ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2025. ທີ່ ນິວຢອກ, ສ.ອາເມລິກາ.

ໃນລະຫວ່າງວັນທີ 14 – 23 ກໍລະກົດ 2025 ທີ່ ສໍານັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ທີ່ ນິວຢອກ, ສ. ອາເມລິກາ, ຄະນະຜູ້ແທນ ສປປ ລາວ ຈາກ ກະຊວງການຕ່າງປະເທດ ທີ່ນະຄອນຫຼວງວຽງຈັນ ແລະ ຈາກ ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການ ສປຊ ທີ່ ນິວຢອກ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2025, ເຊິ່ງໄດ້ຈັດຂຶ້ນໃນຂອບ ສະພາເສດຖະກິດ-ສັງຄົມ ອົງການ ສປຊ ພາຍໃຕ້ຫົວຂໍ້: “ກ້າວໜ້າຕາມວິທີທາງແກ້ໄຂບັນຫາທີ່ຍືນຍົງ, ກວມລວມ ແລະ ອີງໃສ່ພື້ນຖານທາງດ້ານ ວິທະຍາສາດ ແລະ ຫຼັກຖານ ເປັນຫຼັກ ໃນການຈັດຕ້ັງປະຕິບັດ ວາລະ 2030 ແລະ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ […]

ຈັບຕົວຜູ້ຂົນສົ່ງຢາເສບຕິດ ພ້ອມຂອງກາງ ຢາບ້າ 4,160,000 ເມັດ ແລະ ຢາໄອສ໌ 159 ຫໍ່ ໃນລົດຂົນສົ່ງນໍ້າກ້ອນ

ປກສ ແຂວງ ບໍ່ແກ້ວ ລາຍງານວ່າ: ວັນທີ 22 ກໍລະກົດ 2025 ເວລາປະມານ 15:30 ນາທີ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງປາກທາ, ປະຈໍາຢູ່ຈຸດກວດກາຄົກຫລວງ (ຊາຍແດນລະຫວ່າງເມືອງຫ້ວຍຊາຍ ຫາ ເມືອງປາກທາ) ໄດ້ກວດຄົ້ນລົດບັນທຸກ 6 ລໍ້, ສີຂາວ, ບໍ່ຕິດປ້າຍທະບຽນ ແລ່ນຈາກເມືອງຫ້ວຍຊາຍມຸ້ງໜ້າຈະໄປເມືອງປາກທາ ເຊິ່ງໃນນີ້ ມີຜູ້ຂັບຂີ່ລົດຈໍານວນ 1 ຄົນຄື: ທ້າວ ຕົວວີ, ອາຍຸ 25 ປີ, ອາຊີບ ຄ້າຂາຍ, ສັນຊາດລາວ, ເຊື້ອຊາດ ລາວ, ຊົນເຜົ່າມົ້ງ, ຢູ່ບ້ານຊາຍຈະເລີນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ. ຜ່ານການກວດກາໄດ້ພົບເຫັນລົດມີການດັດແປງສະພາບຢູ່ດ້ານເທິງບ່ອນຫຼັງຄາ, ຈາກນັ້ນທາງເຈົ້າໜ້າທີ່ ຈຶ່ງໄດ້ນຳລົດຄັນດັ່ງກ່າວພ້ອມຜູ້ຂັບຂີ່ ໄປກອງບັນຊາການ ປກສ ເມືອງປາກທາ ແລ້ວປະສານຫາກອງບັນຊາການ ປກສ ແຂວງບໍ່ແກ້ວ ເພື່ອສົມທົບກວດກາລົດຄັນດັ່ງກ່າວ.     ຜ່ານການກວດກາຂອງເຈົ້າໜ້າທີ່ […]

