ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ

ເຈົ້າໜ້າທີ່ສະຫະລັດເປີດເຜີຍວ່າ ມີຜູ້ສູນຫາຍ 7 ຄົນ ຫຼັງຈາກເກີດໄຟໄໝ້ ແລະ ລະເບີດຮຸນແຮງທີ່ໂຮງງານດອກໄມ້ໄຟທາງດ້ານການຄ້າແຫ່ງໜຶ່ງໃນເຂດຊົນນະບົດທາງຕອນເໜືອຂອງລັດແຄລິຟໍເນຍ ພາບທາງອາກາດຈາກສະຖານີໂທລະທັດທ້ອງຖິ່ນ ສະແດງໃຫ້ເຫັນອາຄານຂະໜາດໃຫຍ່ທີ່ຄ້າຍຄືໂກດັງລະເບີດເປັນຊິ້ນສ່ວນເລັກຊິ້ນນ້ອຍໆ ເມື່ອແລງວັນອັງຄານ 1 ກໍລະກົດ 2025 ຕາມເວລາທ້ອງຖິ່ນ ໂດຍມີລູກໄຟຂະໜາດໃຫຍ່ຈາກການລະເບີດດັງສົ່ງແສງສະຫວ່າງໄປທົ່ວບໍລິເວນຊຸມຊົນເອສປາໂຕ ໃນເຂດໂຍໂລເຄົາຕີ້ ເຊິ່ງຢູ່ຫ່າງຈາກເມືອງຊາກາເມນໂຕເມືອງຫຼວງຂອງລັດແຄລິຟໍເນຍ ໄປທາງຕະວັນຕົກປະມານ 64 ກມ. ການລະເບີດຍັງສົ່ງຜົນໃຫ້ເກີດກຸ່ມຄວັນດຳ ຕາມມາດ້ວຍການລະເບີດນ້ອຍໆ ອີກຫຼາຍສິບຄັ້ງໃນທ້ອງຟ້າເຫນືອພື້ນທີ່ດັ່ງກ່າວ ເຊິ່ງຄາດວ່າເກີດຈາກດອກໄມ້ໄຟທີ່ເກັບໄວ້ໃນໂຮງງານ ເປວໄຟລຸກລາມຈາກການລະເບີດດັ່ງກ່າວໄດ້ເຜົາພືດໃນບໍລິເວນອ້ອມຮອບ ໂດຍພື້ນທີ່ປະມານ 197 ໄຮ່ ໃນເບື້ອງຕົ້ນພົບຜູ້ໄດ້ຮັບບາດເຈັບ 2 ຄົນ ທີ່ໄດ້ຮັບການຮັກສາ ແລະ ມີຜູ້ສູນຫາຍອີກ 7 ຄົນ ທ່ານເຄີທິສ ລໍເຣັນສ໌ ຫົວໜ້າສຳນັກງານດັບເພີງຂອງເຂດປ້ອງກັນອັກຄີໄພເອສປາໂຕ ກ່າວວ່າ ສາເຫດຂອງເຫດການເກີດຂຶ້ນສາມວັນກ່ອນການລະເຫຼີມສະຫລອງວັນປະກາດເອກະລາດຂອງສະຫະລັດໃນວັນທີ 4 ກໍລະກົດ ເຊິ່ງໂດຍປົກກະຕິຈະມີການຈຸດດອກໄມ້ໄຟ ຢູ່ລະຫວ່າງການສອບສວນຂອງສຳນັກງານຜູ້ບັງຄັບການດັບເພີງຂອງລັດ ເຈົ້າໜ້າທີ່ກ່າວວ່າ ນັກດັບເພີງແລະເຈົ້າໜ້າທີ່ຮັບມືເຫດສຸກເສີນອື່ນໆ ກຳລັງຮັກສາໄລຍະຫ່າງທີ່ປອດໄພຈາກສະຖານທີ່ເກີດເຫດ ຂະນະທີ່ທີມງານຍັງຄົງປະເມີນຄວາມສ່ຽງທີ່ເກີດຂຶ້ນຈາກດອກໄມ້ໄຟ […]
