ການໃຫ້ສໍາປະທານທີ່ດິນ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໃນລາວຢ່າງຫຼວງຫຼາຍຂຶ້ນ

ເຈ້າຫນ້າທີ່ຂັ້ນສູງພາຍໃນຄະນະກວດກາສູນກາງພັກ ເປີດເຜີຍວ່າ ການກວດກາສໍາປະທານທີ່ດິນໃນໄລຍະປີ 2023-2024 ສາມາດດໍາເນີນການກວດກາໄດ້ 524 ໂຄງການ ກວມເອົາ 21% ຂອງຈໍານວນສໍາປະທານທັງໝົດ 2,495 ໂຄງການໃນທົ່ວປະເທດນັ້ນ ພົບວ່າ ມີ 438 ໂຄງການໃນຈໍານວນ 524 ໂຄງການດັ່ງກ່າວນັ້ນ ໄດ້ອະນຸຍາດຢ່າງຜິດກົດໝາຍສົ່ງເສີມການລົງທຶນ ຫາກແຕ່ເປັນ​ການ​ສວຍ​ໃຊ້​ອຳນາດໜ້າ​ທີ່​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດ ຂອງ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ໃນ​ທຸກ​ຂັ້ນ ​ເປັນ​ປັດ​ໄຈ​ຕົ້ນຕໍ ຈຶ່ງໄດ້ພາໃຫ້ເກີດການຂັດແຍ້ງຢ່າງກວ້າງຂວາງກ່ຽວກັບສິດການເປັນເຈົ້າຂອງທີ່ດິນລະຫວ່າງ ປະຊາຊົນລາວ ກັບບໍລິສັດລາວ ແລະຕ່າງປະເທດ ທີ່ໄດ້ຮັບສຳປະທານນັ້ນ ໂດຍສະເພາະບັນດາບໍລິສັດທີ່ນັກລົງທຶນຈີນເປັນເຈົ້າຂອງນັ້ນ ກໍແມ່ນພາກສ່ວນທີ່ຂັດແຍ້ງກັບປະຊາຊົນລາວ ຫລາຍທີ່ສຸດ ເພາະວ່າ ປະຊາຊົນລາວ ທີ່ຖືກເວນຄືນທີ່ດິນນັ້ນ ໄດ້ຮັບຄ່າຊົດເຊີຍທີ່ບໍ່ຍຸຕິທຳ ດັ່ງເຈົ້າໜ້າທີ່ໃນຄະນະກວດກາພັກ ໃຫ້ການຢືນຢັນວ່າ “ໃນປະ​ຈຸ​ບັນນີ້ ນັກລົງທືນເອກະຊົນທັງພາຍໃນ ແລະ ຕ່າງປະເທດ ກໍແມ່ນລ້ວນແຕ່ເຫັນວ່າ ມີບັນຫາບາງບ່ອນກະເກີດມີການທັບຊ້ອນເນື້ອທີ່ມີບັນຫາຂັດແຍ້ງເກີດຂຶ້ນ ບາງບ່ອນກໍແຕະຕ້ອງເຖິງບັນຫາການຜະລິດ ເຂດທັບການຜະລິດຂອງພໍ່ແມ່ ປະຊາຊົນບັນດາເຜົ່າ ຫຼາຍໂຄງການກະບໍ່ປະຕິບັດຕາມເນື້ອໃນຂອງສັນຍາ ບໍ່ປະຕິບັດຕາມກົດໝາຍ ໂດຍສະເພາະແມ່ນບັນຫາການຊໍາລະສະສາງ ບັນຫາຄ່າເຊົ່າສໍາປະທານທີ່ດິນໃຫ້ແກ່ລັດຖະບານ ຍິ່ງ​ໄປ​ກວ່າ​ນັ້ນ ພໍ່​ແມ່ປະຊາຊົນຊົນບັນດາ​ເຜົ່າ​ຢູ່​ໃນ​ເຂດ​ຂອງ​ໂຄງການ ທີ່​ໄດ້​ຮັບ​ການ​ຈັດ​ຕັ້ງປະຕິບັດ ກະບໍ່ໄດ້ຮັບການພັດທະນາ ເຫັນວ່າ ຊີວິດການເປັນຢູ່ຂອງປະຊາຊົນ ຖືວ່າບໍ່ມີການຫັນປ່ຽນ.” […]

