ດາວອາທິດຍ້າຍ 3 ລັກຄະນາ ລະວັງສຸຂະພາບ ງານ ເງິນ ໂຫດັງແນະ ວິທີເສີມດວງ

ວັນທີ 15 ມິຖຸນາ 2025 ດາວອາທິດຍ້າຍລາສີ ສົ່ງຜົນໃຫ້ມີບາງລາສີທີ່ໄດ້ຮັບຜົນກະທົບ ໂດຍສະເພາະ 3 ລັກຄະນາລາສີນີ້ ຊຶ່ງລ່າສຸດ ໂຫລັດຕະນະໂກສິນ ໄດ້ໂພດຄຳທຳນາຍຜ່ານທາງເຟສບຸ໊ກ ເປີດເຜີຍເຖິງ 3 ລາສີ ຫຼັງຈາກທີ່ດາວອາທິດຍ້າຍ ໄດ້ແກ່ ລັກຄະນາລາສີ ມັງກອນ, ພິຈິກ, ກໍລະກົດ ໂດຍມີຄຳທຳນາຍ ດັ່ງນີ້ ດາວອາທິດຍ້າຍ ອາທິດ 15 ມິຖຸນາ 2025 ດາວອາທິດ (1) ລາສີມິຖຸນ ລາຊາໂຊກ ມັງກອນ ອາລິ ພິຈິກ ມະລະນະ ກໍລະກະດ ວິນາດ ມັງກອນ ລະວັງສຸຂະພາບ ພິຈິກ ການງານຜິດພລາດ ກໍລະກະດ ມີເລື່ອງໃຫ້ເສຍເງິນ
ຫຼາຍຄົນເບິ່ງຂ້າມ “ກະສັດແຫ່ງຖົ່ວ” ທັງທີ່ເປັນອາຫານບຳລຸງໄຕ ອັນດັບ 1 ໃນຕຳລາຢາແຜນບູຮານ

ມີຮີໂລອາຫານຢູ່ຫຼາຍ ແຕ່ໜຶ່ງໃນນັ້ນທີ່ມັກຖືກເບິ່ງຂ້າມກໍຄື “ຖົ່ວດຳ” ກະສັດແຫ່ງຖົ່ວ ບຳລຸງໄຕ ປົກປ້ອງຫົວໃຈ ເສີມສຸຂະພາບ “ຖົ່ວດຳ” ເປັນຂອງໃກ້ໂຕຈົນຫຼາຍຄົນເບິ່ງຂ້າມ ທັງທີ່ຄວາມຈິງແລ້ວມັນໄດ້ຮັບການຍົກຍ້ອງວ່າເປັນ “ກະສັດແຫ່ງຖົ່ວ” ດ້ວຍຄຸນຄ່າທາງໂພຊະນາການທີ່ສູງກວ່າຖົ່ວເຫຼືອງເສຍອີກ ຈົນແພດ ແລະ ນັກໂພຊະນາການຫຼາຍຄົນຍິນດີຮັບປະທານທຸກມື້ ຖົ່ວດຳ: ອາຫານບຳລຸງໄຕອັນດັບ 1 ໃນສາດສະຕາແພດແຜນຈີນ ຖົ່ວດຳອຸດົມໄປດ້ວຍໂປຣຕີນ ໃຍອາຫານ ວິຕາມິນເອ ວິຕາມິນບີ ແລະ ແຮ່ທາດສຳຄັນຕ່າງໆ ເຊັ່ນ: ແຄນຊຽມ, ໂພແທດຊຽມ, ແມັກນີຊຽມ, ເຫຼັກ ແລະ ອື່ນໆ ນອກຈາກນີ້ ຍັງມີສານຕ້ານອະນຸມູນອິສະລະ ຢ່າງແອນໂທໄຊຢານິນ, ເບຕ້າແຄໂຣທີນ, ກົດໂຟລິກ ແລະ ໄອໂຊຟລາໂວນ (ສານທີ່ພົບເຫັນໃນຖົ່ວເຫຼືອງ) ຖົ່ວດຳຊ່ວຍເສີມສຸຂະພາບຫົວໃຈ ຄວບຄຸມລະດັບນໍ້າຕານໃນເລືອດ ແລະ ຍັງປົກປ້ອງດວງຕາໄດ້ອີກດ້ວຍ ຕາມຫລັກແພດແຜນຈີນ ຖົ່ວດຳເປັນອາຫານບຳລຸງໄຕທີ່ດີເລີດ ຊ່ວຍບຳລຸງເລືອດ, ຊະລໍໄວ ແລະ ເມື່ອນຳມາຕົ້ມດື່ມເປັນນໍ້າ ຍັງຊ່ວຍຂັບປັດສະວະ […]