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ

ສິງກະໂປເລີ່ມບັງຄັບໃຊ້ບົດລົງໂທດປັບແລະຈຳຄຸກ 3 ເດືອນ ຜູ້ທີ່ຝ່າຝືນຂັບຂີ່ພາຫນະເທິງທາງຍ່າງແລ້ວ ຕັ້ງແຕ່ວັນທີ 1 ກໍລະກົດທີ່ຜ່ານມາ ໂດຍມີເປົ້າໝາຍເພື່ອເພີ່ມຄວາມປອດໄພແກ່ກຸ່ມຜູ້ໃຊ້ທາງຍ່າງທີ່ອ່ອນແອ ເຊັ່ນ: ຜູ້ສູງອາຍຸແລະເດັກ ວັນທີ 3 ກໍລະກົດ 2025 ອົງການຂົນສົ່ງທາງບົກຂອງສິງກະໂປ ເປີດເຜີຍວ່າ ບົດລົງໂທດຜູ້ທີ່ຂັບຂີ່ລົດຈັກ, ລົດຖີບ ຫຼື ພາຫນະສ່ວນບຸກຄົນທັງທີ່ມີ ຫຼື ບໍ່ມີເຄື່ອງຈັກ ເທິງທາງຍ່າງໃນເຂດຫ້າມ ຈະມີໂທດປັບສູງສຸດ 2,000 ໂດລາສິງກະໂປຈຳຄຸກບໍ່ເກີນ 3 ເດືອນ ຫຼື ທັງຈຳທັງປັບ ຂຶ້ນກັບພຶດຕິກຳການຂັບຂີ່ ທາງການລະບຸວ່າ ເຖິງແມ່ນວ່າຫນ່ວຍງານຈະເນັ້ນວ່າການດຳເນີນຄະດີຈະເຮັດດ້ວຍຄວາມລະມັດລະວັງ ແລະ ພິຈາລະນາເປັນກໍລະນີໄປ ແຕ່ຈະບໍ່ມີການຜ່ອນຜັນ ສຳລັບຜູ້ທີ່ຂັບຂີ່ດ້ວຍຄວາມໄວເກີນກຳໜົດ ຫຼື ສະແດງພຶດຕິກຳປະມາດເຊິ່ງອາດກໍ່ໃຫ້ເກີດອັນຕະລາຍຕໍ່ຄົນຍ່າງ ໂດຍ “ທາງຍ່າງທີ່ຫ້າມໃຊ້” ໝາຍເຖິງທາງຍ່າງທີ່ຢູ່ຕິດກັບທາງລົດ ເຊິ່ງມີປ້າຍ ຫຼື ສັນຍາລັກລະບຸຢ່າງຊັດເຈນວ່າ ສະຫງວນໄວ້ສຳລັບຄົນຍ່າງເທົ່ານັ້ນ ໂດຍອະນຸຍາດໃຫ້ສະພາະຜູ້ໃຊ້ຕີນ ແລະ ຜູ້ທີ່ໃຊ້ອຸປະກອນຊ່ວຍການເຄື່ອນຍ້າຍ ເຊັ່ນ: ຜູ້ໃຊ້ລໍ້ວິວແຊ ຫຼື ໄມ້ເທົ້າ […]
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ

ພາກັນແຕກຕື່ນ!!! ຖ້ຽວບິນຊຽງໄຮ້-ໂຕກຽວດິ່ງລົງຢ່າງກະທັນຫັນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ! ເຈແປນແອລໄລນ໌ຢືນຢັນເຫດຂັດຂ້ອງລະບົບປັບຄວາມດັນ ຕ້ອງລົງຈອດສຸກເສີນທີ່ຄັນໄຊ 191 ຊີວິດປອດໄພ ສື່ມວນຊົນຍີ່ປຸ່ນລາຍງານ 1 ກໍລະກົດ 2025 ເມື່ອຄືນມື້ວັນຈັນ ອ້າງຂໍ້ມູນຈາກສຳນັກງານການບິນພົນລະເຮືອນໂອຊາກ້າ ວ່າຖ້ຽວບິນ JL8696/IJ004 ຖ້ຽວບິນສາຍການບິນສະປະຣິງແອລໄລນ໌ ເຊິ່ງເປັນບໍລິສັດສາຍການບິນໃນເຄື່ອເຈແປນແອລໄລນ໌ ລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ ຖ້ຽວບິນຈາກຊຽງໄຮ້ໄປສະໜາມບິນນາຣິຕະຂອງໂຕກຽວ ປະສົບເຫດການທີ່ໜ້າສັ່ນສະເທືອນ ເມື່ອເຄື່ອງບິນລົດລະດັບລົງຢ່າງໄວຈາກລະດັບຄວາມສູງປະມານ 11,000 ແມັດເຫຼືອປະມານ 3,200 ແມັດພາຍໃນເວລາປະມານ 10 ນາທີ ຜູ້ໂດຍສານໄດ້ຮັບແຈ້ງໃຫ້ສວມໜ້າກາກອອກຊິເຈນລະຫວ່າງການລົງຈອດສຸກເສີນ ລາຍງານລະບຸວ່າຜູ້ໂດຍສານແລະລູກເຮືອທັງໝົດ 191 ຄົນປອດໄພດີ ສາຍການບິນເຈແປນແອລໄລນ໌ຢືນຢັນກັບໂກລບອນໄທມສ໌ເມື່ອວັນອັງຄານວ່າ ເຄື່ອງບິນທີ່ເກີດເຫດເປັນຂອງສະປະຣິງແອລໄລນ໌ເຈແປນ ບໍລິສັດມີສາຍການບິນເຈແປນແອລໄລນ໌ເປັນຜູ້ຖືຫຸ້ນລາຍໃຫຍ່ທີ່ສຸດ ດ້ານກຽວໂດນິວສ໌ ລາຍງານວ່າມີການແຈ້ງເຕືອນທີ່ບົ່ງຊີ້ເຖິງຄວາມຜິດປົກກະຕິໃນລະບົບປັບຄວາມດັນຂອງເຄື່ອງບິນ ເຊິ່ງເຮັດໜ້າທີ່ຮັກສາຄວາມດັນໃນຫ້ອງໂດຍສານ ນັກບິນສົງໄສວ່າອາດມີຄວາມດັນໃນຫ້ອງໂດຍສານຫຼຸດລົງ ຈຶ່ງແຈ້ງເຫດສຸກເສີນຕໍ່ສູນຄວບຄຸມການຈະລາຈອນທາງອາກາດ ແລະ ປ່ຽນເສັ້ນທາງການບິນໄປທີ່ສະໜາມບິນຄັນໄຊ ຜູ້ໃຊ້ໂຊຊຽວມີເດຍຊື່ Cyue ໂພສວ່າເຄື່ອງບິນຈະເລີ່ມລົດລະດັບຢ່າງໄວກວ່າ 8,000 […]
ແຈ້ງການມອດໄຟ ວັນທີ 4-6 ກໍລະກົດ 2025

ແຈ້ງການມອດໄຟ ວັນທີ 4-6 ກໍລະກົດ 2025 ລາຍລະອຽດດັ່ງລຸ່ມນີ້: ທີ່ມາ: ລັດວິສາຫະກິດໄຟຟ້າລາວ
ຍີ່ປຸ່ນກຽມພ້ອມຮັບມື “Megaquake” ເປີດເຜີຍແຜນໃຊ້ AI ຫຼຸດຜູ້ເສຍຊີວິດສູງສຸດ 300,000 ຄົນ

