ຈີນປະສົບຄວາມສຳເລັດ ເພາະລ້ຽງໝາກໄຂ່ຫຼັງທຽມ ໃນຫ້ອງແລັບສາມາດເຮັດວຽກຄືໝາກໄຂ່ຫຼັງແທ້ໂດຍສົມບູນ

ນັກວິໄຈຈີນປະສົບຄວາມສຳເລັດໃນການເພາະລ້ຽງໝາກໄຂ່ຫຼັງທຽມຂອງມະນຸດຈາກຫ້ອງແລັບ ຫຼື Kidney Lab Grown ທີ່ໃຊ້ງານໄດ້ແທ້ ສາມາດຕອງເລືອດ ປັບສົມດຸນອິເລັກໂທຣໄລ ແລະ ຜະລິດປັດສາວະໄດ້ ໂດຍບໍ່ຕ້ອງຜ່ານກະບວນການອື່ນໃດໆທັງສິ້ນ ນັກວິທະຍາສາດບອກວ່າ ໝາກໄຂ່ຫຼັງເພາະລ້ຽງນີ້ໄດ້ຈາກອະໄວຍະວະແທ້ຈິງ ທີ່ຜ່ານການດັດແປງທາງຊີວະວິສະວະກຳ ບໍ່ແມ່ນແບບຈຳລອງ ເພາະລ້ຽງໃຫ້ຄືໝາກໄຂ່ຫຼັງແທ້ ທີມວິໄຈໃຊ້ອອກແກນອຍດ໌ທີ່ໄດ້ຈາກເຊວຕົ້ນກຳເນີດ ຝັງລົງເທິງໂຄງຍຶດຫຼອດເລືອດທີ່ສ້າງຈາກໄຮໂດຣເຈວທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບ ຫຼາຍອາທິດຜ່ານໄປ ເນື້ອເຍື່ອຈະຈະເລີນເຕີບໂຕເປັນຫົວໜ່ວຍເຮັດວຽກພື້ນຖານຂອງໝາກໄຂ່ຫຼັງ ທີ່ມີໜ້າທີ່ຕອງຂອງເສຍ ເອີ້ນວ່າ ລະບົບເນຟຣອນ ຊຶ່ງປະກອບດ້ວຍໂກເມີຣູລັດ ທໍ່ໝາກໄຂ່ຫຼັງ ແລະ ໂຄງສ້າງສຳລັບເກັບປັດສາວະ ຈາກນັ້ນໝາກໄຂ່ຫຼັງເພາະລ້ຽງຈະເຊື່ອມຕໍ່ກັບວົງຈອນໄຫຼວຽນໂລຫິດທຽມ ແລະ ເລີ່ມກອງພລາສມາເລືອດແບບຣຽວໄທມ໌ ນະວັດຕະກຳໝາກໄຂ່ຫຼັງເພາະລ້ຽງນີ້ ຕ່າງຈາກໝາກໄຂ່ຫຼັງທຽມຊີວະພາບຮຸ່ນກ່ອນໆ ທີ່ເຮັດວຽກໄດ້ພຽງບາງສ່ວນ ຫຼື ຕ້ອງອາໄສກະບວນການບາງຢ່າງ ເພື່ອຊ່ວຍໃຫ້ໝາກໄຂ່ຫຼັງທຽມເຮັດວຽກໄດ້ໃກ້ຄຽງກັບອະໄວຍະວະຈິງ ໝາກໄຂ່ຫຼັງເພາະລ້ຽງນີ້ ສາມາດຕອງຂອງເສຍອອກຈາກເລືອດໄດ້ດົນກວ່າ 60 ຊົ່ວໂມງ ແຍກຂອງເສຍອອກຈາກເລືອດ ແລະ ນຳພລາສມາທີ່ສະອາດກັບມາ ແລະ ຍັງຕອບສະໜອງຕໍ່ສັນຍານຮໍໂມນ ເຊັ່ນ: ADH ແລະ […]
ແຈ້ງການປິດນໍ້າປະປາຊົ່ວຄາວ ໃນຂົງເຂດ ເມືອງ ສີສັດຕະນາກ ໃນວັນທີ 29 ກໍລະກົດ 2025