ກຳ​ປັ່ນ ອີຣ່ານ ຖືກ​ສົງ​ໄສຂົນ​ສົ່ງ​ສ່ວນ​ປະ​ກອບ​ສຳ​ລັບ​ຜະ​ລິດ​ລູກ​ສອນ​ໄຟ ທີ່ເດີນ​ທາງ​ອອກ​ຈາກ ຈີນ

​ກຳ​ປັ່ນ ​ອີ​ຣ່ານ ລຳ​ທີ​ສອງ​ທີ່​ອົງ​ການຂ່າວ​ຕ​າ​ເວັນ​ຕົກ​ໄດ້​ລະ​ບຸ​ວ່າ​ ເປັນ​ສ່ວນ​ນຶ່ງ​ຂອງແຜນ​ການ​ນຳ​ເຂົ້າ​ສ່ວນ​ປະ​ກອບ​ເຊື້ອ​ໄຟ​ຂີ​ປະ​ນາ​ວຸດ​ຈາກ ຈີນ ​ນັ້ນ ກຳ​ລັງ​ມຸ່ງ​ໜ້າ​ໄປ ອີ​ຣ່ານ ພ້ອມ​ກັບ​ສິນ​ຄ້າ​ຈຳ​ນວນຫຼາຍ ໂດຍ​ການ​ວິ​ເຄາະ​ພິ​ເສດ​ຂອງວີ​ໂອ​ເອ​ ພົບ​ວ່າ ເວັບ​ໄຊ້​ຕິດ​ຕາມ​ເຮືອ​ໄດ້​ເປີດເຜີຍ​ໃຫ້​ເຫັນ​ວ່າ ​ກຳ​ປັ່ນບັນ​ທຸກ​ສິນ​ຄ້າ Jairan ທີ່​ຂຶ້ນ​ທຸງ​ຊາດ ອີ​ຣ່ານ ໄດ້​ອອກ​ເດີນ​ທາງ​ຈາກ ຈີນ ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ ຊຶ່ງ​ຊ້າກວ່າ​ກຳ​ນົດ​ການ​ອອກ​ເດີນ​ທາງ​ທີ່​ຄາດ​ໄວ້​ນຶ່ງ​ເດືອນ ​ຕາມ​ລາຍ​ງານ​ຂ່າວ​ສະ​ບັບ​ນຶ່ງ. ໃນ​ບົດ​ຂ່າວ​ເດືອນ​ມັງ​ກອນ ແລະ ກຸມ​ພາ​ທີ່​ຜ່ານ​ມາ​ຂອງ​ໜັງ​ສື​ພິມ The Financial Times, The Wall Street Journal ແລະ CNN ລະ​ບຸ​ວ່າ​ ກຳ​ປັ່ນ Jairan ເປັນ​ນຶ່ງ​ໃນ 2 ກຳ​ປັ່ນ​ສິນ​ຄ້າ ອີ​ຣ່ານ ທີ່​ລັດ​ຖະ​ບານ ເຕ​ຫະ​ຣ່ານ ໃຊ້​ໃນ​ການ​ນຳ​ເຂົ້າທາດໂຊ​ດຽມ ເປີ​ຄ​ລໍ​ເຣດ 1000 ໂຕນ​ຈາກ ຈີນ. ອົງ​ການ​ຂ່າວ​ທັງ​ສາມ​ອ້າງ​ແຫຼ່ງ​ຂ່າວ​ຂອງ​ຕາ​ເວັນ​ຕົກ​ທີ່ບໍ່​ໄດ້​ເປີດ​ເຜີຍ​ຊື່ ຊຶ່ງ​ລະ​ບຸ​ວ່າ​ສິນ​ຄ້າ​ທີ່​ຂົນ​ສົ່ງ​ສາ​ມາດ​ປ່ຽນ​ເປັນສານ ແອມ​ໂມ​ນຽມ ເປີ​ຄ​ລ​ເຣດ ຊຶ່ງ​ເປັນ​ສ່ວນ​ປະ​ກອບ​ເຊື້ອ​ໄຟ​ແຂງຫຼັກ ເພື່ອ​ຜະ​ລິດ​ລູກ​ສອນ​ໄຟ​ໄລ​ຍະ​ປານ​ກາງ 260 ລູກ​ຂອງ […]