ລະວັງນຳກັນ! ມະເຮັງປອດໄພງຽບໃກ້ໂຕທີ່ຄິດບໍ່ເຖິງ

ໄພງຽບໃກ້ໂຕທີ່ອາດຈະຄາດບໍ່ເຖິງ ແລະ ມັກຖືກກວດພົບໃນໄລຍະທີ່ລຸກລາມໄປແລ້ວ! ຕາມສະຖິຕິຂອງອົງການອະນາໄມໂລກ ມະເຮັງປອດແມ່ນມະເຮັງທີ່ຄົນທົ່ວໂລກເປັນຫຼາຍ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ. ມີຜູ້ຕິດເຊື້ອໃໝ່ປະມານ 2,5 ລ້ານຄົນໃນແຕ່ລະປີ ແລະ ມີຜູ້ເສຍຊີວິດປະມານ 1,8 ລ້ານຄົນ. ເນື່ອງຈາກປອດເປັນອະໄວຍະວະທີ່ເຮັດໜ້າທີ່ໃນການເອົາອົກຊີຈາກສິ່ງເວດລ້ອມເຂົ້າສູ່ກະແສເລືອດ. ມະເຮັງປອດຖ້າກວດພົບໃນໄລຍະຕົ້ນ ມີໂອກາດສູງທີ່ຈະປິ່ນປົວໃຫ້ຫາຍຂາດໄດ້ ຢ່າງໃດກໍ່ຕາມເປັນເລື່ອງທີ່ໜ້າເປັນຫ່ວງຫຼາຍ ເພາະທີ່ຄົນເຈັບສ່ວນຫຼາຍມັກຈະໄປພົບແພດເມື່ອມະເຮັງໄດ້ແຜ່ລາມໄປແລ້ວ ເຮັດໃຫ້ການປິ່່ນປົວມີຄວາມຫຍຸ້ງຍາກຫຼາຍ ແລະ ບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້.ສໍາລັບອາການເບື້ອງຕົ້ນແມ່ນໄອເປັນເລືອດ, ຫາຍໃຈຍາກ, ຫອບ, ຫາຍໃຈຝືດ, ສຽງແຫບ, ເຈັບໜ້າເອິກ, ເມື່ອຍລ້າ, ບໍ່ຢາກອາຫານ ແລະ ນ້ໍາຫນັກລົງຜິດປົກກະຕິ. ມະເຮັງປອດເປັນພະຍາດຮ້າຍແຮງທີ່ມັກຈະກວດພົບເມື່ອມີອາການແລ້ວ ແລະ ສົ່ງຜົນໃຫ້ມີອັດຕາການເສຍຊີວິດຂ້ອນຂ້າງສູງ. #ສາເຫດຕົ້ນຕໍ່ແມ່ນມາຈາກຢາສູບ, ຄວັນຢາສູບ,ຢາສູບໄຟຟ້າ ແລະ ໂດຍສະເພາະຝຸ່ນ PM2.5 ທີ່ມີສານເຄມີຫຼາຍຊະນິດທີ່ເປັນສານກໍ່ມະເຮັງ. ສັນຍານເຕືອນໄພຂອງມະເຮັງປອດ ຖືວ່າຮຸນແຮງພໍສົມຄວນ ນອກຈາກນັ້ນ, ການກວດຫາມະເຮັງໃນໄລຍະຕົ້ນແມ່ນຂ້ອນຂ້າງຍາກ ເຮັດໃຫ້ປະສິດທິພາບຂອງການປິ່ນປົວຂ້ອນຂ້າງຈໍາກັດ. ວິທີທີ່ດີທີ່ສຸດແມ່ນເນັ້ນໃສ່ການປ້ອງກັນຫຼາຍກວ່າການປິ່ນປົວ ເຊິ່ງສາເຫດຕົ້ນຕໍຂອງມະເຮັງປອດແມ່ນຢາສູບ. ດັ່ງນັ້ນ, ຢຸດເຊົາການສູບຢາ ຫຼື ຫຼີກເວັ້ນການໃກ້ຊິດກັບຜູ້ທີ່ສູບຢາ, […]
