ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ

ກອງຕໍາຫຼວດຈະລາຈອນ ປກສ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ ຫຼື ດັດແປງສະພາບເຕັກນິກ ໂດຍສະເພາະດັດແປງທໍ່ໄອເສຍ ເຮັດໃຫ້ສຽງດັງເກີນຂອບເຂດ ຈໍານວນ 30 ທໍ່, ຢາງ ແລະ ລໍ້ຕີນລົດຈັກ (ຕີນນ້ອຍ) ທີ່ບໍ່ໄດ້ມາດຕະຖານ ຈໍານວນ 6 ຄູ່, ປ້າຍທະບຽນລົດທີ່ບໍ່ຖືກຕ້ອງ ຈໍານວນ 15 ແຜ່ນ ແລະ ເບາະນັ່ງ 3 ອັນ   ອາໄຫຼ່ລົດຈັກດັ່ງກ່າວ, ເຈົ້າໜ້າທີ່ໄດ້ຢຶດ ຈາກພາກສ່ວນທີ່ດັດແປງສະພາບເຕັກນິກຂອງລົດ ນັບແຕ່ເດືອນເມສາ 2025 ມາເຖິງປັດຈຸບັນ, ສ່ວນໃຫຍ່ຢຶດຈາກລົດຈັກ ນັກຮຽນ, ໄວໜຸ່ມ   ສະເພາະເຈົ້າຂອງລົດທີ່ໄດ້ແປງສະພາບລົດ, ເຈົ້າໜ້າທີ່ໄດ້ສຶກສາອົບຮົມກ່າວເຕືອນ ແລະ ສ້າງບົດບັນທຶກ ພ້ອມທັງແນະນໍາໃຫ້ເຂົາເຈົ້ານຳເອົາເຄື່ອງອາໄຫຼ່ທີ່ຖືກຕ້ອງຕາມສະພາບເຕັກນິກຂອງໂຮງງານມາປ່ຽນໃສ່ລົດ ຈຶ່ງອະນຸຍາດນຳເອົາລົດອອກໄປຊົມໃຊ້ໄດ   ຂ່າວ-ພາບ: ປກສ ແຂວງຫຼວງນ້ຳທາ

ຖ້າມະນຸດທົ່ວໂລກ “ຢຸດມີລູກພ້ອມກັນ” ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?

ນັກມະນຸດວິທະຍາສາດຊີ້ ຫາກມື້ໜຶ່ງຄົນທົ່ວໂລກຕັດສິນໃຈ “ບໍ່ຂໍມີລູກອີກຕໍ່ໄປ” ໂລກຈະເປັນແນວໃດ? ແລະ ມະນຸດຈະຢູ່ຫຼອດໄປໄດ້ອີກຈັກປີ ກ່ອນທຸກຢ່າງຈະຮອດຈຸດຈົບ   ຈາກວິກິດການເກີດນ້ອຍ ສູ່ຄຳຖາມໃຫຍ່ຂອງມະນຸດຊາດ   ບັນຫາການເກີດຫຼຸດລົງກຳລັງກາຍເປັນວິກິດໃຫຍ່ໃນຫຼາຍປະເທດທົ່ວໂລກ, ໂດຍສະເພາະໃນກຸ່ມປະເທດພັດທະນາແລ້ວ. ເມື່ອຄົນລຸ້ນໃຫມ່ຈຳນວນຫຼາຍເລືອກທີ່ຈະບໍ່ມີລູກ ດ້ວຍເຫດຜົນດ້ານເສດຖະກິດ, ສັງຄົມ, ຄວາມກັງວົນດ້ານສິ່ງແວດລ້ອມ, ແລະ ຄຸນນະພາບຊີວິດ   ສົ່ງຜົນໃຫ້ມີຄຳຖາມເຊິງສົມມຸດຖານວ່າ “ຖ້າທຸກຄົນເທິງໂລກຢຸດມີລູກໃນເວລາດຽວກັນ ມະນຸດຊາດຈະສູນພັນພາຍໃນຈັກປີ?”     ໂລກຈະງຽບເຫງົາພາຍໃນຮ້ອຍປີ?   ຫາກເບິ່ງຈາກອາຍຸໄຂັສະເລ່ຍຂອງມະນຸດທີ່ບໍ່ຄ່ອຍເກີນ 100 ປີ, ການຢຸດໃຫ້ກຳເນີດມະນຸດລຸ້ນໃຫມ່ໝາຍຄວາມວ່າ ພາຍໃນສັດຕະວັດດຽວ ມະນຸດຊາດອາດຫາຍໄປຈາກໂລກ   ແຕ່ສະຖານະການຈິງອາດຈະຮ້າຍແຮງກວ່ານັ້ນ ເພາະບັນຫາຈະຄ່ອຍໆທະວີຄວາມຮຸນແຮງ ບໍ່ແມ່ນແຕ່ເລື່ອງຈຳນວນຄົນທີ່ຫຼຸດລົງ ແຕ່ລວມທັງລະບົບສັງຄົມທີ່ອາດພັງທະລາຍລົງຕາມໄປດ້ວຍ   ອາລະຍະທຳລົ້ມລະລາຍກ່ອນມະນຸດໝົດສິ້ນ   ສາດສະດາຈານ ໄມເຄິລ ລິດເທີລ ນັກມະນຸດວິທະຍາກຽດຕິຄຸນຈາກມະຫາວິທະຍາໄລບິງແຮມຕັນ ລັດນິວຢອກ ລະບຸວ່າ ຫາກການເກີດຢຸດລົງທັງໝົດພ້ອມກັນ ສັງຄົມມະນຸດຈະເລີ່ມເສື່ອມຖອຍພາຍໃນບໍ່ຈັກທົດສະວັດ ເພາະຈະບໍ່ມີແຮງງານໜຸ່ມສາວພຽງພໍໃນການຂັບເຄື່ອນລະບົບເສດຖະກິດ, ຜະລິດອາຫານ, ຫຼື ແມ້ແຕ່ດູແລຜູ້ສູງອາຍຸ   “ເຈົ້າອາດຄິດວ່າພວກເຮົາຈະຢູ່ໄດ້ […]

ສາທາ ເນັ້ນໃຫ້ແພດ ມີຈັນຍາທໍາວິຊາຊີບ ເປັນແພດປະຊາຊົນຢ່າງສົມກຽດສັກສີ

ກະຊວງສາທາລະນະສຸກ ເນັ້ນໃຫ້ພະນັກງານແພດໝໍ ມີຈັນຍາທໍາວິຊາຊີບ ແລະ ຄວາມຊໍານານງານດ້ານວິຊາສະເພາະເພື່ອເປັນນັກຮົບເສື້ອຂາວປະຕິວັດຂອງພັກ, ກາຍເປັນແພດແຫ່ງຊາດ ແລະ ແພດປະຊາຊົນຢ່າງສົມກຽດສັກສີ.   ເມື່ອບໍ່ດົນມານີ້, ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວຄໍາເຫັນເນື່ອງໃນວັນແພດລາວ 18 ມິຖຸນາ ຄົບຮອບ 60 ປີ (18 ມິຖຸນາ 1965-18 ມິຖຸນາ 2025) ວ່າ: ການສະເຫຼີມສະຫຼອງ ວັນແພດລາວ 18 ມີຖຸນາ ເປັນການປູກຈິດສໍານຶກ ໃຫ້ແກ່ພະນັກງານແພດໝໍ, ພະຍາບານ, ພະນັກງານສາທາລະນະສຸກລາວ ຮຸ່ນສືບທອດ ໄດ້ຮໍ່າຮຽນເອົາແບບຢ່າງອັນດີງາມ ຂອງແພດໝໍ ແລະ ພະນັກງານສາທາລະນະສຸກ ຮຸ່ນກ່ອນ, ອອກແຮງຝຶກຝົນຫຼໍ່ຫຼອມ ສ້າງຕົນເອງ ໃຫ້ພຽບພ້ອມ ໄປດ້ວຍຄຸນສົມບັດ ສິນທໍາປະຕິວັັດ, ຈັນຍາທໍາວິຊາຊີບ ແລະ ຄວາມຊໍານານງານ ດ້ານວິຊາສະເພາະ ເພື່ອເປັນນັກຮົບເສື້ອຂາວປະຕິວັດ ຂອງພັກ, ກາຍເປັນແພດແຫ່ງຊາດ ແລະ ແພດປະຊາຊົນ ຢ່າງສົມກຽດສັກສີ.   ທ່ານ […]

