເກັບຂໍ້ມູນສ່ວນຕົວ ເຊັ່ນ ຮູບພາບ, ວິດີໂອ, ເອກະສານ […]

ວິທີການລຶບໄຟລຂີ້ເຫຍື້ອໃນ Windows 10 ຢ່າງປອດໄພ ແລະ ໄດ້ຮັບຜົນດີດ້ວຍວິທີດັ່ງຕໍ່ໄປນີ້

ວິທີການເຄຼຍໄຟລ໌ໃນ Recycle Bin ດ້ວຍຕົວທ່ານເອງ ຖ້າທ່ານຕັດສິນໃຈວ່າບໍ່ຕ້ອງການໃຊ້ຂໍ້ມູນທັງໝົດໃນ Recycle Bin, ມີວິທີລຶບໄຟລ໌ໃນຄອມດັ່ງຕໍ່ໄປນີ້: ຄລິກຂວາທີ່ Folder Recycle Bin ກົດເລືອກ Empty Recycle Bin ກົດ Yes ເພື່ອຢືນຢັນການລຶບໄຟລ໌ທີ່ຢູ່ພາຍໃນຢ່າງຖາວອນ ການລຶບໄຟລ໌ Temp ໄຟລ໌ Temp ເປັນໜຶ່ງໃນຂໍ້ມູນທີ່ບໍ່ຈຳເປັນທີ່ກິນເນື້ອທີ່ຂອງຄອມພິວເຕີ, ມີຕົ້ນກຳເນີດມາຈາກການນຳພື້ນທີ່ໃນ HDD ມາໃຊ້ເພື່ອປະມວນຜົນໃນຊົ່ວຂະນະໜຶ່ງ, ການໃຊ້ງານ internet ແລະ ການຕິດຕັ້ງໂປຣແກຣມ. ດັ່ງນັ້ນການລຶບໄຟລ໌ຂະໜະທີ່ດີ ຕ້ອງລຶບ temp ເຫຼົ່ານີ້ອອກໄປດ້ວຍ. ໃນຕົວ Windows 10 ນັ້ນ ສາມາດຕັ້ງຄ່າໃຫ້ຕົວເຄື່ອງທຳການກຳຈັດໄຟລ໌ຂະໜະເຫຼົ່ານີ້ອອກໄປໄດ້ໂດຍອັດຕະໂນມັດ: ກົດ Start ຫຼື ເຄື່ອງໝາຍ Windows ທີ່ຢູ່ທີ່ມຸມຊ້າຍລຸ່ມ ເລືອກ Setting ຫຼື Icon ທີ່ມີລັກສະນະເປັນຟັນເຟືອງ ເລືອກ System ເລືອກ Storage […]

ບາເຊໂລນາ ເອົາຊະນະ ເຣອັລ ມາດຣິດ ຢ່າງສຸດມັນ ຮັກສາຕຳແໜ່ງຈ່າຝູງໃນລີກ ລາ ລີກາ ສະເປນ

ຜົນບານບາເຊໂລນາ 4-3 ເຣອັນ ມາດຣິດ: ຣາຟິນຢາ ຍິງສອງປະຕູ! ໃກ້ຄວ້າແຊມລາລີກາ ບາເຊໂລນາເປີດບ້ານເຊືອດຄູ່ແຂ່ງຢ່າງຕື່ນເຕັ້ນ 4-3 ໃນເກມ ເອນ ກລາຊິໂກ້, ເຖິງວ່າ ເອັມບັບເປເຮັດແຮດທຣິກໃຫ້ ເຣອັນ ມາດຣິດ ແຕ່ທີມຢ້ຽມກໍ່ບໍ່ລອດ ພ່າຍຕໍ່ “ເຈົ້າບຸນທຸ່ມ” ທີ່ມີ ຣາຟິນຢາ ເຮັດໄດ້ 2 ປະຕູ. ຖ້າໃນນັດຕໍ່ໄປບາເຊໂລນາບຸກຊະນະ ເອສປັນຢອນ ກໍ່ຈະຄວ້າແຊມລາລີກາທັນທີ. ເຄິ່ງທຳອິດເລີ່ມມາພຽງແຕ່ 5 ນາທີ, ມາດຣິດໄດ້ຈຸດໂທດ ແລະ ກິລຽນ ເອັມບັບເປ ໄດ້ກືກປະຕູໃຫ້ທີມຢ້ຽມນຳ 1-0. ຫຼັງຈາກນັ້ນໃນນາທີທີ 14, ມາດຣິດນຳຫ່າງ 2-0 ເມື່ອ ວິນິຊິອຸສ ຈູເນຍ ຈ່າຍບານຜ່ານຊ່ອງໃຫ້ ກິລຽນ ເອັມບັບເປ ຫຼຸດໄປຍິງຜ່ານມື ເຊສນີ່ ເຂົ້າໄປ. ເຖິງຢ່າງໃດກໍ່ຕາມ, ຫຼັງຈາກນັ້ນບາເຊໂລນາໄດ້ສີ່ປະຕູຕິດຕໍ່ກັນ ພິກກັບມານຳ 4-2 ຈາກ ເອຣິກ […]