ປະ​ທາ​ນາ​ທິ​ບໍ​ດີ ໄຕ້​ຫວັນ ເຕືອນກ່ຽວ​ກັບ ຄວາມ​ພະ​ຍາ​ຍາມ​ແຊກ​ຊຶມ​ຂ​ອງ ຈີນ ແລ້ວປະ​ຕິ​ຍານ​ຈະ​ໃຊ້​ມາດ​ຕະ​ການ​ຕອບ​ໂຕ້

ປະ​ທານ​າ​ທິ​ບໍ​ດີ ໄຕ້​ຫວັນ ທ່ານ ລາຍ ຈິງ ເຕ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ຈີນ ໄດ້ຂະ​ຫຍາຍ​ອິ​ດ​ທິ​ພົນ ແລະ ແຊກ​ຊຶມ​ເຂົ້າ​ສູ່​ເກາະ​ປະ​ຊາ​ທິ​ປະ​ໄຕ​ແຫ່ງນີ້ ຫຼາຍ​ຂຶ້ນ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ວ່າ​ຈະ​ໃຊ້​ມາດ​ຕະ​ການ​ເພື່ອ​ຮັບ​ມື​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ ປັກ​ກິ່ງ ໃນ​ການ “ດູດ​ຊຶມ” ໄຕ້​ຫວັນ. ໄຕ້​ຫວັນ ໄດ້​ກ່າວ​ຫາ ຈີນ ກ່ຽວ​ກັບ ການ​ເພີ່ມ​ການ​ຊ້ອມ​ລົບ, ວາງ​ມາດ​ຕະ​ການ​ລົງ​ໂທດ​ດ້ານ​ການ​ຄ້າ ແລະ ຄອບງຳ​ການ​ໂຄ​ສະ​ນາ​ຕ່າງໆ​ຕໍ່​ເກາະ​ດັ່ງ​ກ່າວ​ໃນ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ ເພື່ອ​ບັງ​ຄັບ​ໃຫ້​ເກາະ​ນັ້ນ​ຍອມ​ຮັບ​ເອົາ​ການ​ອ້າງ​ເອົາ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ ຈີນ. ໃນ​ການ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຫຼັງ​ຈາກ​ຈັດ​ກອງ​ປະ​ຊຸມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ດ້ານ​ຄວາ​ມ​ໝັ້ນ​ຄົງ, ທ່ານ ລາຍ ກ່າວ​ວ່າ ປັກ​ກິ່ງ ໄດ້​ໃຊ້​ປະ​ຊາ​ທິ​ປະ​ໄຕ​ຂອງ ໄຕ້​ຫວັນ ເພື່ອ “ດູ​ດ​ຊຶມ​” ສະ​ມາ​ຊິກຫຼາກຫຼາຍ​ຂອງ​ສັງ​ຄົມ, ລວມ​ທັງກຸ່ມ ອາ​ຊະ​ຍາ​ກອນ, ບຸກ​ຄົນ​ທີ່​ມີ​ຊື່​ສຽງ​ໃນ​ສື່ມວນ​ຊົນ ຕະຫຼອ​ດ​ເຖິງ​ເຈົ້າ​ໜ້າ​ທີ່​ທະ​ຫານ ແລະ ຕຳຫຼວດ​ທັງ​ໃນ​ປັດ​ຈຸ​ບັນ ແລະ ອະ​ດີດ. ທ່ານ ລາຍ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖ​ະ​ແຫຼງຂ່າວທີ່​ອອກ​ອາ​ກາດ​ສົດ​ຈາກ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ວ່າ “ພວກ​ເຂົາ (ຈີນ) ກຳ​ລັງ​ດຳ​ເນີນ​ກິດ​ຈະ​ກຳ​ຕ່າງໆ​ເຊັ່ນ​ການ​ແບ່ງ​ແຍກ, ທຳ​ລາຍ​ລ້າງ ແລະ ການ​ໂຄ່ນ​ລົ້ມ​ຈາກ​ພາຍ​ໃນ​ພວກ​ເຮົາ.” ຫ້ອງ​ການ​ກິດ​ຈະ​ການ​ໄຕ້​ຫວັນຂອງ ຈີນ ບໍ່​ໄດ້​ຕອບ​ຕໍ່​ການ​ຂໍ​ຄຳ​ເຫັນ​ໃນ​ທັນ​ທີ. ໃນ​ການ​ອ້າງ​ເຖິງ​ຂໍ້​ມູນ​ລັດ​ຖະ​ບານ, ທ່ານ […]

