ຮົງກົງໃຊ້ AI ພິມ “ກະດູກ 3 ມິຕິ” ຈາກພາບ X-ray ຫຼຸດຄົນເຈັບຮັບລັງສີໄດ້ 99%

ທີມນັກວິໄຈຈາກ ມະຫາວິທະຍາໄລວິທະຍາສາດແລະເທັກໂນໂລຊີຮົງກົງ (HKUST) ໄດ້ປະກາດຄວາມສຳເລັດຂອງການພັດທະນາເທັກໂນໂລຊີທີ່ຂັບເຄື່ອນດ້ວຍ AI ຊຶ່ງສາມາດສ້າງໂຄງສ້າງກະດູກແບບ 3 ມິຕິ ຂອງຄົນເຈັບຂຶ້ນມາໃໝ່ໄດ້   ໂດຍໃຊ້ພາບ X-ray ພຽງ 2-4 ພາບເທົ່ານັ້ນ ຊຶ່ງຊ່ວຍຫຼຸດຄວາມຈຳເປັນໃນການສະແກນ CT ແລະ ຫຼຸດປະລິມານລັງສີທີ່ຄົນເຈັບດ້ຮັບໄດ້ຫຼາຍເຖິງຮ້ອຍລະ 99.   ການພັດທະນາ AI ເພື່ອການສ້າງແບບຈຳລອງກະດູກ   ທີມນັກວິໄຈເປີດເຜີຍວ່າເທັກໂນໂລຊີນີ້ໃຊ້ເວລາພຽງ 30 ວິນາທີ ໃນການສ້າງແບບຈຳລອງກະດູກ 3 ມິຕິ   ໂດຍໃຊ້ປັນຍາປະດິດໃນການແປງພາບ X-ray ມາດຕະຖານ ໃຫ້ເປັນພາບກະດູກ ແລະ ອະໄວຍະວະແບບ 3 ມິຕິ ດ້ວຍວິທີນີ້ຊ່ວຍໃຫ້ໝໍສາມາດເຫັນພາບກະດູກຂອງຜູ້ປ່ວຍແບບສາມມິຕິທີ່ລະອຽດເທິງໜ້າຈໍຄອມພິວເຕີ ແລະ ຊ່ວຍໃຫ້ການວິນິດໄສ ແລະ ການວາງແຜນການປິ່ນປົວແມ່ນຍຳຍິ່ງຂຶ້ນ.   ບໍ່ແມ່ນພຽງແຕ່ພາບ ແຕ່ “ພິມ” ແບບຈຳລອງກະດູກ 3D ໄດ້ດ້ວຍ   ນອກຈາກຄວາມສາມາດໃນການສ້າງພາບ 3 […]

ເສັ້ນທາງ ແລະ ຂົວຫຼາຍແຫ່ງໃນໄຊສົມບູນຂາດ ເນື່ອງຈາກໄດ້ຮັບຜົນກະທົບຈາກນ້ຳຖ້ວມ ບໍ່ສາມາດນໍາໃຊ້ເຂົ້າໃນການສັນຈອນໄດ້

ໃນລະຫວ່າງ ວັນທີ 22-23 ກໍລະກົດ 2025 ບ້ານຊຽງຄົງ, ບ້ານວັງໄຮ ແລະ ບ້ານທ່າວຽງ ໄຊ ເມືອງທ່າໂທມ, ແຂວງໄຊສົມບູນ ໄດ້ຮັບຜົນກະທົບຈາກພະຍຸໝູນເຂດຮ້ອນວິພາ ແລະ ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍມື້ ເຮັດໃຫ້ນໍ້າຖ້ວມເຮືອນປະຊາຊົນ ຈໍານວນຫຼາຍຫຼັງ     ແລະ ປັດຈຸບັນ ຂົວອູ່ຂ້າມ ເຂດທໍາການຜະລິດຂອງປະຊາຊົນ ລະຫວ່າງບ້ານ ນາຊົງ ກັບ ບ້ານທ່າວຽງໄຊ ຂາດ 2 ແຫ່ງແລ້ວ ແລະ ໄຫຼຖ້ວມເສັ້ນທາງເລກ 1d , ຖ້ວມທົ່ງໄຮ່ທົ່ງນາຂອງປະຊາຊົນ ຈຳນວນໜຶ່ງ         ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2025 ນີ້ ລະຫວ່າງເສັ້ນທາງ ບ້ານນໍ້າຍ້ອນ ເມືອງອະນຸວົງ ໄປຫາບ້ານນາໄຊສະຫວ່າງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ແມ່ນບໍ່ສາມາດນໍາໃຊ້ເຂົ້າໃນການສັນຈອນໄດ້ແລ້ວ ເນື່ອງຈາກວ່າ ຂົວນໍ້າງື່ມ 3 […]

