ກຕສ ເຂົ້າຮ່ວມງານສັບປະດາ ແລກປ່ຽນການຮ່ວມມືດ້ານການສຶກສາ ຈີນ-ອາຊຽນ2025.

ເມື່ອບໍ່ດົນມາ, ຄະນະຜູ້ແທນລາວ ນຳໂດຍທ່ານ ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ (ກຕສ) ໄດ້ເດີນທາງເຂົ້າຮ່ວມງານສັບປະດາ ແລກປ່ຽນການຮ່ວມມືດ້ານການສຶກສາ ຈີນ-ອາຊຽນ ປະຈຳປີ 2025 ທີ່ກຸ້ຍຢາງ, ສປ ຈີນ. ຈຸດປະສົງຂອງງານ ແມ່ນເພື່ອຜັນຂະຫຍາຍວຽກງານການເຊື່ອມຈອດລະຫວ່າງ ອຸດສາຫະກຳ ແລະ ການສຶກສາໃນລະດັບພາກພື້ນແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ໃຫ້ມີຄວາມກ້າວໜ້າ. ໃນການເຂົ້າຮ່ວມຍັງປະກອບດ້ວຍກິດຈະກໍາຝຶກອົບຮົມ ໃຫ້ແກ່ຄະນະເດີນທາງຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ຫຼາຍກິດຈະກໍາ ແລະ ຄະນະຝ່າຍລາວແລະ ຈີນ ກໍໄດ້ຂຶ້ນປະກອບຄຳເຫັນຢ່າງກົງໄປກົງມາໃນການນຳສະເໜີ, ແລກປ່ຽນຜົນງານ ແລະ ປະສົບການ ລວມເຖິງການປະສານຮ່ວມມືດ້ານການສຶກສາ ແລະ ຝຶກອົບຮົມ. ພ້ອມນີ້, ຍັງໄດ້ສະແດງໃຫ້ເຫັນເຖິງມິດຕະພາບ ແລະ ການຮ່ວມມືອັນເລິກເຊິ່ງ ທາງດ້ານການສຶກສາ ລະຫວ່າງ ສປປ ລາວ ແລະ […]
ຍົກລະດັບຄວາມຮູ້ກ່ຽວກັບ ການນຳໃຊ້ໂດຣນ ເຂົ້າໃນການຜະລິດກະສິກຳ

ຊຸດຝຶກອົບຮົມກ່ຽວກັບການນຳໃຊ້ໂດຣນ ເຂົ້າໃນວຽກງານປູກຝັງ ແລະ ການນຳໃຊ້ເຕັກນິກກົນຈັກກະສິກຳທັນສະໄໝ ແລະ ມອບ-ຮັບ ໂດຣນ ເພື່ອນຳໃຊ້ເຂົ້າໃນວຽກງານປູກຝັງ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດນີ້ ຢູ່ສູນປ້ອງກັນພືດ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ບຸນຊູ ສຸດມາລີ ຮອງຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ສົ້ງ ເຈີນເຄີ ຄະນະບໍດີວິສະວະກຳສາດ ມະຫາວິທະຍາໄລກະສິກຳ ສປ ຈີນ, ພ້ອມດ້ວຍ ພະນັກງານ-ວິຊາການຈາກພະແນກການ, ສູນ, ຂະແໜງປູກຝັງ, ສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ, ກຸ່ມຊາວກະສິກອນ ເມືອງຫາດຊາຍຟອງ ແລະ ບັນດາອາຈານຈາກຄະນະວິສະວະກຳສາດ ມະຫາວິທະຍາໄລກະສິກຳ ສປ ຈີນ ເຂົ້າຮ່ວມ. ຊຸດຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບກົນໄກການນຳໃຊ້ເຕັກນິກກະສິກຳ […]
ລມຕ ກະຊວງການຕ່າງປະເທດລາວ- ຫວຽດນາມ ພົບປະທາງໄກ