ລັດຖະບານຍີ່ປຸ່ນກຳລັງຍົກລະດັບແຜນຮັບມືໄພພິບັດດ້ວຍການປະສົມປະສານລວມເທັກໂນໂລຍີທັນສະໄໝແລະປັນຍາປະດິດ AI ເພື່ອກຽມພ້ອມຮັບມືກັບແຜ່ນດິນໄຫວຄັ້ງໃຫຍ່ (Megaquake) ທີ່ຄາດການວ່າຈະເກີດຂຶ້ນໃນຮ່ອງນ້ຳນັນໄກ (Nankai Trough) ໂດຍມີເປົ້າໝາຍຫຼຸດຈຳນວນຜູ້ເສຍຊີວິດທີ່ອາດສູງເຖິງ 298,000 ຄົນ ແລະ ຄວາມເສຍຫາຍທາງເສດຖະກິດທີ່ປະເມີນໄວ້ເຖິງ 2 ລ້ານລ້ານໂດລາສະຫະລັດ ແຜ່ນດິນໄຫວຄັ້ງໃຫຍ່ທີ່ຮ່ອງນ້ຳນັນໄກ (Nankai Trough) ເນື່ອງຈາກຄະນະກຳມະການຂອງລັດຖະບານຍີ່ປຸ່ນລະບຸວ່າ ປັດຈຸບັນໂອກາດເກີດແຜ່ນດິນໄຫວຂະໜາດ 7 ໂມເມັນແມກນິຈູດ (Mw) ຫຼື ສູງກວ່າໃນຮ່ອງນ້ຳນັນໄກທີ່ຈາກເດີມຢູ່ທີ 75% ສູງຂຶ້ນເປັນ 82% ລັດຖະບານຍີ່ປຸ່ນຈຶ່ງເລັ່ງປັບປຸງແຜນຮັບມືແຜ່ນດິນໄຫວສະບັບປີ 2014 ໂດຍຄຳນຶງວ່າແຜນເດີມອາດຫຼຸດອັດຕາການເສຍຊີວິດໄດ້ພຽງ 20% ເທົ່ານັ້ນ ຈາກການປະມານການຄວາມເສຍຫາຍສະບັບໃໝ່ທີ່ເຜີຍແພ່ເມື່ອເດືອນມີນາທີ່ຜ່ານມາ ລະບຸວ່າໃນກໍລະນີທີ່ຮ້າຍແຮງທີ່ສຸດ ແຜ່ນດິນໄຫວໃນຮ່ອງນັນໄກອາດພາກຊີວິດຜູ້ຄົນໄດ້ເຖິງ 298,000 ຄົນ ແລະ ທຳລາຍອາຄານກວ່າ 2.35 ລ້ານຫຼັງ ຊຶ່ງສະແດງໃຫ້ເຫັນເຖິງຄວາມຈຳເປັນເລັ່ງດ່ວນໃນການກຽມພ້ອມຮັບມື ແຜນກົນລະຍຸດທີ່ອາດມີການປັບປຸງໃໝ່ຂອງລັດຖະບານຍີ່ປຸ່ນ ສືບເນື່ອງຈາກແຜນປີ 2014 ແຜນກົນລະຍຸດທີ່ອາດມີການປັບປຸງໃໝ່ທີ່ມຸ່ງເນັ້ນການລົງທຶນໃນໂຄງສ້າງພື້ນຖານອັດສະລິຍະ ແລະ ການໃຊ້ເທັກໂນໂລຍີເພື່ອເພີ່ມປະສິດທິພາບໃນການຮັບມືໄພພິບັດ ເນື່ອງຈາກເທັກໂນໂລຍີທີ່ກ້າວໜ້າໃນປັດຈຸບັນ […]
ຈະເກີດຫຍັງຂຶ້ນ ເມື່ອງົດດື່ມແອລກໍຮໍ ນອນງ່າຍ ໜ້າທ້ອງຫາຍ ຜິວດີ ແທ້ຫຼືບໍ່?

ຫຼາຍຄົນໃຊ້ແອລກໍຮໍເປັນທາງລັດສູ່ການ “ພັກຜ່ອນ” ຫຼັງວັນເມື່ອຍ ບາງຄົນດື່ມເພື່ອຄາຍຄຽດ ບາງຄົນດື່ມເພາະຢາກຄວາມບັນເທິງກັບໝູ່ເພື່ອນ ແຕ່ໃນຂະນະທີ່ໃຈໄດ້ພັກ ຮ່າງກາຍກັບເຮັດວຽກໜັກຍິ່ງກວ່າເກົ່າ ແລ້ວຫາກລອງຢຸດດື່ມ 1 ວັນ 1 ອາທິດ ຫຼື 1 ເດືອນ ການພັກແອລກໍຮໍຈະສົ່ງຜົນຕໍ່ຮ່າງກາຍແນວໃດແດ່ ຜິວດີຂຶ້ນຈົນຄົນທັກ ຫຼັບເລິກ ຕື່ນມາບໍ່ເພຍ ໜ້າທ້ອງຍຸບ ລະບົບຍ່ອຍໂລ່ງ ສະໝອງປອດໂປ່ງ ຄິດງານລື່ນຂຶ້ນ ເລື່ອງເຫຼົ່ານີ້ບໍ່ແມ່ນພຽງຄຳທີ່ເວົ້າລອຍໆ ແຕ່ຄືຜົນລັບທີ່ເກີດຂຶ້ນກັບຫຼາຍຄົນທີ່ລອງ “ຖອຍຄົນລະກ້າວ” ຈາກແກ້ວເຫຼົ້າ ຊວນມາທ້າທາຍຕົວເອງ ປັບໃຈ ປັບກາຍ ແລ້ວໃຫ້ຮ່າງກາຍໄດ້ “ພັກ” ໄປພ້ອມກັນ ເມື່ອແອລກໍຮໍເຂົ້າສູ່ຮ່າງກາຍ ເກີດຫຍັງຂຶ້ນແດ່? ຂໍ້ມູນຈາກກະຊວງສາທາລະນະສຸກອະທິບາຍວ່າ ທັນທີທີ່ດື່ມ ແອລກໍຮໍຈະຖືກດູດຊຶມໃນກະເພາະອາຫານ ແລະ ກະຈາຍສູ່ກະແສເລືອດ ເຮັດໃຫ້ສາມາດກວດພົບແອລກໍຮໍໃນເລືອດໄດ້ພາຍໃນ 5 ນາທີຫຼັງການດື່ມ ຈາກນັ້ນຈະເລີ່ມສົ່ງຜົນຕໍ່ເຊລ ແລະອະໄວຍະວະຕ່າງໆ 10 – 30 ນາທີຕໍ່ມາ ຊ່ອງປາກ […]
ແຜ່ນດິນໄຫວກວ່າ 900 ຄັ້ງ ສັ່ນສະເທືອນໝູ່ເກາະໂທຄາຣະຂອງຍີ່ປຸ່ນໃນເວລາພຽງ 2 ອາທິດ

ແຜ່ນດິນໄຫວຫຼາຍກວ່າ 900 ຄັ້ງສັ່ນສະເທືອນ “ໝູ່ເກາະໂທຄາຣະ” ອັນຫ່າງໄກຂອງຍີ່ປຸ່ນໃນຊ່ວງ 2 ອາທິດທີ່ຜ່ານມາ ທາງການຍີ່ປຸ່ນລະບຸວ່າກິດຈະກຳແຜ່ນດິນໄຫວໃນບໍລິເວນນີ້ເກີດຂຶ້ນ “ຫຼາຍຄັ້ງ” ຮອບໆ ໝູ່ເກາະໂທຄາຣະມາຕັ້ງແຕ່ວັນທີ 21 ມິຖຸນາທີ່ຜ່ານມາ ແລະ ລ່າສຸດມື້ວານນີ້ (2 ກໍລະກົດ) ກໍໄດ້ເກີດແຜ່ນດິນໄຫວຂະໜາດ 5.5 ຣິກເຕີ້ດ້ວຍ ໂດຍແຜ່ນດິນໄຫວນັບຮ້ອຍຄັ້ງທີ່ສະເທືອນໝູ່ເກາະແຫ່ງນີ້ຍັງຄົງບໍ່ມີລາຍງານຄວາມເສຍຫາຍໃດໆ ແລະ ຍັງບໍ່ມີການເຕືອນສຶນາມິເກີດຂຶ້ນ ແຕ່ທາງການທ້ອງຖິ່ນໄດ້ຂໍໃຫ້ປະຊາຊົນກຽມຄວາມພ້ອມຕະຫຼອດເວລາສໍາລັບການອົບພະຍົບທີ່ອາດເກີດຂຶ້ນໄດ້ທຸກເມື່ອ ໝູ່ເກາະໂທຄາຣະມີປະຊາຊົນອາໄສຢູ່ບໍ່ຫຼາຍ ຫວ່າ 700 ຄົນ ແລະ ບໍ່ມີໂຮງໝໍຕັ້ງຢູ່ເທິງເກາະແຫ່ງນີ້ ໂຮງໝໍທີ່ໃກ້ທີ່ສຸດຈະຕ້ອງເດີນທາງຈາກເກາະດ້ວຍເຮືອເຟີຣີ່ໂດຍໃຊ້ເວລາຢ່າງໜ້ອຍ 6 ຊົ່ວໂມງ ເພື່ອໄປເຖິງແຂວງຄະໂງະຊິມະ ໜຶ່ງໃນຜູ້ທີ່ອາໄສຢູ່ເທິງໝູ່ເກາະໂທຄາຣະເປີດເຜີຍຄວາມຮູ້ສຶກກັບນັກຂ່າວທ້ອງຖິ່ນວ່າ ການເຄື່ອນຕົວຂອງເປືອກໂລກເຮັດໃຫ້ພວກເຂົາຢ້ານຫຼາຍຈົນເຖິງຂັ້ນນອນບໍ່ຫຼັບ ແລະ ຮູ້ສຶກຄືວ່າພື້ນດິນເກີດການສັ່ນໄຫວຢູ່ຕະຫຼອດເວລາ ເຊັ່ນດຽວກັບຊາຍຄົນໜຶ່ງທີ່ໄດ້ເປີດເຜີຍຄວາມຮູ້ສຶກກັບໜັງສືພິມ ອາຊາຮິ ຊິມບຸນ ວ່າໄດ້ຍິນສຽງຄໍາຮາມມາຈາກມະຫາສະມຸດກ່ອນທີ່ແຜ່ນດິນໄຫວຈະເກີດໂດຍສະເພາະໃນຕອນກາງຄືນຊຶ່ງມັນເຮັດໃຫ້ໜ້າຂົນລຸກ ເປັນທີ່ຮູ້ກັນວ່າຍີ່ປຸ່ນຄືປະເທດໜຶ່ງເທິງໂລກທີ່ປະເຊີນກັບໄພຈາກແຜ່ນດິນໄຫວຫຼາຍທີ່ສຸດ ດ້ວຍພູມິປະເທດທີ່ຕັ້ງຢູ່ເທິງ Pacific Ring of Fire ຫຼື ວົງແຫວນໄຟໃນມະຫາສະມຸດແປຊິຟິກ […]
ສະຫະລັດລົງນາມຂໍ້ຕົກລົງການຄ້າກັບຫວຽດນາມ ຕົກລົງຫຼຸດພາສີຈາກ 46% ເຫຼືອ 20%

ປະທານາທິບໍດີໂດນາລດ໌ ທຣຳ ຜູ້ນຳສະຫະລັດ ຖະແຫຼງມື້ວານນີ້ 2 ກໍລະກົດ 2025 ວ່າ ສະຫະລັດໄດ້ລົງນາມໃນຂໍ້ຕົກລົງການຄ້າກັບຫວຽດນາມແລ້ວ ຫຼັງການເຈລະຈາກັນມາຫຼາຍເດືອນ ຊຶ່ງສະຫະລັດຈະເກັບພາສີສິນຄ້ານຳເຂົ້າຫຼາຍລາຍການຈາກຫວຽດນາມໃນອັດຕາຮ້ອຍລະ 20 ໂດຍຕ່ຳກວ່າຮ້ອຍລະ 46 ທີ່ທຣຳເຄີຍປະກາດເກັບພາສີສິນຄ້າຈາກຫວຽດນາມໃນເດືອນເມສາທີ່ຜ່ານມາ ທຣຳໂພສຂໍ້ຄວາມທາງ Truth Social ວ່າ “ຮູ້ສຶກເປັນກຽດຢ່າງຍິ່ງທີ່ຈະປະກາດວ່າລາວຫາກໍ່ ເຮັດຂໍ້ຕົກລົງການຄ້າກັບສາທາລະນະລັດສັງຄົມນິຍົມຫວຽດນາມຫຼັງຈາກລົມເວົ້າກັບ ໂຕ ເລີມ ເລຂາທິການພັກຄອມມິວນິສຫວຽດນາມທີ່ເຄົາລົບນັບຖື” ທຣຳກ່າວວ່າ ສິນຄ້າຈາກຫວຽດນາມຈະຖືກເຮີກເກັບພາສີນຳເຂົ້າຮ້ອຍລະ 20 ແລະ ສິນຄ້າທີ່ຂົນສົ່ງຜ່ານຈາກປະເທດທີ່ສາມຈະຖືກເອີ້ນເກັບພາສີນຳເຂົ້າຮ້ອຍລະ 40 ນອກຈາກນີ້ ຫວຽດນາມຍັງໃຫ້ການເຂົ້າເຖິງຕະຫຼາດຫຼາຍຂຶ້ນແກ່ສະຫະລັດ ໂດຍສິນຄ້າສົ່ງອອກຂອງສະຫະລັດໄປຍັງຫວຽດນາມຈະບໍ່ຖືກເອີ້ນເກັບພາສີອາກອນ
ເຮືອເຟີຣີ່ຫຼົ້ມໃກ້ເກາະບາຫລີ ສູນຫາຍກວ່າ 30 ຄົນ ຄາດວ່າເປັນບັນຫາເຄື່ອງຈັກ

ເກີດເຫດເຮືອເຟີຣີ່ຫຼົ້ມນອກຕາຝັ່ງໃກ້ເກາະບາຫລີຂອງອິນໂດເນເຊຍເມື່ອຊ່ວງເຊົ້າວັນທີ 3 ກໍລະກົດ 2025 ມີລາຍງານວ່າເຮືອລຳດັ່ງກ່າວບັນທຸກຜູ້ໂດຍສານທັງໝົດ 53 ຄົນ ລູກເຮືອ 12 ຄົນ ພ້ອມດ້ວຍຍານພາຫະນະອີກ 22 ຄັນທີ່ມີລົດບັນທຸກ 14 ຄັນ ລວມຢູ່ດ້ວຍ ເບື້ອງຕົ້ນທີມກູ້ໄພທ້ອງຖິ່ນເປີດເຜີຍວ່າຂະນະນີ້ມີຜູ້ເສຍຊີວິດແລ້ວ 4 ຄົນ ແລະ ຍັງສູນຫາຍອີກຫຼາຍກວ່າ 30 ຄົນ ໂດຍສາມາດຊ່ວຍຊີວິດສຳເລັດແລ້ວ 29 ຄົນ ເຮືອເຟີຣີ່ລຳນີ້ມີຊື່ວ່າ The KMP Tunu Pratama Jaya ເກີດຫຼົ້ມປະມານເຄິ່ງຊົ່ວໂມງຫຼັງຈາກທີ່ຫາກໍອອກເດີນທາງຈາກທ່າເຮືອ ເກຕາປັງທາງຕາເວັນອອກຂອງເກາະຊວາໃນຊ່ວງກາງຄືນຂອງວັນພຸດ ໂດຍກຳລັງມຸ່ງໜ້າໄປຍັງທ່າເຮືອກິລີມານຸກຂອງບາຫລີ ຈົນເຖິງຕອນີ້ນີ້ ມີການລະດົມທີມເຈົ້າໜ້າທີ່ກູ້ໄພຈຳນວນຫຼາຍເລັ່ງຄົ້ນຫາຜູ້ສູນຫາຍ ແຕ່ເພາະກະແສນ້ຳທີ່ແຮງ ແລະ ຄວາມມືດກາງທະເລຈຶ່ງເປັນອຸປະສັກຕໍ່ການເຮັດວຽກຂອງເຈົ້າໜ້າທີ່ ເຖິງຢ່າງໃດກໍ່ຕາມ ມີລາຍງານວ່າຜູ້ລອດຊີວິດທີ່ສາມາດຊ່ວຍເຫຼືອໄດ້ພົບວ່າຫຼາຍຄົນມີອາການໝົດສະຕິ ເນື່ອງຈາກຕ້ອງລອຍຄໍຢູ່ກາງທະເລທີ່ກະແສນ້ຳໄຫລແຮງເປັນເວລາເກືອບຊົ່ວໂມງລະຫວ່າງລໍຖ້າຄວາມຊ່ວຍເຫຼືອ ສ່ວນສາເຫດທີ່ເຮືອຫຼົ້ມຍັງຄົງຕ້ອງລໍການສືບສວນຕໍ່ໄປ ແຕ່ຜູ້ປະກອບການເຮືອເຟີຣີ່ເປີດເຜີຍກັບນັກຂ່າວທ້ອງຖິ່ນວ່າໄດ້ລາຍງານປັນຫາເຄື່ອງຈັກຈາກເຮືອເຟີຣີ່ລຳນີ້ບໍ່ດົນກ່ອນເກີດເຫດ ທັງນີ້ ອຸບັດຕິເຫດທາງການເດີນເຮືອໃນອິນໂດເນເຊຍບໍ່ຄ່ອຍເກີດຂຶ້ນ ເນື່ອງຈາກສະພາບພູມິປະເທດທີ່ເຕັມໄປດ້ວຍເກາະຫຼາຍກວ່າ […]