ແຈ້ງການ ເລື່ອງ: ການປິດນໍ້າປະປາຊົ່ວຄາວ ເພື່ອດຳເນີນການຕັດສຳທໍ່ນ້ຳຂະໜາດ uPVC DN 160 ສໍາໃສ່ທໍ່ຂະໜາດ uPVC DN 110 ເພື່ອແກ້ໄຂລະບົບນ້ຳປະປາ. ລັດວິສາຫະກິດ ນ້ຳປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງບັນດາພໍ່ແມ່ປະຊາຊົນຜູ້ຊົມໃຊ້ນ້ຳປະປາ ໃນຂົງເຂດ ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ຮັບຊາບວ່າ: ໃນວັນທີ 29 ກໍລະກົດ 2025 ກົງກັບວັນອັງຄານ, ເລີ່ມແຕ່ເວລາ 09:00-16:00 ໂມງ, ຈະໄດ້ປິດນ້ຳປະປາຊົ່ວຄາວ ເພື່ອຕັດສຳທໍ່ນ້ຳປະປາ ຂະໜາດ uPVC DN160 ສຳໃສ່ທໍ່ຂະໜາດ uPVC DN110 ເພື່ອແກ້ໄຂລະບົບນ້ຳປະປາ, ສະຖານທີ່: ບ້ານ ດອນກອຍ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ, ໃນລະຫວ່າງການດໍາເນີນງານ ຈະສົ່ງຜົນກະທົບເຮັດໃຫ້ນ້ຳປະປາ ໄຫຼອອກຄ່ອຍ–ບໍ່ມີນ້ຳ ໃນຂອບເຂດພື້ນທີ່ບ້ານ: ດອນກອຍ, ໂພນທັນ, ໜອງໄຮ […]
ເຈົ້າແຂວງຈຳປາສັກ ພ້ອມຄະນະ ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ ລາວ-ກຳປູເຈຍ -ໄທ

ໃນວັນທີ 27 ກໍລະກົດ 2025, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ, ປະທານຄະນະກຳມະການປ້ອງກັນຊາດປ້ອງກັນຄວາມສະຫງົບແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ, ພ້ອມທັງ ຕິດຕາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ພະນັກງານນັກຮົບ ທີ່ເຮັດໜ້າທີ່ຢູ່ກົມກອງ,ຮາກຖານເຂດເມືອງມຸນລະປາໂມກ, ໂດຍມີ ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ວັນນະສັກ ຊາດຕະກູນ ເລຂາພັກເມືອງມຸນລະປາໂມກ, ມີ ການນຳຂອງແຂວງ ແລະ ເມືອງມຸນລະປາໂມກ ເຂົ້າຮ່ວມ. ສະຫາຍ ພັນເອກ ຄຳເຮົ້າ ວົງພົມ ຫົວໜ້າຫ້ອງເສນາທິການທະຫານແຂວງຈຳປາສັກ ໄດ້ລາຍງານສະພາບການທີ່ເກີດຂື້ນບໍລິເວນຊາຍແດນໃນໄລຍະຜ່ານມານີ້; ໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ມີຄຳເຫັນໂອ້ລົມໂດຍ ໄດ້ນຳເອົາຄວາມອົບອຸ່ນຮັກແພງ, ຄວາມເປັນຫວ່ງເປັນໃຍມາຍັງນາຍ ແລະ […]
ໄຟໄໝ້ລໍ້ຍົນ ຂະນະທີ່ຍົນກຳລັງຈະຂຶ້ນ ທີ່ສະໜາມບິນສະຫະລັດ ຕ້ອງອົບພະຍົບຜູ້ໂດຍສານຫຼາຍກວ່າ 170 ຊີວິດ