ຜົນການແຂ່ງຂັນພຣີເມຍລີກ: ແມນຢູ ເສຍ ເວສຕ໌ແຮມ 0-2 ຜີແດງປ່ອຍເກມ ຖືກຂຸນຄ້ອນຕີຕາຍຄາບ້ານ

ແມນຢູ ພ່າຍ ເວສຕ໌ແຮມ: ຜົນບານ 0-2 | ເຖິງຈະສະແດງຟອມດີໃນການຜ່ານເຂົ້າຮອບຊິງຢູໂຣປາລີກເມື່ອບໍ່ດົນມານີ້, ແຕ່ແມນເຊສເຕີຢູໄນເຕັດກັບມາສະແດງຮູບເກມທີ່ແຍ່ໃນລີກອີກຄັ້ງ ຫຼັງຈາກພ່າຍເວສຕ໌ແຮມ 0-2 ຄາບ້ານ. ທີມຂຸນຄ້ອນໄດ້ປະຕູຈາກ ໂທມັສ ຊູເຊັກ ແລະ ຈາຣ໌ຣອດ ໂບເວ່ນ ໃນນາທີທີ 26 ແລະ 57 ຕາມລຳດັບ, ສົ່ງຜົນໃຫ້ທີມປີສາດແດງຕົກມາຢູ່ອັນດັບ 16 ໃນຕາຕະລາງແລ້ວ. ຟຸດບອນພຣີເມຍລີກ 2024/25 ແມນຢູ 0-2 ເວສຕ໌ແຮມ ການແຂ່ງຂັນຟຸດບອນພຣີເມຍລີກ 2024/25 ວັນອາທິດທີ 11 ພຶດສະພາ 2025 “ປີສາດແດງ” ແມນເຊສເຕີຢູໄນເຕັດ ເປີດສະໜາມໂອລ໌ດ ທຣາຟອດ ຮັບການມາຢ້ຽມຢາມຂອງ “ຂຸນຄ້ອນ” ເວສຕ໌ແຮມ. ເກມນີ້ ແມນຢູ ໂຣເຕຊັນຜູ້ຫຼິ້ນຫຼາຍຕຳແໜ່ງຈາກເກມທີ່ຖະຫຼົ່ມ ແອດ.ບິນເບົາ ຜ່ານເຂົ້າຮອບຊິງຢູໂຣປ້າລີກເມື່ອຄືນວັນພະຫັດທີ່ຜ່ານມາ ແລະ ເລີ່ມເກມໄດ້ຄຶກຄື້ນ. ນາທີທີ 4, ອາຫມັດ ດິຢາລໂລ ສົ່ງບານໃຫ້ […]

Grand Theft Auto 6 ເປີດເຜີຍຕົວຢ່າງ Vice City ພ້ອມດ້ວຍລາຍລະອຽດບາງສ່ວນຂອງເນື້ອເລື່ອງ

ເຫຼືອເວລາອີກພຽງປີດຽວເທົ່ານັ້ນທີ່ເກມ GTA 6 ຈະວາງຈຳໜ່າຍ ໂດຍມີກຳນົດການເປີດຕົວ 26 ພຶດສະພາ ເທິງແພລດຟອມເຄື່ອງຫຼິ້ນເກມຄອນໂຊລ ນຳໂດຍ PlayStation 5, Xbox Series X ແລະ Xbox Series S ມື້ວານນີ້ ຣັອກສະຕາ (Rockstar) ໄດ້ປ່ອຍຕົວຢ່າງທີສອງຂອງເກມ Grand Theft Auto 6 ຫຼື GTA 6 ຫຼັງຈາກທີ່ໄດ້ຫ່າງຫາຍໄປຈາກຕົວຢ່າງທຳອິດເປັນເວລາຫຼາຍປີ ໃນຕົວຢ່າງໃໝ່ທີ່ປ່ອຍອອກມານີ້ ໄດ້ໃຊ້ພາບຈາກເຄື່ອງເກມ PS5 ພ້ອມກັບນຳສະເໜີຮູບລັກສະນະໃໝ່ໆ ຂອງເມືອງ Vice City (ເມືອງຈຳລອງຈາກເມືອງໄມອາມີ ສະຫະລັດອາເມລິກາ) ລວມເຖິງການກ່າວເຖິງຕົວລະຄອນຫຼັກຂອງເກມຄື Jason ແລະ Lucia ນອກຈາກນີ້ຍັງມີການເປີດເຜີຍລາຍລະອຽດເນື້ອເລື່ອງເບື້ອງຕົ້ນ ໂດຍເນັ້ນໄປທີ່ Jason ແລະ Lucia ທີ່ຢູ່ທ່າມກາງທິດສະດີສົມຮູ້ຮ່ວມຄິດທີ່ແຜ່ຂະຫຍາຍໄປທົ່ວລັດ Leonida ໃນຕົວຢ່າງທີສອງນີ້ ພວກເຮົາຈະໄດ້ເຫັນ Jason ທີ່ເດີນທາງຜ່ານສະຖານທີ່ທີ່ມີແດດຈ້າຫຼາຍແຫ່ງໃນ Vice […]

