ເຫດການແຜ່ນດິນໄຫວເກີດຂື້ນ ລວມທັງໝົດ 6 ຄັ້ງເຊິ່ງທີລາຍລະອຽດດັ່ງລຸ່ມນີ້:

ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນດາປະເທດໃກ້ຄຽງ ໃນຄັ້ງວັນທີ 05 ຕຸລາ 2025 ເວລາ 07:00 ໂມງເຊົ້າ ຫາ ວັນທີ 06 ຕຸລາ 2025 ເວລາ 07:00 ໂມງເຊົ້າ, ເຫດການແຜ່ນດິນໄຫວເກີດຂື້ນ ລວມທັງໝົດ 6 ຄັ້ງເຊິ່ງທີລາຍລະອຽດດັ່ງລຸ່ມນີ້:     ທີ່ມາ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ (ລນລ) ໄດ້ມີການຄົ້ນຄວ້າ ສຳຫຼວດ ຈັດຫາແຫຼ່ງພະລັງງານທີ່ມີຄຸນນະພາບ

ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ (ລນລ) ໄດ້ມີການຄົ້ນຄວ້າ ສຳຫຼວດ ຈັດຫາແຫຼ່ງພະລັງງານທີ່ມີຄຸນນະພາບ ເປັນຕົ້ນແມ່ນ ນ້ຳມັນເຊື້ອໄຟ ເພື່ອຮອງຮັບ ຄວາມຕ້ອງການຂອງ ປະຊາຊົນ, ເສດຖະກິດ ແລະ ອຸດສາຫະກຳຂອງປະເທດ.     ໃນປັດຈຸບັນ, ລນລ ໄດ້ນຳເຂົ້ານ້ຳມັນ ກາຊວນ ມາດຕະຖານ ຄຸນນະພາບ ຢູໂຣ 5 (EURO 5) ຜ່ານການຂົນສົ່ງທາງເຮືອກຳປັ່ນ ຈຳນວນ 2,600 ກວ່າໂຕນ ຫຼື 3,2 ລ້ານລິດ ມາຂຶ້ນທີ່ຈຸດ ທ່າເຮືອ ຫງິເຊີນ (Nghi Son) ແລ້ວບັນຈຸໄວ້ ສາງນ້ຳມັນແອັງຟາດ (Anh Phat Port) ແຂວງ ແທັງຮ໋ວາ (Thanh Hoa) ສສ ຫວຽດນາມ ຫຼັງຈາກນັ້ນ ກໍ່ຂົນສົ່ງຜ່ານດ່ານສາກົນ ນ້ຳກັ່ນ ແຂວງຊຽງຂວາງ ແລະ […]

ວາງສີລາລຶກໂຄງການກໍ່ສ້າງ ໂຮງໝໍເມືອງວັງວຽງ ພາກຂະຫຍາຍ

ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ພິທີວາງສີລາລຶກໂຄງການກໍ່ສ້າງ ໂຮງໝໍເມືອງວັງວຽງ ພາກຂະຫຍາຍ ແຂວງວຽງຈັນ ຈັດຂຶ້ນໃນວັນທີ 2 ຕຸລາ 2025 ທີ່ຫ້ອງການສາທາລະນະສຸກ ເມືອງວັງວຽງ ແຂວງວຽງຈັນ ໂດຍມີທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ, ທ່ານ ຫງວຽນ ມີງ ເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.     ໂອກາດນີ້, ທ່ານ ດຣ. ນາງ ວັນເພັງ ພັນທະໄລ ຫົວໜ້າພະແນກ ສາທາລະນະສຸກ ແຂວງວຽງຈັນ ຫົວໜ້າຄະນະຄຸ້ມຄອງໂຄງການ ໄດ້ກ່າວວ່າ: ສປປ ລາວ ແລະ ສສ ຫວຽດນາມ ມີການພົວພັນຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ອັນໜຽວແໜ້ນມາເປັນເວລາດົນນານ, ໃນໄລຍະຜ່ານມາ […]

ເມືອງແກ່ນທ້າວ ເຜີຍແຜ່ພາລະບົດບາດ, ສິດ, ໜ້າທີ່ ຢູ່ບ້ານທ້າວແກ່ນ.

ໃນວັນທີ 1 ຕຸລາຜ່ານມານີ້ ຢູ່ທີ່ຫໍປະຊຸມບ້ານທ້າວແກ່ນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ເຜີຍແຜ່ພາລະບົດບາດ, ສິດ, ໜ້າທີ່ ແລະ ນິຕິກໍາ ຈໍານວນໜຶ່ງຂອງຄະນະຈັດຕັ້ງ, ຄະນະກວດກາພັກ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫານຊົນເມືອງ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ.     ໃນກອງປະຊຸມ, ໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ສະບັບເລກທີ 75/ສພຊ, ຜ່ານຂໍ້ຕົກລົງຂອງກະຊວງພາຍໃນ ສະບັບເລກທີ 49 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການປົກຄອງບ້ານ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າໜ່ວຍງານຂອງບ້ານທ້າວແກ່ນ, ຜ່ານພາລະບົດບາດ, ສິດ, ໜ້າທີ່ຂອງຄະນະກໍາມະການແນວລາວສ້າງຊາດ, ຄໍາແນະນໍາຂອງເຈົ້າໄຊຍະບູລີ ສະບັບເລກທີ 82 ກ່ຽວກັບການເຊື່ອຖືຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງ, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 246 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຮາກຖານຊາວໜຸ່ມ ປະຊາຊົນ ປະຕິວັດລາວ, […]

ຍອດຜູ້ເສຍຊີວິດ ໃນເຫດການ ສິ່ງກໍ່ສ້າງໂຮງ ຮຽນ ຢູ່ອິນໂດເນເຊຍ ພັງທະລາຍ ເພີ່ມຂຶ້ນ ຫລາຍ

ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 1 ຕຸ​ລາ​ນີ້, ພາກ​ສ່ວນ​ ໜ່ວຍກູ້​ໄພ​ ຂອງ​ແຂວງ​ຈາ​ວາ​ ຕາ​ເວັນ​ອອກ ​ອິ​ນ​ໂດ​ເນ​ເຊຍ​ ເປີດເຜີຍວ່າ: ​ໂຮງ​ຮຽນ​ແຫ່ງ​ໜຶ່ງ​ ຂອງ​ເມືອງຊີ​ໂດ​ອາ​ໂຈ​ ຂອງ​ແຂວງ​ດັ່ງ​ກ່າວ ໄດ້​ເກີດ​​ເຫດ​ ​ສິ່ງ​ກໍ່​ສ້າງ ພັງ​ທະ​ລາຍ ເຮັດໃຫ້ຈຳ​ນວ​ນ ​ຜູ້​ເສຍ​ຊີ​ວິດ​ ໃນ​ເຫດ​ການ​ດັ່ງ​ກ່າວ ​ເພີ່ມ​ຂຶ້ນ​ 5 ຄົນ ແລະ ຍັງ​ຢູ່ໃຕ້ຊາກອາຄານອີກ 84 ຄົນ. ຂະນະນີ້ ໜ່ວຍຜູ້​ກູ້​ໄພ ຫລາຍ​ຮ້ອຍ​ຄົນ ​ຍັງ​ພວມ​ດຳ​ເນີນ​ ການ​ເຄື່ອນ​ໄຫວ ​ຄົ້ນ​ຫາ​ຢູ່​ບ່ອນ​ເກີດ​ເຫດ.     ປັດ​ຈຸ​ບັນ ໜ່ວຍຜູ້​ກູ້​ໄພ ພວມ​ປະ​ເມີນ​ວ່າ ຈະ​ໃຊ້​ອຸ​ປະ​ກອນ​ ແບບ​ໜັກ ​ເພື່ອຄົ້ນ​ຫາ ຫລື ບໍ່. ສາ​ເຫດ​ ທີ່​ພາ​ໃຫ້​ເກີດ​ເຫດ​ການ​ ຍັງ​ຢູ່​ໃນ ຂະບວນ​ການ​ ສືບ​ສວນ ສອບ​ສວນ ຢ່າງຮີບດ່ວນ​     (ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ […]

