ຮື້ປ້າຍທີ່ບໍ່ຖືກລະບຽບ ແລະ ມ້າງເທີບເງີບ ທີ່ກວມທາງສາທາລະນະ ເຂດຖະໜົນອາຊຽນ ເສັ້ນທາງ T2 ບ້ານອຸບມຸງ, ເມືອງສີໂຄດຕະບອງ

ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ສົມທົບ ກັບ ອົງການປົກຄອງເມືອງສີໂຄດຕະບອງ ພ້ອມດ້ວຍຄະນະສະເພາະກິດຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ຂັ້ນ ນວ ນຳໂດຍທ່ານ ບຸນຍະວັດ ນິລະໄຊຍ໌ ຫົວໜ້າພະແນກ ຍທຂ ນວ ມີທ່ານ ອິນປອງ ທຸມມາ ຮັກສາການເຈົ້າເມືອງສີໂຄດຕະບອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ໃນວັນທີ 16 ກໍລະກົດ 2025 ຢູ່ ຖະໜົນອາຊຽນ ເຂດເສັ້ນທາງT2 (ເຕ້2) ບ້ານ ອຸບມຸງ ເມືອງສີໂຄດຕະບອງ. ທ່ານ ບຸນຍະວັດ ນິລະໄຊຍ໌ ກ່າວໃຫ້ສຳພາດວ່າ: ໂດຍອີງໃສ່ຂໍ້ຕົກລົງຂອງເຈົ້າຄອງ ນວ ເລກທີ1184/ຈນວ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ທັງນີ້ເພື່ອເປັນການກະກຽມຄວາມພ້ອມຕ້ອນຮັບ ກອງປະຊຸມໃຫຍ່ອົງຄະນະພັກ ນວ ຄັ້ງທີ8 ທີ່ຈະມາເຖິງນີ້ ພ້ອມທັງປະຕິບັດຕາມລະບຽບຜັງເມືອງ ເພື່ອເຮັດໃຫ້ຕົວເມືອງມີຄວາມເປັນລະບຽບຮຽບຮ້ອຍສະອາດຈົບງາມ […]
ລັດຖະມົນຕີປະເທດຄິວບາລາອອກ ຫຼັງກ່າວວ່າປະເທດບໍ່ມີຂໍທານ ເພາະຄົນທີ່ຄົ້ນຂີ້ເຫຍື້ອກໍ່ເຮັດເຊັ່ນນັ້ນເພາະເລືອກທີ່ຈະຫາ “ເງິນງ່າຍໆ”

ມາຕາ ເອເລນາ ເຟໂຕ-ກາເບຣາ ລັດຖະມົນຕີວ່າການກະຊວງແຮງງານ ແລະ ປະກັນສັງຄົມຂອງຄິວບາ ລາອອກຈາກຕຳແໜ່ງ ຫຼັງຈາກທີ່ນາງໄດ້ສະແດງຄວາມຄິດເຫັນໃນການປະຊຸມສະພາທີ່ປະຕິເສດວ່າປະເທດຄິວບາບໍ່ມີຂໍທານ ລັດຖະມົນຕີກະຊວງແຮງງານຄິວບາເຄີຍກ່າວວ່າບໍ່ມີສິ່ງທີ່ເອີ້ນກວ່າ “ຂໍທານ” ໃນຄິວບາ ແລະ ໂດຍພື້ນຖານແລ້ວ ຜູ້ຄົນທີ່ຄົ້ນຂີ້ເຫຍື້ອກໍ່ເຮັດເຊັ່ນນັ້ນເພາະເລືອກທີ່ຈະຫາ “ເງິນງ່າຍໆ” ຄວາມຄິດເຫັນຂອງນາງຖືກວິພາກວິຈານຢ່າງກວ້າງຂວາງຈາກຄົນຄິວບາທັງໃນ ແລະ ຕ່າງປະເທດ ແລະ ກະຕຸ້ນໃຫ້ປະທານາທິບໍດີມິເກນ ດິອາຊ-ກາເນນຂອງຄິວບາອອກມາຕອບໂຕ້ ນາງຈຶ່ງລາອອກໃນເວລາບໍ່ດົນຫຼັງຈາກນັ້ນ ລະດັບຄວາມຍາກຈົນ ແລະ ການຂາດແຄນອາຫານໃນຄິວບາທະວີຄວາມຮຸນແຮງຂຶ້ນ ຂະນະທີ່ປະເທດຍັງຄົງພົບກັບວິກິດເສດຖະກິດທີ່ຮຸນແຮງ ເຟໂຕ-ກາເບຣາ ໄດ້ສະແດງຄວາມຄິດເຫັນດັ່ງກ່າວເມື່ອຕົ້ນອາທິດທີ່ຜ່ານມາໃນການປະຊຸມສະພານິຕິບັນຍັດແຫ່ງຊາດ ຊຶ່ງນາງໄດ້ກ່າວເຖິງຜູ້ຄົນທີ່ຂໍທານ ແລະ ຄົ້ນຂີ້ເຫຍື້ອໃນຖັງຂີ້ເຫຍື້ອໃນຄິວບາ ນາງເບິ່ງຄືຈະປະຕິເສດການມີຢູ່ຂອງພວກເຂົາ ໂດຍກ່າວວ່າ “ບໍ່ມີຂໍທານໃນຄິວບາ ມີຄົນຕັ້ງເຮັດເປັນຂໍທານເພື່ອຫາເງິນງ່າຍໆ” ຍິ່ງໄປກວ່ານັ້ນ ນາງຍັງກ່າວຫາວ່າຄົນທີ່ຄົ້ນຖັງຂີ້ເຫຍື້ອເປັນ “ຜູ້ມີສ່ວນຮ່ວມໃນບໍລິການລີໄຊເຄີນຢ່າງຜິດກົດໝາຍ” ແນວໃດກໍ່ຕາມ ເບິ່ງຄືວ່ານາງໄດ້ປະເມີນຄວາມບໍ່ພໍໃຈຂອງປະຊາຊົນຜິດພາດຢ່າງຊັດເຈນ ລວມເຖິງລະດັບທີ່ຄວາມຄິດເຫັນເຫຼົ່ານັ້ນສະແດງໃຫ້ເຫັນວ່າຜູ້ນຳປະເທດໄຮ້ຄວາມຮູ້ສຶກ ຈົມຢູ່ກັບອຳນາດນິຍົມ ແລະ ຕັດຂາດຈາກການຕໍ່ສູ້ທາງເສດຖະກິດອັນຮ້າຍແຮງຂອງຊາວຄິວບາທົ່ວໄປ ນັກເຄື່ອນໄຫວ ແລະ ປັນຍາຊົນຊາວຄິວບາຈຳນວນໜຶ່ງໄດ້ຕີພິມຈົດໝາຍຮຽກຮ້ອງໃຫ້ນາງອອກຈາກຕຳແໜ່ງ […]
ຈີນເປີດໂຕລົດໄຟຄວາມໄວສູງ “Maglev” ຄວາມໄວ 600 ກິໂລແມັດຕໍ່ຊົ່ວໂມງ ອາດຈະເປັນລົດໄຟທີ່ໄວທີ່ສຸດໃນໂລກ