ສຸດລະທຶກ ເຄື່ອງບິນໂບອິ້ງ 737 MAX ໄຟໄໝ້ລໍ້ຊ່ວງທີ່ເຄື່ອງບິນ ຂະນະທີ່ຍົນກຳລັງຈະຂຶ້ນ ຈາກສະໜາມບິນເດັນເວີ ມຸ່ງໜ້າໄປໄມອາມີ ຕ້ອງລະງັບຂຶ້ນບິນ ແລະ ເລັ່ງອົບພະຍົບຜູ້ໂດຍສານລົງຢ່າງເລັ່ງດ່ວນ ວັນທີ່ 27 ກໍລະກົດ 2025 ເກີດເຫດລະທຶກທີ່ທ່າອາກາດຍານນານາຊາດເດັນເວີ ລັດໂຄໂລຣາໂດ ສະຫະລັດ ຫຼັງເຄື່ອງບິນໂດຍສານຂອງສາຍການບິນ ອະເມຣິກັນແອຣ໌ໄລນ໌ ຖ້ຽວບິນ AA-3023 ຮຸ່ນ ໂບອິ້ງ 737 MAX 8 ຊຶ່ງກຳລັງຈະທະຍານຂຶ້ນບິນໄປຍັງເມືອງໄມອາມີ ຕ້ອງຍົກເລີກການຂຶ້ນບິນຢ່າງກະທັນຫັນ ເນື່ອງຈາກເກີດໄຟລຸກໄໝ້ບໍລິເວນລໍ້ຊຸດລົງຈອດ (Landing Gear) ໂດຍເຄື່ອງບິນຢຸດຊະງັກເທິງຣັນເວ ກຸ່ມຄວັນດຳ ແລະ ເປວໄຟພຸ່ງຈາກບໍລິເວນໃຕ້ລຳຕົວ ກ່ອນທີ່ເຈົ້າໜ້າທີ່ຈະເປີດປະຕູສຸກເສີນ ແລະ ປ່ອຍສະໄລ໌ດໃຫ້ຜູ້ໂດຍສານອົບພະຍົບເລັ່ງດ່ວນ ລາຍງານຂ່າວລະບຸວ່າ ຜູ້ໂດຍສານທັງໝົດ 173 ຄົນຖືກອົບພະຍົບອອກຈາກເຄື່ອງໄດ້ຢ່າງປອດໄພ ໂດຍມີຜູ້ໄດ້ຮັບບາດເຈັບເລັກນ້ອຍ 1 ລາຍຈາກກະບວນການອົບພະຍົບ ຫຼັງເຫດການ ເຈົ້າໜ້າທີ່ສອບສວນເບື້ອງຕົ້ນພົບວ່າໄຟໄໝ້ມີສາເຫດມາຈາກ ຄວາມຂັດຂ້ອງທາງກົນໄກ ເຮັດໃຫ້ຊຸດລໍ້ດ້ານຊ້າຍຮ້ອນຈັດເກີນປົກກະຕິຈົນເກີດການຕິດໄຟໃນລະບົບລໍ້ (wheel […]
ໃຊ້ປັນຍາປະດິດ ຫຼື AI ສ້າງຝາແຝດແທນຄົນເຈັບ ເພື່ອສຶກສາຜົນຕໍ່ການຮັກສາມະເຮັງ

ຝາແຝດຈຳລອງແທນຄົນເຈັບ ດ້ວຍເທັກໂນໂລຢີປັນຍາປະດິດ ຢູ່ໃນລະຫວ່າງການວິໄຈເພື່ອນຳມາໃຊ້ທຳນາຍການຕອບສະໜອງຕໍ່ການຮັກສາມະເຮັງ ເມື່ອວິເຄາະວ່າຜູ້ປ່ວຍເປັນມະເຮັງ ທັງແພດແລະຄົນເຈັບຕ້ອງເປີດເຜີຍໜ້າກັບຄວາມທ້າທາຍທີ່ຍິ່ງໃຫຍ່ທີ່ສຸດໃນການຕັດສິນໃຈ ບໍ່ວ່າຈະເປັນສະຖານການສະເພາະຂອງຄົນເຈັບ ຕົວເລືອກການຮັກສາທີ່ມີ ຜົນຂ້າງຄຽງທີ່ອາດເກີດຂຶ້ນ ຂໍ້ມູນທາງຄລີນິກທີ່ກ່ຽວຂ້ອງ ເຊັ່ນ: ຂໍ້ມູນທາງພັນທຸກຳຂອງຄົນເຈັບ ແລະ ລັກສະນະສະເພາະຂອງມະເຮັງ ແລະ ປັດໄຈອື່ນໆທີ່ກ່ຽວຂ້ອງ ລວມເຖິງການດຳເນີນໂຣກໃນເວລາຕໍ່ມາ ແນ່ນອນວ່າມັນເປັນການຕັດສິນໃຈທີ່ຍາກລຳບາກ ນີ້ແມ່ນເປົ້າໝາຍຂອງຝາແຝດຈຳລອງ ຫຼື digital twin ໂປຣແກຣມທີ່ໃຊ້ປັນຍາປະດິດຊຶ່ງຈະໃຊ້ຂໍ້ມູນທັງໝົດທີ່ຮູ້ກ່ຽວກັບຄົນເຈັບ ແລະ ປະເພດຂອງໂຣກ ເພື່ອສ້າງຝາແຝດທີ່ສາມາດນຳມາໃຊ້ຊ້ຳໄດ້ໃນການຈຳລອງການລຸກລາມຂອງໂຣກ ທົດສອບການຮັກສາ ແລະ ທຳນາຍການຕອບສະໜອງສະເພາະຂອງແຕ່ລະບຸກຄົນຕໍ່ການຮັກສາພາຍໃນບໍ່ເທົ່າໃດນາທີ Asghar ແລະ ຄະນະ ກ່າວວ່າ digital twin ບໍ່ແມ່ນພຽງໂມເດວຄອມພິວເຕີ ຫຼື ການຈຳລອງ ເພາະມັນເປັນການຄັດລອກບຸກຄົນໃນໂລກຄວາມຈິງ ແລະ ອາໄສຂໍ້ມູນຈາກໂລກຄວາມຈິງ ລວມເຖິງຍັງສາມາດຜົນສົມຂໍ້ມູນໃໝ່ໆ ເທັກໂນໂລຢີນີ້ມີສັກຍະພາບໃນການນຳໄປໃຊ້ໃນເວດຊະສາດສະເພາະບຸກຄົນ ການຄົ້ນພົບຢາ ການພັດທະນາກົນລະຍຸດການຄັດກອງ ແລະ ການເຮັດຄວາມເຂົ້າໃຈໂຣກຕ່າງໆໄດ້ດີຂຶ້ນ ໂດຍ Asghar ແລະ ຄະນະ […]
ທຣຳເຊື່ອວ່າໄທ-ກຳປູເຈຍຕ້ອງການແກ້ໄຂຄວາມຂັດແຍ້ງ ຫຼັງຈາກຂົ່ມຂູ່ວ່າຈະບໍ່ເຈລະຈາການຄ້າຈົນກວ່າຈະຢຸດຍິງ

ປະທານາທິບໍດີໂດນັລ ທຣຳ ແຫ່ງສະຫະລັດ ໃນວັນອາທິດ (27 ກໍລະກົດ) ເຊື່ອວ່າທັງໄທແລະກຳປູເຈຍ ຕ້ອງການແກ້ໄຂຄວາມເຫັນບໍ່ຕົງກັນ ຫຼັງຈາກໄດ້ລົມທາງໂທລະສັບກັບຜູ້ນຳຂອງທັງ 2 ປະເທດ ຊຶ່ງລະຫວ່າງນັ້ນເພິ່ນໄດ້ຂົ່ມຂູ່ວ່າຈະບໍ່ເຈລະຈາຕົກລົງການຄ້າກັບທັງ 2 ປະເທດ ຈົນກວ່າຈະຢຸດສູ້ຣົບ “ຂ້ອຍໄດ້ສົນທະນາກັບນາຍົກລັດຖະມົນຕີທັງ 2 ແລະ ຂ້ອຍຄິດວ່າພວກເພິ່ນຕ້ອງການແກ້ໄຂຄວາມຂັດແຍ້ງແລ້ວໃນຕອນນີ້” ທຣຳບອກກັບພວກນັກຂ່າວ ໃນຊ່ວງຕົ້ນຂອງການພົບປະຫາລືທາງການຄ້າກັບ ອົວຊູລາ ຟ໋ອນ ແດຮ໌ ລາຍເອິນ ປະທານຄະນະກຳມະການເອີຣົບ ໃນວັນອາທິດ (27 ກໍລະກົດ) ທຣຳ ຍັງເຊື່ອວ່າພວກເຈົ້າໜ້າທີ່ໄທ ແລະ ກຳປູເຈຍ ມີກຳນົດພົບປະກັນໃນໄວໆນີ້ ກ່ອນໜ້ານີ້ ໄທແລະກຳປູເຈຍ ໃນວັນອາທິດ (27 ກໍລະກົດ) ສົ່ງສັນຍານວ່າທັງ 2 ປະເທດ ພ້ອມເຈລະຈາຢຸດຕິຂໍ້ຂັດແຍ້ງນອງເລືອດດ້ານຊາຍແດນ ຕາມຫຼັງມີຄວາມພະຍາຍາມເປັນຄົນກາງໂດຍປະທານາທິບໍດີທຣຳ ເວລານີ້ການສູ້ຣົບທີ່ເຂົ້າສູ່ວັນທີ່ 4 ສັງຫານຜູ້ຄົນໄປແລ້ວຢ່າງໜ້ອຍ 34 ຄົນ ແລະ ປະຊາຊົນຕ້ອງຍົກຍ້າຍຖິ່ນຖານກວ່າ 168,000 […]