ເຈົ້າແຂວງຄຳມ່ວນ ລົງຕິດຕາມສະພາບນໍ້າຖ້ວມ ຢູ່ເມືອງຄູນຄໍາ

ວັນທີ 23 ກໍລະກົດນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ສະພາບນໍ້າຖ້ວມ ຢູ່ເມືອງຄູນຄໍາ ໂດຍມີທ່ານ ແກ້ວບຸນຂວັນ ໄຊຍະວົງສາ ເຈົ້າເມືອງຄູນຄໍາ ພ້ອມຂະແໜງການກ່ຽວຂ້ອງຮ່ວມຕິດຕາມ.     ໃນລະຫວ່າງວັນທີ 21-22 ກໍລະກົດຜ່ານມາ ໄດ້ເກີດມີຝົນຕົກໜັກ ເກີດຈາກອິດທິພົນຂອງພາຍຸ ວິພາ ເຮັດໃຫ້ບາງພື້ນທີ່ຂອງເມືອງຄູນຄຳ ໂດຍສະເພາະເຂດບ້ານນາຄໍາ ເຂົ້າໄປຫາ ບ້ານກູບ ນໍ້າໄດ້ໄຫຼເຂົ້າເສັ້ນທາງ ມີບາງຈຸດລະດັບນໍ້າສູງເຖິງ 1.30 ແມັດ ເຮັດໃຫ້ເສັ້ນທາງຖືກຕັດຂາດ, ລົດບໍ່ສາມາດສັນຈອນ ໄປ-ມາໄດ້, ມີຈໍານວນ 5 ບ້ານໃນເຂດດັ່ງກ່າວໄດ້ຮັບຜົນກະທົບຄື: ບ້ານນາຄໍາ, ນາກາງ, ບ້ານແກ້ງ-ນໍ້ານອນ, ໂພນແຍງ ແລະ ບ້ານກູບ. ໃນນີ້, ປະຊາຊົນໄດ້ມີການນໍາໃຊ້ເຮືອ ເພື່ອບໍລິການຂົນສົ່ງເຄື່ອງທີ່ຈໍາເປັນ ແລະ ຄົນຂ້າມ ໄປ-ມາ. ນອກນີ້, ຍັງມີເຮືອນ-ຊານ, ວັດວາອາລາມຈໍານວນຫຼາຍຫຼັງຖືກຖ້ວມ. ສ່ວນເນື້ອທີ່ທໍາການຜະລິດຂອງພໍ່ແມ່ປະຊາຊົນຖືກນໍ້າຖ້ວມ 1,147 […]

ກຳປູເຈຍ ແລະ ລາວຈະເພີ່ມທະວີການຮ່ວມມືດ້ານສື່ມວນຊົນ ແລະການຕ້ານຂ່າວປອມ ໃນຍຸກປັນຍາປະດິດ (AI).

ກຳປູເຈຍ ແລະ ລາວ ໄດ້ຢືນຢັນຄືນຄຳໝັ້ນສັນຍາຊຸກຍູ້ບັນດາຄວາມມານະພະຍາຍາມຮ່ວມກັນໃນການຕ້ານຂ່າວປອມ ແລະ ເພີ່ມທະວີການຮ່ວມມືດ້ານສື່ມວນຊົນໃນຍຸກປັນຍາປະດິດ (AI) ເຊິ່ງກຳລັງມີການພັດທະນາຢ່າງວ່ອງໄວໃນໂລກປັດຈຸບັນ.     ການໃຫ້ຄຳໝັ້ນສັນຍາດັ່ງກ່າວມີຂຶ້ນລະຫວ່າງການພົບປະຂອງທ່ານ ແນັດ ແພຕຼາ Neth Pheaktra ລັດຖະມົນຕີກະຊວງຖະແຫຼ່ງຂ່າວກຳປູເຈຍ ແລະ ທ່ານ ສາຄອນ ພົມມາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ໃນວັນທີ 22 ກໍລະກົດ 2025 ໃນໂອ ກາດເຂົ້າຮ່ວມກອງປະຊຸມສຸດຍອດສື່ມວນຊົນອາຊີ (AMS) ຄັ້ງທີ 20 ທີ່ນະຄອນຊຽມຣຽບ ປະເທດກຳປູ ເຈຍ.   ໂອກາດນີ້ສອງຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນ ແລະ ລົງຈະລົງເລິກການຮ່ວມມືໃນການແກ້ໄຂບັນດາສິ່ງທ້າທາຍທີ່ເກີດຈາກຄວາມກ້າວໜ້າຢ່າງວ່ອງໄວຂອງ AI ໃນການເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ແລະ ບິດເບື່ອນຈາກຄວາມເປັນຈິງໃນສັງຄົມ.     ໃນພິທີພົບປະດັ່ງກ່າວ ທ່ານ ສາຄອນ ພົມມາລາດ ໄດ້ຕີລາຄາສູງຕໍ່ກະຊວງຖະແຫຼ່ງຂ່າວກຳປູເຈຍ ທີ່ຈັດການປະຊຸມຄັ້ງນີ້ໄດ້ຢ່າງມີປະສິດທິພາບ ແລະ ມີຜົນສຳເລັດຢ່າງຈົບງາມ; ພ້ອມກັນນີ້ ກໍໄດ້ສະເໜີໃຫ້ລັດຖະມົນຕີກະຊວງຖະແຫຼ່ງຂ່າວກຳປູເຈຍ […]