ຮອງລັດຖະມົນຕີ ກະຊວງ ຮສສ ພົບປະ ຢ້ຽມຢາມຜູ້ອອກແຮງງານ ຢູ່ໂຮງງານຕັດຫຍິບ

ຂປລ. ຕອນບ່າຍຂອງວັນທີ 28 ເມສາ 2025, ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມຄະນະ ລົງເຄື່ອນໄຫວ ຢ້ຽມຢາມໂຮງງານຕັດຫຍິບ ລາວຢາມາກິ ຈຳກັດ ແລະ ບໍລິສັດ ໂກລິງ ລາວ ຈຳກັດ ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ (ນວ) ເພື່ອພົບປະກັບຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານເນື່ອງໃນໂອກາດ ວັນກຳມະກອນສາກົນ 1 ພຶດສະພາ 2025 ແນໃສ່ຊຸກຍູ້, ສົ່ງເສີມເຮັດໃຫ້ແຮງງານລາວ ກໍຄື ໂຮງງານຕັດຫຍິບ ຢູ່ ສປປ ລາວ ດຳເນີນກິດຈະການ ໄດ້ຢ່າງໂລ່ງລ່ຽນ, ຖືກຕ້ອງຕາມລະບຽບການ ແລະ ກົດໝາຍ ຂອງ ສປປ ລາວ. ໂອກາດດັ່ງກ່າວ, ຜູ້ຕາງໜ້າຈາກໂຮງງານ ຕັດຫຍິບທັງສອງແຫ່ງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ກໍຄື ຂະບວນການຜະລິດຕ່າງໆ ຢູ່ພາຍໃນໂຮງງານ, ລວມທັງຂໍ້ ສະດວກ, ຂໍ້ຫຍຸ້ງຍາກໃນການກຳເນີນທຸລະກິດ ໃຫ້ທ່ານຮອງລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍຄະນະຮັບຊາບ. ໃນນັ້ນ, ໂຮງງານຕັດຫຍິບ ລາວຢາມາກິ ຈຳກັດ ເປັນໂຮງງານ ຜະລິດເສື້ອຜ້າ ເພື່ອສົ່ງອອກໄປຕ່າງປະເທດ ເປັນຕົ້ນ […]

ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ລົມໂທລະສັບ ຮັດແໜ້ນການຮ່ວມມື

ຂປລ. ໃນວັນທີ 30 ເມສາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລົມໂທລະສັບ ກັບ ທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ປະທານອາຊຽນ ປີ 2025. ການລົມໂທລະສັບດັ່ງກ່າວ, ເພື່ອປຶກສາຫາລືການຮ່ວມມືລະຫວ່າງ ສປປ ລາວ ແລະ ມາເລເຊຍ ຂປລ. ໃນວັນທີ 30 ເມສາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ  ສປປ ລາວ ໄດ້ລົມໂທລະສັບ ກັບ ທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ປະທານອາຊຽນ ປີ 2025. ການລົມໂທລະສັບດັ່ງກ່າວ, ເພື່ອປຶກສາຫາລືການຮ່ວມມືລະຫວ່າງ ສປປ ລາວ ແລະ ມາເລເຊຍ, ພ້ອມທັງແຈ້ງຄວາມຄວາມຄືບໜ້າ ແລະ ປຶກສາຫາລືການດຳເນີນການເປັນປະທານອາຊຽນຂອງ ມາເລເຊຍ ໃນປີ 2025, ລວມທັງການຊ່ວຍເຫລືອດ້ານມະນຸດສະທໍາ […]

ລາວ ແລະ ອົງການສາກົນ ຮ່ວມມືສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ ໃນ ສປປ ລາວ

