ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ

ເມື່ອບໍ່ດົນຜ່ານມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳແຂວງ ໄດ້ເດີນທາງໄປຮ່ວມ ພິທີໄຂສົກຮຽນໃໝ່ 2025-2026 ພ້ອມທັງມອບຊຸດນັກຮຽນ ແລະ ອຸປະກອນການຮຽນ -ອຸປະກອນກິລາ ໃຫ້ໂຮງຮຽນແຫ່ງຕ່າງໆ ທີ່ນອນໃນເຂດຈຸດສຸມລາດຫໍ້, ຈຸດສຸມຜາບັງ ແລະ ກຸ່ມບ້ານຈຽງຕູບເມືອງ ເຊໂປນ ໂດຍການນຳພາທາງ ຂອງທ່ານ ພົງຄຳຮັກ ບຸດທະວົງ ກຳມະການພັກແຂວງ ເລຂາພັກເມືອງເຊໂປນ ພ້ອມຄະນະ, ມີຫົວໜ້າຈຸດສຸມ, ຄະນະພັດທະນາການສຶກສາຂັ້ນບ້ານ, ອຳນາດການປົກຄອງບ້ານ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ລູກຫຼານນັກຮຽນເຂົ້າຮ່ວມຕ້ອນຮັບຢ່າງຫຼວງຫຼາຍ.     ໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ຮັບຟັງການລາຍງານສະພາບການຕົວຈິງ ລວມທັງຄຳສະເໜີຂອງໂຮງຮຽນແຕ່ລະແຫ່ງພາຍໃນຈຸດສຸມລາດຫໍ້, ຈຸດສຸມຜາບັງ ແລະ ກຸ່ມບ້ານຈຽງຕູບ. ຈາກນັ້ນ, ທ່ານເຈົ້າແຂວງ ພ້ອມຄະນະ ກ່ໄດ້ແຈກຢາຍຊຸດນັກຮຽນ (ຍິງ-ຊາຍ) ແລະ ອຸປະກອນການຮຽນໃຫ້ແກ່ລູກຫຼານນັກຮຽນຂອງໂຮງຮຽນປະຖົມ ແລະ ມັດທະຍົມລາດຫໍ້ຈຳນວນທັງໝົດ 223 […]

ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງ ໃນແຂວງເຊກອງ ລະຫວ່າງ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ເຊກອງ ກັບ ອົງການອາສາສະໝັກຍີ່ປຸ່ນ ປະຈໍາ ສປປ ລາວ (JVC) ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ສະໂມສອນເມືອງລະມາມ, ໂດຍມີທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງເຊກອງ, ມີບັນດາຂະແໜງການກ່ຽວຂ້ອງຈາກສູນກາງ, ແຂວງ, ເມືອງດາກຈຶງ ແລະ ເມືອງກະລຶມເຂົ້າຮ່ວມ.   ໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງ ໃນແຂວງເຊກອງ ແມ່ນຈະໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ນີ້ຮອດວັນທີ 30 ທັນວາ 2028 ຊຶ່ງລວມມີ 2 ກິດຈະກໍາຫຼັກຄື: ປັບປຸງການບໍລິຫານຊັບພະຍາກອນທໍາມະຊາດໂດຍຊຸມຊົນເປັນເຈົ້າການ; ສົ່ງເສີມການຜະລິດກະສິກໍາແບບຍືນຍົງ. ໂຄງການນີ້, ຈະໄດ້ຈັດຕັ້ງປະຕິບັດຢູ່ໃນ 2 ເມືອງ 18 ບ້ານເປົ້າໝາຍຄື: ເມືອງດາກຈຶງ ປະກອບມີ: ບ້ານຈະລິງ, ດາກດຸງ, ດາກຕຽມ, […]

ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ

ວັນທີ 8 ກັນຍາຜ່ານມານີ້, ທິມງານ ອາສາສະໝັກຂອງລັດວິສາຫະກິດສະໜາມບິນ ສາທາລະ ນະລັດ ເກົາຫຼີ (KAC) ຮ່ວມກັບ ນັກສຶກສາຄະນະພາສາສາດ ພາກພາສາເກົາຫຼີ ມະຫາວິທະຍາໄລ ສຸພານຸວົງ ໄດ້ເຄື່ອນໄຫວຈັດກິດຈະກຳ ຮ່ວມກັບ ນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ ແຂວງຫຼວງພະບາງ. ໃນນັ້ນ, ໄດ້ຮັບປະທານອາຫານທ່ຽງຮ່ວມກັບນັກຮຽນ, ທາສີຫ້ອງຮຽນ ແລະ ປະກອບເຄື່ອງຫຼີ້ນ.     ທ່ານ ນາງ ລີໂຮ່ວສຸກ ຫົວທີມງານອາສາສະໝັກຂອງ KAC ໄດ້ໃຫ້ສຳພາດວ່າ: ຈຸດປະສົງ ທີ່ມາຊ່ວຍເຫຼືອໂຮງຮຽນເດັກກຳພ້າຫຼວງພະບາງ ຂອງຄະນະອາສາສະໝັກ ຈາກລັດວິສາຫະກິດສະໜາມບິນເກົາຫຼີ ຄັ້ງນີ້ ເພື່ອຊ່ວຍເສີມສ້າງຄວາມໄຝ່ຝັນ ແລະ ຄວາມມຸ່ງຫວັງ ໃຫ້ແກ່ບັນດາເດັກນັກຮຽນໃນໂຮງຮຽນເດັກກຳພ້າຫຼວງພະບາງ ໃຫ້ເບິ່ງເຫັນອະນາຄົດ, ທັງເປັນການຊ່ວຍຊຸກຍູ້ ການແລກປ່ຽນວັດທະນະທຳ ລະຫວ່າງ ສອງປະເທດລາວ ແລະ ສ. ເກົາຫຼີ. ທີມອາສາສະໝັກ ຈຳນວນ 32 ຄົນ ໄດ້ຊ່ວຍທາສີໂຮງຮຽນ ແລະ […]

ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ

ເມື່ອບໍ່ດົນມານີ້, ທ່ານ ພູຊ່ອງ ສົມຄິດ ຫົວໜ້າດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ໄດ້ໃຫ້ສຳພາດວ່າ:ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍໄດ້ເກີນແຜນຢ່າງຕໍ່ເນື່ອງ     ທ່ານ ພູຊອງ ສົມຄິດ ກ່າວວ່າ,ດ່ານດັ່ງກ່າວຕັ້ງຢູ່ເມືອງໂພນທອງ ແຂວງຈຳປາສັກ, ສາເຫດເກັບລາຍຮັບໄດ້ເກີນແຜນແມ່ນຍ້ອນໄດ້ຫັນການເກັບລາຍຮັບໄປສູ່ຄວາມທັນສະໄໝ ດ້ວຍລະບົບ (NSWA+), ພ້ອມຄຸ້ມຄອງສາງພາສີດ້ວຍລະບົບທັນສະໄໝ (CWMS), ການກວດກາສິນຄ້າ, ເຄື່ອງຂອງທີ່ບັນທຸກຂະໜາດໃຫຍ່ດ້ວຍລະບົບສາຍແສງ (Scanner) ສະດວກວ່ອງໄວ, ປະຢັດເວລາ, ຄຸ້ມຄອງການຈັດເກັບລາຍຮັບຄ່າພາສີ-ອາກອນຕ່າງໆ ຜ່ານລະບົບ Smart Tax, Fass Tax, Easy Pass, I-Bank, BCEL One ເຮັດໃຫ້ລາຍຮັບມອບເຂົ້າງົບປະມານ ທັນຕາມກຳນົດເວລາ.     ທ່ານ ພູຊ່ອງ ສົມຄິດ ໃຫ້ຮູ້ຕື່ມວ່າ: ສົກປີ 2025 ແຜນການຈັດເກັບ 1.682,20 ຕື້ກີບ, ໃນໄລຍະ 08 ເດືອນຜ່ານມາ ປະຕິບັດໄດ້ 1.232,76 […]

ສາຂານະຄອນຫຼວງ1 ຕິດຕັ້ງໝໍ້ແປງໄຟຟ້າເສີມ ບ້ານ ສົມສະຫງ່າ

ບ້ານ ສົມສະຫງ່າ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບການແກ້ໄຂບັນຫາກະແສໄຟຟ້າທີ່ບໍ່ພຽງພໍກັບການຊົມໃຊ້ ໃນວັນທີ 8 ກັນຍາ 2025 ສາຂານະຄອນຫຼວງ1 ຫ້ອງການຄຸ້ມຄອງລະບົບ ແລະ ບໍລິການ, ເວລາ 09:00ໂມງ ປະຕິບັດວຽກຕິດຕັ້ງໝໍ້ແປງເສີມ ຈຳນວນ 01 ໜ່ວຍ ຂະໜາດ 160 ກິໂລໂວນອໍາແປ ໃຫ້ກັບບ້ານດັ່ງກ່າວ ສໍາເລັດ ເວລາ 12:30ໂມງ , ເພື່ອສະໜອງໄຟຮັບໃຊ້ໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ຊົມໃຊ້ໄຟຟ້າ.     ນຳໃຊ້ກະແສໄຟຟ້າໃຫ້ຖືກຕ້ອງ ແລະ ຖືກວິທີ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຫຼີກເວັ້ນໄພອັນຕະລາຍ ຈາກກະແສໄຟຟ້າ.     ທ່ານພົບເຫັນຕົ້ນໄມ້ຫັກທັບລະບົບສາຍຕາຂ່າຍໄຟຟ້າ, ໄຟຟ້າຊ໊ອດ, ໄຟຟ້າໄໝ້ ຫຼື ບັນຫາອື່ນໆ ກ່ຽວກັບໄຟຟ້າ.   ☎ ສາຍດ່ວນ Call Center 1199 WhatS App: 020 […]

ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ

ຄະນະຜູ້ແທນສື່ມວນຊົນລາວ ນໍາໂດຍທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ພ້ອມຄະນະ ຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ ໃນວັນທີ 8 ກັນຍານີ້ ທີ່ນະຄອນຄຸນໝິງ ແຂວງຢຸນນານ, ໂດຍທ່ານ ເຫີຈູຄຸນ ຫົວໜ້າກຸ່ມໜັງສືພິມລາຍວັນຢູນນານ, ພ້ອມພະນັກງານສໍານັກງານກຸ່ມໜັງສືພິມລາຍວັນຢຸນນານໃຫ້ກຽດຕ້ອນຮັບເປັນຢ່າງດີ.     ໂອກາດນີ້, ທ່ານ ເຫີຈູຄຸນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ພ້ອມລາຍງານໃຫ້ຮູ້ກ່ຽວກັບການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະຜ່ານມາຂອງກຸ່ມໜັງສືພິມລາຍວັນຢຸນນານ ພ້ອມທັງລາຍງານກ່ຽວກັບການພົວພັນຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານລະຫວ່າງສື່ມວນຊົນ ສປປ ລາວ ກໍຄືໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ແລະ ກຸ່ມໜັງສິມພິມລາຍວັນຢຸນນານ ໃນໄລຍະຜ່ານມາ.     ທ່ານ ຄໍາພັນ ເຜີຍຍະວົງ ກໍໄດ້ສະແດງຄວາມຂອບໃຈທ່ານ ເຫີຈູຄຸນ ພ້ອມດ້ວຍພະນັກງານຂອງກຸ່ມໜັງສືພິມຢຸນນານ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນການມາຢ້ຽມຢາມໃນຄັ້ງນີ້ ຊຶ່ງການຢ້ຽມຢາມໃນຄັ້ງນີ້, ແມ່ນມີຄວາມສໍາຄັນຫຼາຍ ພ້ອມຢືນຢັນຈະນໍາເອົາບົດຮຽນຈາກກຸ່ມໜັງສືພິມລາຍວັນຢຸນນານ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານໂຄສະນາ ກໍຄືວຽກງານສື່ມວນຊົນລາວ ໂດຍສະເພາະນໍາໃຊ້ເຂົ້າໃນສໍານັກງານຂອງຕົນ ບໍ່ວ່າຈະເປັນສື່ໜັງສືພິມ, […]

ບໍລິສັດ ເອກະຊົນ ສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ເມືອງໂພນໂຮງ

ບໍລິສັດ ທີ່ປືກສາ ໄຂ່ມຸກຕາເວັນອອກ ຈຳກັດ ລົງທຶນສໍາປະທານເນື້ອທີ່ 500 ກວ່າເຮັກຕາ ໂຄງການພັດທະນາແຫຼ່ງທ່ອງທ່ຽວ ພ້ອມດ້ວຍແຫຼ່ງບໍລິການ ຄົບວົງຈອນ ຢູ່ເຂດບ້ານໂພນສົມບູນ, ບ້ານຫ້ວຍທົນ, ບ້ານໂພນເງິນ (ຫຼັກ 62) ເມືອງໂພນໂຮງ ແຂວງວຽງຈັນ ລວມມູນຄ່າ 700 ລ້ານໂດລາ.     ແຜນການພັດທະນາ ໂຄງການດັ່ງກ່າວ ໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທໍາອິດ ແມ່ນໃນປີ 2025-2035 ແລະ ໄລຍະທີສອງ ແຕ່ປີ 2036-2045, ຊຶ່ງໃນໄລຍະທໍາອິດ ຈະເນັ້ນໃສ່ການສ້າງໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກ ທີ່ສາມາດສ້າງລາຍຮັບໄດ້ໄວເຊັ່ນ: ສະໜາມກ໊ອຟ, ໂຮງແຮມ ແລະ ຮ້ານອາຫານ, ເຂດພັກຜ່ອນ ແລະ ທ່ອງທ່ຽວ; ສ່ວນໄລຍະທີສອງ ແມ່ນຈະສືບຕໍ່ຂະຫຍາຍສາທາລະນຸປະໂພກ, ເຂດທ່ອງທ່ຽວເພີ່ມເຕີມ ແລະ ສິ່ງກໍ່ສ້າງ ອື່ນໆ ເພື່ອໃຫ້ເປັນແຫຼ່ງທ່ອງທ່ຽວ ແລະ ສະຖານທີ່ພັກຜ່ອນ […]