ແຂວງຄໍາມ່ວນ ວາງ​ເປົ້າ​ຜົນ​ຜະ​ລິດ​ເຂົ້າ ປີນີ້ 351.604 ໂຕນ

ແຂວງຄໍາມ່ວນ ຄາດ​ຄະ​ເນຜົນຜະລິດເຂົ້ານາປີ 351.604 ໂຕນ ໃນ​ລະ​ດູ​ການ​ຜະ​ລິດ ປີນີ້.   ປະ​ຈຸ​ບັນ ຊາວ​ກະ​ສິ​ກອນ ເລີ່ມ​ລົງ​ມື​ປູກ​ເຂົ້າ​ນາ​ປີ. ທົ່ວແຂວງ ມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 92.791 ເຮັກຕາ ແລະ ຄາດຄະເນແນວປູກ 5.567 ໂຕນ.   ເມື່ອສົມທຽບແຜນການປູກເຂົ້ານາປີ ຂອງປີນີ້ ໃສ່ກັບປີຜ່ານມາເຫັນວ່າ ເນື້ອທີ່ເພີ່ມຂຶ້ນ 1.519 ເຮັກຕາ. ສາເຫດ ທີ່ພາໃຫ້ເນື້ອທີ່ນາປີ ເພີ່ມຂຶ້ນຍ້ອນວ່າຊາວນາ ໃນແຕ່ລະເມືອງ ໄດ້ມີການບຸກເບີກເນື້ອທີ່ເພີ່ມຕື່ມ.   ຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດປະຈຸບັນ ສາມາດປູກເຂົ້າ ໄດ້ 40.586 ເຮັກຕາ ຫຼື ເທົ່າກັບ 43,74 % ຂອງເນື້ອທີ່ແຜນການທັງໝົດ. ໃນນັ້ນ ນາຫວ່ານ ປະຕິບັດໄດ້ 26.047 ເຮັກຕາ ເທົ່າກັບ 28,07 %, ນາດໍາປະຕິບັດໄດ້ 14.540 ເຮັກຕາ ເທົ່າກັບ 15,67 % […]

ງານແຕ່ງດອງເກືອບພັງ! ເຈົ້າບ່າວເປັນລົມກາງພິທີ ຕອນເຫັນເຈົ້າສາວຍ່າງເຂົ້າມາ ງາມຈົນຂາອ່ອນແຮງ

ເຈົ້າບ່າວເຖິງກັບເປັນລົມກາງພິທີ ຕອນເຫັນເຈົ້າສາວຍ່າງເຂົ້າມາ “ຮູ້ສຶກໝົດແຮງທັນທີ” ຟັງເຫດຜົນແລ້ວເອັນດູແຮງ ບອກຕະລຶງລາວງາມກ່ອນທຸກມື້   “ຕອນທີ່ເຈົ້າສາວຂອງຂ້ອຍຍ່າງເຂົ້າມາ ງາມກ່ອນທຸກມື້ທີ່ເຄີຍເຫັນ ຮ່າງກາຍຂອງຂ້ອຍກໍ່ເລີ່ມອ່ອນແຮງທັນທີ” ກຸດຕາໂວ ຊະມິດ ອາຍຸ 25 ປີ ເລົ່າໃຫ້ Jam Press ຟັງເຖິງເຫດການທີ່ເກີດຂຶ້ນໃນວັນສຳຄັນຂອງລາວ ມື້ວັນເສົາທີ 7 ມິຖຸນາ ທີ່ຜ່ານມາ ທີ່ເມືອງຊາເລເຕ ປະເທດບຣາຊິວ   ໃນຄລິບຈະເຫັນຊ່ວງວິນາທີສຸດດຣາມ່າ ເມື່ອເຈົ້າບ່າວລົ້ມຫຼັງຄະມຳຮາວກັບຊາກໃນໜັງຕະຫຼົກຍຸກ 90 ທ່າມກາງຄວາມຕົກໃຈຂອງບາດຫຼວງ ແລະ ແຂກທີ່ຮີບເຂົ້າມາຊ່ວຍຢ່າງວ່ອງໄວ   ຊຶ່ງມີລາຍງານວ່າໃຊ້ຢາຮັກສາອາການວິຕົກກັງວົນ ເປີດເຜີຍວ່າອາທິດກ່ອນເຖິງມື້ແຕ່ງດອງເຕັມໄປດ້ວຍຄວາມວຸ່ນວາຍຈາກການກະກຽມງານ   “ມື້ຈິງກໍ່ຍິ່ງໂກລາຫົນ ແຂກເລີ່ມທະຍອຍມາແລ້ວ ແຕ່ຍັງມີຫຼາຍໃຫ້ຈັດການອີກ ” ລາວຍ້ອນຄວາມຫຼັງ ” ພໍເລີ່ມພິທີ ຂ້ອຍກໍ່ແທບຫາຍໃຈບໍ່ທັນແລ້ວ”   ຊະມິດ ເຖິງກັບບອກໝູ່ເຈົ້າບ່າວບາງຄົນວ່າ ຮູ້ສຶກຊາຕາມຕົວ ແຕ່ບໍ່ມີໃຜເຊື່ອ ເພາະລາວເປັນຄົນຂີ້ເລ່ນ ມັກເວົ້າຫຼີ້ນຕະຫຼອດ   ທ້າຍທີ່ສຸດແລ້ວ ນີ້ແມ່ນວັນແຫ່ງຄວາມສຸກຂອງຊະມິດ ຜູ້ຊຶ່ງເຕີບໂຕມາກັບວ່າທີ່ເຈົ້າສາວ ພາເມລ່າ […]