ກະຊວງສາທາລະນະສຸກ ກັບ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ແລະ ອົງການອະນາໄມໂລກ ຮ່ວມມືຈັດຕັ້ງໂຄງການການສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ ໃນ ສປປ ລາວ ໃຫ້ທົນທານຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ, ຊຶ່ງເປັນໂຄງການຄັ້ງທຳອິດ ຂອງ ສປປ ລາວ ໂດຍໄດ້ຮັບທຶນສະໜັບສະໜູນຈາກກອງທຶນສີຂຽວທາງດ້ານການປ່ຽນແປງດິນຟ້າອາກາດ, ໄລຍະໃນການຈັດຕັ້ງປະຕິບັດໂຄງການແມ່ນ 5 ປີ ໂດຍມີເປົ້າໝາຍເພື່ອໃຫ້ຜົນປະໂຫຍດແກ່ປະຊາກອນ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການຈັດຕັ້ງໂຄງການ ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 29 ເມສາ 2025 ຜ່ານມານີ້  ທີ່ນະຄອນຫຼວງວຽງຈັນ ຊຶ່ງໄດ້ລົງນາມໂດຍ ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ ທ່ານ ລຸກ ເອັບສ໌ ຫົວໜ້າອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. […]

ການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກນໍ້າເນີນ 1 ຈະສຳເລັດ ແລະ ເປີດນຳໃຊ້ ໃນເດືອນກັນຍາ 2028

ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກນໍ້າເນີນ 1 ທີ່ຕັ້ງຢູ່ບ້ານພຽງຫົ່ງ ເມືອງໜອງແຮດ ແຂວງຊຽງຂວາງ ຕາມແຜນຈະສ້າງສຳເລັດ ແລະ ເປີດນຳໃຊ້ ໃນເດືອນກັນຍາ 2028 ໂດຍແມ່ນບໍລິສັດ​ຫຸ້ນສ່ວນ ກໍ່ສ້າງ 47 ຈຳກັດ ແຫ່ງ ສສ ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ, ໂດຍມີພິທີວາງສີລາລືກການກໍ່ສ້າງເມື່ອມໍ່ໆມານີ້ ທີ່ ເມືອງໜອງແຮດ ແຂວງຊຽງຂວາງ ໂດຍການ ເຂົ້າຮ່ວມ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ. ເຂື່ອນດັ່ງກ່າວມີກຳລັງຕິດຕັ້ງ 124 ເມກາວັດ; ໄລຍະເວລາກໍ່ສ້າງ 54 ເດືອນ, ມີ ມູນຄ່າໂຄງການ ປະມານ 360 ລ້ານໂດລາ, ເປັນເຂື່ອນຄອນກີດເສີມເຫຼັກ, ສັນເຂື່ອນມີຄວາມຍາວ 553 ແມັດ, ຕົວເຂື່ອນມີຄວາມສູງ 138 ແມັດ. ທ່ານໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວໃນພິທີວ່າ: ໂຄງການພັດທະນາເຂື່ອນໄຟຟ້ານໍ້າເນີນ 1 […]