ຈີນສ​າ​ມາດ​ຮັບ​ປະ​ກັນ​ການ​​ຊົມໃຊ້​ພະ​ລັງ​ໄຟ​ຟ້າ​ໄດ້​ຢ່າງ​ໝັ້ນ​ທ່ຽງ

ຫວ່າງ​ມໍ່ໆ​ມາ​ນີ້, ​ພື້ນ​ທີ່​ສ່ວນຫຼາຍ​ຂອງ​ຈີນ ​ລ້ວນ​ແຕ່​ມີອາ​ກາດ​ຮ້ອນ​ອົບ​ເອົ້າ ແລະ ອຸນ​ຫະ​ພູມຢູ່ຫຼາຍ​ທ້ອງ​ຖິ່ນ ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ ເຮັດ​ໃຫ້​​ປະ​ຊາ​ຊົນ​ທັງຫຼາຍ​ນຳ​ໃຊ້​ແອ​ເຢັນ ຫຼື ພັດ​ລົມ​ຕະຫຼອດ​ມື້ ແລະ ເຮັດໃຫ້​ການ​ຊົມ​ໃຊ້​ໄຟ​ຟ້າ​ພາຍ​ໃນ​ປະ​ເທດ​ຈີນ​ເພີ່ມ​ຂຶ້ນຫຼາຍ​ເປັນ​ພິ​ເສດ. ວັນ​ທີ 16 ກໍ​ລະ​ກົດ​ນີ້, ການ​​ຊົມໃຊ້​ໄຟ​ຟ້າ​ໃນ​ທົ່ວ​ປະ​ເທດ​ຈີນ​ສູງ​ສຸດ​ຫຼາຍກວ່າ 1 ຕື້ 500 ລ້ານ​ກິ​ໂລ​ວັດ ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ. ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ທົດ​ສອບ​ທີ່​ຂ້ຽວ​ຂາດ​ແບບ​ນີ້, ຈີນ​ໄດ້​ຮັບ​ປະ​ກັນ​ໃຫ້​​ຕາ​ຂ່າຍ​ໄຟ​ຟ້າ​ປະ​ຕິ​ບັດ​ງານ​ໄດ້​ຢ່າງ​ໝັ້ນ​ທ່ຽງ ແລະ ຮັບ​ປະ​ກັນ​ໃຫ້​ທຸກ​ຄອບ​ຄົວ​ ໄດ້​ນຳໃຊ້​ແອເຢັນ ຫຼື ພັດ​ລົມ​ໄດ້​ຢ່າງ​ສະ​ບາຍ.     ຄວາມ​ໝັ້ນ​ທ່ຽງ​ແບບ​ນີ້ ​​ບໍ່​ແມ່ນ​ງ່າຍ​ກ່ອນ​ຈະ​ໄດ້​ມາ, ຫາກ​ແມ່ນ​ໄດ້​​ມາ​ຈາກການ​ສະ​ສົມ​ດ້ານ​ເຕັກ​ໂນ​ໂລ​ຊີ ແລະ ທ່າ​ແຮງ​ດ້ານ​ລະ​ບອບ​ຂອງ​ຈີນ ​ໃນຫຼາຍ​ສິບ​ປີ​ຜ່ານ​ມາ. ເມື່ອ​ຫວນ​ຄືນ​ອະ​ດີດ, ຈີນ​​ເຄີຍ​​ປະ​ສົບ​ບັນ​ຫາ​ໄຟ​ຟ້າ​ບໍ່​ພຽງ​ພໍ ແລະ ​ແຫຼ່ງ​ຜະ​ລິດ​ໄຟ​ຟ້າ​ຢູ່​ໄກ​ກັບ​ເຂດ​​ຊົມໃຊ້​ໄຟ​ຟ້າ​ມາ​ເປັນ​ໄລ​ຍະ​ດົນ​ນານ. ໃນ​ຊຸມ​ປີ 1980, ຍອດ​ປະ​ລິ​ມານ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ໃນ​ທົ່ວ​ປະ​ເທດ​ມີ​ພຽງ 100 ລ້ານ​ກິ​ໂລ​ວັດ, ​ອາ​ທິດ​ໜຶ່ງ, ເຂດ​ແຄມ​ທະ​ເລ​ທາງ​ພາກ​ຕາ​ເວັນ​ອອກຂອງ​ຈີນ ມີ​ໄຟ​ຟ້າ​​ຊົມໃຊ້​ພຽງ 3 ວັນ​ເທົ່າ​ນັ້ນ; ເມື່ອ​ກ້າວ​ເຂົ້າ​ສູ່​ສະ​ຕະ​ວັດ​ທີ 21, ພະ​ລັງ​ໄຟ​ຟ້າ​ນ້ຳ​ຕົກ ແລະ ພະ​ລັງ​ໄຟ​ຟ້າ​ທີ່​ຜະ​ລິດ​ດ້ວຍ​ແຮງ​ລົມ​ ທີ່​ອຸ​ດົມ​ສົມ​ບູນ​ຢູ່​ທາງ​ພາກ​ຕາ​​ເວັນ​ຕົກ […]