ຕ້ອງແຊມປ໌ເທົ່ານັ້ນ! ອາໂມຣິມ ອອກມາກ່າວວ່າ ແມນຢູ ເຂົ້າຊິງບໍ່ມີຄວາມໝາຍຫາກບໍ່ໄດ້ແຊມປ໌

ຣູເບນ ອາໂມຣິມ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ປຸກເຣ້າລູກທີມຫຼັງທີມຊະນະ ແອທເລຕິກ ບິນເບົາ ທະລຸເຂົ້າຊິງ ຢູໂຣປ້າ ລີກ ຣູເບນ ອາໂມຣິມ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ທີມຍັກໃຫຍ່ໃນສຶກພຣີເມຍລີກອັງກິດ ອອກມາສະແດງຄວາມຍິນດີທີ່ລູກທີມໄດ້ເຂົ້າຊິງ ຢູໂຣປ້າ ລີກ ຫຼັງເອົາຊະນະ ແອທເລຕິກ ບິນເບົາ ຄູ່ແຂ່ງອັນດັບ 4 ຈາກສຶກ ລາລີກ້າ ສະເປນ ໄປ 4-1 ໂດຍເຂົ້າຮອບດ້ວຍຜົນສະກໍຣວມ 7-1 ໂດຍປຸກເຣ້າລູກທີມ ຜົນງານດັ່ງກ່າວຈະບໍ່ມີຄວາມໝາຍ ຫາກບໍ່ສາມາດຄວ້າແຊມປ໌ ຢ່າງໃດກໍຕາມຈາກການຊະນະ ແອທເລຕິກ ບິນເບົາ ເຮັດໃຫ້ທີມ “ປີສາດແດງ” ຕ້ອງຕັດສິນສຶກຊິງດຳກັບ ທັອດແນ່ມ ຮັອດສະເປີ ທີມຈາກລີກດຽວກັນ ໂດຍຫາກເອົາຊະນະໄດ້ພວກເຂົາຈະໄດ້ໂຄວຕ້າໄປ ຢູຟ່າ ແຊມເປີ້ຍນສ໌ລີກ ທັນທີ ແມ້ອັນດັບຈະຢູ່ທີ່ 15 ກໍຕາມ ຈາກການທີ່ທີມ “ປີສາດແດງ” ເຂົ້າຊິງກັບທາງທັບ “ໄກ່ເດືອຍທອງ” […]

Alibaba ເປີດເຜີຍວິທີ ZeroSearch ໃຫ້ AI ຮຽນຮູ້ການຄົ້ນຫາດ້ວຍຕົນເອງ ຫຼຸດຄ່າໃຊ້ຈ່າຍໃນການສອນໂມເດລໄດ້ຢ່າງມະຫາສານ

ນັກຄົ້ນຄວ້າຈາກ Alibaba Group ໄດ້ພັດທະນາວິທີການໃໝ່ “ZeroSearch” ທີ່ຈະຊ່ວຍຫຼຸດຄ່າໃຊ້ຈ່າຍແລະຄວາມຊັບຊ້ອນໃນການເທຣນໂມເດລ AI ເພື່ອການຄົ້ນຫາຂໍ້ມູນຕ່າງໆໄດ້ຢ່າງມີຄວາມສຳຄັນ ໂດຍສະເພາະຄ່າໃຊ້ຈ່າຍທີ່ຕ້ອງໃຊ້ Search Engine APIs ທາງການຄ້າຕ່າງໆໄດ້ປະມານ 88% ໂດຍວິທີການໃໝ່ທີ່ນັກຄົ້ນຄວ້າ Alibaba ນຳສະເໜີເອີ້ນວ່າເຕັກນິກ ZeroSearch ທີ່ໃຫ້ໂມເດລ LLM ສາມາດພັດທະນາຂີດຄວາມສາມາດໃນການຄົ້ນຫາຂໍ້ມູນຜ່ານການຈຳລອງ (Simulation) ແທນທີ່ຈະໄປມີປະຕິສຳພັນກັບ Search Engine ຕົວຈິງໃນລະຫວ່າງຂະບວນການເທຣນໂມເດລ ແລະຜົນທີ່ໄດ້ຮັບນັ້ນຊີ້ໃຫ້ເຫັນວ່າໂມເດລ LLM ຍັງຄົງສາມາດເຮັດວຽກໄດ້ດີ ຄວບຄຸມໄດ້ດີຂຶ້ນໃນການຮຽນຮູ້ການດຶງຂໍ້ມູນ ແຕ່ຈຸດທີ່ສຳຄັນຫຼາຍແມ່ນວິທີການນີ້ໄດ້ຊ່ວຍປະຫຍັດຄ່າໃຊ້ຈ່າຍໃນການໃຊ້ງານ API ສຳລັບການຄົ້ນຫາລົງໄປຢ່າງມີຄວາມສຳຄັນ ຈາກຂໍ້ມູນທີ່ນັກຄົ້ນຄວ້າເປີດເຜີຍອອກມາ ການເທຣນການຄົ້ນຫາ 64,000 Search Queries ດ້ວຍການໃຊ້ Google Search via SerpAPI ນັ້ນຈະມີຄ່າໃຊ້ຈ່າຍປະມານ 586.70 ໂດລາສະຫະລັດ ແຕ່ຖ້າໃຊ້ LLM ຈຳລອງຂະໜາດ 14B ເທິງ GPU A100 ຈຳນວນ 4 […]

