ຍອດຜູ້ເສຍຊີວິດເຫດການນ້ຳຖ້ວມລັດເທັກຊັສ ສູງເຖິງ 100 ຄົນແລ້ວ ແລະ ຍັງມີຜູ້ສູນຫາຍອີກຈຳນວນໜຶ່ງ

ຜູ້ເສຍຊີວິດຈາກເຫດນ້ຳຖ້ວມກະທັນຫັນໃນລັດເທັກຊັສຂອງສະຫະລັດ ເພີ່ມຂຶ້ນເປັນຫຼາຍກວ່າ 100 ຄົນແລ້ວ ທ່າມກາງຄວາມຫວັງພົບຜູ້ລອດຊີວິດທີ່ນ້ອຍລົງ   ຍອດຜູ້ເສຍຊີວິດຈາກອຸທົກກະໄພກະໃນລັດເທັກຊັສຂອງສະຫະລັດ ຕັ້ງແຕ່ເມື່ອວັນທີ່ 4 ກໍລະກົດ ທີ່ຜ່ານມາ ສູງຂຶ້ນເປັນກວ່າ 100 ຄົນແລ້ວ ແລະ ຍັງມີຜູ້ສູນຫາຍອີກຈຳນວນໜຶ່ງ   ທີມຄົ້ນຫາ ແລະ ກູ້ໄພກຳລັງລຸຍຜ່ານຂອບຝັ່ງແມ່ນ້ຳທີ່ເຕັມໄປດ້ວຍກອງຂີ້ຕົມທັບ ຂະນະທີ່ຝົນ ແລະ ພາຍຸຝົນຟ້າຄະນອງຍັງຄົງເກີດຂຶ້ນ ແຕ່ຄວາມຫວັງທີ່ຈະພົບຜູ້ລອດຊີວິດເພີ່ມເຕີມໜ້ອຍລົງ   “ຄ່າຍມິສຕິກແຄມປ໌” ຄ່າຍລະດູຮ້ອນສຳລັບເດັກຍິງຄຣິສຕຽນຢືນຢັນວ່າ ມີເດັກຍິງແລະເຈົ້າໜ້າທີ່ຢ່າງໜ້ອຍ 27 ຄົນລວມຢູ່ໃນກຸ່ມຜູ້ເສຍຊີວິດ ສ່ວນເດັກຍິງອີກ 10 ຄົນ ແລະ ທີ່ປຶກສາຄ່າຍຍັງຄົງສູນຫາຍ     ໃນບັນດາຜູ້ເສຍຊີວິດ ສາມາດຢືນຢັນຕົວຕົນໄດ້ແລ້ວ 84 ຄົນ ເປັນຜູ້ໃຫຍ່ 56 ຄົນ ແລະ ເດັກ 28 ຄົນ ແຕ່ຍັງບໍ່ມີການລະບຸຕົວຕົນຂອງຜູ້ໃຫຍ່ 22 ຄົນ ແລະ ເດັກ 10 ຄົນໄດ້ […]

ຈີນເຕືອນທຣັມກໍລະນີເກັບພາສີນຳເຂົ້າ ຂູ່ຈະຕອບໂຕ້ປະເທດທີ່ຈັບມືສະຫະລັດ ໂດຍແລກກັບການຕັດຈີນອອກຈາກຫ່ວງໂຊ່ອຸປະທານປະເທດນັ້ນ

