ຊາຍໜຸ່ມໃຊ້ມີດແທງແຟນສາວເສຍຊີວິດຍ້ອນຜິດຖຽງກັນ

ຊາຍໜຸ່ມຊື່ທ້າວ ພອນທິບ ອາຍຸ 32 ປີ ອາຊີບ ເຮັດນາ ຢູ່ບ້ານ ບໍ່ທືນ ເມືອງ ປາກກະດິງແຂວງບໍລິຄໍາໄຊໄດ້ໃຊ້ມີດແທງແຟນສາວຊື່ ນາງ ແຕ໋ວ ອາຍຸ 31 ປີ ຢູ່ບ້ານ ສອງຄອນ ເມືອງ ປາກຊັນ ແຂວງ ບໍລິຄຳໄຊ ເສຍຊີວິດຄາທີ່ຍ້ອນຜິດຖຽງກັນ ແລະ ນໍາສົບໄປຝັງດິນອໍາພາງຄະດີ ຊຶ່ງເຫດການດັ່ງກ່າວເກີດຂຶ້ນ ໃນວັນທີ 8 ສິງຫາ 2025 ທີ່ຜ່ານມາ ຢູ່ບໍລິເວນບ້ານສົມສະນຸກ ເມືອງປາກກະດິງ. ວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງບໍລິຄຳໄຊ ໄດ້ນຳຕົວທ້າວ ພອນທິບ ມາທົດສະກຳທົດສອບຂໍ້ມູນຄືນໃໝ່ ເປັນການພິສູດ, ທົດສອບວິເຄາະຂໍ້ມູນ ໃຫ້ມີຄວາມຖືກຕ້ອງຄົບຖ້ວນ, ລະອຽດຈະແຈ້ງພາວະວິໄສ. ທ້າວ ພອນທິບໄດ້ສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຕົນ ແລະ ນາງ […]
ເປີດງານ ຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວໃນເຂດປ່າໄມ້

ໃນຕອນບ່າຍວັນທີ 12 ກັນຍາ 2025 ທີ່ໂຮງແຮມເມືອງແທ່ງ, ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມໂດຍທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ວຽງສະໄໝ ສິດທິລາດ ຮັກສາການຫົວໜ້າຫ້ອງການ ທະນາຄານໂລກ ປະຈໍາລາວ ມີຫົວໜ້າກົມ-ຮອງກົມ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນີ້ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ມີຄໍາເຫັນວ່າ: ການເປີດງານ ຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວໃນເຂດປ່າໄມ້ ຖືເປັນຂີດໝາຍສໍາຄັນ ແລະ ສັນຍາລັກແຫ່ງການເສີມຂະຫຍາຍໃນຖານະທີ່ລາວແມ່ນຈຸດໝາຍປາຍທາງຂອງພາກພື້ນ ແລະ ສາກົນ ທີ່ກໍາລັງໄດ້ຮັບຄວາມນິຍົມໃນການທ່ອງທ່ຽວ ທາງນິເວດວິທະຍາການທ່ອງທ່ຽວພະຈົນໄພ ແລະ ການທ່ອງທ່ຽວວັດທະນະທໍາ ທີ່ມີທ່າແຮງເປັນແຫຼ່ງລາຍຮັບ ທາງດ້ານເສດຖະກິດ ໂດຍສະເພາະການທ່ອງທ່ຽວໃນເຂດປ່າໄມ້ ຊຶ່ງເປັນການຊຸກຍູ້ ການເຕີບໂຕຂອງເສດຖະກິດແບບຍືນຍົງ ການສ້າງວຽກເຮັດງານທໍາ ໃນທ້ອງຖິ່ນ ແລະ […]
ຜູ້ຂັບລົດເສຍຊີວິດຄາທີ່ຈາກອຸບັດເຫດລົດຂົນເບຍປິ້ນຢູ່ທາງເລກທີີ 11 ເຂດພູໃຫຍ່