ການນຳກົມປູກຝັງ ເຄື່ອນໄຫວແລກປ່ຽນບົດຮຽນດ້ານສຸຂານາໄມພືດ ຢູ່ ສ ຣັດເຊຍ

ອີງຕາມ ໜັງສືເຊີນຂອງກົມສຸຂານາໄມພືດ ແລະ ສັດຕະວະແພດ ກະຊວງກະສິກຳ ແຫ່ງ ສ ຣັດເຊຍ ສະບັບລົງວັນທີ 5 ກັນຍາ 2025. ສະນັ້ນ, ໃນລະຫວ່າງວັນທີ 20-26 ກັນຍາ 2025 ຄະນະນຳຂອງກົມປູກຝັງ ຊຶ່ງນຳໂດຍ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ເດີນທາງໄປເຄື່ອນໄຫວແລກປ່ຽນບົດຮຽນດ້ານສຸຂານາໄມພືດ ຢູ່ ສ ຣັດເຊຍ ໂດຍໄດ້ຮັບການຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ທ່ານ Alexander Vladimirovich Matviychuk ຮອງຫົວໜ້າກົມສຸຂານາໄມພືດ ແລະ ສັດຕະວະແພດ, ກະຊວງກະສິກຳ ແຫ່ງ ສ ຣັດເຊຍ ພ້ອມດ້ວຍ ຄະນະ.     ຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການກວດກາດ້ານສຸຂານາໄມພືດ, ການເຂົ້າເຖິງຕະຫຼາດສິນຄ້າກະສິກຳ ຂອງ […]

ປິດເສັ້ນທາງຊົ່ວຄາວ ຢູ່ເສັ້ນທາງລົດເບົາ (ລອດກ້ອງທາງລົດໄຟ) ເຂດບ້ານນາທົ່ມ ເມືອງໄຊທານີ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ອອກແຈ້ງການໃນວັນທີ 2 ຕຸລາ 2025 ມາຍັງພໍ່ແມ່ປະຊາຊົນ ຊາວນະຄອນຫຼວງວຽງຈັນ ວ່າ:   ໃນໄລຍະວັນທີ 1- 20 ຕຸລາ 2025 ຈະໄດ້ປີດເສັ້ນທາງລົດເບົາ (ລອດກ້ອງທາງລົດໄຟ) ເຂດບ້ານນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອກໍ່ສ້າງຮ່ອງລະບາຍນໍ້າ ແລະ ເທເບຕົງໜ້າທາງ ໃຫ້ໄດ້ຕາມມາດຕະຖານເຕັກນິກທີ່ກໍານົດໄວ້, ເນື່ອງຈາກວ່າ ເສັ້ນທາງຢູ່ຈຸດດັ່ງກ່າວມີພື້ນທີ່ຄັບແຄບ.     ສໍາລັບ ຜູ້ມີຈຸດປະສົງນໍາໃຊ້ເສັ້ນທາງດັ່ງກ່າວ ແມ່ນໃຫ້ເວັ້ນໄປນໍາໃຊ້ເສັ້ນທາງອື່ນ, ເວັ້ນໄປນໍາໃຊ້ເສັ້ນທາງລອດກ້ອງທາງລົດໄຟສໍາລັບລົດບັນທຸກໜັກ ຫຼື ທ່ານໃດທີ່ອາໄສຢູ່ເຂດນັ້ນ ຂໍໃຫ້ຄວາມຮ່ວມມື ແລະ ມີຄວາມລະມັດລະວັງ ໃນການຂັບຂີ່ ແລະ ໃຫ້ປະຕິບັດຕາມເຈົ້າໜ້າທີ່ອໍານວຍຄວາມສະດວກ ຫຼື ໄປຕາມເສັ້ນທາງເວັ້ນ ທີ່ທາງເຈົ້າໜ້າທີ່ໄດ້ກໍານົດໄວ້ ເພື່ອເຮັດໃຫ້ການດໍາເນີນການກໍ່ສ້າງໄດ້ຕາມເຕັກນິກການອອກແບບ, ສໍາເລັດຕາມແຜນທີ່ກໍານົດໄວ້ ແລະ ຮັບປະກັນໃຫ້ມີຄວາມປອດໄພ.   ຂ່າວ: ໜັງສືພິມວຽງຈັນທາຍ

ດ່ວນ! ໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດຕອນລຸ່ມລຽບຕາມສາຍນ້ຳງື່ມ ຍົກຍ້າຍສິ່ງຂອງຂຶ້ນສູ່ທີ່ສູງ