ແຈ້ງເຕືອນ ຝົນຕົກໜັກ,ນໍ້າຖ້ວມຊຸ ແລະ ດິນເຈື່ອນ ປະຈໍາວັນທີ 23 ກໍລະກົດ 2025 ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຢ່າງຕໍ່ເນື່ອງ

ແຈ້ງເຕືອນ ຝົນຕົກໜັກ,ນໍ້າຖ້ວມຊຸ ແລະດິນເຈື່ອນ ປະຈໍາວັນທີ 23 ກໍລະກົດ 2025, ເວລາ 12 ໂມງ 00 ​ຮ່ອງຄວາມກົດດັນອາກາດຕໍ່າ ຫຼືວ່າຮ່ອງຝົນ ໄດ້ພາດຜ່ານພາກເໜືອ ແລະ ພາກກາງ ຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັັງແຮງພັດປົກຄຸມເປັນສ່ວນໃຫ່ຍ   ຊຶ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼຶ້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ   ສໍາຫຼັບ ສະພາບລະດັບນໍ້າ ແມ່ນໍ້າສາຂາ ຂອງ ແມ່ນໍ້າຂອງ ເວລາ 7:00 ໂມງ ເຊົ້າ ສະຖານີຫຼວງພະບາງ, ແທກໄດ້ 16.44 ແມັດ, ລະດັບນໍ້າໄດ້ຂຶ້ນສູງໃກ້ເຂດເຕືອນໄພ (ລະດັບເຕືອນໄພ 17.50ແມັດ; ລະດັບນໍ້າຖ້ວມ 18.00 ແມັດ),   […]

ສະຫະລັດອາເມລິກາປະກາດຖອນຕົວຈາກ UNESCO ຫຼັງຈາກທີ່ຫາກໍກັບຄືນມາເປັນສະມາຊິກໃນສະໄໝຂອງອະດີດປະທານາທິບໍດີ ໂຈ ໄບເດັນ

