ຄໍາມ່ວນ-ກວາງຈີ ຫາລື “ອຸທິຍານແຫ່ງຊາດຟອງຍາ-ແກບາງ ແລະ ອຸທິຍານແຫ່ງຊາດຫິນໜາມໜໍ່”

ກອງປະຊຸມປຶກສາຫາລື ຮ່ວມຊາຍແດນ “ອຸທິຍານແຫ່ງຊາດຟອງຍາ-ແກບາງ ແລະ ອຸທິຍານແຫ່ງຊາດຫິນໜາມໜໍ່ຈັດຂຶ້ນໃນວັນທີ 28 ກໍລະກົດນີ້ ທີ່ເຮືອນພັກເລກ 1 ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ ສປປ ລາວ ແລະ ທ່ານ ຮວ່າງ ນາມ ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນແຂວງ ກວາງຈີ ສສ ຫວຽດນາມ. ກອງປະຊຸມຄັ້ງນີ້,ໄດ້ຄົ້ນຄວ້າປຶກສາຫາລື ວຽກຮ່ວມຊາຍແດນຂອງ “ອຸທິຍານແຫ່ງຊາດຫີນໜາມໜໍ່ ແຂວງຄໍາມ່ວນ ແລະ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ມໍຣະດົກໂລກ ແຂວງກວາງຈີ” ຊຶ່ງຈະໄດ້ຜ່ານຮ່າງເອກະສານກອບການຮ່ວມມືຊາຍແດນລະຫວ່າງສອງອຸທິຍານ ແລະ ການປະສານງານຮ່ວມຊາຍແດນ ເພື່ອເປັນບ່ອນອີງພື້ນຖານອັນສຳຄັນໃນການສືບຕໍ່ຮ່ວມກັນ ໃນຕໍ່ໜ້າໃຫ້ມີຄວາມເໝາະສົມ ແລະ ແທດເໝາະກັບທ້ອງຖິ່ນຢ່າງລະອຽດ, ທັງເປັນການສ້າງສາຍສຳພັນ ຮັກແພງລະຫວ່າງ ແຂວງຄຳມ່ວນ ສປປ ລາວ ແລະ ແຂວງກວາງຈີ ສສ ຫວຽດນາມ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ. […]
ທ່ານ ລມຕ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ

ໃນວັນທີ 28 ກໍລະກົດ ນີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມຄະນະໄດ້ເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ແຂວງຄຳມ່ວນ ໂດຍມີຫົວໜ້າກົມ, ຮອງກົມ, ຄະນະພະແນກກະສິກຳ ແລະ ປ່າໄມ້, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເຂົ້າຮ່ວມ. ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລາຍງານວ່າ: ສະເພາະໃນລະດູ ແລ້ງປີ 2025 ການຜະລິດເຂົ້ານາແຊງປະຕິບັດເນື້ອທີ່ປູກ 11,865 ເຮັກຕາ, ເປັນສະບຽງອາຫານ ປະຕິບັດເນື້ອທີ່ປູກ 3,877 ເຮັກຕາ, ເປັນສິນຄ້າປະຕິບັດເນື້ອທີ່ປູກ 7,988 ເຮັກຕາ; ສຳລັບການປູກເຂົ້ານາປີມາຮອດເດືອນມິຖຸນາປະຕິບັດໄດ້ 54,907 ເຮັກຕາ, ຕົກກ້າໝົດແນວປູກ 4,992 ໂຕນ, ປູກເປັນສະບຽງອາຫານ 33,737 ເຮັກຕາ ແລະ ປູກເປັນສິນຄ້າ 21,170 ເຮັກຕາ, […]
ໃນ 6 ເດືອນຕົ້ນປີ ເສດຖະກິດຂອງແຂວງວຽງຈັນຂະຫຍາຍຕົວໃນລະດັບ 3.8%, ຄິດເປັນມູນຄ່າລາຄາໃນປີ 9,065 ຕື້ກີບ, ເທົ່າກັບ 68.18% ຂອງແຜນການ