ເນື່ອງຈາກປະລິມານນ້ຳລວມທີ່ ໄຫຼລົງສູ່ແມ່ນ້ຳງື່ມສູງເຖິງ 2,711 ແມັດກ້ອນຕໍ່ວິນາທີ, ໃນມື້ວັນທີ 1 ຕຸລາ 2025 ທີ່ຜ່ານມາ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ລາຍງານ ກ່ຽວກັບສະພາບການຈັດການບໍລິຫານນ້ຳຫຼ້າສຸດ ເຊິ່ງໄດ້ຮັບຜົນກະທົບຈາກພາຍຸ “ລາກາຊາ” ແລະ “ບົວລອຍ” ປະລິມານນ້ຳສູງທີ່ໄຫຼມາຈາກ ສາຍນ້ຳລີກ ລວມທັງປະລິມານນ້ຳຈາກບັນດາສາຍນ້ຳທຳມະຊາດໄດ້ໄຫຼມາສົມທົບກັນ, ເຮັດໃຫ້ເກີດມີເຫດການນ້ຳຖ້ວມຢູ່ບາງພື້ນທີ່ໃນບໍລິເວນຕອນລຸ່ມຂອງເຂື່ອນໄຟຟ້ານ້ຳງື່ມ 1 ໂດຍສະເພາະໃນບາງເຂດເມືອງທຸລະຄົມ, ໄຊທານີ ແລະ ປາກງື່ມ ໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດຕອນລຸ່ມລຽບຕາມສາຍນ້ຳງື່ມ ຍົກຍ້າຍສິ່ງຂອງຂຶ້ນສູ່ທີ່ສູງ.     ສ່ວນເຂດເມືອງ ແກ້ວອຸດົມ ແລະ ວຽງຄຳ ແມ່ນບໍ່ໄດ້ຮັບຜົນກະທົບ.     ການຄວບຄຸມນ້ຳເຖິງແມ່ນວ່າມີປະລິມານນ້ຳໄຫຼເຂົ້າອ່າງຢ່າງຕໍ່ເນື່ອງ, ເຂື່ອນໄຟຟ້ານ້ຳງື່ມ 1 ໄດ້ພະຍາຍາມ ຫຼຸດຜ່ອນ ການລະບາຍນໍ້າຜ່ານປະຕູລະບາຍນ້ຳລົ້ນລົງເຫຼືອພຽງ 40.84 ແມັດກ້ອນຕໍ່ວິນາທີ (ໂດຍໄຫຼຜ່ານກົງຫັນ 331.60 ແມັດກ້ອນຕໍ່ວິນາທີ) ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຕໍ່ພື້ນທີ່ຕອນລຸ່ມ.   ທີ່ມາ: EDL-Generation Public […]

ມາດສເຕີ້ ຄວ້າແຊ້ມການແຂ່ງຂັນບານເຕະ ເປບຊີ ລາວລີກຍິງ ປະຈຳປີ 2025

ສະໂມສອນບານເຕະ ມາດສເຕີ້ ຄວ້າແຊ້ມການແຂ່ງຂັນບານເຕະເປບຊີ ລາວລີກຍິງ ປະຈຳປີ 2025 LAO WOMEN’S LEAGUE 2025 ເປັນສະໄໝທີ 2 ຕິດຕໍ່ກັນ ໄດ້ຮັບຂັນຊະນະເລີດ, ຫຼຽນ ແລະ ເງິນລາງວັນ ຈໍານວນ 300 ລ້ານກີິບ, ຂະນະທີ່ອັນດັບ2 ແມ່ນສະໂມສອນບານເຕະ ເອັສອີຊີ ຢູໄນເຕັດ ໄດ້ຮັບເງິນລາງວັນ 100 ລ້ານກີບ, ສ່ວນ ອັນດັບ3 ແມ່ນສະໂມສອນບານເຕະ ມັດສະດ້າ ຈີບີ ໄດ້ຮັບເງິນລາງວັນ 50 ລ້ານກີບ ແລະ ມີລາງວັນ ໃຫ້ກັບສະໂມສອນບານເຕະ ອື່ນໆ ອີກ.   ການແຂ່ງຂັນບານເຕະເປບຊີ ລາວລີກຍິງ ລະດູການ 2025 ໄດ້ສຳເລັດການແຂ່ງຂັນໃນວັນທີ 30 ກັນຍາ 2025 ຢູ່ທີ່ສະໜາມກິລາກອງທັບ ຫຼັກ 5 ພາຍຫຼັງດໍາເນີການແຂ່ງຂັນມາແຕ່ວັນທີ 22 ມິຖຸນາ […]