ໃນຕອນບ່າຍຂອງວັນທີ 28 ກໍລະກົດ ນີ້, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍຜ່ານລະບົບທາງໄກກັບ ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ. ໃນໂອກາດນີ້, ຝ່າຍຫວຽດນາມ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການຢ້ຽມຢາມທາງການປະເທດກຳປູເຈຍ ຂອງລັດຖະມົນຕີຕ່າງປະເທດແຫ່ງ ສປປ ລາວ ໃນລະຫວ່າງວັນທີ 24-26 ກໍລະກົດ ຜ່ານມາ ແລະ ສະແດງຄວາມຂອບໃຈ ທີ່ຝ່າຍລາວ ໄດ້ເປັນເຈົ້າພາບຈັດອາຫານເຊົ້າແບບເຮັດວຽກ ໃຫ້ແກ່ 3 ລັດຖະມົນຕີຕ່າງປະເທດ ລາວ-ຫວຽດນາມ-ກຳປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 58 ທີ່ ປະເທດມາເລເຊຍ. ສອງລັດຖະມົນຕີຕ່າງປະເທດ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ມີຜົນສຳເລັດຕົວຈິງ ຢ່າງຕໍ່ເນື່ອງ […]
ໂຮງຮຽນ ຫຼວງປະເສີດ ບັນລຸຜົນສຳເລັດການຮຽນການສອນ ພ້ອມຄວ້າ 4 ຫຼຽນຄຳ ຈິນຕະຄະນິດ ຕາເວັນອອກສ່ຽງເໜືອ

ໂຮງຮຽນອະນຸບານ ແລະ ປະຖົມສຶກສາ ຫຼວງປະເສີດ ຊຶ່ງເປັນໂຮງຮຽນພາກເອກກະຊົນ ທີ່ຈັດຕັ້ງປະຕິບັດການຮຽນການສອນ ຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໂດຍສອນທັງພາສາລາວ, ພາສາອັງກິດ ແລະ ພາສາຈີນ ໃນສົກຮຽນ 2024 – 2025 ໂຮງຮຽນດັ່ງກ່າວສາມາດບັນລຸສຳເລັດຈັດຕັ້ງປະຕິບັດການຮຽນການສອນ ໄດ້ຮ້ອຍເປີເຊັ່ນ ສາມາດສອບເສັງໄດ້ຮັບໃບປະກາແດງ 3 ນ້ອງ ພ້ອມທັງສ້າງຜົນງານໂດດເດັ່ນ ຄວ້າ 4 ຫຼຽນຄຳ (ລະດັບ A, B ແລະ C) ແລະ ລາງວັນຕ່າງໆ ໃນການແຂ່ງຂັນຈິນຕະຄະນິດ ຊິງແຊ໋ມພາກຕາເວັນອອກສຽງເໜືອ ຄັ້ງທີ6 ຈັດຂື້ນ ທີ່ແຂວງຂອນແກ່ນ ປະເທດໄທ. ພິທີສະຫຼຸບສົກຮຽນ 2024-2025 ຂອງໂຮງຮຽນຫຼວງປະເສີດ ຈັດຂຶ້ນ ເມື່ອວັນທີ 26 ກໍລະກົດ ຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຂັນໄຊ […]
ຄໍາມ່ວນ-ກວາງຈີ ຫາລື “ອຸທິຍານແຫ່ງຊາດຟອງຍາ-ແກບາງ ແລະ ອຸທິຍານແຫ່ງຊາດຫິນໜາມໜໍ່”

ກອງປະຊຸມປຶກສາຫາລື ຮ່ວມຊາຍແດນ “ອຸທິຍານແຫ່ງຊາດຟອງຍາ-ແກບາງ ແລະ ອຸທິຍານແຫ່ງຊາດຫິນໜາມໜໍ່ຈັດຂຶ້ນໃນວັນທີ 28 ກໍລະກົດນີ້ ທີ່ເຮືອນພັກເລກ 1 ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ ສປປ ລາວ ແລະ ທ່ານ ຮວ່າງ ນາມ ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນແຂວງ ກວາງຈີ ສສ ຫວຽດນາມ. ກອງປະຊຸມຄັ້ງນີ້,ໄດ້ຄົ້ນຄວ້າປຶກສາຫາລື ວຽກຮ່ວມຊາຍແດນຂອງ “ອຸທິຍານແຫ່ງຊາດຫີນໜາມໜໍ່ ແຂວງຄໍາມ່ວນ ແລະ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ມໍຣະດົກໂລກ ແຂວງກວາງຈີ” ຊຶ່ງຈະໄດ້ຜ່ານຮ່າງເອກະສານກອບການຮ່ວມມືຊາຍແດນລະຫວ່າງສອງອຸທິຍານ ແລະ ການປະສານງານຮ່ວມຊາຍແດນ ເພື່ອເປັນບ່ອນອີງພື້ນຖານອັນສຳຄັນໃນການສືບຕໍ່ຮ່ວມກັນ ໃນຕໍ່ໜ້າໃຫ້ມີຄວາມເໝາະສົມ ແລະ ແທດເໝາະກັບທ້ອງຖິ່ນຢ່າງລະອຽດ, ທັງເປັນການສ້າງສາຍສຳພັນ ຮັກແພງລະຫວ່າງ ແຂວງຄຳມ່ວນ ສປປ ລາວ ແລະ ແຂວງກວາງຈີ ສສ ຫວຽດນາມ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ. […]
ທ່ານ ລມຕ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ

ໃນວັນທີ 28 ກໍລະກົດ ນີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມຄະນະໄດ້ເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ແຂວງຄຳມ່ວນ ໂດຍມີຫົວໜ້າກົມ, ຮອງກົມ, ຄະນະພະແນກກະສິກຳ ແລະ ປ່າໄມ້, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເຂົ້າຮ່ວມ. ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລາຍງານວ່າ: ສະເພາະໃນລະດູ ແລ້ງປີ 2025 ການຜະລິດເຂົ້ານາແຊງປະຕິບັດເນື້ອທີ່ປູກ 11,865 ເຮັກຕາ, ເປັນສະບຽງອາຫານ ປະຕິບັດເນື້ອທີ່ປູກ 3,877 ເຮັກຕາ, ເປັນສິນຄ້າປະຕິບັດເນື້ອທີ່ປູກ 7,988 ເຮັກຕາ; ສຳລັບການປູກເຂົ້ານາປີມາຮອດເດືອນມິຖຸນາປະຕິບັດໄດ້ 54,907 ເຮັກຕາ, ຕົກກ້າໝົດແນວປູກ 4,992 ໂຕນ, ປູກເປັນສະບຽງອາຫານ 33,737 ເຮັກຕາ ແລະ ປູກເປັນສິນຄ້າ 21,170 ເຮັກຕາ, […]
ໃນ 6 ເດືອນຕົ້ນປີ ເສດຖະກິດຂອງແຂວງວຽງຈັນຂະຫຍາຍຕົວໃນລະດັບ 3.8%, ຄິດເປັນມູນຄ່າລາຄາໃນປີ 9,065 ຕື້ກີບ, ເທົ່າກັບ 68.18% ຂອງແຜນການ

ໃນວັນທີ 28 ກໍລະກົດນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງແຂວງ ໂດຍການເປັນປະທານຂອງ ທ່ານ ພູທະນູເພັດ ໄຊສົມບັດ ຮອງເຈົ້າແຂວງວຽງຈັນ, ມີບັນດາທ່ານຫົວໜ້າພະແນກການຂອງແຂວງເຂົ້າຮ່ວມ. ທ່ານ ຮອງເຈົ້າແຂວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໃນ 6 ເດືອນຕົ້ນປີ ເສດຖະກິດຂອງແຂວງວຽງຈັນຂະຫຍາຍຕົວໃນລະດັບ 3.8% ຄິດເປັນມູນຄ່າໃນປີ 9,065 ຕື້ກີບ ເທົ່າກັບ 68.18% ຂອງແຜນການ (ແຜນ 13,294 ຕື້ກີບ), ສະເລ່ຍຕໍ່ຫົວຄົນໄດ້ 836 ໂດລາ. ໃນນີ້, ຂະແໜງກະສິກຳຂະຫຍາຍຕົວ 2.8%, ກວມເອົາ 29.70% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.5%, ກວມເອົາ […]
ມະຫາວິທະຍາໄລແຫ່ງຊາດ ມີແຜນຮັບນັກສຶກສາໃໝ່ເຂົ້າຮຽນ 5,670 ຄົນ

ມຊ ມີແຜນຮັບນັກສຶກສາໃໝ່ເຂົ້າຮຽນໃນທຸກໆຫຼັກສູດປະລິນຍາຕີ ໃນສົກສຶກສາ 2025-2026 ຈຳນວນ 5,670 ຄົນ. ນອກຈາກນັ້ນ, ຍັງມີການສອບເສັງເອົານັກສຶກສາເຂົ້າຮຽນຫຼັກສູດນາໆຊາດ, ຫຼັກສູດຕໍ່ເນື່ອງ ປ.ຕີ, ແລະ ຫຼັກສູດຫຼາຍທາງເລືອກ (ຈັດການສອນໃນວັນເສົາ, ວັນອາທິດ ແລະ ພາກຄໍ່າ) ໂດຍໄດ້ຈັດສອບເສັງຕ່າງຫາກ ຊຶ່ງໂຕເລກກຳນົດຄວາມສາມາດຮອງຮັບໄດ້ເຖິງ 8,000 ກວ່າຄົນ. ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ໃຫ້ສຳພາດໃນວັນທີ 28 ກໍລະກົດນີ້ ທີ່ ມຊ ກ່ຽວກັບການກະກຽມສອບເສັງຄັດເລືອກເອົານັກສຶກສາໃໝ່ເຂົ້າຮຽນໃນສົກຮຽນ 2025-2026 ນີ້ວ່າ: ມຊ ໄດ້ແຕ່ງຕັ້ງຄະນະຊີ້ນໍາລວມ ຊຶ່ງມີອະທິການບໍດີ ແລະ ຮອງອະທິການບໍດີເປັນປະທານ ແລະ ຮອງປະທານ ພ້ອມດຽວກັນກໍມີຄະນະບໍດີ, ຜູ້ອໍານວຍການສະຖາບັນ, ສູນ ແລະ ຫົວໜ້າຫ້ອງການຕ່າງໆ ທີ່ກ່ຽວຂ້ອງເປັນຄະນະຮັບຜິດຊອບ ແລະ ກອງເລຂາ. ນອກຈາກນັ້ນ, ຄະນະຮັບຜິດຊອບຊີ້ນໍາລວມໄດ້ແຕ່ງຕັ້ງຄະນະອະນຸກຳມະການຮັບຜິດຊອບວຽກໃນແຕ່ລະດ້ານ, ໂດຍນໍາໃຊ້ລະບົບລົງທະບຽນອອນລາຍໄລຍະເວລາ […]
ຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມແລກປ່ຽນ ແລະ ຢ້ຽມຊົມໂຮງງານເບຍລາວ

