ອົບຮົມດົນຕີພື້ນເມືອງລາວ ໃຫ້ເດັກອາສາສະໝັກ ຂອງສູນວັດທະນະທໍາເດັກ ແຂວງເຊກອງ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ອະນຸຂະບວນການຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ Xl ຂອງອົງຄະນະພັກ ແຂວງເຊກອງ ຈັດຝຶກອົບຮົມດົນຕີພື້ນເມືອງລາວ ໃຫ້ແກ່ເດັກອາສາສະໝັກ ຂອງສູນວັດທະນະທໍາເດັກ ໃນວັນທີ 30 ກໍລະກົດ 2025 ທີ່ຫໍພິພິທະພັນມູນເຊື້ອ ແຂວງເຊກອງ ໂດຍມີທ່ານ ນາງ ວິໄລວັນ ດາລາສິນ ວ່າການປະທານແນວລາວສ້າງຊາດ ແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ, ຄູຝຶກ ແລະ ເດັກອາສາສະໝັກ ເຂົ້າຮ່ວມ. ທ່ານ ນາງ ວິໄລວັນ ດາລາສິນ ກ່າວວ່າ: ດົນຕີພື້ນເມືອງລາວ ແມ່ນໄດ້ກຳເນີດເກີດຂຶ້ນມາກັບຄົນລາວເປັນເວລາຫລາຍຮ້ອຍປີ, ເປັນພູມປັນຍາຂອງບັນພະບູລຸດ ເປັນຜູ້ປະດິດສ້າງຂຶ້ນ ຊຶ່ງແມ່ນເຄື່ອງເສບ ທີ່ເປັນເອກະລັກຂອງຄົນລາວ, ຊາດລາວ ດັ່ງຄຳສອນ ຂອງປະທານ ໄກສອນ ພົມວິຫານ ເວົ້າວ່າ: ເສຍວັດທະນະທຳ ຄືເສຍຊາດ, ເຊິ່ງການຈັດຝຶກອົບຮົມຄັ້ງນີ້ ກໍເພື່ອໃຫ້ໄວໜຸ່ມ-ເຍົາວະຊົນ ໂດຍສະເພາະ ເດັກອາສາສະໝັກ ຂອງສູນວັດທະນະທຳເດັກ ໄດ້ຮຽນຮູ້ […]
ພິມຄຳເຕືອນສຸຂະພາບຮູບແບບໃໝ່ໃສ່ຊອງ ແລະ ຕຸດຢາສູບ

ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບການພິມຄຳເຕືອນສຸຂະພາບຮູບແບບໃໝ່ ໃສ່ຊອງ ແລະ ຕຸດຢາສູບ ທຸກຊະນິດໃນວັນທີ 31 ກໍລະກົດນີ້ ທີ່ກະຊວງສາທາລະນະສຸກ ວ່າ: ຜ່ານການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບ ທີ່ກຳນົດໃຫ້ການພິມຄໍາເຕືອນກ່ຽວກັບສຸຂະພາບທີ່ເປັນຮູບພາບມີຂະໜາດ 75 ສ່ວນຮ້ອຍ ຊຶ່ງມີຈໍານວນ 6 ຮູບ, ແຕ່ໃນການປະຕິບັດຕົວຈິງບໍລິສັດຢາສູບບໍ່ໄດ້ມີການພິມຮູບພາບ ແລະ ຄຳເຕືອນຄົບຕາມຈຳນວນທີ່ກຳນົດໄວ້. ດັ່ງນັ້ນ, ເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການຄວບຄຸມຢາສູບ (ສະບັບປັບປຸງ) ກະຊວງສາທາລະນະສຸກ ຈຶ່ງໄດ້ອອກຂໍ້ຕົກລົງວ່າດ້ວຍການພິມຄໍາເຕືອນກ່ຽວກັບສຸຂະພາບ ແລະ ສະຫຼາກຜະລິດຕະພັນຢາສູບແມ່ນໄດ້ກຳນົດ 10 ຮູບພາບຄໍາເຕືອນສຸຂະພາບ ພ້ອມດ້ວຍ 10 ຄູ່ສະຫຼາກຄໍາເຕືອນ ຊຶ່ງບໍລິສັດຜະລິດຢາສູບທັງພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ຕ້ອງໄດ້ພິມໃສ່ທຸກຊອງ ແລະ ຕຸດຢາສູບ ທີ່ຈໍາໜ່າຍ ຊື້-ຂາຍ ໃນທົ່ວ ສປປ ລາວ ລວມທັງໃນຮ້ານຄ້າປອດພາສີ, ພາຍຫຼັງລົງຈົດໝາຍເຫດທາງລັດຖະການຂໍ້ຕົກລົງມີຜົນສັກສິດ ໂດຍໃຫ້ເວລາແກ່ບໍລິສັດຢາສູບ 180 ວັນ ໃນການກະກຽມການພິມຄໍາເຕືອນແບບໃໝ່ ພ້ອມທັງຢຸດເຊົາການຜະລິດ ແລະ […]
ງານສັບປະດາແຟຊັ່ນລາວ 2025 “ຄືນແຫ່ງແຟຊັ່ນ ແລະ ວັດທະນະທຳ”