ນັກການທູດເອີຣົບ 2 ຄົນ ເປີດເຜີຍວ່າ ສະຫະລັດອາເມລິກາຈະຖອນຕົວອອກຈາກອົງການເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື ຢູເນສໂກ (UNESCO)   ຊຶ່ງເປັນຫົວໜ້າງານດ້ານວັດທະນະທຳ ແລະ ການສຶກສາຂອງສະຫະປະຊາຊາດ ໃນຂະນະທີ່ປະທານາທິບໍດີໂດນາລ ທຣຳ ຍັງຄົງນຳປະເທດຂອງລາວຖອນຕົວອອກຈາກສະຖາບັນລະຫວ່າງປະເທດທີ່ລາວເຄີຍວິພາກວິຈານມາດົນນານ.   ຢ່າງໃດກໍຕາມ, ທຳນຽບຂາວຍັງບໍ່ໄດ້ອອກມາສະແດງຄວາມຄິດເຫັນໃນທັນທີ.   ການເຄື່ອນໄຫວຄັ້ງນີ້ຖືວ່າສົ່ງຜົນກະທົບຕໍ່ຢູເນສໂກທີ່ຕັ້ງຢູ່ໃນນະຄອນປາຣີ ຊຶ່ງສ້າງຕັ້ງຂຶ້ນຫຼັງສົງຄາມໂລກຄັ້ງທີ 2 ເພື່ອສົ່ງເສີມສັນຕິພາບຜ່ານການຮ່ວມມືລະຫວ່າງປະເທດດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທຳ.   ຫນັງສືພິມ ນິວຢອກໂພສ ຍັງລາຍງານກ່ຽວກັບການຖອນຕົວຂອງສະຫະລັດໂດຍອ້າງຄຳເວົ້າຂອງເຈົ້າໜ້າທີ່ທຳນຽບຂາວ.   ທຮຳໄດ້ດຳເນີນການໃນລັກສະນະທີ່ຄ້າຍຄືກັນນີ້ໃນລະຫວ່າງການດຳລົງຕຳແໜ່ງວາລະທຳອິດຂອງລາວ ໂດຍຖອນຕົວອອກຈາກອົງການອະນາໄມໂລກ, ຄະນະມົນຕີສິດທິມະນຸດແຫ່ງສະຫະປະຊາຊາດ, ຂໍ້ຕົກລົງການປ່ຽນແປງສະພາບອາກາດໂລກ ແລະ ຂໍ້ຕົກລົງນິວເຄລຍກັບອີຣ່ານ.   ຈາກນັ້ນປະທານາທິບໍດີໂຈ ໄບເດັນ ກໍໄດ້ປ່ຽນແປງການຕັດສິນໃຈເຫຼົ່ານັ້ນຫຼັງຈາກເຂົ້າຮັບຕຳແໜ່ງໃນປີ 2021 ໂດຍນຳສະຫະລັດກັບຄືນເຂົ້າເປັນສະມາຊິກຢູເນສໂກ, ອົງການອະນາໄມໂລກ ແລະ ຂໍ້ຕົກລົງດ້ານສະພາບອາກາດ.   ເມື່ອທຣຳກັບຄືນມາດຳລົງຕຳແໜ່ງປະທານາທິບໍດີສະຫະລັດສະໄໝທີ 2 ກໍຖອນຕົວອອກຈາກອົງການລະດັບໂລກເຫຼົ່ານີ້ອີກຄັ້ງ.   ລາວໄດ້ຕັດສິນໃຈຖອນສະຫະລັດອອກຈາກອົງການອະນາໄມໂລກ […]

ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລົງຕິດຕາມ ຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງເງິນ ເສຍຫາຍຫລາຍກວ່າ 16 ຕື້ກີບ

ນໍ້າຖ້ວມຢູ່ເມືອງເງິນ ເສຍຫາຍຫລາຍກວ່າ 16 ຕື້ກີບ   ໃນລະຫວ່າງວັນທີ 18 – 20 ກໍລະກົດ 2025ນີ້. ທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄຊຍະບູລີ ນໍາໂດຍ ທ່ານ ຈັດ ຊະນະເລີດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ປະສານສົມທົບກັບ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ– ເມືອງເງິນ ໄດ້ລົງຕິດຕາມ ຜົນກະທົບເສຍຫາຍຈາກໄພນໍ້າຖ້ວມ ຢູ່ເມືອງເງິນ ແຂວງ ໄຊຍະບູລີ.   ໂອກາດດັ່ງກ່າວ ຕາງໜ້າຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ກໍໄດ້ລາຍງານສະພາບຜົນເສຍຫາຍຈາກໄພນໍ້າຖ້ວມ.   ເລີ່ມແຕ່ໃນຄໍ່າຄືນ ຂອງວັນທີ 16 ກໍລະກົດ 2025 ໄດ້ເກີດມີຝົນຕົກໜັກໃນຂອບເຂດບໍລິເວນພື້ນທີ່ທົ່ວເມືອງເງິນ ເຊິ່ງໄດ້ກໍໃຫ້ເກີດນ້ຳຖ້ວມຊຸບ້ານເຮືອນ, ໄຮ່ນາຮົ້ວສວນ, ດິນເຊາະເຈື່ອນ ສົ່ງຜົນກະທົບຕໍ່ຊັບສິນຂອງພໍ່ແມ່ປະຊາຊົນຊາວເມືອງເງິນໂດຍສະເພາະ ແມ່ນບ້ານໂຮມໄຊ, ບ້ານປາກແຄນ ແລະ ບ້ານທອງ.   ດ້ານທີ່ຢູ່ອາໄສ ລວມມູນຄ່າເສຍຫາຍ 2,226,200,000 ກີບ, ດ້ານພື້້ນຖານໂຄງລ່າງ ລວມມູນຄ່າເສຍຫາຍ 5,587,000,000 ກີບ, […]