ຈະສົ່ງແຮງງານລາວ ໄປເຮັດວຽກການປະມົງ ທີ່ ສ ເກົາຫຼີ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບພາກສ່ວນກ່ຽວຂ້ອງ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດສົ່ງຜູ້ອອກແຮງງານປະມົງໄປ ສ ເກົາຫຼີ (ວີຊາ E-10-2 ) ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນສວນ ໄຊຍະສິນ ຫົວໜ້າພະແນກຈັດຫາງານໄປຕ່າງປະເທດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ມີບັນດາຕາງໜ້າຈາກ 5 ບໍລິສັດ ຄຸ້ມຄອງ ແລະ ນໍາເຂົ້າແຮງງານຂອງ ສ ເກົາຫຼີ ໄດ້ມາປຶກສາຫາລືກັບ 9 ບໍລິສັດຈັດຫາງານຂອງ ສປປ ລາວ ທີ່ໄດ້ຮັບອະນຸຍາດກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນການສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະທດ ເຂົ້າຮ່ວມ. ໃນກອງປະຊຸມປຶກສາຫາລື ຄັ້ງນີ້, ທ່ານ ບຸນສວນ ໄຊຍະສິນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອເປັນການປຶກສາຫາລືລະຫວ່າງ ບໍລິສັດ ຄຸ້ມຄອງ ແລະ ນໍາເຂົ້າແຮງງານ ດ້ານການປະມົງ ຂອງ ສ […]
ມາເລເຊຍເປັນປະເທດກິຕິມະສັກຂອງງານວາງສະແດງປື້ມສາກົນປັກກິ່ງຄັ້ງທີ 31

ງານວາງສະແດງ ປື້ມສາກົນ ປັກກິ່ງ ຄັ້ງທີ 31 ທີ່ມີ ອົງການ ຂ່າວສານ ແລະ ພິມຈຳໜ່າຍ ແຫ່ງຊາດຈີນ ເປັນເຈົ້າພາບ ຈະຈັດຂຶ້ນ ລະຫວ່າງ ວັນທີ 18-22 ມິີຖຸນານີ້ ຢູ່ນະຄອນຫລວງ ປັກກິ່ງຂອງ ສປ ຈີນ, ມີ 1.700 ກວ່າ ວິສາຫະກິດ ຈາກ 80 ປະເທດ ແລະ ເຂດແຄ້ວນ ຈະນຳເອົາປື້ມ ດີເດັ່ນ ທັງພາຍໃນ ແລະ ຕ່າງປະເທດ 220.000 ຊະນິດ ມາເຂົ້າຮ່ວມ ວາງສະແດງ ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ງານວາງສະແດງ ປື້ມສາກົນ ປັກກິ່ງ ຄັ້ງທີ 31 ທີ່ມີ ອົງການ ຂ່າວສານ ແລະ ພິມຈຳໜ່າຍ ແຫ່ງຊາດຈີນ ເປັນເຈົ້າພາບ ຈະຈັດຂຶ້ນ ລະຫວ່າງ […]
ອິນເດຍ ເສຍຊີວິດ 7 ຄົນ ຫຼັງເຮລິຄອບເຕີຕົກ ຄັ້ງທີ 5 ໃນຮອບ 2 ເດືອນ

ມີຜູ້ເສຍຊີວິດ 7 ຄົນ ຈາກເຫດການເຮລິຄອບເຕີປະສົບອຸບັດຕິເຫດຕົກໃນປ່າ ໃນລັດອຸດຕະຣາຄັນ ຂອງອິນເດຍ ເຊິ່ງນັບເປັນອຸບັດຕິເຫດທາງເຮລິຄອບເຕີຄັ້ງທີ 5 ຢູ່ເສັ້ນທາງດັ່ງກ່າວ ໃນຮອບບໍ່ເຖິງ 2 ເດືອນ ເຮລິຄອບເຕີໄດ້ພາຜູ້ໂດຍສານເດີນທາງຈາກວັດເກດາຣະນາດ ໄປຫາເມືອງກຸບຕະກາສີໃນລັດອຸດຕະຣາຄັນ ປະສົບອຸບັດຕິເຫດຕົກໃນປ່າ ໂດຍຜູ້ເສຍຊີວິດທັງ 7 ຄົນຈາກອຸບັດຕິເຫດເຮລິຄອບເຕີຂອງບໍລິສັດອາຣຽນ ເອເວຍຊັນ ຮວມທັງນັກບິນດ້ວຍ ລະຫວ່າງການເດີນທາງ 10 ນາທີ ຕາມຄຳຖະແລງການຂອງສຳນັກງານພັດທະນາການບິນພົນລະເຮືອນອຸດຕະຣາຄັນ ເຫດການດັ່ງກ່າວເກີດຂຶ້ນໃນຊ່ວງເຊົ້າຕົ້ນ ເວລາ 05:20 ໂມງ ວັນທີ (15 ມີຖຸນາ) ຕາມເວລາທ້ອງຖິ່ນ ມີຜູ້ໂດຍສານ 7 ຄົນ ປະກອບດ້ວຍ ຜູ້ສະແວງບຸນ 6 ຄົນ ເປັນຜູ້ໃຫຍ່ 5 ຄົນ ແລະເດັກອາຍຸ 23 ເດືອນ 1 ຄົນ ແລະ ນັກບິນ 1 ຄົນ ໂດຍຜູ້ໂດຍສານທັງໝົດຖືກໄຟໄໝ້ເສຍຊີວິດ ຂະນະທີ່ເຮລິຄອບເຕີກຳລັງເດີນທາງກັບຫລັງຈາກຢ້ຽມຊົມວັດເກດາຣະນາດ […]
ໝາກນັດແຊບສາຍພັນນໍ້າເຜິ້ງບ້ານຜາເມືອງ ເມືອງບໍລິຄັນ

ພໍເຖິງເດືອນ 5-8 ຂອງທຸກໆປີ ແມ່ນລະດູການທີ່ໝາກນັດໃຫ້ຜົນຜະລິດແກ່ຊາວສວນ ກໍຄືສັງຄົມໄດ້ບໍລິໂພກຢ່າງເຕັມສ່ວນ, ໝາກນັດມີຫຼາຍສາຍພັນ ແຕ່ໃນບົດນີ້ຈະເວົ້າເຖິງໝາກນັດສາຍພັນນໍ້າເຜິ້ງ ທີ່ຊາວສວນຂອງບ້ານຜາເມືອງປູກໄວ້ເພື່ອບໍລິໂພກພາຍໃນຄອບຄົວ ແລະ ຂາຍສົ່ງອອກ ໃຫ້ລູກຄ້າທົ່ວໄປໄດ້ບໍລິໂພກເຊັ່ນກັນ ທ່ານນາງ ອໍາໄພພອນ ປັດຈຸບັນຢູ່ບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ນໍາຜົນຜະລິດພືດກະສິກໍາມາວາງສະແດງ ແລະ ຂາຍ ໃນງານກະສິກໍາ ລາວ-ເກົາຫຼີ (Laos-Korea Agro Fair) ທີ່ສູນການຄ້າ ລາວ-ໄອເຕັກຕຶກເກົ່າ ນະຄອນຫຼວງວຽງຈັນ ເມື່ອບໍ່ດົນຜ່ານມານີ້. ພາຍໃນງານນອກຈາກນໍາໝາກນັດສົດມາວາງຂາຍແລ້ວ, ຍັງມີກວນໝາກນັດ, ເຫຼົ້າຂາວທີ່ຜະລິດຈາກເຂົ້າໄກ່ນ້ອຍ, ສົ້ມໝູ, ນໍ້າອ້ອຍກ້ອນ, ໜັງເຄັມ, ຜ້າກັນເປື້ອນຊົນເຜົ່າ. ສິນຄ້າທີ່ນໍາມາຂາຍ ລາຄາເລີ່ມແຕ່ 10 ພັນກີບ ແລະ ລາຄາ 120 ພັນກີບແມ່ນຜ້າກັນເປື້ອນຊົນເຜົ່າ ແລະ ຜະລິດຕະພັນອື່ນ ທ່ານນາງ ອໍາໄພພອນ ກ່າວຕື່ມວ່າ: ດີໃຈຫຼາຍ ທີ່ໄດ້ນໍາເອົາຜະລິດຕະພັນ ຂອງບ້ານຜາເມືອງມາວາງສະແດງ […]