ສະມາຄົມນັກທຸລະກິດ ຮ້ານອາຫານລາວ ຮ່ວມກັບ ບໍລິສັດ ເບຍລາວ ຈັດການແຂ່ງຂັນກິລາດອກປີໄກ່

ສະມາຄົມນັກທຸລະກິດ ຮ້ານອາຫານລາວ (ສນຮລ) ຮ່ວມມືກັບ ບໍລິສັດ ເບຍລາວ ຈໍາກັດ ສືບຕໍ່ຈັດການແຂ່ງຂັນກິລາດອກປີກໄກ່ ສະເພາະພາຍໃນສະມາຄົມ ແລະ ບໍລິສັດ ເບຍລາວ ຈຳກັດ ຊຶ່ງປີນີ້ ເປັນຄັ້ງທີ 9 ເພື່ອເປັນການຮັດແໜ້ນຄວາມສາມັກຄີຮັກແພງພາຍໃນໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆແນໃສ່ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ບັນດາສະມາຊິກຂອງສະມາຄົມ ກໍຄືຜູ້ປະກອບການທາງດ້ານທຸລະກິດຮ້ານອາຫານ ພາຍໃນນະຄອນຫຼວງວຽງຈັນ ເຕີບໃຫຍ່ເຂັ້ມແຂງທາງທຸລະກິດ ປະກອບສ່ວນສົ່ງເສີມການພັດທະນາເສດຖະກິດ – ສັງຄົມຂອງຊາດ ໃຫ້ເຕີບໃຫຍ່ຂຶ້ນເລື້ອຍໆ.     ການແຂ່ງຂັນກິລາດັ່ງກ່າວ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ບໍລິສັດ ເບຍລາວ ຈຳກັດ, ໂດຍມີທ່ານ ພອລ ບັດແມນ (Paul Bateman) ຜູ້ອຳນວຍການຝ່າຍຂາຍ ແລະ ຈັດຈໍາໜ່າຍ ບໍລິສັດ ເບຍລາວ ຈຳກັດ, ທ່ານ ອູ່ຊ້າງ ແສງທອງ ຜູ້ຈັດການພາກນະຄອນຫຼວງວຽງຈັນ ບໍລິສັດ ເບຍລາວ ຈໍາກັດ ທັງເປັນທີ່ປືກສາຊີ້ນໍາ ສນຮລ, ທ່ານ ຄໍາແພງ ເພົ້າບົວວົງ […]