ອົງການສະຫະປະຊາຊາດໝົດສະບຽງອາຫານຊ່ວຍເຫຼືອໃນກາຊາ ຫຼັງຈາກການປິດກັ້ນຂອງອິສຣາແອນ

ອົງການອາຫານໂລກແຫ່ງສະຫະປະຊາຊາດ (WFP) ກ່າວວ່າ ໄດ້ໝົດສະບຽງອາຫານທັງໝົດໃນກາຊາ, ບ່ອນທີ່ອິສຣາແອນໄດ້ປິດກັ້ນການສົ່ງການຊ່ວຍເຫຼືອດ້ານມະນຸດສະທຳເປັນເວລາເຈັດອາທິດແລ້ວ. “ມື້ນີ້, WFP ໄດ້ສົ່ງສະບຽງອາຫານທີ່ເຫຼືອຄັ້ງສຸດທ້າຍໄປຍັງເຮືອນຄົວອາຫານຮ້ອນ,” ອົງການດັ່ງກ່າວເຕືອນ. “ເຮືອນຄົວເຫຼົ່ານີ້ຄາດວ່າຈະໝົດອາຫານຢ່າງສິ້ນເຊີງໃນມື້ຕໍ່ໆໄປ.” ອິສຣາແອນໄດ້ຕັດການຊ່ວຍເຫຼືອໃນວັນທີ 2 ມີນາ ແລະ ໄດ້ກັບມາດຳເນີນການໂຈມຕີອີກສອງອາທິດຕໍ່ມາຫຼັງຈາກການສິ້ນສຸດຂອງການຢຸດຍິງເປັນເວລາສອງເດືອນ, ໂດຍກ່າວວ່າ ກໍາລັງກົດດັນຮາມາສໃຫ້ປ່ອຍໂຕປະກັນທີ່ເຫຼືອຢູ່. ສະຫະປະຊາຊາດກ່າວວ່າ ອິສຣາແອນມີພັນທະພາຍໃຕ້ກົດໝາຍສາກົນໃນການຮັບປະກັນການສະໜອງສໍາລັບປະຊາຊົນຊາວປາແລສໄຕນ໌ 2.1 ລ້ານຄົນໃນກາຊາ. ອິສຣາແອນກ່າວວ່າກຳລັງປະຕິບັດຕາມກົດໝາຍສາກົນ ແລະ ບໍ່ມີການຂາດແຄນການຊ່ວຍເຫຼືອ. ໃນທ້າຍເດືອນມີນາ, ເຮືອນອົບເຂົ້າໜົມປັງທັງ 25 ແຫ່ງທີ່ໄດ້ຮັບການສະໜັບສະໜູນຈາກ WFP ໃນກາຊາຖືກບັງຄັບໃຫ້ປິດ ຫຼັງຈາກທີ່ແປ້ງເຂົ້າຈີ່ ແລະ ນ້ຳມັນແຕ່ງກິນໝົດ. ຫໍ່ອາຫານທີ່ແຈກຢາຍໃຫ້ຄອບຄົວທີ່ມີອາຫານສໍາລັບສອງອາທິດກໍໝົດເຊັ່ນກັນ. ການຂາດອາຫານກໍາລັງຮ້າຍແຮງຂຶ້ນຢ່າງໄວວາ, ອີງຕາມສະຫະປະຊາຊາດ. ອາທິດທີ່ຜ່ານມາ, ໜຶ່ງໃນຄູ່ຮ່ວມດ້ານມະນຸດສະທຳໄດ້ກວດສຸຂະພາບເດັກນ້ອຍ 1,300 ຄົນໃນພາກເໜືອຂອງກາຊາ ແລະ ພົບກໍລະນີຂາດອາຫານຮຸນແຮງຫຼາຍກວ່າ 80 ກໍລະນີ – ເພີ່ມຂຶ້ນສອງເທົ່າຈາກອາທິດກ່ອນໜ້ານີ້. ຫ້ອງການຂອງສະຫະປະຊາຊາດເພື່ອການປະສານງານດ້ານມະນຸດສະທຳ (OCHA) ກ່າວວ່າ ມີການຂາດແຄນຢາຮຸນແຮງ, ອຸປະກອນແພດ ແລະ ເຄື່ອງມືສໍາລັບໂຮງໝໍທີ່ອຸກອັ່ງດ້ວຍຜູ້ບາດເຈັບຈາກການທິ້ງລະເບີດຂອງອິສຣາແອນ, ແລະ ການຂາດແຄນນ້ຳມັນເຊື້ອໄຟກຳລັງເປັນອຸປະສັກຕໍ່ການຜະລິດ […]

ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ

ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ. ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກຳມະກອນຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງ, ອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການກົດຂີ່ຂູດຮີດ, ບັງຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານ ໂດຍບໍ່ມີເວລາພັກຜ່ອນ, ມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ, ອອກແຮງງານໜັກແຕ່ຄ່າແຮງງານພັດຕໍ່າ, ບໍ່ມີການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກ, ບໍ່ໄດ້ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ຂໍ້ຂັດແຍ່ງດັ່ງກ່າວນັບມື້ນັບຮຸນແຮງຂຶ້ນເລື້ອຍໆ. ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈຳເປັນຈຶ່ງໄດ້ຈັດຕັ້ງກັນເປັນກຸ່ມ, ເປັນຂະບວນເພື່ອລຸກຮື້ຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ ເຊິ່ງຂະບວນການຕໍ່ສູ້ຄັ້ງທຳອິດແມ່ນຢູ່ປະເທດອັງກິດໃນປີ 1764. ມາໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດທີ່ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນປະເທດອາເມລິກາຢູ່ຕົວເມືອງຊິກາໂກ ໄດ້ມີການຕໍ່ສູ້ໂດຍອີງໃສ່ເນື້ອໃນຂອງຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, […]