ຈີນອອກມາເຕືອນລັດຖະບານທຣັມ ຢ່າກໍ່ຄວາມຕຶງຄຽດທາງການຄ້າ ດ້ວຍການຟື້ນມາດຕະການຂຶ້ນພາສີນຳເຂົ້າສິນຄ້າຈາກຈີນໃນເດືອນໜ້າ   ກ່ອນໜ້ານີ້ໃນເດືອນມິຖຸນາ ສະຫະລັດແລະຈີນຫາກໍບັນລຸ ກອບຄວາມຮ່ວມມືທາງການຄ້າ ເພື່ອຟື້ນຟູສັນຕິພາບຊົ່ວຄາວ ແຕ່ຍັງຄົງມີລາຍລະອຽດຫຼາຍປະການທີ່ບໍ່ຊັດເຈນ ເຮັດໃຫ້ບັນດານັກລົງທຶນ ແລະ ຜູ້ຄ້າໃນທັງສອງປະເທດຕ່າງຈັບຕາໃກ້ຊິດວ່າ ຂໍ້ຕົກລົງນີ້ຈະລົ່ມເຫຼວ ຫຼື ສາມາດນຳໄປສູ່ຄວາມສຳພັນທີ່ຍືນຍົງໄດ້ຫຼືບໍ່   ຢ່າງໃດກໍຕາມ ເມື່ອວັນຈັນ ທຣັມໄດ້ເລີ່ມແຈ້ງເຕືອນປະເທດຄູ່ຄ້າຫຼາຍລາຍວ່າ ສະຫະລັດ ເຕື່ອນຈະຂຶ້ນພາສີນຳເຂົ້າຢ່າງຮຸນແຮງໃນວັນທີ່ 1 ສິງຫາ ນີ້ ຫຼັງຈາກທີ່ເຄີຍປະກາດເລື່ອນເກັບພາສີທີ່ອອກເມື່ອເດືອນເມສາ ອອກໄປກ່ອນໜ້ານີ້ ໂດຍຮຽກເກັບພຽງ 10% ກັບບາງປະເທດ ເພື່ອເປີດໂອກາດໃຫ້ມີການເຈລະຈາ   ຈີນຊຶ່ງກ່ອນໜ້ານີ້ຖືກສະຫະລັດ ຂຶ້ນພາສີນຳເຂົ້າສູງກວ່າ 100% ໂດຍເພາະໃນຊ່ວງຕອບໂຕ້ກັນລະຫວ່າງເດືອນເມສາ–ພຶດສະພາ ໄດ້ຮັບເສັ້ນຕາຍເຖິງວັນທີ່ 12 ສິງຫາ ໃນການເຈລະຈາເພື່ອຫຼີກເວັ້ນການກັບມາໃຊ້ມາດຕະການກີດກັນທາງການຄ້າຮອບໃໝ່ຈາກສະຫະລັດ   ບົດບັນນາທິການລົງຊື່ໂດຍ ຈົງເຊັງ (Zhong Sheng) ຫຼື “ສຽງແຫ່ງຈີນ” ຊຶ່ງເປັນນາມແຝງທີ່ໃຊ້ສະແດງທ່າທີທາງການທູດຢ່າງເປັນທາງການຂອງຈີນ   ໃນໜັງສືພິມ People’s Daily ຊຶ່ງເປັນກະບອກສຽງຂອງພັກຄອມມູນິສຈີນ ລະບຸວ່າ ບົດສະຫຼຸບທີ່ຊັດເຈນທີ່ສຸດຄື ການເຈລະຈາແລະຄວາມຮ່ວມມືຄືທາງອອກທີ່ຖືກຕ້ອງເທົ່ານັ້ນ […]