ເມືອງວຽງຄໍາ ຍ່າງເພື່ອສຸຂະພາບ ຂໍານັບຮັບຕ້ອນວັນສໍາຄັນ ຂອງພັກ-ຂອງຊາດ

ໃນຕອນເຊົ້າຂອງວັນທີ 21 ກໍລະກົດນີ້, ອົງການປົກຄອງເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດກິດຈະກໍາຍ່າງເພຶ່ອສຸຂະພາບ ສະເຫຼີມສະຫຼອງ ແລະ ຊົມເຊີຍວັນກິລາ-ກາຍະກໍາແຫ່ງຊາດ (ວັນທີ່ 13 ກໍລະກົດ) ຄົບຮອບ 59 ປີ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ (ວັນທີ່ 20 ກໍລະກົດ 1955-20 ກໍລະກົດ 2025) ຄົບຮອບ 70 ປີ.     ການຈັດກິດຈະກໍາຍ່າງ ຄັ້ງນີ້, ແນໃສ່ສົ່ງເສີມໃຫ້ມວນຊົນທຸກເພດໄວ ໄດ້ຫັນມາອອກກຳລັງກາຍໃຫ້ນັບມື້ຫຼາຍຂຶ້ນ ເພື່ອໃຫ້ມີສຸຂະພາບສົມບູນ ແຂງແຮງ ທັງຮ່າງກາຍ ແລະ ຈິດໃຈ, ພ້ອມທັງເຮັດໃຫ້ພະນັກງານລັດຖະກອນ ໄດ້ມີກິດຈະກຳຮ່ວມກັນເປັນໝູ່ຄະນະ ແລະ ການຍ່າງຄັ້ງນີ້ ເລີ້ມແຕ່ຄິວລົດໂດຍສານເມືອງວຽງຄໍາ (ບ້ານວັງໄບ) ຫາ ຫ້ອງວ່າການເມືອງ ໄລຍະທາງ ປະມານ 2 ກິໂລແມັດ.   ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນ ຫ້ອງການສະຫະພັນແມ່ຍິງເມືອງວຽງຄໍາ ໄດ້ຈັດກິດຈະກຳວາງສະແດງສິນຄ້າຫັດຖະກຳ ແລະ ຜົນຜະລິດກະສິກຳ, […]

ເຈົ້າແຂວງຊຽງຂວາງລົງກວດກາພື້ນທີ່ຖືກຜົນກະທົບຈາກໄພພິບັດ

ໃນວັນທີ 22 ກໍລະກົດ, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ລົງພື້ນທີ່ກວດກາເບິ່ງຜົນກະທົບຈາກໄພພິບັດ ນ້ຳຖ້ວມຕາມເສັ້ນທາງເລກ 7, ເທດສະບານໂພນສະຫັວນ ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງເປັນຕົ້ນແມ່ນ: ຈຸດຕໍ່ໜ້າຄ້າຍຄຸມຂັງດັດສ້າງ (ກອງ 9), ຂົວບ້ານດ່ອງ, ບ້ານນາຫອຍ, ບ້ານລາດງ່ອນ ແລະ ຈຸດອື່ນໆ, ນ້ຳໄດ້ໄຫຼເຂົ້າຖ້ວມເຮືອນ, ໜອງປາ, ທົ່ງນາ, ເສັ້ນທາງຄົມມະນາຄົມເຮັດໃຫ້ມີຜົນເສຍຫາຍຫຼາຍສົມຄວນ, ການສັນຈອນຖືກຕັດຂາດ. ນອກນີ້, ການນຳຍັງໄດ້ໄປຕິດຕາມລະດັບນ້ຳໃນໜອງສະເດັດສຸພານຸວົງ (ໜອງນ້ຳ) ຄູກັນນ້ຳເພື່ອຕິດຕາມເຝົ້າລະວັງ ແລະ ຮັບມືກັບສະພາບດັ່ງກ່າວ. ທ່ານເຈົ້າແຂວງໄດ້ຮຽກຮ້ອງໃຫ້ປະຊາຊົນຈົ່ງຕິດຕາມລະດັບນ້ຳ, ຕິດຕາມພະຍາກອນອາກາດເນື່ອງຈາກຝົນຍັງຈະສືບຕໍ່ຕົກ, ໃຫ້ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແຈ້ງໃຫ້ຄະນະກຳມະການຄວບຄຸມໄພພິບັດຂັ້ນເມືອງ ແລະ ຂັ້ນແຂວງ ຢ່າງວ່ອງໄວເພື່ອຫາທາງອອກ ແລະ ແກ້ໄຂສຸກເສີນໃຫ້ທັນເວລາ     (ຂ່າວ: ບຸນມີ ແສງທຸມມີ)

ເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຈະເລີ່ມການສ້ອມແປງໃນ ເດືອນຕຸລາ 2025 ແລະ ຈະໃຫ້ສໍາເລັດ ໃນ ປີ 2028.