ໃນວັນທີ 28 ກໍລະກົດນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງແຂວງ ໂດຍການເປັນປະທານຂອງ ທ່ານ ພູທະນູເພັດ ໄຊສົມບັດ ຮອງເຈົ້າແຂວງວຽງຈັນ, ມີບັນດາທ່ານຫົວໜ້າພະແນກການຂອງແຂວງເຂົ້າຮ່ວມ. ທ່ານ ຮອງເຈົ້າແຂວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໃນ 6 ເດືອນຕົ້ນປີ ເສດຖະກິດຂອງແຂວງວຽງຈັນຂະຫຍາຍຕົວໃນລະດັບ 3.8% ຄິດເປັນມູນຄ່າໃນປີ 9,065 ຕື້ກີບ ເທົ່າກັບ 68.18% ຂອງແຜນການ (ແຜນ 13,294 ຕື້ກີບ), ສະເລ່ຍຕໍ່ຫົວຄົນໄດ້ 836 ໂດລາ. ໃນນີ້, ຂະແໜງກະສິກຳຂະຫຍາຍຕົວ 2.8%, ກວມເອົາ 29.70% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.5%, ກວມເອົາ […]
ມະຫາວິທະຍາໄລແຫ່ງຊາດ ມີແຜນຮັບນັກສຶກສາໃໝ່ເຂົ້າຮຽນ 5,670 ຄົນ

ມຊ ມີແຜນຮັບນັກສຶກສາໃໝ່ເຂົ້າຮຽນໃນທຸກໆຫຼັກສູດປະລິນຍາຕີ ໃນສົກສຶກສາ 2025-2026 ຈຳນວນ 5,670 ຄົນ. ນອກຈາກນັ້ນ, ຍັງມີການສອບເສັງເອົານັກສຶກສາເຂົ້າຮຽນຫຼັກສູດນາໆຊາດ, ຫຼັກສູດຕໍ່ເນື່ອງ ປ.ຕີ, ແລະ ຫຼັກສູດຫຼາຍທາງເລືອກ (ຈັດການສອນໃນວັນເສົາ, ວັນອາທິດ ແລະ ພາກຄໍ່າ) ໂດຍໄດ້ຈັດສອບເສັງຕ່າງຫາກ ຊຶ່ງໂຕເລກກຳນົດຄວາມສາມາດຮອງຮັບໄດ້ເຖິງ 8,000 ກວ່າຄົນ. ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ໃຫ້ສຳພາດໃນວັນທີ 28 ກໍລະກົດນີ້ ທີ່ ມຊ ກ່ຽວກັບການກະກຽມສອບເສັງຄັດເລືອກເອົານັກສຶກສາໃໝ່ເຂົ້າຮຽນໃນສົກຮຽນ 2025-2026 ນີ້ວ່າ: ມຊ ໄດ້ແຕ່ງຕັ້ງຄະນະຊີ້ນໍາລວມ ຊຶ່ງມີອະທິການບໍດີ ແລະ ຮອງອະທິການບໍດີເປັນປະທານ ແລະ ຮອງປະທານ ພ້ອມດຽວກັນກໍມີຄະນະບໍດີ, ຜູ້ອໍານວຍການສະຖາບັນ, ສູນ ແລະ ຫົວໜ້າຫ້ອງການຕ່າງໆ ທີ່ກ່ຽວຂ້ອງເປັນຄະນະຮັບຜິດຊອບ ແລະ ກອງເລຂາ. ນອກຈາກນັ້ນ, ຄະນະຮັບຜິດຊອບຊີ້ນໍາລວມໄດ້ແຕ່ງຕັ້ງຄະນະອະນຸກຳມະການຮັບຜິດຊອບວຽກໃນແຕ່ລະດ້ານ, ໂດຍນໍາໃຊ້ລະບົບລົງທະບຽນອອນລາຍໄລຍະເວລາ […]
ຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມແລກປ່ຽນ ແລະ ຢ້ຽມຊົມໂຮງງານເບຍລາວ