ໃນວັນທີ 30 ກໍລະກົດ ຜ່ານມ ທີ່ໂຮງແຮມອາມາຣີ (Amari) ນະຄອນວຽງຈັນ ໄດ້ຈັດງານ Lao Fashion Week 2025 “ຄືນແຫ່ງແຟຊັ່ນ ແລະ ວັດທະນະທຳ” ໂດຍມີ ທ່ານນາງ ປານີ ໄຊຍະວົງ ຜູ້ກໍ່ຕັ້ງ ແລະ ຜູ້ອຳນວຍການໃຫຍ່ຂອງ Lao Fashion Week, ມີແຂກຖືກເຊີນ, ນັກອອກແບບໜຸ່ມນ້ອຍ ແລະ ນາຍແບບຍິງ-ຊາຍເຂົ້າຮ່ວມ. ທ່ານ ນາງ ປານີ ໄຊຍະວົງ ກ່າວວ່າ: ງານດັ່ງກ່າວເພື່ອຍົກສູງຄວາມອາດສາມາດ ແລະ ຄວາມສາມາດ ຂອງໄວໜຸ່ມລາວ ໃນການສະແດງດົນຕີ, ອາພອນເສື້ອຜ້າ ຂອງບັນດານັກອອກແບບໜຸ່ມນ້ອຍຂອງລາວ ທີ່ໄດ້ອອກແບບພິເສດ ໂດຍການນໍາເອົາແຜ່ນແພຈາກທ້ອງຖິ່ນລາວ ມາປະດິດເປັນແຜ່ນແພ-ເສື້ອຜ້າໄໝ ຊຶ່ງເປົ້າໝາຍແມ່ນຢາກນໍາເອົາແຜ່ນແພທ້ອງຖິ່ນຂອງລາວເຂົ້າສູ່ຕະຫຼາດແຟຊັນສາກົນໃນເດືອນກັນຍາ. ທ່ານ ນາງ ປານີ ໄຊຍະວົງ ກ່າວຕື່ມວ່າ: ງານສະແດງອາພອນ ແລະ […]
ນັກກິລາມວຍປັນຈັກສີລັດ ຍາດໄດ້ 1 ຫຼຽນທອງ ເຂົ້າຮ່ວມແຂ່ງຂັນຊີງແຊັມອາຊີຄັ້ງທີ 9

ສະຫຼຸບຜົນການເຂົ້າຮ່ວມແຂ່ງຂັນຊີງແຊັມອາຊີຄັ້ງທີ 9 ຢູ່ແຂວງຮາຕິງ ສສ ຫວຽດນາມ ໃນລະຫວ່າງວັນທີ 24-31/7/2025 (9th Asian Pencak Silat Championship @ Ha Tinh Province Vietnam). ສະຫະພັນກິລາມວຍປັນຈັກສີລັດແຫ່ງຊາດລາວສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນທັງໝົດ 5 ຄົນ ຍິງ 1 ຄົນ ຊຶ່ງສາມາດຍາດໄດ້ 1 ຫຼຽນທອງ ຈາກທ້າວ ສາຍຝົນ ກອງມະນີຈວງ ລຸ້ນນໍ້າໜັກ 60 kg. ສະຫະພັນກິລາປັນຈັກສີລັດແຫ່ງຊາດລາວຂໍສະແດງຄວາມຂອບໃຈມາຍັງຜູ້ຊົມຜູ້ເຊຍທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ສົ່ງກຳລັງໃຈຊ່ວຍເຊຍນັກກິລາພວກເຮົາດ້ວຍດີຕະຫຼອດມາ. ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງຜູ້ໃຫ້ການສະໜັບສະໜູນໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້ຄື: ກະຊວງສຶກສາທິການ ແລະ ກິລາ, ສະຖານທູດອິນໂດເນເຊຍ, ບໍລິສັດ ST Group, ກຸ່ມບໍລິສັດ ລາວເດີມ ກຼຸບ, ໂຮງແຮມສຸພັດຕາ, Papon sportswear, […]
ນາຍົກລັດຖະມົນຕີ ລົງຊຸກຍູ້ຕິດຕາມບ້ານທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຢູ່ເມືອງໄຊຍະບູລີ

ໃນວັນທີ 30 ກໍລະກົດນີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ຕິດຕາມບ້ານທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງໄຊຍະບູລີ; ໃຫ້ການຕ້ອນຮັບໂດຍທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ທ່ານ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ, ມີການນຳຂອງແຂວງ, ການນຳຂອງເມືອງແລະ ພໍ່-ແມ່ປະຊາຊົນໃຫ້ການຕ້ອນຮັບ. ໃນໂອກາດນິ້, ທ່ານນາຍົກລັດຖະມົນຕີ ແລະຄະນະ ໄດ້ລົງເບິ່ງຂົວອູ່ບ້ານນາຕໍໃຫຍ່ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ພ້ອມທັງພົບປະໂອ້ລົມປະຊາຊົນ.ຜ່ານການລົງເກັບກໍາຂໍ້ມູນຕົວຈິງ ຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ຜົນເສຍຫາຍຈາກໄພພິບັດນໍ້າຖ້ວມມີທັງໝົດ 40 ບ້ານ,ມີ1,820 ຄອບຄົວ, ມິ 9,248 ຄົນຍິງ 4,592 ຄົນ,ປະເມີນມູນຄ່າເສຍຫາຍລວມ 32,478,556,747 ກີບ.ໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມອບເງີນຊຸກຍູ້ໃຫ້ອົງການປົກຄອງບ້ານນາຕໍນ້ອຍມູນຄ່າ 10 ລ້ານກວ່າກີບ. (ຂ່າວ-ພາບ: ສົມພົງ ສີສະຫວັດ)
ບັນດາປະເທດ ອາຊຽນ ແລະ ຈີນ ຫາລືກ່ຽວກັບ ສິດທິມະນຸດ ແລະ ການພັດທະນາ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍໍ້າລ້ານຊ້າງ

ວັນທີ 28-29 ກໍລະກົດ 2025 ທີ່ໂຮງແຮມ ສຸພັດຕາ ນະຄອນຫຼວງພະບາງ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມ ສໍາມະນາ ເພື່ອແລກປ່ຽນດ້ານວິຊາການ ກ່ຽວກັບ ສິດທິມະນຸດ ແລະການພັດທະນາ ພາຍໃຕ້ຂອບການຮ່ວມມືແມ່ນໍໍ້າຂອງ-ແມ່ນໍໍ້າລ້ານຊ້າງ ,ຮ່ວມກັນຫາລື ໂຄງຮ່າງບົດຄົ້ນຄວ້າຮ່ວມ ກ່ຽວກັບ ສິດທິມະນຸດ ແລະການພັດທະນາ ລະຫວ່າງ ສປປ ລາວ ແລະ ບັນດາປະເທດຂອບການຮ່ວມມືແມ່ນໍໍ້າຂອງ-ແມ່ນໍໍ້າລ້ານຊ້າງ. ກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບຟັງການບັນຍາຍຈາກ ຜູ້ຊ່ຽວຊານດ້ານສິດທິມະນຸດຂອງສະຖາບັນໃນບັນດາປະເທດອາຊຽນ ແລະ ຈີນ, ໃນຫົວຂໍ້: 1. ສິດທິມະນຸດ ແລະ ການພັດທະນາພາຍໃຕ້ກົນໄກ ສະຫະປະຊາຊາດ(ສປຊ) ແລະພາກພື້ນ, 2. ການເຊື່ອມສານສິດທິມະນຸດ ແລະ ການພັດທະນາເຂົ້າໃນນະໂຍບາຍລັດ ແລະ ກົດຫມາຍ, 3. ຮັບຟັງຮ່າງບົດຄົ້ນຄວ້າຮ່ວມ ກ່ຽວກັບ ສິດທິມະນຸດ ແລະການພັດທະນາ ລະຫວ່າງ ສປປ ລາວ ແລະ ບັນດາປະເທດຂອບການຮ່ວມມື […]
ສົກຮຽນ 2024-2025 ນວ ມີນັກຮຽນ ມປ ເສັງໄດ້ໃບປະກາດແດງ 79 ຄົນ

ພິທີສະຫຼຸບການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4) ແລະ ຕອນປາຍ (ມ7) ສົກຮຽນ 2024-2025 ໄດ້ຈັດຂຶ້ນວັນທີ 30 ກໍລະກົດ ນີ້ ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ (ນວ) ມີທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນວ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ ຄະນະພະແນກ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ຄະນະອໍານວຍການ ຄູ-ອາຈານ, ນັກຮຽນ ຜູ້ປົກຄອງ ແລະ ແຂກຖືກເຊີນເຂົ້າຮ່ວມ. ໂອກາດນີ້, ທ່ານ ສົມພອນ ສອນດາລາ ໄດ້ຂຶ້ນລາຍງານສະຫຼຸບຫຍໍ້ກ່ຽວກັບການຈັດ ຕັ້ງປະຕິບັດສອບເສັງຈົບຊັ້ນສາຍສາມັນສຶກສາ ມ4 ແລະ ມ7 ປະຈຳສົກຮຽນ 2024-2025 ນີ້ ວ່າ: ສຳລັບ […]
ສພຂ ຄໍາມ່ວນ ໄຂກອງປະຊຸມສະໄໝສາມັນ ເທື່ອທີ 9

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ (ສພຂ) ຄໍາມ່ວນ ຊຸດທີ II ໄດ້ໄຂຂຶ້ນໃນວັນທີ 30 ກໍລະກົດນີ້ ທີ່ສະໂມສອນໃຫຍ່ ຫຼັກ 4 ຂອງແຂວງ ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີພະນັກງານອາວຸໂສບໍານານ, ຫົວໜ້າພະແນກ-ອົງການທຽບເທົ່າ, ອົງການຈັດຕັ້ງລັດ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມສະຄັັ້ງນີ້, ຈະໄດ້ພິຈາລະນາຮັບຮອງເອົາ ບັນຫາສໍາຄັນຂອງແຂວງຄື: ຈະຮັບຮອງເອົາບົດລາຍງານ ຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂອງແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນພັດທະນາຊົນນະບົດ […]
ຫ້ອງການເມືອງກອງພົນທີ 4 ສຳເລັດການປັກດຳເຂົ້ານາປີ ປະຈຳປີ 2025

ໃນວັນທີ 28 ກໍລະກົດ 2025 ນີ້, ຫ້ອງການເມືອງກອງພົນທີ 4 ໄດ້ສຳເລັດການປັກດຳເຂົ້ານາປີ ປະຈຳປີ 2025 ໂດຍການນຳພາຊີ້ນຳ ຂອງ ຄະນະພັກ – ຄະນະຫ້ອງການເມືອງ ກອງພົນທີ 4, ເຊິ່ງມີພະນັກງານ – ນັກຮົບ ພາຍໃນກົມກອງຂອງຕົນ ເຂົ້າຮ່ວມໃນການປັກດຳເຂົ້ານາປີ ຢ່າງເປັນຂະບວນການຟົດຟື້ນ . ສະຫາຍ ພັນໂທ ສົມໃຈ ແກ້ວມະນີວົງ ຫົວໜ້າພະແນກ ບໍລິຫານຫ້ອງການເມືອງ ໃຫ້ຮູ້ວ່າ; ພາຍຫຼັງທີ່ພວກເຮົາໄດ້ຈັດຕັ້ງພະນັກງານ – ນັກຮົບສຸມໃສ່ການປັກດຳເຂົ້່ານາປີມາແຕ່ຕົ້ນເດືອນ ກໍລະກົດ ເປັນຕົ້ນມາ, ຈົນມາຮອດວັນທີ 28 ກໍລະກົດ 2025 ແມ່ນໄດ້ສຳເລັດລົງຢ່າງເປັນທາງການດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ເນື້ອທີ່ປັກດຳຕົວຈິງທັງໝົດແມ່ນ 8 ເຮັກຕາ, ຈຳນວນເຂົ້າປູກ 755 ກິໂລ, ໃຊ້ແນວເຂົ້າທ່າຊະນູ 8 ເຊິ່ງນຳໃຊ້ກຳລັງແຮງງານອ້າຍນ້ອງທັງໝົດ 70 ສະຫາຍ, ມາຮອດປັດຈຸບັນແມ່ນສຳເລັດ […]
ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບຫວຽດນາມ

ໃນວັນທີ 30 ກໍລະກົດ 2025 ທີ່ ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ທ່ານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ພົນເອກ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ການເດີນທາງມາ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງກະຊວງ ປ້ອງກັນຄວາມສະຫງົບ ສສ ຫວຽດນາມ ຄັ້ງນີ້ ເພື່ອຢ້ຽມຢາມສັນທະວະໄມຕີ ແລະ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ […]