ສານຫວຽດນາມສັ່ງຈຳຄຸກ ພະນັກງານລັດລະດັບສູງຂໍ້ຫາຮັບສິນບົນ ແລະ ມີພັກນັກງານຍິງບຳນານຮັບກະເປົາເງິນສົດອີກ 60 ກິໂລກຼາມ

ສານຫວຽດນາມສັ່ງຈຳຄຸກພະນັກງານລັດລະດັບສູງແລະນັກທຸລະກິດ 30 ລາຍ ຮັບສິນບົນມູນຄ່າຄວາມເສຍຫາຍກວ່າ 1.1 ລ້ານລ້ານດົງ ໜຶ່ງໃນນັ້ນມີພັກນັກງານບຳນານຍິງຮັບກະເປົາເງິນສົດໜັກ 60 ກິໂລກຼາມ ວັນທີ່ 12 ກໍລະກົດ 2025 ສານໃນຮ່າໂນຍ ຂອງຫວຽດນາມ ໄດ້ຕັດສິນຈຳຄຸກຜູ້ຕ້ອງຫາລວມ 30 ລາຍ ທັງອະດີດເຈົ້າໜ້າທີ່ລະດັບສູງ ແລະ ນັກທຸລະກິດ ຈາກຄະດີຄໍຣັບຊັນທີ່ສ້າງຄວາມເສຍຫາຍຕໍ່ລັດຫຼາຍກວ່າ 1.16 ລ້ານລ້ານດົງ ນັກຂ່າວທ້ອງຖິ່ນຂອງຫວຽດນາມລາຍງານວ່າ ໜຶ່ງໃນຈຳເລຍຫຼັກຄື ທ່ານ ຫງຽນ ວັນ ເຮົາ ປະທານກຸ່ມບໍລິສັດຟຸກເຊີນ ທີ່ຕ້ອງໂທດຈຳຄຸກເປັນເວລາ 30 ປີ ຂໍ້ຫາຈ່າຍສິນບົນ ແລະ ລະເມີດກົດໝາຍຈັດຊື້ຈັດຈ້າງຂອງລັດ ໂດຍລາວຖືກກ່າວຫາວ່າໃຊ້ເງິນກວ່າ 5 ລ້ານໂດລາ ຕິດສິນບົນເຈົ້າໜ້າທີ່ລັດຫຼາຍຄົນລະຫວ່າງປີ 2010-2024 ເພື່ອໃຫ້ໄດ້ສັນຍາກໍ່ສ້າງໂຄງການໂຄງລ່າງພື້ນຖານຂະໜາດໃຫຍ່ໃນ 3 ແຂວງ ໂດຍມັກຈະຂົນເງິນສົດໃສ່ກະເປົາເດີນທາງ ໄປມອບໃຫ້ເຈົ້າໜ້າທີ່ຕາມທີ່ເຮັດວຽກ ຫຼື ບ້ານພັກ ນອກຈາກນີ້ຍັງມີ […]
ອຸທິຍານ ແຫ່ງຊາດຫີນໜາມໜໍ່ ຖຶກຮັບຮອງເປັນມໍຣະດົກໂລກ ໂດຍອົງການອຸຍແນັສໂກ

ອຸທິຍານ ແຫ່ງຊາດຫີນໜາມໜໍ່ ຖຶກຮັບຮອງເປັນມໍຣະດົກໂລກທາງທຳມະຊາດ ແບບຮ່ວມຊາຍແດນ ແລະ ເປັນມໍຣະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ໃນວັນທີ 13 ກໍລະກົດ 2025 ໂດຍອົງການອຸຍແນັສໂກ. ກອງປະຊຸມຄະນະກຳມະການມໍຣະດົກໂລກ ຄັ້ງທີ 47 ທີ່ກຳລັງດຳເນີນຢູ່ລະຫວ່າງແຕ່ວັນທີ 6 – 16 ກໍລະກົດ 2025 ທີ່ນະຄອນຫຼວງ ປາຣີ, ປະເທດ ຝຣັ່ງ, ມາໃນວັນທີ 13 ກໍລະກົດ 2025, ຄະນະກໍາມະການມໍຣະດົກໂລກ ມີມະຕິເອກະພາບຮັບຮອງເອົາ ອຸທິຍານແຫ່ງຊາດຫີນໜາມໜໍ່ ຂອງ ສປປ ລາວ ເຂົ້າເປັນມໍຣະດົກໂລກທາງດ້ານທຳມະຊາດ ພາຍໃຕ້ສົນທິສັນຍາມໍຣະດົກໂລກ 1972 ຢ່າງເປັນທາງການ ເຊິ່ງກາຍເປັນແຫຼ່ງມໍຣະດົກໂລກແຫ່ງ ທີ 4 ແລະ ເປັນແຫຼ່ງມໍຣະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ. ພ້ອມນັ້ນ, ກໍ່ຍັງເປັນມໍຣະດົກໂລກທາງທຳມະຊາດຮ່ວມຊາຍແດນແບບເຊື່ອມຕໍ່ກັບອຸທິຍານແຫ່ງຊາດຟອງຫຍາ–ແກບາງ ມໍຣະດົກໂລກທາງທຳມະຊາດ […]
ເຫດໄຟໄໝ້ວັດບ້ານທວຍໃຫ່ຍ ແຂວງບໍລິຄຳໄຊ ເສຍຫາຍ 1 ຕື້ກີບ

ເຫດໄຟໄໝ້ວັດບ້ານທວຍໃຫ່ຍ ເສຍຫາຍ 1 ຕື້ກີບ. ເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງບໍລິຄຳໄຊ, ໃຫ້ຮູ້ວ່າ: ໃນເວລາ 22:00 ນາທີ, ຂອງວັນທີ 09 ກໍລະກົດ 2025 ໄດ້ເກີດເຫດ ໄຟໄໝ້ວັດ ຢູ່ບ້ານທວຍໃຫ່ຍ ເມືອງທ່າພະບາດ ແຂວງບໍລິຄຳໄຊ, ເຈົ້າໜ້າທີ່ໄດ້ນໍາໃຊ້ ລົດມອດໄຟ ແລະ ກຳລັງເຈົ້າໜ້າທີ່ມອດໄຟ ເຂົ້າມອດໄຟໂດຍໃຊ້ເວລາ ດັບມອດໄຟ 2 ຊົ່ວໂມງກວ່າ ຈຶ່ງສາມາດຄວບຄຸມ ແລະ ດັບມອດໄຟໄວ້ໄດ້. ຜົນເສຍຫາຍຈາກເຫດໄຟໄໝ້ໃນຄັ້ງນີີ້ ມີກຸດຕິຖືກໄຟໄໝ້ຈຳນວນ 01 ຫຼັງ ເຊີ່ງເປັນກຸດຕິ 02 ຊັ້ນ ຂະໜາດ 12 ແມັດx12 ແມັດ ມູນຄ່າ ປະມານ 500.000.000 ກີບ, […]
ຊາຍໜຸ່ມອີຕາລີແລ່ນເຂົ້າຫາເຄື່ອງບິນ ຖືກດູດເຂົ້າໄປໃນເຄື່ອງຍົນເສຍຊີວິດ

ສື່ທ້ອງຖິ່ນຂອງອິຕາລີລາຍງານວ່າ ຜູ້ຊາຍທີ່ຖືກດູດເຂົ້າໄປໃນເຄື່ອງຍົນ ບໍ່ໄດ້ເປັນທັງເຈົ້າໜ້າທີ່ຂອງສະໜາມບິນ ແລະ ກໍ່ບໍ່ໄດ້ເປັນຜູ້ໂດຍສານ ແຕ່ເປັນບຸກຄົນປິດສະໜາທີ່ຢູ່ໆກໍ່ແລ່ນເຂົ້າໄປໃນຣັນເວຂອງສະໜາມບິນ ແລະ ແລ່ນເຂົ້າໄປຫາເຄື່ອງບິນລຳໜຶ່ງທີ່ຕິດເຄື່ອງຍົນແລ້ວ ແລະ ກຳລັງຢູ່ລະຫວ່າງການຂຶ້ນບິນອອກຈາກສະໜາມບິນ ຊຶ່ງເຖິງແມ່ນວ່າຕຳຫຼວດສະໜາມບິນຈະພະຍາຍາມແລ່ນນຳລາວເພື່ອຈັບຕົວ ແຕ່ກໍ່ຈັບບໍ່ທັນ ຈົນຊາຍຄົນດັ່ງກ່າວແລ່ນເຂົ້າໃກ້ເຄື່ອງບິນຫຼາຍເກີນໄປ ຈຶ່ງຖືກເຄື່ອງຍົນທີ່ປີກຂອງເຄື່ອງບິນ ດູດເຂົ້າໄປຈົນເສຍຊີວິດ ເຫດການທີ່ເກີດຂຶ້ນ ເຮັດໃຫ້ສະໜາມບິນຕ້ອງປິດການເຮັດວຽກຕັ້ງແຕ່ເວລາ 10:20 ນ. ຈົນເຖິງ 12:00 ນ. ຕາມເວລາທ້ອງຖິ່ນ ເຮັດໃຫ້ມີຖ້ຽວບິນຊ້າ ແລະ ຜູ້ໂດຍສານຈຳນວນໜຶ່ງຕ້ອງຕິດຄ້າງທີ່ສະໜາມບິນ ກ່ອນທີ່ສະໜາມບິນຈະກັບມາເຮັດວຽກຕາມປົກກະຕິ ຊຶ່ງທາງເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນກຳລັງສອບສວນເຫດການທີ່ເກີດຂຶ້ນ ວ່າຜູ້ເສຍຊີວິດມີຄວາມກ່ຽວຂ້ອງກັບສະໜາມບິນຫຼືສາຍການບິນໃດໆ ຫຼືບໍ່ ນີ້ເປັນເຫດການທີ່ມີການວາງແຜນລ່ວງໜ້າມາກ່ອນຫຼືບໍ່ ຈະເປັນການຕັ້ງໃຈຂ້າຕົວຕາຍ ໂດຍທາງຕຳຫຼວດກຳລັງລວບລວມຂໍ້ມູນແລະສອບຖາມໄປຫາຄອບຄົວແລະຄົນໃກ້ຊິດຂອງຜູ້ເສຍຊີວິດ
ທຣຳໃຫ້ເວລາລັດເຊຍ 50 ວັນ ໃຫ້ຣັດເຊຍບັນລຸຂໍ້ຕົກລົງຢຸດຍິງກັບຢູເຄຣນ ບໍ່ສະນັ້ນຈະຂຶ້ນພາສີ 100%

ທຣຳປະກາດທ່າທີແຂງກະດ້າງຕໍ່ລັດເຊຍ ກໍລະນີການເຮັດສົງຄາມໃນຢູເຄຣນ ພ້ອມໃຫ້ຄຳໝັ້ນຈັດຫາຂີປະນາວຸດ ແລະ ອາວຸດອື່ນໆ ຊຸດໃໝ່ໃຫ້ຢູເຄຣນ ແລະ ໃຫ້ເວລາລັດເຊຍ 50 ວັນ ໃນການບັນລຸຂໍ້ຕົກລົງຢຸດຍິງ ບໍ່ສະນັ້ນຕ້ອງປະເຊີນໜ້າກັບມາດຕະການຄວ່ຳບາດ ຊຶ່ງການຄວ່ຳບາດຈະມຸ່ງເປົ້າໄປທີ່ພັນທະມິດທີ່ເຮັດການຄ້າກັບລັດເຊຍ ຊຶ່ງຈະຖືກຂຶ້ນພາສີ 100% ຖ້າຫາກວ່າລັດເຊຍຍັງບໍ່ບັນລຸຂໍ້ຕົກລົງຢຸດຍິງກັບຢູເຄຣນ ພາຍໃນເວລາ 50 ວັນ ທຣຳ ຊຶ່ງປະກາດໃນຫ້ອງເຮັດວຽກຮູບໄຂ່ ທຳນຽບຂາວ ພ້ອມກັບມາກ ຣຸດເຕີ ເລຂາທິການອົງການສົນທິສັນຍາແອັດແລນຕິກເໜືອ ຫຼື ນາໂຕ ກ່າວກັບນັກຂ່າວວ່າ ລາວຮູ້ສຶກຜິດຫວັງຢ່າງຫຼາຍກັບປະທານາທິບໍດີວລາດິເມຍ ປູຕິນ ຂອງລັດເຊຍ ລາວກ່າວວ່າການລົມກັນທາງໂທລະສັບກັບປູຕິນເປັນເລື່ອງທີ່ຍິນດີ ແຕ່ກັບຫັນມາໂຈມຕີຢູເຄຣນຢ່າງຮຸນແຮງອີກ ການຕັດສິນໃຈຂອງທຣຳທີ່ຈະສົ່ງອາວຸດໃຫ້ຢູເຄຣນນັ້ນ ຖືເປັນຈຸດປ່ຽນສຳລັບປະທານາທິບໍດີຈາກພັກຣີພັບລິກັນຜູ້ນີ້ ຊຶ່ງໃຊ້ເວລາໃນຊ່ວງເດືອນທຳອິດຂອງວາລະການດຳລົງຕຳແໜ່ງ ພະຍາຍາມກ່ອມໃຫ້ປູຕິນບັນລຸຂໍ້ຕົກລົງຢຸດຍິງ ແຕ່ກັບຖືກປະຕິເສດທຸກຄັ້ງ ພາຍໃຕ້ຂໍ້ຕົກລົງຫຼ້າສຸດນີ້ ທຣຳກ່າວວ່າ ສະຫະລັດຈະສົ່ງອາວຸດທີ່ປະເທດສະມາຊິກນາໂຕເປັນຜູ້ອອກເງິນຄ່າອາວຸດ ຣຸດເຕີກ່າວວ່າ ອາວຸດຈຳນວນຫຼາຍຈະຖືກສົ່ງໃຫ້ຢູເຄຣນ ຊຶ່ງລວມເຖິງຂີປະນາວຸດ ແລະ ລະບົບປ້ອງກັນໄພທາງອາກາດແພັດຣີໂອດ ເປັນສ່ວນໜຶ່ງຂອງການສົ່ງອາວຸດຊຸດທຳອິກ ປະທານາທິບໍດີໂວໂລດິເມຍ ເຊເລັນສກີ […]
Walmart ເອີ້ນຄືນຂວດນ້ຳ Ozark Trail ຫຼັງຈາກຝາຂວດດີດໃສ່ໜ້າຜູ້ໃຊ້ຈົນຕາບອດ 2 ຄົນ

ຂວດນ້ຳຮຸ່ນນີ້ມີລັກສະນະເປັນສະແຕນເລດສີເງິນ ກຽວສີດຳ ແລະ ມີລະຫັດສິນຄ້າ 83-662 ຂາຍມາຕັ້ງແຕ່ປີ 2017 ຜ່ານທັງໜ້າຮ້ານ Walmart ແລະຊ່ອງທາງອອນລາຍ ບັນຫາເກີດຂຶ້ນເມື່ອຜູ້ໃຊ້ນຳຂວດໄປໃສ່ນ້ຳອັດລົມ ຫຼື ຂອງແຫຼວທີ່ເຮັດໃຫ້ເກີດແຮງດັນ ເມື່ອເປີດຝາ ແຮງດັນພາຍໃນເຮັດໃຫ້ຝາຂວດພຸ່ງອອກຢ່າງໄວ ແລະ ແຮງເກີນທີ່ຈະຄວບຄຸມໄດ້ ຫົວໜ້າງານຄວາມປອດໄພຜູ້ບໍລິໂພກຂອງສະຫະລັດ ຮ່ວມມືກັບ Walmart ເພື່ອປະກາດເຕືອນ ແລະ ເອີ້ນຄືນສິນຄ້າທັນທີ ຊີ້ໃຫ້ເຫັນວ່າ ສິນຄ້າດັ່ງກ່າວ “ອາດສົ່ງຜົນຮ້າຍແຮງຈາກແຮງກະແທກ ແລະ ເກີດບາດແຜຈີກຂາດ” ຈຶ່ງແນະນຳໃຫ້ຜູ້ທີ່ມີຂວດຮຸ່ນນີ້ຢຸດໃຊ້ງານທັນທີ ແລະ ສາມາດຂໍຄືນເງິນໄດ້ທັງທາງຮ້ານຄ້າ ແລະ ອອນລາຍ ເຖິງແມ່ນວ່າຈະມີລາຍງານພຽງບໍ່ຫຼາຍກໍລະນີ ແຕ່ເຫດການນີ້ຖືເປັນການເຕືອນໃຫ້ຜູ້ຜະລິດ ແລະ ຜູ້ບໍລິໂພກໃຫ້ຄວາມສຳຄັນກັບຄວາມປອດໄພຂອງສິນຄ້າ ໂດຍສະເພາະສິນຄ້າທີ່ກ່ຽວຂ້ອງກັບຂອງຮ້ອນ ຫຼື ແຮງດັນ ລູກຄ້າທີ່ບໍ່ແນ່ໃຈວ່າສິນຄ້າທີ່ໃຊ້ຢູ່ເຂົ້າຂ່າຍຫຼືບໍ່ ຄວນກວດສອບລະຫັດສິນຄ້າ 83-662 ທີ່ຢູ່ເທິງບັນຈຸພັນ ຫາກພົບວ່າເປັນຮຸ່ນທີ່ມີບັນຫາ ສາມາດຕິດຕໍ່ Walmart ເພື່ອດຳເນີນການຄືນສິນຄ້າແລະຮັບເງິນຄືນເຕັມຈຳນວນໄດ້ທັນທີ
ແຈ້ງມອດໄຟຟ້າ ວັນທີ11-13 ກໍລະກົດ 2025

ແຈ້ງມອດໄຟຟ້າ ວັນທີ11-13 ກໍລະກົດ 2025 ລາຍລະອຽດມີດັ່ງລຸ່ມນີ້: ທີ່ມາ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ
2 ປີນັກສັດ ດວງເງິນເດັ່ນ ເງິນມາແບບບໍ່ຮູ້ຕົວ ແຖມລຸ້ນໂຊກບໍ່ຄາດຝັນ

ເຊັກດວງການເງິນ 12 ປີນັກສັດ ປະຈຳເດືອນກໍລະກົດ 2025 ແນວໂນ້ມດວງການເງິນ ທີ່ມີທັງນັກສັດທີ່ມີດວງໂດດເດັ່ນ ແລະ ດວງທີ່ຕ້ອງລະວັງເລື່ອງການໃຊ້ຈ່າຍ ໂດຍມີຄຳທຳນາຍ ດັ່ງນີ້: ປີສະຫຼຸ ປີມະເສັງ ປີມະແມ ເງິນທອງໄຫຼມາເທມາ ມີລາຍໄດ້ມາຈາກຫຼາຍຊ່ອງທາງເພາະຄວາມສາມາດລ້ວນໆ ປີຊວດ ປີຂານ ປີຈໍ ເງິນທອງສະດຸດຕິດຂັດງ່າຍ ເພາະຄວາມຢາກມີຢາກໄດ້ຫຼືໃຊ້ເງິນເກີນຕົວ ຕ້ອງລະວັງ ປີເຖາະ ປີມະໂຣງ ປີວອກ ປີກຸນ ເງິນທອງເຂົ້າງ່າຍອອກງ່າຍ ລາຍໄດ້ສະພັດຫາເງິນເກັ່ງ ແຕ່ມີລາຍຈ່າຍທີ່ບໍ່ອາດຫຼີກລ່ຽງໄດ້ ປີມະເມຍ ປີລະກາ ເງິນທອງໄດ້ມາແບບບໍ່ທັນຕັ້ງຕົວ ສ່ວນໃຫຍ່ໄດ້ມາໃນຮູບແບບມໍລະດົກ ຂອງຂວັນ ຫຼື ໂຊກລາບທີ່ບໍ່ໄດ້ຄາດຫວັງ