ລັດຖະບານຊີເລຍສັ່ງຜູ້ຍິງຕ້ອງໃສ່ບູຣ໌ກີນີ ທີ່ຊາຍຫາດທະເລສາທາລະນະ-ສະລອຍນ້ຳ

ລັດຖະບານຮັກສາການຊີເລຍໄດ້ອອກກົດໃໝ່ກ່ຽວກັບການແຕ່ງກາຍຂອງຜູ້ຍິງທີ່ຊາຍຫາດທະເລສາທາລະນະ ແລະ ສະລອຍນ້ຳ ຊຶ່ງກຳລັງສ້າງຄວາມຖົກຖຽງກັນໃນວົງກວ້າງ ຄຳສັ່ງໃໝ່ຈາກລັດຖະບານຊີເລຍ ລັດຖະບານຮັກສາການ ຊີເລຍ ໄດ້ອອກຄຳສັ່ງໃຫ້ຜູ້ຍິງຕ້ອງໃສ່ຊຸດລອຍນ້ຳແບບບູຣ໌ກີນີ ຊຶ່ງເປັນຊຸດລອຍນ້ຳທີ່ປົກປິດຮ່າງກາຍຍົກເວັ້ນໃບໜ້າ ມື ແລະ ຕີນ ຫຼືເສື້ອຜ້າທີ່ “ເໝາະສົມ” ອື່ນໆ ເມື່ອຢູ່ທີ່ຊາຍຫາດທະເລສາທາລະນະ ແລະ ສະລອຍນ້ຳ ລາຍລະອຽດຂອງກົດລະບຽບ ກົດໃໝ່ນີ້ມີຄວາມລະອຽດໃນການກຳນົດການແຕ່ງກາຍ ໂດຍ “ຜູ້ຍິງຕ້ອງສວມໃສ່ບູຣ໌ກີນີ ຫຼື ຊຸດລອຍນ້ຳທີ່ປົກປິດຮ່າງກາຍສ່ວນໃຫຍ່ ເມື່ອຢູ່ທີ່ຊາຍຫາດທະເລສາທາລະນະ ຫາກຢູ່ນອກພື້ນທີ່ລອຍນ້ຳ ຜູ້ຍິງຕ້ອງໃສ່ເສື້ອຜ້າຫຼວມໆ ສ່ວນຜູ້ຊາຍຫ້າມເປີດເປື້ອຍທ່ອນເທິງ” ນອກຈາກນັ້ນ ຄຳສັ່ງຍັງລະບຸໄວ້ວ່າຜູ້ຍິງຄວນໃສ່ເສື້ອຜ້າຄຸມຕົວ ຫຼື ເສື້ອຜ້າຫຼວມໆ ທັບຊຸດລອຍນ້ຳເມື່ອເດີນໄປມາລະຫວ່າງບໍລິເວນສະລອຍນ້ຳ ແລະ ລະບຸວ່າ “ຫ້າມໃສ່ຊຸດວ່າຍນ້ຳນອກຊາຍຫາດທະເລໂດຍບໍ່ມີເສື້ອຜ້າຄຸມຕົວທີ່ເໝາະສົມ” ເຫດຜົນຂອງລັດຖະບານ ສະຖານີໂທລະທັດ ອັດ-ອິກບາລິຢາ ອັດ-ຊູລິຢາ ຂອງຊີເລຍລາຍງານວ່າ ກົດລະບຽບທີ່ອອກໂດຍກະຊວງການທ່ອງທ່ຽວນັ້ນ “ມີຈຸດມຸ່ງໝາຍເພື່ອຍົກລະດັບມາດຕະຖານຄວາມປອດໄພສາທາລະນະ ແລະ ຮັກສາຄວາມເໝາະສົມໃນທີ່ສາທາລະນະ” ຄຳສັ່ງໄດ້ກ່າວລະບຸວ່າຊາຍຫາດທະເລສ່ວນຕົວ ແລະ […]
ເທຣນໃໝ່ມາແຮງໃນຈີນ ບໍລິການໃກ້ສ່ວນຕົວຟີວແບບໝູ່ສະນິດ

ເທຣນໃໝ່ມາແຮງໃນຈີນ “ບໍລິການໃກ້ສ່ວນຕົວຟີວແບບໝູ່ສະນິດ” ຫຼື “ໝູ່ທ່ຽວ” ກຳລັງເປັນທຸລະກິດທີ່ໄດ້ຮັບຄວາມນິຍົມຢ່າງວ່ອງໄວໃນໝູ່ນັກເດີນທາງລຸ້ນໃໝ່ຂອງຈີນ ບໍລິການເປັນແນວໃດ? ເທຣນການທ່ອງທ່ຽວແນວໃໝ່ກຳລັງໄດ້ຮັບຄວາມນິຍົມໃນປະເທດຈີນ ໂດຍສະເພາະໃນກຸ່ມນັກເດີນທາງລຸ້ນໃໝ່ ທີ່ຫັນມາຈ້າງໝູ່ທ່ຽວ ຫຼື ໃກ້ທ້ອງຖິ່ນ ເພື່ອພາທ່ຽວຊ່ວຍຖ່າຍຮູບ ແລະ ໃຊ້ເວລາຮ່ວມກັນຄືກັບເປັນໝູ່ສະນິດ ບໍລິການນີ້ແຕກຕ່າງຈາກໃກ້ທົວແບບເກົ່າ ເພາະມຸ່ງເນັ້ນສ້າງຄວາມຮູ້ສຶກເປັນໝູ່ແທ້ໆ ໃຫ້ກັບລູກຄ້າ ບໍ່ແມ່ນແຕ່ການບັນຍາຍເລື່ອງສະຖານທີ່ທ່ອງທ່ຽວ ເຊິນ ຈືຜິງ ນັກສຶກສາມະຫາວິທະຍາໄລອາຍຸ 21 ປີແມ່ນໜຶ່ງໃນໃກ້ຍອດນິຍົມທີ່ໃຫ້ບໍລິການໃນສວນສະໜຸກແຫ່ງໜຶ່ງມາດົນກວ່າ 4 ປີ ໂດຍຄິດຄ່າບໍລິການເລີ່ມຕົ້ນທີ່ 1,000 ຫຍວນຕໍ່ມື້ ຫຼື ປະມານ 2,988,000 ກີບ ໂດຍນາຍເຊີນລະບຸວ່າສວນສະໜຸກແບບນີ້ ຄົນສ່ວນໃຫຍ່ມັກມາເປັນຄູ່ ຫຼື ເປັນກຸ່ມ ແຕ່ຫາກໃຜຕ້ອງມາຄົນດຽວ ໝູ່ທ່ຽວຈະຊ່ວຍໃຫ້ຄົນທີ່ມາຄົນດຽວບໍ່ຮູ້ສຶກເຫງົາ ແລະ ສາມາດມ່ວນກັບເຄື່ອງຫຼິ້ນໄດ້ເຕັມທີ່ ຂະໜາດຕະຫຼາດທີ່ມີແນວໂນ້ມເຕີບໂຕ ຈາກລາຍງານໂດຍບໍລິສັດຫຼັກສັບ Sinolink ເຫັນວ່າມູນຄ່າຕະຫຼາດຂອງເສດຖະກິດໝູ່ທ່ຽວໃນຈີນອາດມີມູນຄ່າສູງເຖິງ 50,000 ລ້ານຫຍວນ ພາຍໃນສິ້ນປີ 2025 […]
ນັກກິລາເທັນນິດ ທີມຊາດລາວ ຈະເຂົ້າຮ່ວມແຂ່ງຂັນເທັນນິດປະເພດທີມຍິງ ຊີງແຊ້ມໂລກ ກຸ່ມ 3 ທີ່ປະເທດຈໍແດນ

ທີມນັກກິລາເທັນນິດທີມຊາດລາວ ຈໍານວນ 4 ຄົນ ແລະ ຄູຝຶກ 1 ຄົນ ຈະເຂົ້າຮ່ວມແຂ່ງຂັນເທັນນິດປະເພດທີມຍິງ ຊີງແຊ້ມໂລກ ກຸ່ມ 3 ຫຼື ລາຍການ ບິລີ ຈີນ ຄິງ ຄັບ 2025 (Billie Jean King Cup 2025 by Gainbridge ASIA/OCEANIA group 3) ຈະຈັດຂຶ້ນ ລະຫວ່າງວັນທີ 16-21 ມີຖຸນາ 2025 ທີ່ປະເທດຈໍແດນ ການແຂ່ງຂັນລາຍການນີ້, ຢູ່ກຸ່ມ 3 ມີທັງໝົດ 20 ປະເທດ ຮ່ວມແຂ່ງຂັນທີ່ 2 ປະເທດ ຄື: ປະເທດສີລັງກາ ແລະ ປະເທດຈໍແດນ, ສໍາລັບ ທີມນັກກິລາລາວ ຢູ່ຮ່ວມກັບ ຫວຽດນາມ, ກວມ, […]