ປກສ ແຂວງຊຽງຂວາງ ອອກມາຊີ້ແຈງກ່ຽວກັບການຊ່ວຍຜູ້ປະສົບໄພນໍ້າຖ້ວມຢູ່ຊຽງຂວາງ ວ່າມີກຸ່ມຄົນບໍ່ຫວັງດີໃສ່ຮ້າຍປ້າຍສີພາກລັດ

ຈາກກໍລະນີມີຄົນບໍ່ຫວັງດີໂພສວິດີໂອ ແລະ ຄຼິບສຽງໃສ່ຮ້າຍປ້າຍສີພາກລັດກ່ຽວກັບການຊ່ວຍຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຊຽງຂວາງ ເຮັດໃຫ້ມີຜູ້ກົດໄລ ກົດແຊ ແລະ ຄອມເມັ້ນຈຳນວນຫຼາຍ. ດັ່ງນັ້ນ, ປກສ ແຂວງຊຽງຂວາງ ຈຶ່ງຂໍແຈ້ງໃຫ້ທຸກພາກສ່ວນໃນສັງຄົມໄດ້ຮັບຮູ້ວ່າປັດຈຸບັນມີກຸ່ມຄົນບໍ່ຫວັງດີໄດ້ກ໋ອບປີ້ເອົາພາບວີດີໂອຈາກຂ່າວ ປກສ ຊຽງຂວາງ ນໍາໄປດັດແປງເນື້ອໃນໄປແນວທາງທີ່ບໍ່ດີ,ໃສ່ຮ້າຍປ້າຍສີການນໍາ–ພັກລັດ,ບິດເບືອນຄວາມເປັນຈີງ,ແລ້ວໂພສລົງໃນເຟສບຸກ,ສ້າງຄວາມປັ່ນປ່ວນ,ເຮັດໃຫ້ສັງຄົມເຂົ້າໃຈຜິດຕໍ່ແນວທາງນະໂຍບາຍຂອງພັກ–ລັດ, ປັດຈຸບັນ, ເຈົ້າໜ້າທີ່ກໍາລັງເລັ່ງຊອກຫາກຸ່ມຄົນບໍ່ດີດັ່ງກ່າວມາລົງໂທດຕາມລະ ບຽບກົດໝາຍ. ດັ່ງນັ້ນຈຶ່ງຮຽກຮ້ອງມາຍັງທຸກພາກ ສ່ວນໃນສັງຄົມໃຫ້ເສບຂ່າວຢ່າງມີສະຕິ,ຕິດຕາມຂ່າວຈາກຊ່ອງທາງທີ່ເປັນທາງ ການ ແລະ ໜ້າເຊື່ອຖືເທົ່ານັ້ນ, ຫ້າມໄລ້,ຫ້າມແຊ ຂ່າວທີ່ບໍ່ມີມູນຄວາມຈີງ, ບິດເບືອນ ຫຼື ໃສ່ຮ້າຍປ້າຍສີການນໍາພັກ–ລັດ ຢ່າງເດັດຂາດ. ຂໍ້ມູນ: ປກສ ແຂວງຊຽງຂວາງ
ປະທານປະເທດລາວ ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງສະຫະພັນ ຣັດເຊຍ

ວັນທີ 25 ກໍລະກົດ 2025 ທ່ານ ທອງລຸນ ສີສຸລິດ, ປະທານປະເທດລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງສະຫະພັນ ຣັດເຊຍ ທີ່ນະຄອນຫຼວງມົດສະກູ ທີ່ໄດ້ຊາບຂ່າວເຫດການເຮືອບິນໂດຍສານຕົກຢູ່ ແຄວ້ນອາມູຣ, ສ. ຣັດເຊຍ ໃນວັນທີ 24 ກໍລະກົດນີ້ ເຮັດໃຫ້ຈຸບິນ ແລະ ຜູ້ໂດຍສານທັງໝົດເສຍຊີວິດ. ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈ ຢ່າງສຸດຊຶ້ງ ມາຍັງທ່ານ ແລະ ຜ່ານທ່ານ ໄປຍັງລັດຖະບານ ກໍຄື ປະຊາຊົນຣັດເຊຍ ໂດຍສະເພາະຕໍ່ຄອບຄົວຜູ້ຖືກເຄາະຮ້າຍຈາກອຸບັດເຫດໃນຄັ້ງນີ້. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງລັດຖະບານຣັດເຊຍ ແລະ ພາກ ສ່ວນທີ່ກ່ຽວຂ້ອງ, ຄອບຄົວຂອງຜູ້ເຄາະຮ້າຍ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຄວາມທຸກໂສກໃນຄັ້ງນີ້ໂດຍໄວ. […]
ແຈ້ງການເຖິງນາຍບ້ານ 60 ບ້ານ ທົ່ວເມືອງຫາດຊາຍຟອງ ໃຫ້ປະຊາຊົນ ແລະ ນາຍບ້ານ ກະກຽມຄວາມພ້ອມຮັບມືນໍ້າຖ້ວມ

ຮັກສາການ ປະທານຄະນະປົກຄອງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແຈ້ງການເຖິງນາຍບ້ານ 60 ບ້ານ ທົ່ວເມືອງຫາດຊາຍຟອງ ໃຫ້ປະຊາຊົນ ແລະ ນາຍບ້ານ ກະກຽມຄວາມພ້ອມຮັບມືນໍ້າຖ້ວມ ຕອນນີ້ ລະດັບແມ່ນໍ້າຂອງແທກໄດ້ 12.51 ແມັດແລ້ວ! ທີ່ມາ: ບ້ານ ສີຖານໃຕ້
ຈັບແລ້ວ! ໜຸ່ມມືໄວ ກໍ່ເຫດ 21 ຄັ້ງ ພ້ອມຂອງກາງຫຼາຍລາຍການ ລົດຈອດແຄມທາງ ຄືເປົ້າໝາຍ!

ພາຍຫຼັງໄດ້ຮັບແຈ້ງຄວາມຈາກນາງ ຢາດຟ້າ ອາຍຸ 23 ປີ ອາຊີບຄ້າຂາຍ ຢູ່ບ້ານດ່ານຄໍາ ເມືອງສີໂຄດຕະບອງ ວ່າ : ໃນວັນທີ 21 ກໍລະກົດ 2025 ເວລາ 19:45 ໂມງ ຜູ້ກ່ຽວ ແລະ ຫຼານສາວ ໄດ້ໄປຈອດລົດຮຸນໃດສັນຕາເຟ ສີຂາວ ປ້າຍທະບຽນ ກມ 1520 ກໍາແພງນະຄອນ ເພື່ອໄປຊື້ຊີ້ນດາດໂລຢູ່ບ້ານ ສີໄຄທ່າ, ເມືອງ ສີໂຄດຕະບອງ ແລະ ໄດ້ພາກັນລົງຈາກລົດທີ່ຕິດຈັກໄວ້ເວລານັ້ນ ໄດ້ມີຄົນຮ້າຍມາລັກເອົາໄອແພັດຈໍານວນ 1 ໜ່ວຍ ຢູ່ໃນລົດ ແລະ ເອົາຕົວຫຼົບໜີ. ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະກອງບັນຊາການ ປກສ ເມືອງສີໂຄດຕະບອງ ສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຂົ້າແກ້ໄຂເປົ້າໝາຍລັກຊັບຢູ່ບ້ານບຸ່ງພ້າວ ເມືອງທຸລະຄົມ ແຂວງວຽງຈັນ ວັນທີ 24 ກໍລະກົດ […]