ຈີນເປີດໂຕລົດໄຟຄວາມໄວສູງແລ່ນດ້ວຍ ເທັກໂນໂລຊີແມັກເລັບ (Maglev) ຊຶ່ງເປັນລົດໄຟທີ່ພັດທະນາຂຶ້ນເອງໃນປະເທດ ໂດຍອອກແບບໃຫ້ສາມາດ ແລ່ນໄດ້ດ້ວຍຄວາມໄວສູງເຖິງ 600 ກິໂລແມັດຕໍ່ຊົ່ວໂມງ ນັບເປັນການກ້າວກະໂດດຄັ້ງສຳຄັນຂອງເທັກໂນໂລຊີລົດໄຟຄວາມໄວສູງຂອງຈີນ ແລະ ອາດຈະມຸ່ງໜ້າໄປສູ່ຕຳແໜ່ງລົດໄຟທີ່ໄວທີ່ສຸດໃນໂລກ ລົດໄຟຄວາມໄວສູງ Maglev ແມ່ນຫຍັງ ລົດໄຟແມັກເລັບ (maglev train) ເປັນເທັກໂນໂລຊີລົດໄຟທີ່ໃຊ້ຫຼັກການໜຽວນຳຂອງແມ່ເຫຼັກໄຟຟ້າແຮງສູງ ຍົກພາຫະນະໃຫ້ລອຍຂຶ້ນຈາກພື້ນໜ້ອຍໜຶ່ງ ພ້ອມສ້າງແຮງຂັບເຄື່ອນຄວາມໄວສູງໃຫ້ແກ່ຍານພາຫະນະ ຂໍ້ດີຂອງລົດໄຟຄວາມໄວສູງ Maglev ຂໍ້ດີຂອງລົດໄຟທີ່ໃຊ້ເທັກໂນໂລຊີແມັກເລັບ ນອກຈາກເລື່ອງຂອງຄວາມໄວແລ້ວ ຍັງມີຈຸດເດັ່ນເລື່ອງການຫຼຸດສຽງລົບກວນ ເນື່ອງຈາກບໍ່ມີສ່ວນທີ່ສຳຜັດກັບພື້ນ ເຮັດໃຫ້ບໍ່ເກີດສຽງດັງ ຫຼື ແຮງສຽດສີ ໃນຂະນະຂັບເຄື່ອນ ເດີນທາງໄດ້ຢ່າງມິດງຽບ ເມື່ອສົມທຽບກັບລົດໄຟເທິງລາງທົ່ວໄປ ທີ່ມັກເຮັດໃຫ້ເກີດມົນລະພາວະທາງສຽງຂະນະເດີນທາງ ຜູ້ພັດທະນາລົດໄຟຄວາມໄວສູງ Maglev ໃນຈີນ ລົດໄຟພັດທະນາໂດຍ ບໍລິສັດ China Railway Rolling Stock Corporation (CRRC) ລົດໄຟມີຮູບຮ່າງບາງ ແລະ ລູ່ລົມ ພ້ອມສ່ວນຫົວແຫຼມເພື່ອຫຼຸດແຮງຕ້ານຈາກອາກາດຂະນະເຄື່ອນທີ່ […]
ແນວທາງເລກເດັ່ນ ປະຈຳວັນເກີດ ວັນທີ່16 ກໍລະກົົດ ນີ້ ພ້ອມວິທີເສີມດວງສະເພາະແຕ່ລະວັນເກີດ

ເປີດເລກເດັດ ເລກເດັ່ນ ຕາມວັນເກີດ 16ກໍລະກົົດ ນີ້ ຄົນເກີດທັງ 7 ວັນມີເລກໃນໃຈຫຼືຍັງ ວິທີເສີມດວງສາມາດໃຊ້ໄດ້ໃນຊ່ວງວັນທີ 14-20 ກໍລະກົົດນີ້ຈະໄດ້ຜົນດີ ເລກເດັ່ນຄົນເກີດວັນຈັນ ເລກເດັ່ນຄົນເກີດວັນຈັນ : 06,18,19,25,40,48,57,81,89,63 ວິທີການເສີມດວງ : ນວດໃຫ້ພໍ່ແມ່ຢ່າງຕັ້ງອົກຕັ້ງໃຈ ຊ່ວຍສົ່ງຜົນໃຫ້ຊີວິດມີແຕ່ໂຊກລາບວາດສະນາ ເລກເດັ່ນຄົນເກີດວັນອັງຄານ ເລກເດັ່ນຄົນເກີດວັນອັງຄານ : 10,23,33,38,56,57,60,79,91,94 ວິທີການເສີມດວງ : ຊື້ເຄື່ອງກອງນ້ຳບໍລິຈາກໃຫ້ມູນນິທິເດັກ ເຮັດຫຍັງກໍ່ຕາມລື່ນໄຫຼໄປຫມົດ ເລກເດັ່ນຄົນເກີດວັນພຸດ ເລກເດັ່ນຄົນເກີດວັນພຸດ : 04,29,44,47,53,58,76,79,80,89 ວິທີການເສີມດວງ : ງົດກິນເນື້ອສູດມົນບົດເຈົ້າແມ່ກວນອິມ ຈະເຮັດໃຫ້ການງານໄປໄດ້ດ້ວຍດີ ເລກເດັ່ນຄົນເກີດວັນພະຫັດ ເລກເດັ່ນຄົນເກີດວັນພະຫັດ : 19,32,45,65,70,72,81,84,95,97 ວິທີການເສີມດວງ : ໃຫ້ຄວາມຮູ້ກັບຄົນທີ່ຕ້ອງການຄວາມຮູ້ຢ່າງເຕັມທີ່ ຈະເສີມໃຫ້ງານນັ້ນໆໝັ້ນຄົງ ເລກເດັ່ນຄົນເກີດວັນສຸກ ເລກເດັ່ນຄົນເກີດວັນສຸກ : 00,12,15,36,39,42,45,59,61,68 ວິທີການເສີມດວງ : ຄວນໝັ່ນປະຕິບັດຕົນຢູ່ໃນສີນໃນທຳ […]
ແຄັບຊູລນ້ອຍໃຊ້ກວດສຸຂະພາບຈາກພາຍໃນ ວັດແທກຮໍໂມນ ແລະ pH ໃນລຳໄສ້ໄດ້ທັນທີ

ວົງການແພດຍ້ຽມກ້າວເຂົ້າສູ່ຍຸກໃໝ່ຂອງການດູແລສຸຂະພາບທາງເດີນອາຫານ ດ້ວຍນະວັດກຳຫຼ້າສຸດ ຈາກສະຖາບັນເທັກໂນໂລຊີແຄລິຟໍເນຍ (Caltech) ກັບນະວັດກຳທີ່ມີຊື່ວ່າ ພິລເທຣັກ (PillTrek) ແຄັບຊູລອັດສະລິຍະໄຮ້ສາຍຂະໜາດນ້ອຍທີ່ສາມາດເຮັດໜ້າທີ່ຄືຫ້ອງປະຕິບັດການເຄື່ອນທີ່ພາຍໃນຮ່າງກາຍ ເພື່ອກວດຕິດຕາມສຸຂະພາບລຳໄສ້ໄດ້ຢ່າງລະອຽດ ແລະ ຕໍ່ເນື່ອງຈາກພາຍໃນ ແຄັບຊູລຈິວ PillTrek ແຄັບຊູລອັດສະລິຍະ ພິລເທຣັກ (PillTrek) ມີຂະໜາດເສັ້ນຜ່າສູນກາງພຽງ 7 ມິນລິແມັດ ແລະ ຍາວ 25 ມິນລິແມັດ ຫຼື ເທົ່າກັບເມັດຢາຂະໜາດນ້ອຍ ໄດ້ຮັບການອອກແບບມາໃຫ້ປະຕິວັດວິທີການກວດວິເຄາະ ພາວະສຸຂະພາບທາງເດີນອາຫານ ໂດຍພາຍໃນປະກອບດ້ວຍຊິ້ນສ່ວນທາງວິສະວະກຳຊີວະການແພດທີ່ຊັບຊ້ອນ ເລີ່ມຈາກ ຝາຄອບປ້ອງກັນ (Protective cap) ແລະ ຊັ້ນຊະນວນ (Insulation layer) ທີ່ຊ່ວຍປົກປ້ອງວົງຈອນຈາກສະພາບແວດລ້ອມພາຍໃນລຳໄສ້ ຖັດມາເປັນ ກາວນຳໄຟຟ້າ (Conductive adhesive) ຊຶ່ງຢຶດເຊັນເຊີເຂົ້າກັບແຜງວົງຈອນ ແລະ ໄບໂອເຊັນເຊີ (Biosensors) ທີ່ໃຊ້ກວດວັດຄ່າທາງຊີວະພາບຕ່າງໆ ເຊັ່ນ: […]
“ສະຫະພາບຢູໂຣບ” ເກັບພາສີແກ້ແຄ້ນສະຫະລັດ ຄາດວ່າຈະກະທົບ 72,000 ລ້ານຢູໂຣ

ສຳນັກຂ່າວຣອຍເຕີລາຍງານວ່າ ສິນຄ້າອາກາດຍານ ເຄື່ອງຈັກ ລົດຍົນ ເຄມີ ແລະ ອຸປະກອນທາງການແພດ ເປັນສິນຄ້າລາຍການໃຫຍ່ທີ່ຄະນະກຳມາທິການຢູໂຣບ (European Commission) ສະເໜີໃຫ້ບັນຈຸໃນບັນຊີສິນຄ້ານຳເຂົ້າຈາກສະຫະລັດທີ່ອາດຖືກເກັບພາສີຕອບໂຕ້ ຫາກການເຈລະຈາການຄ້າກັບວໍຊິງຕັນບໍ່ສາມາດບັນລຸຂໍ້ຕົກລົງໄດ້ ທັງນີ້ ແຜນພາສີດັ່ງກ່າວເປັນແພັກເກຈບັບທີ່ສອງທີ່ຄະນະກຳມາທິການຢູໂຣບ ຊຶ່ງດູແລນະໂຍບາຍການຄ້າຂອງສະຫະພາບຢູໂຣບ (EU) ສະເໜີຂຶ້ນ ເພື່ອຕອບໂຕ້ພາສີນຳເຂົ້າທີ່ສະຫະລັດເອີ້ນເກັບພາສີກັບລົດຍົນ ແລະ ຊິ້ນສ່ວນຍານຍົນ ໂດຍປັດຈຸບັນກຳໜົດພາສີຖານໄວ້ທີ່ 10% ແນວໃດກໍ່ຕາມ ໂດນັລດ໌ ທຣຳ ປະທານາທິບໍດີສະຫະລັດ ຂູ່ວ່າຈະປັບເພີ່ມພາສີຖານສຳລັບສິນຄ້ານຳເຂົ້າຈາກ EU ເປັນ 30% ຕັ້ງແຕ່ວັນທີ 1 ສິງຫາ ຊຶ່ງເຈົ້າໜ້າທີ່ຂອງຢູໂຣບເບິ່ງວ່າເປັນລະດັບທີ່ຍອມຮັບບໍ່ໄດ້ ແລະ ຈະສົ່ງຜົນໃຫ້ການຄ້າລະຫວ່າງສອງຕະຫຼາດໃຫຍ່ຂອງໂລກລົ່ມສະຫຼາຍ ລາຍການພາສີໃໝ່ທີ່ສະເນີ ຊຶ່ງຮ່າງສົ່ງໃຫ້ປະເທດສະມາຊິກ EU ແລະ ສຳນັກຂ່າວ Reuters ເຫັນເມື່ອວັນອັງຄານ ຄວບຄຸມສິນຄ້ານຳເຂົ້າຈາກສະຫະລັດ ມູນຄ່າ 72,000 ລ້ານຢູໂຣ ຫຼື ປະມານ 84,100 ລ້ານໂດລາສະຫະລັດ ໂດຍລວມເຖິງອຸປະກອນໄຟຟ້າ […]
ວິທີງ່າຍໆ ໃນການຫຸງເຂົ້າ ໃຫ້ໄດ້ໂປຣຕີນເທົ່າກັບຊີ້ນງົວ 100 ກຣາມ ກິນດີ ຫຼຸດນ້ຳໜັກ ຕ້ານພະຍາດເບົາຫວານ-ມະເຮັງ!