ທຣັມເປີດເຜີຍອີກ ຕັ້ງກຳແພງພາສີຕອບໂຕ້ ລາວ-ມຽນມາຖືກຮຽກເກັບພາສີ 40% ມາເລເຊຍ 25%

ໂດນັລດ໌ ທຣັມເຜີຍຈົດໝາຍແຈ້ງອັດຕາພາສີອີກຫຼາຍສະບັບ ໂດຍລາວກັບມຽນມາຖືກເອີ້ນເກັບຫຼາຍສຸດເຖິງ 40% ຂະນະທີ່ມາເລເຊຍຖືກໄປ 25%   ເມື່ອ 7 ກໍລະກົດ 2025 ສະຫະລັດເລີ່ມສົ່ງຈົດໝາຍເຖິງປະເທດຕ່າງໆ ເພື່ອແຈ້ງອັດຕາພາສີຕ່າງຕອບແທນທີ່ສະຫະລັດຈະບັງຄັບໃຊ້ກັບພວກເຂົາຕາມນະໂຍບາຍຂອງ ໂດນັລດ໌ ທຣັມ ແລ້ວ   ໂດຍທຣັມ ໂພສຕ໌ພາບຜ່ານ Truth Social ສະແດງໃຫ້ເຫັນຈົດໝາຍທີ່ສົ່ງເຖິງຫຼາຍປະເທດ ທັງຍີ່ປຸ່ນ, ເກົາຫຼີໃຕ້, ຄາຊັກສະຖານ, ມາເລເຊຍ, ລາວ ແລະ ມຽນມາ ນອກຈາກນັ້ນຍັງມີອາຟຣິກາໃຕ້ອີກດ້ວຍ   ໃນຕອນທຳອິດທຣັມໂພສຕ໌ພາບຈົດໝາຍທີ່ສົ່ງເຖິງຍີ່ປຸ່ນກັບເກົາຫຼີໃຕ້ກ່ອນ ໂດຍລະບຸວ່າຈະບັງຄັບໃຊ້ພາສີຕ່າງຕອບແທນໃນອັດຕາ 25% ກັບທັງສອງປະເທດ ເລີ່ມຕັ້ງແຕ່ 1 ສິງຫາ ເປັນຕົ້ນໄປ   ປະມານ 2 ຊົ່ວໂມງຕໍ່ມາ ທຣັມຈຶ່ງໂພສຕ໌ຈົດໝາຍທີ່ສົ່ງເຖິງ ຄາຊັກສະຖານ, ມາເລເຊຍ, ລາວ, ມຽນມາ ແລະ ອາຟຣິກາໃຕ້ ໂດຍທີ່ ຄາຊັກສະຖານກັບມາເລເຊຍຖືກຕັ້ງກຳແພງພາສີໃນອັດຕາເທົ່າກັນຄື 25% ຂະນະທີ່ອາຟຣິກາ ຖືກໄປ […]

ໝໍໄຕ້ຫວັນແນະນຳ “ຂອງຫວານ” 1 ຊະນິດ ຊ່ວຍຫຼຸດນ້ຳໜັກໄດ້ ກິນພຽງມື້ລະຖ້ວຍ ຊ່ວຍຫຼູດໄຂມັນໃນຕັບ ແລະ ໄຂມັນຮອບອະໄວຍະວະພາຍໃນ

“ຂອງຫວານ” ຢ່າງໜຶ່ງຊ່ວຍຫຼຸດນ້ຳໜັກໄດ້! “ບໍ່ຕ້ອງອອກກຳລັງກາຍຫຼືອົດອາຫານ” ກິນພຽງມື້ລະຖ້ວຍ ກໍຊ່ວຍເຜົາຜານໄຂມັນ   ນາຍແພດຊຽວ ຈ້ຽນຈ້ຽນ ຜູ້ຊ່ຽວຊານດ້ານການຫຼຸດນ້ຳໜັກ ຄົນໄຕ້ຫວັນ ເປີດເຜີຍວ່າ ເມື່ອແບັກທີເຣຍຊະນິດ “ໄຟມິຄິວຕສ໌” ໃນລຳໄສ້ໃຫຍ່ພົບກັບກົດອະຊີຕິກທີ່ເກີດຈາກການຫມັກອາຫານທີ່ມີໄຟເບີສູງ ແລະ ແປ້ງດື້ ຈະຊ່ວຍຫຼຸດໄຂມັນໃນຕັບແລະ ໄຂມັນຮອບອະໄວຍະວະພາຍໃນໄດ້ ຜົນລັບຄ້າຍກັບການກິນອາຫານຄາບໂບໄຮເດຣຕຕ່ຳ   ລາວແນະນຳໃຫ້ກິນ “ຖົ່ວຂຽວຕົ້ມ” ເພາະອຸດົມໄປດ້ວຍແປ້ງດື້ ແລະ ເບຕ້າ-ກລູແຄນ ຊຶ່ງຊ່ວຍສົ່ງເສີມການເຜົາຜານໄຂມັນຕາມທຳມະຊາດ   “ທີ່ດີຍິ່ງກວ່ານັ້ນຄື ເຮົາບໍ່ຕ້ອງທໍລະມານກັບການງົດແປ້ງແບບສຸດໂຕ່ງ ພຽງແຕ່ປ່ຽນປະເພດຂອງອາຫານຫຼັກ ກໍສາມາດເປີດສະວິຊການເຜົາຜານໄຂມັນໃນຮ່າງກາຍໄດ້ຢ່າງງ່າຍດາຍ” ທ່ານໝໍກ່າວ   ໝໍຊຽວ ຈ້ຽນຈ້ຽນ ອະທິບາຍຜ່ານເຟດບຸກແຟນເພດວ່າ ຈາກງານວິໄຈໃໝ່ຫຼ້າສຸດໃນວາລະສານ Cell Metabolism ພົບວ່າ ເມື່ອແບັກທີເຣັຍຊະນິດ Bacteroides ໃນລຳໄສ້ໃຫຍ່ພົບກັບກົດອະຊີຕິກ (Acetate) ຊຶ່ງເກີດຈາກການຫມັກຂອງອາຫານທີ່ມີໃຍອາຫານສູງ ແລະ ແປ້ງດື້ ຈະຊ່ວຍລົດໄຂມັນໃນຕັບ ແລະ ໄຂມັນຮອບອະໄວຍະວະພາຍໃນໄດ້ ໂດຍໃຫ້ຜົນຄ້າຍກັບການຄວບຄຸມອາຫານແບບຄີໂຕຫຼືໂລວ໌ຄາບ (ກິນແປ້ງໜ້ອຍ)   “ເມື່ອເຮົາກິນກ້ວຍດິບ ມັນເທດທີ່ຕົ້ມແລ້ວແຊ່ເຢັນ […]