ກູເກິລ Play Store ລຶບແອັບຄັ້ງໃຫຍ່ ລົບແອັບລິເຄຊັນໄປກວ່າລ້ານແອັບ

ແພລດຟອມ Play Store ຂອງກູເກິລໄດ້ດຳເນີນການປັບປຸງຄັ້ງໃຫຍ່ ໂດຍມີແອັບລິເຄຊັນຫຼາຍກວ່າລ້ານແອັບຫາຍໄປຈາກແພລດຟອມ ຈາກການວິເຄາະຂອງບໍລິສັດ Appfigures ເປີດເຜີຍວ່າ ຕະຫຼາດແອັບລິເຄຊັນໃນລະບົບປະຕິບັດການ Android ມີຈຳນວນແອັບລິເຄຊັນຫຼຸດລົງຢ່າງມີຄວາມສຳຄັນ. ຂໍ້ມູນລະບຸວ່າ Google Play Store ມີຈຳນວນແອັບຫຼຸດລົງຈາກປະມານ 3.4 ລ້ານແອັບໃນຊ່ວງຕົ້ນປີ 2024 ເຫຼືອພຽງແຕ່ 1.8 ລ້ານແອັບໃນປັດຈຸບັນ ຈາກຕົວເລກຂ້າງເທິງ ໝາຍຄວາມວ່າ ແອັບລິເຄຊັນຫາຍໄປເຖິງ 47 ເປີເຊັນ. ສິ່ງທີ່ໜ້າສົນໃຈແມ່ນ ສະຖານະການນີ້ບໍ່ໄດ້ເກີດຂຶ້ນກັບຮ້ານຄ້າອື່ນໆ ໂດຍ Apple Store ຂອງແອັບເປິລໃນລະບົບປະຕິບັດການ iOS ກັບມີຈຳນວນແອັບລິເຄຊັນເພີ່ມຂຶ້ນເລັກນ້ອຍ ຈາກ 1.6 ລ້ານແອັບເປັນ 1.64 ລ້ານແອັບ ໂດຍປົກກະຕິແລ້ວ ການທີ່ແອັບໃນ Play Store ຫຼຸດລົງໄປຫຼາຍຂະໜາດນີ້ຄວນຈະເປັນສັນຍານເຕືອນໄພ ແຕ່ການຫຼຸດຈຳນວນແອັບອາດສົ່ງຜົນດີຕໍ່ຜູ້ໃຊ້ງານລະບົບປະຕິບັດການ Android ທົ່ວໂລກ. ດ້ວຍຄັງແອັບທີ່ນ້ອຍລົງ ເຮັດໃຫ້ຜູ້ໃຊ້ງານອາດຈະຄົ້ນຫາແອັບລິເຄຊັນທີ່ມີຄຸນນະພາບສູງໄດ້ງ່າຍຂຶ້ນ. ນອກຈາກນີ້ຍັງສົ່ງຜົນດີຕໍ່ນັກພັດທະນາແອັບລິເຄຊັນດ້ວຍ ເພາະຈະຊ່ວຍໃຫ້ແອັບຂອງນັກພັດທະນາຖືກມອງເຫັນຫຼາຍຂຶ້ນ ເມື່ອປີທີ່ແລ້ວ ກູເກິລໄດ້ປະກາດຄວາມຕັ້ງໃຈທີ່ຈະຍົກລະດັບມາດຕະຖານຄຸນນະພາບຂັ້ນຕໍ່າສຳລັບແອັບລິເຄຊັນໃນ Play […]