ຮຽກຮ້ອງໃຫ້ລະງັບແອັບພລິເຄຊັນ AI ທີ່ສ້າງຮູບພາບເປືອຍຂອງເດັກນ້ອຍ

ຜູ້ຕາງໜ້າເດັກປະຈຳປະເທດອັງກິດກຳລັງຮຽກຮ້ອງໃຫ້ລັດຖະບານລະງັບແອັບພລິເຄຊັນທີ່ໃຊ້ປັນຍາປະດິດ (AI) ເພື່ອສ້າງຮູບພາບລາມົກຂອງເດັກນ້ອຍ. ທ່ານ Dame Rachel de Souza ກ່າວວ່າ ຈຳເປັນຕ້ອງມີການລະງັບທັງໝົດສຳລັບແອັບທີ່ອະນຸຍາດໃຫ້ “ເປືອຍ” – ເຊິ່ງເປັນບ່ອນທີ່ຮູບຖ່າຍຂອງຄົນຈິງຖືກດັດແກ້ໂດຍ AI ເພື່ອເຮັດໃຫ້ພວກເຂົາເບິ່ງຄືເປືອຍ. ນາງກ່າວວ່າ ລັດຖະບານກຳລັງອະນຸຍາດໃຫ້ແອັບດັ່ງກ່າວ “ດຳເນີນໂດຍບໍ່ມີການກວດສອບ ເຊິ່ງມີຜົນສະທ້ອນຮ້າຍແຮງໃນໂລກຈິງ”. ໂຄສົກລັດຖະບານກ່າວວ່າ ເນື້ອຫາການລ່ວງລະເມີດທາງເພດເດັກແມ່ນຜິດກົດໝາຍ ແລະ ມີແຜນສຳລັບຄວາມຜິດເພີ່ມເຕີມໃນການສ້າງ, ຄອບຄອງ ຫຼື ແຈກຢາຍເຄື່ອງມື AI ທີ່ອອກແບບມາເພື່ອສ້າງເນື້ອຫາດັ່ງກ່າວ. ໂຄສະນາ ຮູບແບບປອມແມ່ນວິດີໂອ, ຮູບພາບ ຫຼື ຄລິບສຽງທີ່ສ້າງດ້ວຍ AI ເພື່ອເບິ່ງ ຫຼື ຟັງຄືຂອງແທ້. ໃນບົດລາຍງານທີ່ເຜີຍແຜ່ໃນວັນຈັນ, Dame Rachel ກ່າວວ່າ ເຕັກໂນໂລຢີແມ່ນເປົ້າໝາຍແບບບໍ່ສົມສ່ວນກັບເດັກຍິງ ແລະ ແມ່ຍິງໜຸ່ມ ໂດຍມີຫຼາຍແອັບສະເພາະທີ່ເບິ່ງຄືວ່າເຮັດວຽກໄດ້ສະເພາະກັບຮ່າງກາຍຂອງແມ່ຍິງເທົ່ານັ້ນ. ເດັກຍິງກຳລັງຫຼີກລ່ຽງການໂພສຮູບພາບ ຫຼື ເຂົ້າຮ່ວມທາງອອນລາຍເພື່ອຫຼຸດຄວາມສ່ຽງໃນການຖືກເປັນເປົ້າໝາຍ, ອີງຕາມບົດລາຍງານ, “ໃນແບບດຽວກັນກັບທີ່ເດັກຍິງປະຕິບັດຕາມກົດອື່ນໆເພື່ອເຮັດໃຫ້ຕົນເອງປອດໄພໃນໂລກອອຟລາຍ – ເຊັ່ນ: ການບໍ່ຍ່າງກັບບ້ານຄົນດຽວໃນຕອນກາງຄືນ”. ເດັກນ້ອຍຢ້ານວ່າ “ຄົນແປກໜ້າ, […]