ປກສ ແຂວງບໍ່ແກ້ວ ຈັບຕົວ ຊາຍ 2 ຄົນ ໃຊ້ລົດເມຂົນຢາເສບຕິດ 277 ມັດ

ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ລາຍງານວ່າ: ໃນຄັ້ງວັນທີ່ 03 ກໍລະກົດ 2025, ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າທຸງໄດ້ເຮັດວຽກປົກກະຕິ, ຮອດເວລາ ປະມານ 13 ໂມງ, ໄດ້ກວດກາລົດເມ, ສີຂາວ ປ້າຍທະບຽນ ກກ 0513 ອຸດົມໄຊ, ແລ່ນມາແຕ່ທາງຫ້ວຍຊາຍ ຈະໄປ ແຂວງອຸດົມໄຊ. ມີຜູ້ຂັບຂີ່ມານຳລົດ ຈຳນວນ 02 ຄົນຄື:     ທ້າວ ນະມີໄຊ ຈະເບ້ຍນີ ອາຍຸ 28 ປີ, ອາຊີບ ຂັບລົດ, ເຊື້ອຊາດ – ສັນຊາດ ລາວ, ຢູ່ ບ້ານ ກູໜຶ່ງ, ເມືອງ ນາໝໍ້, ແຂວງ ອຸດົມໄຊ. ທ້າວ ບີຊົງ ຈົ່ງລື ອາຍຸ 23 ປີ, […]