ບໍລິສັດ “Neta” ກຽມກັບມາດຳເນີນສາຍການຜະລິດອີກຄັ້ງ ຫຼັງປະກາດລົ້ມລະລາຍເພື່ອປັບໂຄງສ້າງອົງກອນ

ໂຮຊອນ ນິວ ເອເນີຍີ ອອໂຕ້ໂມບິລ (Hozon New Energy Automobile) ເຈົ້າຂອງແບຣນ ລົດຍົນໄຟຟ້າເນຕ້າ (Neta) ໄດ້ເລີ່ມຂະບວນການຊອກຫາຜູ້ລົງທຶນທີ່ມີສະມັດຖະພາບ ໂດຍມີຈຸດປະສົງເພື່ອກັບມາດຳເນີນສາຍການຜະລິດໄດ້ອີກຄັ້ງ ໃນຂະນະທີ່ບໍລິສັດຢູ່ລະຫວ່າງການປັບໂຄງສ້າງອົງກອນເພື່ອແກ້ໄຂບັນຫາໜີ້ສິນ ໂຮຊອນ ອອໂຕ້ ຖະແຫຼງວ່າ ບໍລິສັດຈະໃຫ້ສິດແກ່ຜູ້ລົງທຶນທີ່ພ້ອມສະໜັບສະໜູນທາງການເງິນເພື່ອໃຫ້ໂຮງງານຜະລິດຂອງບໍລິສັດກັບມາເປີດດຳເນີນການຫຼັງຈາກຢຸດຊະງັກໄປຕັ້ງແຕ່ເດືອນພະຈິກທີ່ຜ່ານມາ ພ້ອມລະບຸເພີ່ມເຕີມວ່າ ຜູ້ລົງທຶນທີ່ພ້ອມສະໜັບສະໜູນເງິນທຶນເພື່ອໃຊ້ໃນການປັບໂຄງສ້າງອົງກອນ ຈະໄດ້ຮັບການພິຈາລະນາເປັນພິເສດ ທັງນີ້ ບໍລິສັດຜູ້ຜະລິດລົດຈາກຊຽງໄຮ້ລາຍນີ້ຍັງລະບຸອີກດ້ວຍວ່າ ຜູ້ລົງທຶນທີ່ສົນໃຈຈະຕ້ອງນຳສະເໜີແຜນການລົງທຶນ ແຜນການກັບມາດຳເນີນສາຍການຜະລິດ ແຜນການຈັດສັນພະນັກງານ ແຜນການດຳເນີນງານຂອງບໍລິສັດຫຼັງການປັບໂຄງສ້າງ ແລະ ລາຍລະອຽດອື່ນໆ ໃນຂໍ້ສະເໜີການລົງທຶນ ໂຮຊອນ ອໍໂຕ້ ຊີ້ແຈງວ່າ ອຸປະກອນການຜະລິດຂອງ Neta ຍັງຄົງເຮັດວຽກໄດ້ຕາມປົກກະຕິ ພ້ອມເສີມວ່າ ແບຣນຍັງມີພະນັກງານຫຼາຍກວ່າ 400 ຄົນ ລວມເຖິງທີມຜູ້ບໍລິຫານ ແລະ ເຈົ້າໜ້າທີ່ດ້ານເທັກນິກ ຊຶ່ງເຮັດໃຫ້ບໍລິສັດມີຄວາມພ້ອມທີ່ຈະກັບມາດຳເນີນງານໄດ້ອີກຄັ້ງ ນອກຈາກນີ້ Neta ເປີດໂຕລົດລຸ້ນແລກທີ່ຜະລິດເພື່ອຈຳໜ່າຍໃນເດືອນກໍລະກົດ 2018 ແລະ ມີຍອດສົ່ງມອບສູງເຖິງ […]