ໃນວັນທີ 24 ກໍລະກົດ 2025 ຜ່ານມາ, ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ນຳໂດຍ ທ່ານ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຫົວໜ້າກົມ, ຮອງກົມ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົົ້າຮ່ວມແລກປ່ຽນ ແລະ ຢ້ຽມຊົມໂຮງງານເບຍລາວ ຢູ່ນະຄອນຫລວງວຽງຈັນ ໃຫ້ກຽດຕ້ອນຮັບໂດຍ ທ່ານ ສິດທິໄຊ ເກດຕະວົງ ຜູ້ອຳນວຍການຝ່າຍກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດເບຍລາວ ແລະ ພາກສ່ວນກ່ຽວຂ້ອງ ຂອງບໍລິສັດ ເບຍລາວ ເຂົ້າຮ່ວມ ແລະ ໄດ້ຢ້ຽມຊົມ ຂະບວນການຜະລິດ ນ້ຳດື່ມ, ຜະລິດເບຍ ແລະ ໄດ້ເຂົ້າໃຈເຖິງທຸລະກິດ ແລະ ບົດບາດຂອງ ບໍລິສັດເບຍລາວ ໃນການຊ່ວຍຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຜ່ານນະວັດຕະກຳ ແລະ ຄວາມເປັນຜູ້ນຳທີ່ມີຄວາມຮັບຜິດຊອບ. ໂອກາດນີ້, ທ່ານ ສິດທິໄຊ […]
ສນຊ ຮ່ວມກັບ ນວ ສ້າງຂະບວນການອອກແຮງງານວັນເສົາແດງ ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນສາມວັນປະຫວັດສາດ

ຂອງພັກ-ລັດ, ກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກນະຄອນຫຼວງວຽງຈັນ ແລະ ຂໍ່ານັບຮັບຕ້ອນການສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ໃຫ້ມີບັນຍາກາດຟົດຟື້ນ; ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ຄະນະນໍາ ນະຄອນຫຼວງວຽງຈັນ (ນວ), ຄະນະນຳ 5 ເມືອງ, ພະນັກງານ-ລັດຖະກອນ ພ້ອມດ້ວຍປະຊາຊົນ ຮ່ວມກັນ ຈັດຕັ້ງຂະບວນການອອກແຮງງານວັນເສົາແດງ ຢູ່ 5 ຈຸດຄື: ເມືອງໄຊເສດຖາ, ເມືອງສີໂຄດຕະບອງ, ເມືອງສີສັດຕະນາກ, ເມືອງຈັນທະບູລີ ແລະ ເມືອງໄຊທານີ ໃນວັນທີ 26 ກໍລະກົດ 2025. ຈຸດເມືອງໄຊເສດຖາ ເຂົ້າຮ່ວມນຳພາໂດຍ ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ປະຈໍາການ ພ້ອມດ້ວຍພະນັກງານຫ້ອງການ ແລະ ກົມຈັດຕັ້ງ-ພະນັກງານ ໄດ້ນໍາພາພະນັກງານ-ລັດຖະກອນ ແລະ ປະຊາຊົນ ອະນາໄມທາງເຂົ້າຫ້ອງວ່າການສູນກາງພັກ, ລວງຮອງລະບ່າຍນ້ຳ ແລະ ອະນາໄມເສັ້ນທາງສອງຝາກອ້ອມຫໍປະຊຸມແຫ່ງຊາດ; […]
ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ

ໃນຕອນເຊົ້າ ວັນທີ 24 ກໍລະກົດ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ໄດ້ມອບເງິນຊ່ວຍເຫຼືອລັດຖະບານລາວ ເພື່ອທົບທວນ-ປັບປຸງຍຸດທະສາດການພັດທະນາພະລັງງານ ຢູ່ ສປປ ລາວ ແລະ ແກ້ໄຂໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ ໃນປີ 2025 ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊຶ່ງຕາງໜ້າບໍລິສັດກ່າວມອບໂດຍທ່ານ ເລແທັງ ຕາວ ປະທານໃຫຍ່ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາທ່ານຮອງລັດຖະມົນຕີກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ການມອບເງິນຊ່ວຍເຫຼືອໃນຄັ້ງນີ້ ມີຄື: ຈຳນວນ 1 ລ້ານໂດລາ ແມ່ນເພື່ອນຳໃຊ້ເຂົ້າໃນວຽກງານທົບທວນ ແລະ ປັບປຸງຍຸດທະສາດການພັດທະນາພະລັງງານ […]
ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງ ສໍາລັບໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄຳ, ທອງ, ຊືນ ແລະ ສັງກະສີ