ຈຸດສຸມພັດທະນາຜາສັງ ມີຄອບຄົວພົ້ນທຸກ ກວມ 88,6% ແລະ ມີຄອບຄົວພັດທະນາ ກວມ 86,64%

ເຂດຈຸດສຸມພັດທະນາຜາສັງ ໄດ້ຮັບການປະກາດເປັນບ້ານພັດທະນາ ໃນວັນທີ 16 ພະຈິກ 2023 ແລະ ໄດ້ປະກາດຮັບຮອງ ເປັນຕົວເມືອງນ້ອຍໃນຊົນນະບົດ ໃນວັນທີ 5 ມັງກອນ 2024; ຕັ້ງຢູ່ຫ່າງຈາກເທດສະບານເມືອງເຟືອງ ໄປທາງທິດໃຕ້ 36 ກິໂລແມັດ, ປະກອບມີ 10 ບ້ານຂຶ້ນກັບ, ມີ 2.415 ຄອບຄົວ, ພົນລະເມືອງ 14.200 ກວ່າຄົນ, ຍິງ 7.000 ກວ່າຄົນ, ປະກອບມີ 5 ຊົນເຜົ່າ ຄື: ເຜົ່າລາວ, ເຜົ່າໄຕ, ເຜົ່າກຶມມຸ, ເຜົ່າມົ້ງ ແລະ ເຜົ່າອີວມຽນ, ມີຄອບຄົວພົ້ນທຸກ ກວມ 88,6% ແລະ ມີຄອບຄົວພັດທະນາ ກວມ 86,64%.   ໃນວັນທີ 18 ມິຖຸນາ 2025 ຜ່ານມານີ້,  ທ່ານ ສອນໄຊ ສີພັນດອນ […]

24 ຊົ່ວໂມງຕໍ່ໄປນີ້ຈະມີຝົນ ຕົກລະດັບຄ່ອຍຫາປານກາງໃນແຕ່ລະພາກ

ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນ, ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ຕໍ່ກັບສະພາບອາກາດດັ່ງກ່າວຈຶ່ງເຮັດໃຫ້ 24 ຊົ່ວໂມງຕໍ່ໄປນີ້ທົ່ວທຸກພາກຂອງປະເທດຈະມີຝົນຕົກລະດັບຄ່ອຍ ຫາ ປານກາງໃນແຕ່ລະພາກ ພ້ອມທັງມີຟ້າຮ້ອງ ຟ້າເຫຼື້ອມແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.   ສະພາບອາກາດໃນແຕ່ລະພາກລະບຸໄວ້ດັ່ງລຸ່ມນີ້:   ພາກເໜືອດ້ານຕາເວັນອອກ ປະກອບມິ: ແຂວງຜົ້ງສາລີ, ຫົວພັນ (ເມືອງວຽງໄຊ, ຊໍາເໜືອ) ແລະ ຊຽງຂວາງ ອາກາດຈະເຢັນໃນຕອນເຊົ້າ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 55% ຂອງພາກ. ພາກເໜືອດ້ານຕາເວັນຕົກ ປະກອບມີແຂວງຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ.   […]