ວັນທີ 21 ກໍລະກົດ 2025 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ໄດ້ລົງຕິດຕາມສະພາບເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ແຕ່ບ້ານໂຄກສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນຫາ ບ້ານໄຊສະຫວ່າງ, ເມືອງທ່າພະບາດ ແຂວງບໍລິຄໍາໄຊ (ຊ່ວງ ກມ 21 ຫາ ກມ 71), ໄລຍະທາງທັງໝົດ 50 ກິໂລແມັດ ພາຍຫຼັງເຊັນສັນຍາຮັບເໝົາກໍ່ສ້າງ ໃນວັນທີ 12 ມີຖຸນາ 2025.     ການລົງຕິດຕາມຄັ້ງນີ້, ທ່ານລັດຖະມົນຕີ ໄດ້ຊີ້ນໍາບໍລິສັດຮັບເໝົາກໍ່ສ້າງຕ້ອງເອົາໃຈໃສ່ຢ່າງຈິງຈັງ ໃນການສ້ອມແປງ ແລະ ບູລະນະຮັກສາເສັ້ນທາງດັ່ງກ່າວ ໃນໄລຍະລະດູຝົນນີ້ ເພື່ອຮັບປະກັນໃຫ້ສາມາດສັນຈອນໄປມາໄດ້ຢ່າງສະດວກ, ຫຼຸດຜ່ອນການເກີດອຸປະຕິເຫດ, ຮັບປະກັນຄວາມປອດໄພໄລຍະການກໍ່ສ້າງ ແລະ ສຸມໃສ່ຫຼຸດຜ່ອນຫາງສຽງຂອງສັງຄົມ, ເພື່ອເປັນການກະກຽມ ການສະເຫຼີມສະຫຼອງ ຄົບຮອບ 50 ປີ […]

ຫ້ອງວ່າການ 5 ແຂວງ ພົບປະແລກປ່ຽນວຽກງານ ດ້ານວິຊາການ

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະແລກປ່ຽນວຽກງານຫ້ອງວ່າການ 5 ແຂວງມີ ແຂວງສະຫວັນນະເຂດ, ເຊກອງ, ອັດຕະປື, ສາລະວັນ ແລະ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 19 ກໍລະກົດ 2025 ທີ່ແຂວງສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງທ່ານ ພູລໍາພອນ ສີຫາວົງ ຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ ພ້ອມດ້ວຍຜູ້ຕາງໜ້າຈາກ 5 ແຂວງ, ຂະແໜງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.     ການພົບປະຄັ້ງນີ້, ເພື່ອເປັນການຂະຫຍາຍການຮ່ວມມື-ແລກປ່ຽນບົດຮຽນ ດ້ານວິຊາການ ຂອງຫ້ອງວ່າການແຂວງ ໃຫ້ສາມາດຂະຫຍາຍກວ້າງຂວາງ ໂດຍໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນວຽກງານ ຂອງຫ້ອງວ່າການໃນແຕ່ລະດ້ານ, ເພື່ອແລກປ່ຽນກັນໃນແຕ່ລະແຂວງ ເຊິ່ງມີຄວາມຈຳເປັນ ແລະ ສຳຄັນທີ່ສຸດ ເພື່ອເປັນຂໍ້ມູນສຳຄັນໃຫ້ແກ່ບັນດາແຂວງ ນຳໄປຄົ້ນຄວ້າປັບປຸງ ແລະ ພັດທະນາວຽກງານຮອບດ້ານ ຂອງຫ້ອງວ່າການ ໃຫ້ເໝາະສົມກັບຄວາມເປັນຈິງ ແລະ ສອດຄ່ອງກັບສະພາບການ ພັດທະນາເສດຖະກິດ-ສັງຄົມພາຍໃນແຂວງຂອງຕົນໃນແຕ່ລະໄລຍະ.   ກອງປະຊຸມຄັ້ງນີ້ […]