ຫຸງເຂົ້າແບບນີ້ ໂປຣຕີນເທົ່າກັບກິນຊີ້ນງົວ 100 ກຣາມ ແຕ່ດີກວ່າຕອນບໍ່ເພີ່ມໄຂມັນອິ່ມຕົວ ເຮັດງ່າຍ ສຸຂະພາບດີ ເຂົ້າແມ່ນອາຫານຫຼັກຂອງຄົນລາວ ແລະ ຫຼາຍປະເທດໃນເອເຊຍ ແຕ່ຮູ້ຫຼືບໍ່ວ່າ “ການໃສ່ຖົ່ວ” ລົງໄປຂະນະຫຸງເຂົ້າ ສາມາດເພີ່ມຄຸນຄ່າທາງໂພຊະນາການໄດ້ຢ່າງໜ້າປະຫລາດໃຈ! ຫຼ້າສຸດຜູ້ຊ່ຽວຊານດ້ານສຸຂະພາບ ແລະ ອາຍຸຍືນຈາກສະຫະລັດ ແນະນຳໃຫ້ທຸກບ້ານຫັນມາໃສ່ຖົ່ວໃນເຂົ້າຈ້າວ ເພື່ອຍົກລະດັບສານອາຫານທີ່ໄດ້ຮັບໃນແຕ່ລະມື້ “Dan Buettner” ນັກວິໄຈຊື່ດັງດ້ານອາຍຸຍືນຈາກສະຫະລັດ ແລະ ຜູ້ສຶກສາ “Blue Zones” ຫຼື ພື້ນທີ່ທີ່ມີຄົນອາຍຸຍືນທີ່ສຸດໃນໂລກ ເປີດເຜີຍວ່າ ການຫຸງເຂົ້າພ້ອມກັບຖົ່ວຫຼາກຊະນິດ ເຊັ່ນ: ຖົ່ວແດງ ຖົ່ວດຳ ຖົ່ວຂຽວ ຊ່ວຍເພີ່ມປະລິມານໂປຣຕີນ ເສັ້ນໃຍ ແລະ ວິຕາມິນໃຫ້ກັບມື້ອາຫານຢ່າງເຫັນໄດ້ຊັດ ໂດຍເຂົ້າຖົ່ວ 1 ຖ້ວຍສາມາດ ໃຫ້ໂປຣຕີນໃນລະດັບເທົ່າກັບການກິນຊີ້ນງົວ 100 ກຣາມ ແຕ່ບໍ່ມີໄຂມັນອິ່ມຕົວທີ່ເປັນອັນຕະລາຍຕໍ່ຫົວໃຈ ນອກຈາກນີ້ຍັງອຸດົມໄປດ້ວຍສານອາຫານສຳຄັນ ເຊັ່ນ: ໃຍອາຫານປະມານ 3 ກຣາມ, ໂຟເລດ (ວິຕາມິນ […]
ເກີດເຫດຄາຕະກຳຢູ່ເມືອງແປກ ເສຍຊີວິດ 4 ຄົນ ຜູ້ກໍ່ເຫດຂ້າຕົວເອງຕາຍຕາມ

ເກີດເຫດຄາຕະກຳຢູ່ເມືອງແປກ ເສຍຊີວິດ 4 ຄົນ ຜູ້ກໍ່ເຫດຂ້າຕົວເອງຕາຍຕາມ ໜັງສືພິມຊຽງຂວາງມີໄຊ ລາຍງານວ່າ: ໃນຕອນເຊົ້າຂອງວັນທີ່ 15/7/2025ນີ້ຢູ່ບ້ານໂຕນໃຕ້ ເມືອງແປກ ແຂວງຊຽງຂວາງ ໄດ້ເກີດເຫດລູກເຂີຍໃຊ້ອາວຸດເສິກຄາດຕະກຳພໍ່ຕາ ແລະ ແມ່ນາຍເຮັດໃຫ້ເກີດການຜິດພາດໄປຖືກລູກສາວ ອາຍຸ ປະມານ 7 ປີ ແລະ ແມ່ຕູ້. ຈາກເຫດດັ່ງກ່າວເຮັດໃຫ້ມີຜູ້ຊີວິດເບື້ອງຕົ້ນ 3 ຄົນຄືພໍ່ຕາ, ແມ່ນາຍ ແລະລູກສາວ,ບາດເຈັບສາຫັດ 1 ຄົນຄືແມ່ຕູ້ ຈາກນັ້ນຜູ້ກ່ຽວໄດ້ເຂົ້າໄປໃນປ່າ ແລະ ຂ້າໂຕເອງຕາມ ເຮັດໃຫ້ເຫດດັ່ງກ່າວມີຜູ້ເສຍຊີວິດທັງໝົດ 4 ຄົນ. ສ່ວນສາເຫດ ແລະ ແຮງຈູງໃຈແມ່ນຍັງຢູ່ໃນຂັ້ນຕອນການສອບສວນຂອງເຈົ້າໜ້າທີ່. ທີ່ມາ: ຄວາມສະຫງົບ Lao Security News
ໝູ່ເກາະໂທກາລະຂອງຍີ່ປຸ່ນ ເກີດແຜ່ນດິນໄຫວ 2,046 ຄັ້ງ ໃນ 24 ມື້

เຈົ້າໜ້າທີ່ອຸຕຸນິຍົມວິທະຍາຍີ່ປຸ່ນລະບຸວ່າ ຈຳນວນແຜ່ນດິນໄຫວທີ່ມະນຸດສາມາດສຳຜັດໄດ້ໂດຍອ້ອມໝູ່ເກາະໂທຄາລະ ທາງຕະວັນຕົກສຽງໃຕ້ຂອງປະເທດ ສູງກວ່າ 2,000 ຄັ້ງແລ້ວ ເຈົ້າໜ້າທີ່ຍັງຮຍກຮ້ອງໄຫ້ໃຫ້ປະຊາຊົນເຝົ້າລະວັງແຜ່ນດິນໄຫວທີ່ອາດເກີດຂຶ້ນອີກ ຊຶ່ງອາດວັດຄວາມຮຸນແຮງໄດ້ຕ່ຳກວ່າ 6 ຕາມມາດຕະວັດຄວາມຮຸນແຮງແຜ່ນດິນໄຫວຂອງຍີ່ປຸ່ນຕັ້ງແຕ່ 0 ເຖິງ 7 ກິດຈະກຳແຜ່ນດິນໄຫວທະວີຄວາມຮຸນແຮງຂຶ້ນເມື່ອວັນທີ່ 21 ມິຖຸນາ ອ້ອມເກາະອະຄຸເຊກິຈິມະ ແລະ ໂຄດາຄາລະຈິມະ ຊຶ່ງເປັນສ່ວນໜຶ່ງຂອງໝູ່ບ້ານໂທຊິມະ ໃນແຂວງຄາໂກຊິມະ ເກີດແຜ່ນດິນໄຫວຮຸນແຮງລະດັບ 6 ທີ່ເກາະອະຄຸເຊກິຈິມະ ເມື່ອວັນທີ່ 3 ກໍລະກົດ ຕາມມາດ້ວຍແຜ່ນດິນໄຫວອີກສອງຄັ້ງທີ່ມີຄວາມຮຸນແຮງລະດັບ 5 ທີ່ເກາະອະຄຸເຊກິຈິມະ ເມື່ອວັນທີ່ 6 ກໍລະກົດ ແລະ ເກີດແຜ່ນດິນໄຫວອີກຄັ້ງທີ່ມີຄວາມຮຸນແຮງລະດັບ 5 ທີ່ເກາະອະຄຸເຊກິຈິມະ ເມື່ອວັນທີ່ 7 ກໍລະກົດ ສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນລະບຸວ່າ ພົບແຜ່ນດິນໄຫວທີ່ມີຄວາມຮຸນແຮງລະດັບ 1 ຂຶ້ນໄປໃນທະເລນອກໝູ່ເກາະໂທຄາລະ ລວມ 2,046 ຄັ້ງ ຢູ່ເວລາ 04.00 ນ. ຕາມເວລາທ້ອງຖິ່ນຂອງວັນອັງຄານ […]
ໄພງຽບ “ໝາກໄມ້” ກິນຜິດວິທີຊີວິດປ່ຽນ ກາຍເປັນກັບດັກສຸຂະພາບ ໄຂມັນພອກຕັບບໍ່ຮູ້ຕົວ

ໄພງຽບ “ໝາກໄມ້” ກິນຜິດວິທີຊີວິດປ່ຽນ ກາຍເປັນກັບດັກສຸຂະພາບ ນ້ຳໜັກຂຶ້ນ ໄຂມັນພອກຕັບບໍ່ຮູ້ຕົວ ຫຼາຍຄົນເຊື່ອວ່າການກິນໝາກໄມ້ຫຼາຍໆ ຈະຍິ່ງດີຕໍ່ສຸຂະພາບ ເພາະໝາກໄມ້ມີວິຕາມິນ ໄຟເບີ ແລະ ສານຕ້ານອະນຸມູນອິດສະລະ ແຕ່ແພດຜູ້ຊ່ຽວຊານດ້ານສຸຂະພາບຈາກໄຕ້ຫວັນ ດຣ.ຫລິວ ປ໋ອເຫິນ (Dr. Liu Bo-Ren) ອອກມາເຕືອນວ່າ ໝາກໄມ້ອາດກາຍເປັນ “ກັບດັກສຸຂະພາບ” ໄດ້ເຊັ່ນກັນ ໝາກໄມ້ເປັນແຫຼ່ງຂອງຄາໂບໄຮເດຣດຊະນິດໜຶ່ງ ຊຶ່ງມີນ້ຳຕານຟຣຸກໂຕສເປັນສ່ວນປະກອບ ເມື່ອຮ່າງກາຍຮັບເຂົ້າໄປຫຼາຍເກີນໄປ ຕັບຈະປ່ຽນນ້ຳຕານຟຣຸກໂຕສເຫຼົ່ານີ້ໄປເປັນໄຂມັນ ເຮັດໃຫ້ເກີດພາວະໄຂມັນພອກຕັບ ພາວະດື້ຕໍ່ອິນຊູລິນ ຫຼືແມ້ກະທັ້ງນ້ຳໜັກຕົວເພີ່ມຂຶ້ນ ຕົວຢ່າງກໍລະນີຈາກຊີວິດຈິງ ມີຍິງອາຍຸໃກ້ 60 ປີຄົນໜຶ່ງທີ່ກັບໄປກວດສຸຂະພາບ ແລະ ຍອມຮັບວ່າ ນ້ຳໜັກຕົວເພີ່ມຂຶ້ນຢ່າງເຫັນໄດ້ຊັດ ແຕ່ນາງບອກກັບໝໍວ່າ: “ຂ້ອຍມັກກິນໝາກໄມ້ຫຼາຍ ມື້ໜຶ່ງກິນຕັ້ງ 5-6 ຊະນິດ ລວມແລ້ວປະມານ 5-6 ສ່ວນຕໍ່ມື້ ແບບນີ້ຖືວ່າຫຼາຍໄປບໍ?” ນາງຄິດວ່າໝາກໄມ້ທຸກຊະນິດລ້ວນມີປະໂຫຍດ ແລະ ຖ້າບໍ່ກິນກໍ່ຄືກັບຂາດຫາຍແມ່ນຫຍັງໄປ ດຣ.ຫລິວຊີ້ແຈງວ່າ […]