ອິນໂດເນເຊຍຍົກລະດັບເຕືອນໄພສູງສຸດ ຫຼັງພູເຂົາໄຟປະທຸຮຸນແຮງ

ພູເຂົາໄຟ ເລໂວໂຕບີ ລາກິ ລາກິ ໃນອິນໂດເນເຊຍ ປະທຸຄັ້ງໃຫຍ່ ພົ່ນເຖົ້າຖ່ານຂຶ້ນສູ່ທ້ອງຟ້າສູງກວ່າ 11 ກິໂລແມັດ ສົ່ງຜົນໃຫ້ຖ້ຽວບິນຈຳນວນຫຼາຍເຂົ້າ-ອອກຈາກເກາະບາຫລີຖືກຍົກເລີກຢ່າງກວ້າງຂວາງ ໄດ້ຮັບຜົນກະທົບຢ່າງໜັກ ເຈົ້າໜ້າທີ່ປະກາດເຕືອນໄພຂັ້ນສູງສຸດ ແລະ ສັ່ງອົບພະຍົບປະຊາຊົນໃນພື້ນທີ່ໃກ້ຄຽງ   ໃນວັນທີ 17 ມິຖຸນາ 2025 ເວລາ 17:35  ຕາມເວລາທ້ອງຖິ່ນ ພູເຂົາໄຟເລໂວໂຕບີ ລາກິ ລາກິ ເທິງເກາະຟລໍເລສ ປະເທດອິນໂດເນເຊຍ ປະທຸຢ່າງຮຸນແຮງ ພົ່ນເຖົ້າຖ່ານພຸ່ງສູງເຖິງ 10,000 ແມັດ (ປະມານ 32,800 ຟຸດ) ສ້າງເມກສີສົ້ມຂະໜາດໃຫຍ່ຮູບດັ່ງດອກເຫັດ ປົກຄຸມໝູ່ບ້ານຕາລີບູຣາໃກ້ຄຽງ ສາມາດເບິ່ງເຫັນເຖົ້າພູເຂົາໄຟໄດ້ໄກເຖິງ 150 ກິໂລແມັດ   ການປະທຸຄັ້ງນີ້ທຳໃຫ້ເກີດຄວາມວຸ່ນວາຍ ທັງດ້ານການຄົມມະນາຄົມ ການທ່ອງທ່ຽວ ແລະ ຄວາມປອດໄພຂອງປະຊາຊົນ ໂດຍສະໜາມບິນນາໆຊາດເດັນປາຊາຣ໌ໃນບາຫລີ ຊຶ່ງເປັນຈຸດໝາຍທ່ອງທ່ຽວຍອດນິຍົມ ໄດ້ຍົກເລີກ ແລະ ຢຸດຖ້ຽວບິນຈຳນວນຫຼາຍ ທັງພາຍໃນປະເທດໄປຍັງຈາກາດຕາ ແລະ ລອມບອກ ແລະ ລະຫວ່າງປະເທດໄປຍັງອົດສະເຕເລຍ, […]