ເມືອງໄຊເສດຖາ ແຂວງອັດຕະປື ເປີດງານບຸນຊ່ວງເຮືອ ປະຈຳປີ 2025.

ໃນວັນທີ 7 ກັນຍາ 2025 ເມືອງໄຊເສດຖາ ໄດ້ຈັດກິດຈະກຳງານບຸນຊ່ວງເຮືອປະເພນີຂຶ້ນ ຢູ່ທີ່ທ່າຜາມໄຊ ບ້ານຝັ່ງແດງ ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ມີທ່ານ ສີໄລ ສີສະແຫວງສຸກ ເລຂາພັກເມືອງ, ມີບັນດາຄະນະນຳຂັ້ນເມືອງ, ມວນຊົນຈາກບ້ານຕ່າງໆພາຍໃນເມືອງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.     ທ່ານ ພອນໄຊ ໄກສອນເສນາ ປະທານຄະນະກຳມະການປົກຄອງເມືອງ ປະທານ ໄດ້ກ່າວໄຂພິທີການຈັດງານຊ່ວງເຮືອ ປີ 2025 ນີ້ວ່າ: ການຈັດງານຊ່ວງເຮືອປະຈໍາປີ ແມ່ນຈັດຕາມຮີດຄອງປະເພນີ ແລະ ໄດ້ເປີດກວ້າງໃນການແຂ່ງຂັນເຮືອຊ່ວງ ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດມີ 26 ເຫຼັ້ມ , ມີ 3 ປະເພດ, ໃນນັ້ນມີເຮືອປະເພດ 22 ສີພາຍ(ຊາຍ) 3 ເຫຼັ້ມ, ເຮືອປະເພດ 12 ສີພາຍ(ຊາຍ) 17 ເຫຼັ້ມ, ປະເພດ 8 […]

ປະທານຄະນະກໍາມະການປກຊ-ປກສ ແຂວງຈຳປາສັກ ຢ້ຽມຢາມ ກອງຮ້ອຍທະຫານຊາຍແດນ 522 ແລະ ປະຊາຊົນ ບ້ານຄັນຍາງ

ໃນໂອກາດກະກຽມແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຈຳປາສັກ. ໃນວັນທີ 6 ກັນຍາຜ່ານາມາ, ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຈຳປາສັກ ພ້ອມດ້ວຍການນຳຂອງແຂວງ ແລະ ເມືອງໂພນທອງ ໄດ້ເຄື່ອນໄຫວຢ້ຽມຢາມອ້າຍນ້ອງກຳລັງທະຫານ ປະຈຳການ ທີ່ປ້ອມຈຸດກວດກາ, ກອງຮ້ອຍທະຫານຊາຍແດນ 522 ແລະ ພົບປະພໍ່ແມ່ປະຊາຊົນ ບ້ານຄັນຍາງ ເມືອງໂພນທອງ ແຂວງຈໍາປາສັກ ແລະ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນການຫຼິ້ນກິລາ, ດົນຕຼິພື້ນເມືອງອີກຈຳນວນໜຶ່ງ ລວມມູນຄ່າ 131 ລ້ານກວ່າກີບ ໃຫ້ອ້າຍນ້ອງກຳລັງທະຫານ ແລະ ປະຊາຊົນ ເຂດດັ່ງກ່າວ.     ການລົງເຄື່ອນໄຫວຄັ້ງນີ້, ແມ່ນເປັນການລົງຕິດຕາມກວດກາ, ໃກ້ຊິດຕິດແທດ ກັບອ້າຍນ້ອງກຳລັງທະຫານ ທີ່ປະຈຳການເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕິດຕາມສະພາບ ແລະ ຮັບຮູ້ເຖິງການດຳລົງຊີວິດ, ຈຸດພິເສດ ໃນເຂດດັ່ງກ່າວ, ພ້ອມນັ້ນ ທ່ານປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ໄດ້ເນັ້ນໃຫ້ທຸກຄົນຈົ່ງເພີ່ມທະວີປະຕິບັດໜ້າທີ່ຂອງຕົນ, […]