ແຈ້ງການປິດນໍ້າປະປາຊົ່ວຄາວ ໃນຂົງເຂດ ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ໃນວັນທີ 23 ກໍລະກົດ 2025

ແຈ້ງການ ເລື່ອງ: ການປິດນໍ້າປະປາຊົ່ວຄາວ ເພື່ອດຳເນີນການຕັດທໍ່ນ້ຳ ເພື່ອສ້ອມແປງ ແລະ ປ່ຽນຖ່າຍປະຕູນ້ຳ ຂະໜາດ DN 300. ລັດວິສາຫະກິດ ນ້ຳປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງບັນດາພໍ່ແມ່ປະຊາຊົນຜູ້ຊົມໃຊ້ນ້ຳປະປາ ໃນຂົງເຂດ ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ   ຮັບຊາບວ່າ: ໃນວັນທີ 23 ກໍລະກົດ 2025 ກົງກັບວັນພຸດ, ເລີ່ມແຕ່ເວລາ 9:00-16:00 ໂມງ,   ຈະໄດ້ປິດນ້ຳປະປາຊົ່ວຄາວ ເພື່ອຕັດທໍ່ນ້ຳປະປາ ຂະໜາດ DN300 ເພື່ອສ້ອມແປງ ແລະ ປ່ຽນຖ່າຍປະຕູນ້ຳ,   ສະຖານທີ່: ບ້ານ ຄໍາຮຸ່ງ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ, ໃນລະຫວ່າງການດຳເນີນງານ ຈະສົ່ງຜົນກະທົບເຮັດໃຫ້ ນ້ຳປະປາ ໄຫຼອອກຄ່ອຍ-ບໍ່ມີນ້ຳ ໃນຂອບເຂດພື້ນທີ່ບ້ານ: ຄຳຮຸ່ງ, ສາຍນ້ຳເງິນ, ຕານມີໄຊ, ສີວິໄລ ແລະ ບ້ານອື່ນໆ ທີ່ຢູ່ຂອບເຂດໃກ້ຄຽງຂອງເມືອງ […]

ລັດເຊຍກຳລັງພິຈາລະນາສັ່ງແບຣນ “WhatsApp” ໂປຣແກຣມຈາກປະເທດທີ່ບໍ່ເປັນມິດ

ສຳນັກຂ່າວຣອຍເຕີ ລາຍງານວ່າ ລັດຖະບານລັດເຊຍກຳລັງເດີນໜ້າຊຸກຍູ້ນະໂຍບາຍ “ອະທິປະໄຕທາງດິຈິຕອລ” ຢ່າງເຂັ້ມຂຸ້ນ   ລ່າສຸດ ສະມາຊິກສະພາດູມາ (State Duma) ຈາກຝ່າຍຄຸ້ມຄອງເທັກໂນໂລຢີ ແລະ ຂໍ້ມູນຂ່າວສານ ລະບຸວ່າ WhatsApp ແອັບສົ່ງຂໍ້ຄວາມຍອດນິຍົມພາຍໃຕ້ບໍລິສັດ Meta Platforms ອາດຕ້ອງຖອນໂຕອອກຈາກຕະຫຼາດລັດເຊຍໃນໄວໆນີ້   ຄຳເຕືອນດັ່ງກ່າວເກີດຂຶ້ນຫຼັງຈາກທີ່ປະທານາທິບໍດີວລາດິເມຍ ປູຕິນ ລົງນາມໃນກົດໝາຍໃໝ່ເມື່ອເດືອນທີ່ຜ່ານມາ ເພື່ອພັດທະນາແອັບສົ່ງຂໍ້ຄວາມທີ່ໄດ້ຮັບການສະໜັບສະໜູນຈາກລັດ ແລະ ສາມາດເຊື່ອມຕໍ່ກັບບໍລິການພາກລັດຂອງລັດເຊຍໄດ້ໂດຍກົງ ເຊິ່ງສະທ້ອນເຖິງຄວາມຕັ້ງໃຈຂອງມົສໂກໃນການຫຼຸດການອີງອາໄສ ແພລັດຟອມຕ່າງປະເທດ ເຊັ່ນ: WhatsApp ແລະ Telegram   ແອນຕອນ ໂກເຣລກິນ ຮອງປະທານຄະນະກຳມະການດ້ານເທັກໂນໂລຢີ ແລະ ຂໍ້ມູນຂ່າວສານສະພາດູມາ ໃຫ້ຄວາມເຫັນຜ່ານແພລັດຟອມ Telegram ວ່າ ເຖິງເວລາແລ້ວທີ່ WhatsApp ຄວນກຽມໂຕອອກຈາກຕະຫຼາດລັດເຊຍ ໂດຍໃຫ້ເຫດຜົນວ່າບໍລິສັດ Meta ເຊິ່ງເປັນເຈົ້າຂອງ WhatsApp ຖືກຂຶ້ນບັນຊີເປັນ “ອົງການຫົວຮຸນແຮງ” ພາຍໃນລັດເຊຍ   ທັງນີ້ ບໍລິການໂຊຊຽລມີເດຍອື່ນໃນເຄືອ Meta […]