ໃນວັນທີ 24 ກໍລະກົດ 2025 ນີ້ ກົມສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ກົມສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງ ຂຶ້ນທີ່ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ສຸກສະຫວາດ ວົງພຸມເຫຼັກ ຮອງເຈົ້າແຂວງໆໄຊສົມບູນ ຜູ້ຊີ້ນຳວຽກງານເສດຖະກິດ (ເຂົ້າຮ່ວມແບບກອງປະຊຸມທາງໄກ). ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າພະແນກ ອ້ອມຂ້າງກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ຈາກຂັ້ນສູນກາງ ແລະ ທ້ອງຖິ່ນ, ຜູ້ຕາງໜ້າຈາກ ບໍລິສັດ, ທີ່ປຶກສາດ້ານສິ່ງແວດລ້ອມ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອລາຍງານກ່ຽວກັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ສໍາລັບໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ, ທອງ, ຊືນ ແລະ […]
ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2025. ທີ່ ນິວຢອກ, ສ.ອາເມລິກາ.

ໃນລະຫວ່າງວັນທີ 14 – 23 ກໍລະກົດ 2025 ທີ່ ສໍານັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ທີ່ ນິວຢອກ, ສ. ອາເມລິກາ, ຄະນະຜູ້ແທນ ສປປ ລາວ ຈາກ ກະຊວງການຕ່າງປະເທດ ທີ່ນະຄອນຫຼວງວຽງຈັນ ແລະ ຈາກ ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການ ສປຊ ທີ່ ນິວຢອກ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2025, ເຊິ່ງໄດ້ຈັດຂຶ້ນໃນຂອບ ສະພາເສດຖະກິດ-ສັງຄົມ ອົງການ ສປຊ ພາຍໃຕ້ຫົວຂໍ້: “ກ້າວໜ້າຕາມວິທີທາງແກ້ໄຂບັນຫາທີ່ຍືນຍົງ, ກວມລວມ ແລະ ອີງໃສ່ພື້ນຖານທາງດ້ານ ວິທະຍາສາດ ແລະ ຫຼັກຖານ ເປັນຫຼັກ ໃນການຈັດຕ້ັງປະຕິບັດ ວາລະ 2030 ແລະ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ […]
ຈັບຕົວຜູ້ຂົນສົ່ງຢາເສບຕິດ ພ້ອມຂອງກາງ ຢາບ້າ 4,160,000 ເມັດ ແລະ ຢາໄອສ໌ 159 ຫໍ່ ໃນລົດຂົນສົ່ງນໍ້າກ້ອນ

ປກສ ແຂວງ ບໍ່ແກ້ວ ລາຍງານວ່າ: ວັນທີ 22 ກໍລະກົດ 2025 ເວລາປະມານ 15:30 ນາທີ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງປາກທາ, ປະຈໍາຢູ່ຈຸດກວດກາຄົກຫລວງ (ຊາຍແດນລະຫວ່າງເມືອງຫ້ວຍຊາຍ ຫາ ເມືອງປາກທາ) ໄດ້ກວດຄົ້ນລົດບັນທຸກ 6 ລໍ້, ສີຂາວ, ບໍ່ຕິດປ້າຍທະບຽນ ແລ່ນຈາກເມືອງຫ້ວຍຊາຍມຸ້ງໜ້າຈະໄປເມືອງປາກທາ ເຊິ່ງໃນນີ້ ມີຜູ້ຂັບຂີ່ລົດຈໍານວນ 1 ຄົນຄື: ທ້າວ ຕົວວີ, ອາຍຸ 25 ປີ, ອາຊີບ ຄ້າຂາຍ, ສັນຊາດລາວ, ເຊື້ອຊາດ ລາວ, ຊົນເຜົ່າມົ້ງ, ຢູ່ບ້ານຊາຍຈະເລີນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ. ຜ່ານການກວດກາໄດ້ພົບເຫັນລົດມີການດັດແປງສະພາບຢູ່ດ້ານເທິງບ່ອນຫຼັງຄາ, ຈາກນັ້ນທາງເຈົ້າໜ້າທີ່ ຈຶ່ງໄດ້ນຳລົດຄັນດັ່ງກ່າວພ້ອມຜູ້ຂັບຂີ່ ໄປກອງບັນຊາການ ປກສ ເມືອງປາກທາ ແລ້ວປະສານຫາກອງບັນຊາການ ປກສ ແຂວງບໍ່ແກ້ວ ເພື່ອສົມທົບກວດກາລົດຄັນດັ່ງກ່າວ. ຜ່ານການກວດກາຂອງເຈົ້າໜ້າທີ່ […]