ອິນໂດເນເຊຍຍົກລະດັບເຕືອນໄພສູງສຸດ ຫຼັງພູເຂົາໄຟປະທຸຮຸນແຮງ

ພູເຂົາໄຟ ເລໂວໂຕບີ ລາກິ ລາກິ ໃນອິນໂດເນເຊຍ ປະທຸຄັ້ງໃຫຍ່ ພົ່ນເຖົ້າຖ່ານຂຶ້ນສູ່ທ້ອງຟ້າສູງກວ່າ 11 ກິໂລແມັດ ສົ່ງຜົນໃຫ້ຖ້ຽວບິນຈຳນວນຫຼາຍເຂົ້າ-ອອກຈາກເກາະບາຫລີຖືກຍົກເລີກຢ່າງກວ້າງຂວາງ ໄດ້ຮັບຜົນກະທົບຢ່າງໜັກ ເຈົ້າໜ້າທີ່ປະກາດເຕືອນໄພຂັ້ນສູງສຸດ ແລະ ສັ່ງອົບພະຍົບປະຊາຊົນໃນພື້ນທີ່ໃກ້ຄຽງ   ໃນວັນທີ 17 ມິຖຸນາ 2025  ເວລາ 17:35  ຕາມເວລາທ້ອງຖິ່ນ ພູເຂົາໄຟເລໂວໂຕບີ ລາກິ ລາກິ ເທິງເກາະຟລໍເລສ ປະເທດອິນໂດເນເຊຍ ປະທຸຢ່າງຮຸນແຮງ ພົ່ນເຖົ້າຖ່ານພຸ່ງສູງເຖິງ 10,000 ແມັດ (ປະມານ 32,800 ຟຸດ) ສ້າງເມກສີສົ້ມຂະໜາດໃຫຍ່ຮູບດັ່ງດອກເຫັດ ປົກຄຸມໝູ່ບ້ານຕາລີບູຣາໃກ້ຄຽງ ສາມາດເບິ່ງເຫັນເຖົ້າພູເຂົາໄຟໄດ້ໄກເຖິງ 150 ກິໂລແມັດ   ການປະທຸຄັ້ງນີ້ທຳໃຫ້ເກີດຄວາມວຸ່ນວາຍ ທັງດ້ານການຄົມມະນາຄົມ ການທ່ອງທ່ຽວ ແລະ ຄວາມປອດໄພຂອງປະຊາຊົນ ໂດຍສະໜາມບິນນາໆຊາດເດັນປາຊາຣ໌ໃນບາຫລີ ຊຶ່ງເປັນຈຸດໝາຍທ່ອງທ່ຽວຍອດນິຍົມ ໄດ້ຍົກເລີກ ແລະ ຢຸດຖ້ຽວບິນຈຳນວນຫຼາຍ ທັງພາຍໃນປະເທດໄປຍັງຈາກາດຕາ ແລະ ລອມບອກ ແລະ ລະຫວ່າງປະເທດໄປຍັງອົດສະເຕຣເລຍ, […]

ຊາວແຂວງອຸດົມໄຊ ຈະໄດ້ຮັບການຜ່າຕັດແກ່ນຕາຂຸ້ນ ຟຣີ

ບັນດາທ່ານຊາວແຂວງອຸດົມໄຊ ຫຼື ແຂວງໃກ້ຄຽງ ໃຜມີບັນຫາສາຍຕາແກ່ນຕາຂຸ້ນ ແລະ ມີຄວາມສົນໃຈເຂົ້າຮັບການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ (ບໍ່ເສຍຄ່າໃຊ້ຈ່າຍ) ສາມາດມາຮັບການບໍລິການໄດ້ ທີ່ໂຮງໝໍແຂວງອຸດົມໄຊ ເລີ່ມໃນວັນທີ 19-25 ມີຖຸນາ 2025, ໂດຍທີມແພດໂຮງໝໍແຂວງອຸດົມໄຊ ຮ່ວມມືກັບ The Fred Hollows Foundation.   ພະຍາດສາຍຕາຂຸ້ນ (ແກ່ນຕາຂຸ້ນ) ຈະມີອາການເປັນໄປຢ່າງຊ້າໆບໍ່ເຈັບປວດ ແລະ ເຮັດໃຫ້ສາຍຕາໃນການເບິ່ງເຫັນເລີ່ມຫຼຸດລົງ, ແກ່ນຕາຂຸ້ນ ຍັງເກີດຈາກສະພາບແກ່ນຕາມີການປ່ຽນແປງ ແລະ ຍັງເປັນສາເຫດເຮັດໃຫ້ຄົນຕາບອດໄດ້ຖ້າບໍ່ໄດ້ຮັບການປິ່ນປົວດ້ວຍວິທີຜ່າຕັດ ແລະ ໃສ່ແກ່ນຕາທຽມ, ຊຶ່ງປັດໄຈທີ່ພາໃຫ້ເປັນພະຍາດແກ່ນຕາຂຸ້ນ ຄື: ເບົາຫວານ, ມີການອັກເສບຕາ, ມີຄອບຄົວທີ່ເປັນແກ່ນຕາຂຸ້ນ, ການໃກ້ຊິດກັບຄວັນໄຟຫຼາຍເກີນໄປ, ການສຳຜັດກັບແສງແດດທີ່ກ້າ ແລະ ບໍ່ໃສ່ແວ່ນປ້ອງກັນ ແລະ ອື່ນໆ.ສະນັ້ນ ໃຜມີບັນຫາສາຍຕາແກ່ນຕາຂຸ້ນ ຖ້າໄດ້ຮັບການຜ່າຕັດ, ປິ່ນປົວໃຫ້ຖືກວິທີກໍຈະຫາຍດີໄດ້.