ແຈ້ງເຕືອນສະພາບໄພພິບັດ ໄພນ້ຳຖ້ວມ ວັນທີ 21 – 22 ກໍລະກົດ 2025

ຕາມການແຈ້ງເຕືອນຈາກ Mekong River Commission (MRC) ໃນຊ່ວງ 12-24 ຊົ່ວໂມງຂ້າງໜ້າ ພົບວ່າພື້ນທີ່ໃນ ສ.ປ.ປ ລາວ ຕໍ່ໄປນີ້ ມີ “ຄວາມສ່ຽງສູງ” ທີ່ຈະເກີດນ້ຳປ່າໄຫຼ ແລະ ສ່ຽງທີ່ຈະເກີດໄພນຳ້ຖ້ວມ:   ໃນ 12 ຊົ່ວໂມງຂ້າງໜ້າ- ແຂວງຫຼວງພຣະບາງ: ເມືອງ ວຽງຄຳ ໃນ 24 ຊົ່ວໂມງຂ້າງໜ້າ- ແຂວງອັດຕະປື: ເມືອງ ຊານໄຊ, ແຂວງຫຼວງພຣະບາງ: ເມືອງ ໂພນໄຊ, ເມືອງ ວຽງຄຳ   ໃຫ້ປະຊາຊົນໃນພື້ນທີ່ດັ່ງກ່າວ ຕິດຕາມຂ່າວສານຢ່າງໃກ້ຊິດ ແລະ ກຽມການຮັບມື ກັບສະພາບໄພພິບັດໄດ້ທັນທີ           ທີ່່ມາ: Mekong River Commission

ເຕືອນການສັນຈອນເສັ້ນທາງເມືອງເງິນ ເສັ້ນທາງເມືອງເງິນ ແຂວງໄຊຍະບູລີ ຫາ ເມືອງແບງ ແຂວງອຸດົມໄຊ ແມ່ນການສັນຈອນຫຍຸ້ງຍາກ

ໃນວັນທີ 17 ກໍລະກົດ 2025 ເສັ້ນທາງເມືອງເງິນ ແຂວງໄຊຍະບູລີ ຫາ ເມືອງແບງ ແຂວງອຸດົມໄຊ ແມ່ນການສັນຈອນຫຍຸ້ງຍາກ   ບາງບ່ອນຫົນທາງຖືກດິນຖົມ, ບາງບ່ອນຕົ້ນໄມ້-ເສົາໄຟລົ້ມຂວາງທາງ, ບາງບ່ອນມີນໍ້າຖ້ວມຂັງ ເນື່ອງຈາກຝົນໜັກ ເຮັດໃຫ້ນໍ້າຊຸ-ດິນເຈື່ອນ                 ຂ່າວ: Lao Security News