ອິສຣາເອນໂຈມຕີຮູຕີ ຄັ້ງທຳອິດຫລັງຈາກຢຸດຍິງອີຣ່ານ

ກອງກຳລັງປ້ອງກັນຕົນເອງອິສຣາເອນ (IDF) ຫຼື ກອງທັບອິສຣາເອນ ອອກມາລະບຸວ່າ ໂຈມຕີໃສ່ກຸ່ມກະບົດຮູຕີໃນດິນແດນເຢເມນ ເມື່ອກາງເດິກທີ່ຜ່ານມາຈົນເຖິງຊ່ວງເຊົ້າມື້ນີ້ (7 ກໍລະກົດ) ຕາມເວລາທ້ອງຖິ່ນ ໂດຍນັບເປັນການໂຈມຕີໃສ່ກຸ່ມກະບົດຮູຕີ ເປັນຄັ້ງທຳອິດຂອງອິສຣາເອນ ນັບຕັ້ງແຕ່ທີ່ບັນລຸຂໍ້ຕົກລົງຢຸດຍິງກັບອີຣ່ານ   ກອງທັບອິສຣາເອນ ລະບຸວ່າ ກ່ອນຫນ້ານີ້ ຮູຕີຍິງຂີປະນາວຸດໃສ່ດິນແດນອິສຣາເອນ ຢ່າງຫນ້ອຍ 3 ລູກ ນັບຕັ້ງແຕ່ທີ່ອິສຣາເອນຢຸດຍິງກັບອີຣ່ານ ໂດຍໜຶ່ງໃນນັ້ນຖືກຍິງສະກັດເອົາໄວ້ໄດ້ເມື່ອວັນເສົາ (5 ກໍລະກົດ) ທີ່ຜ່ານມາ   ສ່ວນເປົ້າຫມາຍການໂຈມຕີຂອງກອງທັບອິສຣາເອນ ຄື ເມືອງສຳຄັນໃນເຢເມນ ແລະ ໂຮງງານໄຟຟ້າທີ່ຢູ່ໃກ້ກັບທະເລແດງ ລວມເຖິງເຮືອບັນທຸກສິນຄ້າ “ແກແລັກຊີ່ ລີດເດີ”   ທີ່ຖືກກຸ່ມກະບົດຮູຕີ ຍຶດເອົາໄວ້ຕັ້ງແຕ່ເມື່ອເດືອນພະຈິກ ປີ 2023 ໂດຍອິສຣາເອນໃຫ້ເຫດຜົນໃນການໂຈມຕີວ່າ ຮູຕີ ໃຊ້ປະໂຫຍດຈາກການຕິດຕັ້ງລະບົບເຣດາເອົາໄວ້ເທິງເຮືອລຳດັ່ງກ່າວ ເພື່ອຕິດຕາມເສັ້ນທາງເດີນເຮືອນາໆຊາດ ຊຶ່ງຈະຊ່ວຍໃຫ້ງ່າຍໃນປະຕິບັດການກໍ່ການຮ້າຍ   ອິສຣາເອນ ແຄັດຊ໌ ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາເອນ ລະບຸວ່າ ປະຕິບັດການໂຈມຕີກຸ່ມກະບົດຮູຕີໃນເຢເມນຄັ້ງນີ້ ຢູ່ພາຍໃຕ້ປະຕິບັດການໃໝ່ທີ່ມີຊື່ວ່າ “ແບລັກ ແຟລັກ” ຫຼື […]

ທຣັມ ກຽມສົ່ງຈົດໝາຍແຈ້ງການເກັບພາສີໄປຍັງປະເທດຕ່າງໆທົ່ວໂລກ ຕັ້ງແຕ່ເວລາ 23:00 ຂອງວັນຈັນທີ່ 7 ກໍລະກົດ ຕາມເວລາປະເທດລາວ

ປະທານາທິບໍດີໂດນັລດ໌ ທຣັມ ແຫ່ງສະຫະລັດ ໂພສຂໍ້ຄວາມຜ່ານທູດໂຊເຊຍລ໌ (Truth Social) ເມື່ອຄ່ຳວັນອາທິດ (6 ກໍລະກົດ)   ລະບຸວ່າ ສະຫະລັດຈະເລີ່ມສົ່ງຈົດໝາຍແຈ້ງການເກັບພາສີອາກອນໄປຍັງປະເທດຕ່າງໆ ທົ່ວໂລກ ຕັ້ງແຕ່ເວລາ 12.00 ນ. ຂອງວັນຈັນທີ່ 7 ກໍລະກົດ ຕາມເວລາຝັ່ງຕາເວັນອອກ (ຕົງກັບເວລາຈະເລີ່ມສົ່ງຈົດໝາຍແຈ້ງການເກັບພາສີອາກອນໄປຍັງປະເທດຕ່າງໆ ທົ່ວໂລກ ຕັ້ງແຕ່ເວລາ  23:00 ຂອງມື້ນີ້ ຕາມເວລາປະເທດລາວ)   “ຂ້ອຍມີຄວາມຍິນດີທີ່ຈະປະກາດວ່າ ຈົດໝາຍແຈ້ງພາສີຂອງສະຫະລັດອາເມລິກາ ແລະ ຫຼື ຂໍ້ຕົກລົງກັບນານາປະເທດຈາກທົ່ວໂລກ ຈະເລີ່ມຖືກຈັດສົ່ງຕັ້ງແຕ່ເວລາ 12.00 ນ. (ຕາມເວລາຝັ່ງຕາເວັນອອກ) ຂອງວັນຈັນທີ່ 7 ກໍລະກົດ ຂໍຂອບໃຈທຸກທ່ານທີ່ໃຫ້ຄວາມສົນໃຈໃນເລື່ອງນີ້!” ທຣັມປະບຸໃນໂພສ   ຢ່າງໃດກໍຕາມ ກ່ອນໜ້ານີ້ໂດນັລດ໌ ທຣັມ ປະກາດວ່າ ຈະເກັບພາສີເພີ່ມເຕີມໃນອັດຕາ 10% ຕໍ່ປະເທດໃດກໍຕາມທີ່ດຳເນີນນະໂຍບາຍສອດຄ່ອງກັບກຸ່ມ BRICS ໂດຍລະບຸວ່າເປັນນະໂຍບາຍຕ້ານອາເມລິກາ   ທັງນີ້ ທຣັມໂພສຂໍ້ຄວາມ ລະບຸວ່າ […]