ທຣຳກຽມກັບມາສົ່ງອາວຸດ ໃຫ້ຢູເຄຣນ ຫຼັງລະງັບຄວາມຊ່ວຍເຫຼືອອາທິດກ່ອນ

ປະທານາທິບໍດີໂດນັລ ທຣຳ ເປີດເຜີຍມື້ວານນີ້ (7 ກໍລະກົດ) ວ່າ ລາວມີແຜນທີ່ຈະສົ່ງອາວຸດປ້ອງກັນຕົວເພີ່ມເຕີມໃຫ້ຢູເຄຣນ ຫຼັງຈາກທີ່ລັດຖະບານສະຫະລັດ ຢຸດການສົ່ງຄວາມຊ່ວຍເຫຼືອຊົ່ວຄາວເມື່ອອາທິດກ່ອນ ທຣຳເປີດເຜີຍວ່າກ່ອນທີ່ຈະໄປກິນອາຫານຄ່ຳກັບນາຍົກລັດຖະມົນຕີເບັນຈາມິນ ເນທັນຢາຫູຂອງອິສຣາເອລວ່າ ພວກເຮົາຈະສົ່ງອາວຸດໄປເພີ່ມ ພວກເຂົາຕ້ອງສາມາດປົກປ້ອງຕົນເອງໄດ້ ແລະ ພວກເຂົາກຳລັງຖືກໂຈມຕີໜັກ ສະຫະລັດຕ້ອງສົ່ງອາວຸດໄປເພີ່ມ ການເປີດເຜີຍຂອງທຣຳມີຂຶ້ນ ຫຼັງເມື່ອອາທິດທີ່ຜ່ານ ມາລັດຖະບານສະຫະລັດພາຍໃຕ້ການນຳຂອງທຣຳ ລະງັບການສົ່ງອາວຸດບາງຊະນິດໄປຍັງຢູເຄຣນ ລວມເຖິງຂີປະນາວຸດປ້ອງກັນໄພທາງອາກາດ ແອນນາ ເຄລລີ ຜູ້ຊ່ວຍໂຄສົກຂອງທຳນຽບຂາວເປີດເຜີຍວ່າ ໃນຊ່ວງເວລາທີ່ມີການຕັດສິນໃຈລະງັບສົ່ງຄວາມຊ່ວຍເຫຼືອໄປຍັງຢູເຄຣນ ຄືຊ່ວງທີ່ຕ້ອງຜັກດັນຜົນປະໂຫຍດຂອງອະເມຣິກາມາກ່ອນ ດ້ານເຈົ້າໜ້າທີ່ສະຫະລັດຈຳນວນໜຶ່ງກ່າວເຖິງການທົບທວນຄວາມຊ່ວຍເຫຼືອຂອງຢູເຄຣນວ່າກ່ຽວຂ້ອງກັບຄວາມພະຍາຍາມຂອງກະຊວງປ້ອງກັນປະເທດສະຫະລັດທີ່ຈະຫັນໄປໂຟກັດກັບຈີນຫຼາຍຂຶ້ນ ແລະ ກຽມຄວາມພ້ອມສຳຫຼັບຄວາມເປັນໄປໄດ້ທີ່ຈະເກີດຄວາມຂັດແຍ້ງຂຶ້ນໃນພາກພື້ນ ແປຊິຟິກໃນອະນາຄົດ ຊຶ່ງເປັນປະເດັນທີ່ກະຊວງປ້ອງກັນປະເທດຂອງສະຫະລັດໃຫ້ຄວາມສົນໃຈ ເອລບຣິດຈ໌ ໂຄລບີ ຫົວໜ້າຝ່າຍນະໂຍບາຍຕ່າງປະເທດຂອງກະຊວງປ້ອງກັນປະເທດສະຫະລັດເປີດເຜີຍວ່າ ກະຊວງປ້ອງກັນປະເທດສະຫະລັດຍັງຄົງຈັດກຽມທາງເລືອກທີ່ຫຼາກຫຼາຍເພື່ອໃຫ້ປະທານາທິບໍດີສາມາດດຳເນີນການສະໜັບສະໜູນທາງທະຫານຕໍ່ຢູເຄຣນໄດ້ ຕາມເປົ້າໝາຍຂອງທຣຳທີ່ຕ້ອງການຢຸດສົງຄາມ ແຕ່ຂະນະດຽວກັນ ກະຊວງກໍກຳລັງພິຈາລະນາແລະປັບແນວທາງເພື່ອບັນລຸເປົ້າໝາຍນີ້ຢ່າງເຂັ້ມງວດ ພ້ອມທັງຮັກສາຄວາມພ້ອມຮົບຂອງກອງທັບສະຫະລັດເພື່ອພາລະກິດປ້ອງກັນປະເທດຕາມລຳດັບຄວາມສຳຄັນຂອງລັດຖະບານ ຢ່າງໃດກໍຕາມ ລັດເຊຍສະແດງຄວາມຍິນດີກັບການຢຸດສົ່ງອາວຸດບາງສ່ວນໃຫ້ຢູເຄຣນ ໂດຍອ້າງວ່າສະຫະລັດເຮັດແບບນັ້ນເພາະອາວຸດບໍ່ພຽງພໍ ແຕ່ກໍບໍ່ໄດ້ສະແດງຫຼັກຖານໃດ ລັດເຊຍໂຈມຕີຢູເຄຣນໜັກ ເຈົ້າໜ້າທີ່ກູ້ໄພຢູເຄຣນກຳລັງເຮັດວຽກໃນອາຄານພັກອາໄສທີ່ໄດ້ຮັບຄວາມເສຍຫາຍ ຫຼັງເກີດການໂຈມຕີດ້ວຍໂດຣນແລະຂີປະນາວຸດຄັ້ງໃຫຍ່ຂອງລັດເຊຍໃນນະຄອນຫຼວງເຄຍຟ […]
ນອນໜ້ອຍກວ່າ 6 ຊົ່ວໂມງ ແຕ່ບໍ່ນອນກາງເວັນ ສ່ຽງອຳພາດ 82 ເປີເຊັນ

ໃຜນອນໜ້ອຍກວ່າ 6 ຊົ່ວໂມງ ແຕ່ບໍ່ນອນກາງເວັນ ສ່ຽງອຳພາດ 82 ເປີເຊັນ ການນອນຫຼັບໜ້ອຍກັບຄວາມສ່ຽງໂລກຫຼອດເລືອດສະໝອງໃນຜູ້ທີ່ມີພາວະເມຕາບໍລິກຊິນໂດຣມ ການສຶກສານີ້ພົບວ່າ ການນອນຫຼັບໜ້ອຍກວ່າ 6 ຊົ່ວໂມງຕໍ່ຄືນເພີ່ມຄວາມສ່ຽງຕໍ່ໂລກຫຼອດເລືອດສະໝອງຢ່າງມີຄວາມສຳຄັນ ໂດຍສະເພາະໃນ ຜູ້ຍິງ ຫຼື ຜູ້ທີ່ມີອາຍຸ 45 – 65 ປີ ແລະ ຜູ້ທີ່ມີພາວະຄວາມດັນໂລຫິດສູງ ຄວາມສ່ຽງທີ່ເພີ່ມຂຶ້ນ (%) ນອນ ເທົ່າກັບຫຼືໜ້ອຍກວ່າ 6 ຊົ່ວໂມງຕໍ່ຄືນ ຈະຄວາມສ່ຽງເພີ່ມຂຶ້ນ 65 ເປີເຊັນ (HR = 1.65) ນອນລວມ ນ້ອຍກວ່າ 7 ຊົ່ວໂມງຕໍ່ວັນ ຈະຄວາມສ່ຽງເພີ່ມຂຶ້ນ 62 ເປີເຊັນ (HR = 1.62) ນອນ ເທົ່າກັບຫຼືນ້ອຍກວ່າ 6 ຊົ່ວໂມງ ແລະ ບໍ່ນອນກາງວັນ ຈະຍິ່ງເພີ່ມຄວາມສ່ຽງເພີ່ມຂຶ້ນ […]