ໃນວັນທີ 24 ກໍລະກົດ 2025 ຜ່ານມາ, ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ນຳໂດຍ ທ່ານ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຫົວໜ້າກົມ, ຮອງກົມ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົົ້າຮ່ວມແລກປ່ຽນ ແລະ ຢ້ຽມຊົມໂຮງງານເບຍລາວ ຢູ່ນະຄອນຫລວງວຽງຈັນ ໃຫ້ກຽດຕ້ອນຮັບໂດຍ ທ່ານ ສິດທິໄຊ ເກດຕະວົງ ຜູ້ອຳນວຍການຝ່າຍກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດເບຍລາວ ແລະ ພາກສ່ວນກ່ຽວຂ້ອງ ຂອງບໍລິສັດ ເບຍລາວ ເຂົ້າຮ່ວມ ແລະ ໄດ້ຢ້ຽມຊົມ ຂະບວນການຜະລິດ ນ້ຳດື່ມ, ຜະລິດເບຍ ແລະ ໄດ້ເຂົ້າໃຈເຖິງທຸລະກິດ ແລະ ບົດບາດຂອງ ບໍລິສັດເບຍລາວ ໃນການຊ່ວຍຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຜ່ານນະວັດຕະກຳ ແລະ ຄວາມເປັນຜູ້ນຳທີ່ມີຄວາມຮັບຜິດຊອບ. ໂອກາດນີ້, ທ່ານ ສິດທິໄຊ […]
ສນຊ ຮ່ວມກັບ ນວ ສ້າງຂະບວນການອອກແຮງງານວັນເສົາແດງ ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນສາມວັນປະຫວັດສາດ

ຂອງພັກ-ລັດ, ກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກນະຄອນຫຼວງວຽງຈັນ ແລະ ຂໍ່ານັບຮັບຕ້ອນການສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ໃຫ້ມີບັນຍາກາດຟົດຟື້ນ; ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ຄະນະນໍາ ນະຄອນຫຼວງວຽງຈັນ (ນວ), ຄະນະນຳ 5 ເມືອງ, ພະນັກງານ-ລັດຖະກອນ ພ້ອມດ້ວຍປະຊາຊົນ ຮ່ວມກັນ ຈັດຕັ້ງຂະບວນການອອກແຮງງານວັນເສົາແດງ ຢູ່ 5 ຈຸດຄື: ເມືອງໄຊເສດຖາ, ເມືອງສີໂຄດຕະບອງ, ເມືອງສີສັດຕະນາກ, ເມືອງຈັນທະບູລີ ແລະ ເມືອງໄຊທານີ ໃນວັນທີ 26 ກໍລະກົດ 2025. ຈຸດເມືອງໄຊເສດຖາ ເຂົ້າຮ່ວມນຳພາໂດຍ ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ປະຈໍາການ ພ້ອມດ້ວຍພະນັກງານຫ້ອງການ ແລະ ກົມຈັດຕັ້ງ-ພະນັກງານ ໄດ້ນໍາພາພະນັກງານ-ລັດຖະກອນ ແລະ ປະຊາຊົນ ອະນາໄມທາງເຂົ້າຫ້ອງວ່າການສູນກາງພັກ, ລວງຮອງລະບ່າຍນ້ຳ ແລະ ອະນາໄມເສັ້ນທາງສອງຝາກອ້ອມຫໍປະຊຸມແຫ່ງຊາດ; […]