ພາຍຸ “ດານັສ” ຖະລົ່ມໄຕ້ຫວັນ ເສຍຊີວິດ 2 ຄົນ ບາດເຈັບເກີນ 300 ຄົນ

ທີ່ໄຕ້ຫວັນ ມີລາຍງານຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບກວ່າ 300 ຄົນ ຈາກເຫດພາຍຸ “ດານັສ” ຖະລົ່ມເມື່ອວັນທີ່ 6-7 ກໍລະກົດ   ວັນທີ່ 7 ກໍລະກົດ ຄົວເຮືອນເກືອບ 400,000 ຫຼັງຄາເຮືອນໃນໄຕ້ຫວັນບໍ່ມີໄຟຟ້າໃຊ້ ຫຼັງຈາກພາຍຸໄຕ້ຝຸ່ນ “ດານັສ” ພັດຖະລົ່ມຕາຝັ່ງທາງຕາເວັນຕົກສຽງໃຕ້ຂອງເກາະ ລວມທັງຄ່າຊີວິດຜູ້ຄົນໄປຢ່າງໜ້ອຍ 2 ຄົນ ແລະ ມີຜູ້ບາດເຈັບອີກ ຫຼາຍກວ່າ 300 ຄົນ   ສຳນັກງານອຸຕຸນິຍົມວິທະຍາກາງຂອງໄຕ້ຫວັນລາຍງານວ່າ ພາຍຸໄຕ້ຝຸ່ນດານັສພັດຂຶ້ນຝັ່ງໃນເຂດເຈຍອີ້ມື້ຄືນວັນທີ່ 6 ກໍລະກົດ ດ້ວຍຄວາມຮຸນແຮງທຽບເທົ່າເຮີລິເຄນລະດັບ 1 ພາຍຸນີ້ເຄື່ອນຕົວອອກຈາກຕາຝັ່ງໃນຊ່ວງເຊົ້າຂອງວັນທີ່ 7 ກໍລະກົດ ວັນຈັນ ແລະ ກຳລັງເຂົ້າໃກ້ຈີນແຜ່ນດິນໃຫຍ່ໂດຍອ່ອນກຳລັງລົງເປັນພາຍຸໂຊນຮ້ອນ   ຄວາມເສຍຫາຍໃນໄຕ້ຫວັນຈາກພາຍຸດານັສ   ຕາມລາຍງານ ໃນຊ່ວງບ່າຍວັນທີ່ 7 ກໍລະກົດ ຄົວເຮືອນເກືອບ 400,000 ຫຼັງຄາເຮືອນທົ່ວເກາະບໍ່ມີໄຟຟ້າໃຊ້ ໂຮງຮຽນ […]

ງານວິໄຈເປີດເຜີຍ ສີປະສົມອາຫານສົ່ງຜົນໃຫ້ເດັກນ້ອຍສະມາທິສັ້ນ – ໂລກມະເຮັງ ໂດຍສະເພາະສີແດງ

ງານວິໄຈຫຼ້າສຸດທີ່ຕີພິມໃນ Journal of the Academy of Nutrition and Dietetics ປີ 2024   ພົບວ່າ ອາຫານ ແລະ ເຄື່ອງດື່ມທີ່ມີສີສັງເຄາະມັກມີປະລິມານນ້ຳຕານສູງກວ່າຜະລິດຕະພັນທີ່ບໍ່ມີສີເຖິງຮ້ອຍລະ 141 ທີ່ຊີ້ໃຫ້ເຫັນວ່າສີເຫຼົ່ານີ້ມັກຖືກໃຊ້ໃນຜະລິດຕະພັນແປຮູບທີ່ບໍ່ດີຕໍ່ສຸຂະພາບ ເຊັ່ນ: ນ້ຳອັດລົມ, ເຂົ້າໜົມອົບ ແລະ ອາຫານສຳເລັດຮູບ ທີ່ມີຄຸນຄ່າທາງໂພຊະນາການຕ່ຳ   ໜຶ່ງໃນຜົນກະທົບທີ່ຊັດເຈນ ຄື ຄວາມປ່ຽນແປງຂອງພຶດຕິກຳໃນເດັກນ້ອຍ ງານວິໄຈຈາກມະຫາວິທະຍາໄລເຊົາແທມຕັນ ປະເທດອັງກິດ ທີ່ຕີພິມໃນວາລະສານ The Lancet ພົບວ່າ   ເດັກທີ່ບໍລິໂພກສີສັງເຄາະຮ່ວມກັບສານກັນບູດມີພຶດຕິກຳໄຮເປີຫຼາຍຂຶ້ນ ມີອາການຄ້າຍສະມາທິສັ້ນ (ADHD) ໂດຍສີທີ່ພົບຕະຫຼອດເຊັ່ນ: ສີແດງເບີ 40 (Red 40), ສີເຫຼືອງເບີ 5 ແລະ 6 ຖືກລະບຸວ່າກ່ຽວຂ້ອງກັບພຶດຕິກຳທີ່ຜິດປົກກະຕິໃນເດັກນ້ອຍບາງຄົນ   ດ້ານຄວາມສ່ຽງຕໍ່ໂລກຮ້າຍແຮງ ເຊັ່ນ: ມະເຮັງ ງານວິໄຈໃນສັດທົດລອງພົບວ່າ ສີແດງເບີ 3 […]

ນາງ ສົມສະນຸກ ຫຼື (ບີ່) ອາຍຸ 35 ປີ ກໍ່ເຫດຄາດຕະກຳ ແມ່ເຖົ້າ ອາຍຸ 87 ປີ ເອົາຊັບໄປໃຊ້ໜີ້

ໃນວັນທີ 5 ກໍລະກົດ 2025, ພັທ ບຸນທະວີ ພົມມະໄຊ ຫົວໜ້າ ພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງ ບໍລິຄຳໄຊ ໄດ້ຖະແຫຼງການກ່ຽວກັບການມ້າງຄະດີຄາຕະກຳທີ່ເກີດຂື້ນຢູ່ບ້ານ ສີມຸງຄຸນ, ເມືອງປາກຊັນ, ແຂວງ ບໍລິຄຳໄຊ ສາມາດຈັບຕົວຜູ້ລົງມືກໍ່ເຫດ ຄາດຕະກຳມາດໍາເນີນຄະດີໄດ້ສຳເລັດ.   ທ່ານໄດ້ໃຫ້ຮູ້ວ່າ: ໃນເວລາ 11 ໂມງ 30 ນາທີ ຂອງວັນທີ 30 ມີຖຸນາ 2025 ເຈົ້າໜ້າທີ່ຕໍາຫຼວດພະແນກສືບສວນ-ສອບສວນ ປກສ ແຂວງ ບໍລິຄໍາໄຊ ໄດ້ຮັບແຈ້ງວ່າມີເຫດການຄົນເສຍຊີວິດຢູ່ ບ້ານ ສີມຸງຄຸນ ເມືອງ ປາກຊັນ ແຂວງບໍລິຄໍາໄຊ. ຜ່ານການກວດກາພົບເຫັນຜູ້ເສຍຊີວິດຊື່: ນາງ ຄໍາຜິວ ແສງສາທິດ(ປ້າດອນ) ອາຍຸ 87 ປີ ອາຊີບ ພະນັກງານບຳນານ (ແພດທະຫານ), ສະພາບຊາກສົບ ແມ່ນນອນເສຍຊີວິດຢູ່ໃນຫ້ອງນໍ້າເຮືອນຂອງຜູ້ກ່ຽວເອງ, ສະພາບສົບມີຖົງຢາງສີດໍາຄຸມຫົວ, ມີສະກ໋ອດໃສຮັດໄວ້ຢ່າງແໜ້ນໜາ, […]