ໃນຄໍ່າຄືນຂອງວັນທີ 11 ກັນຍາ 2025 ທີ່ຜ່ານມາ ໄດ້ເກີດອຸບັດເຫດລົດຂົນເບຍປິ້ນຢູ່ທາງເລກທີີ 11 ເຂດພູໃຫຍ່ ເມືອງຊະນະຄາມ ແຂວງວຽງຈັນໄດ້ເຮັດໃຫ້ຜູ້ຂັບຂີ່ລົດຄັນດັ່ງກ່າວຖືກລົດທັບຄາຫ້ອງຂັບເສຍຊີວິດຄາທີ່. ຫຼັງເກີດເຫດກູ້ໄພ 1624 ແຂວງໄຊຍະບູລີ ແລະ 1624 ນະຄອນຫຼວງວຽງຈັນ ໄດ້ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ນຳຮ່າງຜູ້ເສຍຊີວິດອອກຈາກລົດ ໄດ້ສໍາເລັດ ໃນເຊົ້າຂອງມື້ວານນີ້. ແຫຼ່ງຂໍ້ມູນ : 1624 ແຂວງໄຊຍະບູລີ
ປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈະປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນໃນມື້ອື່ນ ຫຼຶ ມື້ວັນເສົາ ທີ 13 ກັນຍາ 2025 ນີ້ ເລີ່ມແຕ່ເວລາ 09:00-21:00 ໂມງ ຍ້ອນວ່າລັດວິສາຫະກິດ ນໍ້າປະປາ ນະຄອນຫຼວງວຽງຈັນຈະຂຸດທາງວາງທໍ່ນໍ້າດິບ ຈຸດທໍ່ຂ້າມທາງຂອງໂຄງການກໍ່ສ້າງໂຮງງານຜະລິດນໍ້າປະປາ ກໍາລັງການ ຜະລິດ 20,000 ແມັດກ້ອນຕໍ່ວັນ ຢູ່ຈຸດສະຖານີດູດນໍ້າທາດຂາວ (ຂ້າງໂຮງງແຮມ ແລນມາກ), ໃນຊ່ວງເວລາ ດັ່ງກ່າວ. ຂ່າວ: ໜັງສືພິມວຽງຈັນທາຍ
ກວດຄວາມພ້ອມກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ

ໃນວັນທີ 10 ກັນຍາ ຜ່ານມາ, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມຄະນະ ແລະ ສະຫາຍ ພັນເອກ ໂຣມັນ ໂກວາເລັນໂກ ທີ່ປຶກສາທູດຝ່າຍທະຫານແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ໄດ້ເຄື່ອນໄຫວກວດກາຄວາມພ້ອມຢູ່ພາກສະໜາມ ເພື່ອກະກຽມຫັດແອບຝຶກຊ້ອມຮ່ວມລາວ-ຣັດເຊຍ ພາຍໃຕ້ລະຫັດ “ລາໂຣດສ 2025” ທີ່ຈະໄດ້ຈັດຂຶ້ນຢູ່ສະໜາມຫັດແອບວິທະຍາຄານນາຍທະຫານບົກກົມມະດຳ. ການເຄື່ອນໄຫວຄັ້ງນີ້, ຄະນະໄດ້ກວດກາເຕັກນິກພາຫະນະອາວຸດ-ຍຸດໂທປະກອນ ແລະ ທົດສອບຍິງລູກປືນແທ້ ຈາກນັ້ນ, ໄດ້ກວດກາເບິ່ງພື້ນທີ່ຕົວຈິງສະຖານທີ່ເຮືອນນອນ, ເຮືອນຄົວລວມ, ຫ້ອງນໍ້າ, ຜາມໄຊເປີດພິທີຫັດແອບ ເຂດເຕັກນິກ, ຫ້ອງປະຊຸມ ແລະ ສູນບັນຊາ. ໂອກາດນີ້, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ໄດ້ເນັ້ນໜັກໃຫ້ຄະນະຊີ້ນຳ ແລະ ອະນຸກຳມະການເນື້ອໃນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈົ່ງສືບຕໍ່ເອົາໃຈໃສ່ປະສານສົມທົບແໜ້ນທາງດ້ານເນື້ອໃນຫົວບົດໃນການຫັດແອບ ພ້ອມກັນແກ້ໄຂບໍ່ວ່າຈະເປັນຂອດປະສານງານໃນການພົວພັນຮ່ວມມື, ດ້ານພາຫະເຕັກນິກ, […]
ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ

ກອງປະຊຸມທາບທາມບຸຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ (ນວ) ສະໄໝ VIII ຮອບທີ 3 ຈັດຂຶ້ນວັນທີ 11 ກັນຍາ ນີ້ ທີ່ສະໂມສອນກອງບັນຊາການທະຫານນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ຄະນະ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ນວ ປະທານສະພາປະຊາຊົນ ນວ ມີ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ນວ ພ້ອມບັນດາສະຫາຍກຳມະການປະຈຳພັກ, ກຳມະການພັກ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງ ນວ, ຄະນະບໍລິຫານງານພັກເມືອງ 9 ເມືອງ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ. ກອງປະຊຸມທາບທາມຄັ້ງນີ້ຜູ້ແທນສົມບູນໄດ້ລົງເລິກໄດ້ຮັບຟັງອະນຸເນື້ອໃນຜ່ານຮ່າງລາຍງານການເມືອງ ແລະ ທິດທາງແຜນການປີ 2025-2030 ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຕ່ປີ 2025-2030 ຜ່ານຮ່າງບົດສຳຫຼວດການນຳພາລວມຂອງອົງຄະນະພັກນະຄອນຫຼວງວຽງຈັນໜຶ່ງສະໄໝຜ່ານມາ ໄດ້ຈັດແບ່ງເປັນຈຸສຳຫຼວດໂດຍແບ່ງເປັນ 3 ຈຸສຳຫຼວດ ເພື່ອບັນລຸຈຸດປະສົງຄາດໝາຍທີ່ໄດ້ກຳນົດຢູ່ໃນຄຳສັ່ງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 411/ຄລສພ ແລະ […]
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ

ແຂວງຊຽງຂວາງ ຄອງເຈົ້າຫຼຽນຄຳ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI 2022 ຜ່ານມາ ທີ່ແຂວງຊຽງຂວາງ (ເຈົ້າພາບ), ໄດ້ກຽມພ້ອມຕັ້ງເປົ້າໝາຍຈະພະຍາຍາມສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025. ຕາມການລາຍງານຂອງ ທ່ານ ບຸນຄົງ ດວງພະວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ ເມື່ອບໍ່ດົນມານີ້ວ່າ: ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ໄດ້ກໍານົດ 33 ປະເພດກິລາ ຮ່ວມແຂ່ງຂັນ ແຕ່ແຂວງຊຽງຂວາງ ໄດ້ກໍານົດສົ່ງນັກກິລາເຂົ້າຮ່ວມ 16 ປະເພດ: ບານເຕະ, ບານສົ່ງ, ກະຕໍ້, ແລ່ນ-ລານ, ເປຕັງ, ເທຄວັນໂດ, ປັນຈັກຊີລັດ, ຢູໂດ, ວູຊູ, […]
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້

ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້ ຂ່າວ: ໜັງສືພິມວຽງຈັນທາຍ
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ

ເມື່ອບໍ່ດົນຜ່ານມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳແຂວງ ໄດ້ເດີນທາງໄປຮ່ວມ ພິທີໄຂສົກຮຽນໃໝ່ 2025-2026 ພ້ອມທັງມອບຊຸດນັກຮຽນ ແລະ ອຸປະກອນການຮຽນ -ອຸປະກອນກິລາ ໃຫ້ໂຮງຮຽນແຫ່ງຕ່າງໆ ທີ່ນອນໃນເຂດຈຸດສຸມລາດຫໍ້, ຈຸດສຸມຜາບັງ ແລະ ກຸ່ມບ້ານຈຽງຕູບເມືອງ ເຊໂປນ ໂດຍການນຳພາທາງ ຂອງທ່ານ ພົງຄຳຮັກ ບຸດທະວົງ ກຳມະການພັກແຂວງ ເລຂາພັກເມືອງເຊໂປນ ພ້ອມຄະນະ, ມີຫົວໜ້າຈຸດສຸມ, ຄະນະພັດທະນາການສຶກສາຂັ້ນບ້ານ, ອຳນາດການປົກຄອງບ້ານ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ລູກຫຼານນັກຮຽນເຂົ້າຮ່ວມຕ້ອນຮັບຢ່າງຫຼວງຫຼາຍ. ໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ຮັບຟັງການລາຍງານສະພາບການຕົວຈິງ ລວມທັງຄຳສະເໜີຂອງໂຮງຮຽນແຕ່ລະແຫ່ງພາຍໃນຈຸດສຸມລາດຫໍ້, ຈຸດສຸມຜາບັງ ແລະ ກຸ່ມບ້ານຈຽງຕູບ. ຈາກນັ້ນ, ທ່ານເຈົ້າແຂວງ ພ້ອມຄະນະ ກ່ໄດ້ແຈກຢາຍຊຸດນັກຮຽນ (ຍິງ-ຊາຍ) ແລະ ອຸປະກອນການຮຽນໃຫ້ແກ່ລູກຫຼານນັກຮຽນຂອງໂຮງຮຽນປະຖົມ ແລະ ມັດທະຍົມລາດຫໍ້ຈຳນວນທັງໝົດ 223 […]
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງ ໃນແຂວງເຊກອງ ລະຫວ່າງ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ເຊກອງ ກັບ ອົງການອາສາສະໝັກຍີ່ປຸ່ນ ປະຈໍາ ສປປ ລາວ (JVC) ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ສະໂມສອນເມືອງລະມາມ, ໂດຍມີທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງເຊກອງ, ມີບັນດາຂະແໜງການກ່ຽວຂ້ອງຈາກສູນກາງ, ແຂວງ, ເມືອງດາກຈຶງ ແລະ ເມືອງກະລຶມເຂົ້າຮ່ວມ. ໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງ ໃນແຂວງເຊກອງ ແມ່ນຈະໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ນີ້ຮອດວັນທີ 30 ທັນວາ 2028 ຊຶ່ງລວມມີ 2 ກິດຈະກໍາຫຼັກຄື: ປັບປຸງການບໍລິຫານຊັບພະຍາກອນທໍາມະຊາດໂດຍຊຸມຊົນເປັນເຈົ້າການ; ສົ່ງເສີມການຜະລິດກະສິກໍາແບບຍືນຍົງ. ໂຄງການນີ້, ຈະໄດ້ຈັດຕັ້ງປະຕິບັດຢູ່ໃນ 2 ເມືອງ 18 ບ້ານເປົ້າໝາຍຄື: ເມືອງດາກຈຶງ ປະກອບມີ: ບ້ານຈະລິງ, ດາກດຸງ, ດາກຕຽມ, […]